Norkhame
ນະໂຍບາຍປີ້ນລ້ອມ ນະໂຍບາຍປີ້ນລ້ອມ
ບໍແມ່ນແຕກຕື່ນ ຫຼື ຢ້ານກົວ, ຫາກເປັນການປ້ອງກັນທີ່ໄດ້ຜົນ. ດັ່ງນັ້ນ, ຫຼາຍໆປະເທດຈິ່ງໄດ້ນຳໃຊ້ມາດຕະການ ຈຳກັດການເຄື່ອນຍ້າຍປະຊາກອນໃຫ້ຢູ່ໃນບ້ານ. ເພື່ອເອົາຊະນະສັດຕູທີ່ບໍ່ມີຕົວຕົນ. ປະເທດ ເນປານຂະຫຍາຍການປິດລ້ອມປະຊາກອນ ຈົນຮອດວັນທີ 7 ເມສາ, 2020. ລັດຖະບານເນປານໄດ້ຂະຫຍາຍການປິດລ້ອມທົ່ວປະເທດທີ່ຈັດຂຶ້ນໃນວັນທີ 23 ມີນາ. ຖ້ຽວບິນສາກົນຍັງຈະຖືກຫ້າມ ຈົນກ່ວາວັນທີ 15 ເມສາ. ເຖິງວ່າປະເທດໃນເຂດ  ມີຄົນຕິດເຊື້ອທັງ ໝົດພຽງແຕ່ 5 ຄົນ.... ນະໂຍບາຍປີ້ນລ້ອມ

ບໍແມ່ນແຕກຕື່ນ ຫຼື ຢ້ານກົວ, ຫາກເປັນການປ້ອງກັນທີ່ໄດ້ຜົນ. ດັ່ງນັ້ນ, ຫຼາຍໆປະເທດຈິ່ງໄດ້ນຳໃຊ້ມາດຕະການ ຈຳກັດການເຄື່ອນຍ້າຍປະຊາກອນໃຫ້ຢູ່ໃນບ້ານ. ເພື່ອເອົາຊະນະສັດຕູທີ່ບໍ່ມີຕົວຕົນ. ປະເທດ ເນປານຂະຫຍາຍການປິດລ້ອມປະຊາກອນ ຈົນຮອດວັນທີ 7 ເມສາ, 2020. ລັດຖະບານເນປານໄດ້ຂະຫຍາຍການປິດລ້ອມທົ່ວປະເທດທີ່ຈັດຂຶ້ນໃນວັນທີ 23 ມີນາ. ຖ້ຽວບິນສາກົນຍັງຈະຖືກຫ້າມ ຈົນກ່ວາວັນທີ 15 ເມສາ. ເຖິງວ່າປະເທດໃນເຂດ  ມີຄົນຕິດເຊື້ອທັງ ໝົດພຽງແຕ່ 5 ຄົນ.

ຍີ່ປຸ່ນຈະຫ້າມ  ນັກທ່ອງທ່ຽວຈາກສະຫະລັດ, ຈີນ, ເອີຣົບ ບໍ່ໃຫ້ເຂົ້າປະເທດຍີ່ປຸ່ນ ພາຍໃຕ້ກົດລະບຽບໃໝ່ ເພື່ອປ້ອງກັນການຕິດເຊື້ອພະຍາດ ໂຄວິດ. ຍັງແນະນຳ ໃຫ້ພົນລະເມືອງຍີ່ປຸ່ນຫລີກລ້ຽງການເດີນທາງໄປປະເທດເຫຼົ່ານັ້ນ. ການປິດລ້ອມປະເທດອິນເດຍ ເຮັດໃຫ້ຄົນເຈັບເປັນໂຣກຊໍາເຮື້ອ ມີຄວາມຫຸຍ້ງຍາກ ໃນການປີ່ນປົວ. ກົດເກນທີ່ເຄັ່ງຄັດໃນການເຄື່ອນໄຫວ ໃນປະເທດອິນເດຍໄດ້ກີດຂວາງການເຂົ້າເຖິງການຮັກສາສຸກຂະພາບ ສຳລັບຄົນທີ່ເປັນພະຍາດຊຳເຮື້ອເຊັ່ນ: ໂລກເອດສ໌, ໝາກ ໄຂ່ຫຼັງ ແລະ ພະຍາດທີ່ຕ້ອງການພົບໝໍເປັນປະຈຳ.

ປະເທດ ອົດສະຕາລີຍັງ ເຄັ່ງຄັດການ ຊຸມນຸມປະຊາຊົນ ກົດລະບຽບໃໝ່ທີ່ຈຳກັດການຊຸມນຸມສາທາລະນະ ອານຸຍາດໃຫ້ພຽງແຕ່ສອງຄົນ ໃນອົດສະຕາລີ. ຈະມີຜົນບັງຄັບໃຊ້ ໃນແຕ່ລະລັດ ແລະ ຈະມີການປັບໃໝຢ່າງເດັດຂາດ ສຳ ລັບຄົນທີ່ລະເມີດຂໍ້ຈຳກັດດັ່ງກ່າວ. ອານຸຍາດ ໃຫ້ອອກຈາກເຮືອນຂອງເຂົາເຈົ້າພຽງແຕ່ຊື້ອາຫານ, ເຂົ້າຮ່ວມການນັດພົບທາງການແພດ ແລະ ການອອກກຳລັງກາຍ. ສວນສາທາລະນະແລ່ນສະເກັດ, ທີ່ອອກກໍາລັງກາຍກາງແຈ້ງ ແລະ ສະໜາມຫຼີ້ນສາທາລະນະທົ່ວປະເທດ ຍັງເປີດໃຫ້ຄົນນຳໃຊ້. ພຽງແຕ່ຕ້ອງບໍ່ຢູ່ໃກ້ກັນເປັນກຸ່ມກ້ອນເກີນ 2 ຄົນ ແລະ ໃກກັນ 2 ແມດ.

ປະເທດຈີນ ມີການສະກັດກັ້ນ ບໍ່ໃຫ້ເກີດການແຜ່ລະບາດຮອບທີ່ສອງ. ຄວາມກັງວົນກ່ຽວກັບຄື້ນຟອງການຕິດ ເຊື້ອຄັ້ງທີສອງກຳລັງຂະຫຍາຍຕົວຢູ່ໃນປະເທດຈີນ. ທ່າມກາງຄວາມກົດດັນຢ່າງເປັນທາງການເພື່ອໃຫ້ຊີວິດປົກກະຕິ.ຢູ່ເມືອງ ຫວູຫານ, ຈຸດໃຈກາງຂອງການລະບາດຂອງພະຍາດ ໂຄວິດ19. ຮ້ານຂາຍເຄື່ອງບາງແຫ່ງເປີດບໍລິການ ແລະ ສູນການຄ້າຕ່າງໆເລີ່ມເປີດປະຕູໃຫ້ບໍລິການ ພາຍຫຼັງສອງເດືອນປິດສະນິດ. ຜູ້ທີ່ເຮັດວຽກໃນອຸດສະຫະກຳທີ່ຈຳ ເປັນເຊັ່ນອຸດສາຫະກຳຊີມັງ, ເຫຼັກ ແລະ ລົດກໍ່ກຳລັງເລີ່ມຕົ້ນໄປ ກັບມາເຮັດວຽກ.

ເມື່ອຄົນເລີ່ມມາໃຊ້ຊີວິດເປັນປົກກະຕິ, ຄົນກໍ່ມີຄວາມຢ້ານກົວວ່າ ມັນອາດຈະໄວເກີນໄປ ແລະ ອາດຈະເຮັດໃຫ້ເກີດການຕິດເຊື້ອຄັ້ງທີສອງອີກ. ເຈົ້າຫນ້າສາທາລະນະສຸກຈີນ ໃສ່ໃຈໃນການຮັກສາຕົວເລກການຕິດເຊື້ອໃຫ້ນ້ອຍລົງ. ແຕ່ມັນກະເຮັດໃຫ້ຄົນເກີດມີຄວາມສົງໃສ ແລະ ຍັງປ້ອງກັນຕົວເອງໃຫ້ໃກຈາກການຕິດເຊື້ອ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.