Norkhame
ສົ່ງມອບໜ້າທີ່
ການໝອບໝາຍວຽກເປັນທັກສະໜຶ່ງທີ່ສໍາຄັນ ແລະ ຈໍາເປັນຫຼາຍໃນການບໍລິຫານງານຢ່າງມີປະສິດທິພາບ ຖ້າເຮົາບໍ່ມີຄວາມສາມາດໝອບໝາຍວຽກໄດ້ຢ່າງມີປະສິດທິພາບ ເຮົາຄົງບໍ່ມີ ທັກສະທີ່ຈະເປັນຜູ້ບໍລິຫານທີ່ດີໄດ້. ປື້ມຫົວ ນີ້, ເໜາະສຳລັບ ຫົວໜ້າອົງການ ແລະ ໝ່ວຍງານ. ອ່ານເພີ່ມ
ເລືອກງານເປັນສຸກ
ຊີວິດມັກຈະມີທາງເລືອກສະເໜີ. ຫຼັງຈົບການສຶກສາ, ທ່ານຈະຕ້ອງເລືອກວ່າ ຈະເປັນເຈົ້າຂອງທຸລະກິດ ຕົນເອງ ຫຼື ໄປເປັນພະນັກງານໃນບໍລິສັດ ຫຼື ອົງການ. ມີຫຼາຍອັນຕ້ອງໄດ້ຄົ້ນຄິດກ່ອນການຕັດສິນໃຈ. ອ່ານເພີ່ມ
ເດີນໄປກັບສຸກກະພາບດີ
ຈົ່ງ​ເດີນ​ຕາມ​ເສັ້ນ​ທາງ​ຊີ​ວິດທີ່ທ່ານຕ້ອງການ ​ແລະ​ ສານຄວາມ​ຝັນ​ຂອງ​ຕົວ​ເອງ​ໄປ​ພ້ອມໆ​ກັບ​ການເບິ່ງແຍງ​​ສຸ​ຂະ​ພາບ​ຂອງ​ຕົນເອງ. ກ່ອນຈະໄດ້ສິ່ງທີ່ມັກ, ຄົນເຮົາຈະຍອມທຸ້ມເທທັງກາຍ ແລະ ໃຈສະເໜີ. ຈົນບາງຄັ້ງເຮັດ ໃຫ້ຮ່າງກາຍ ຊຸດໂຊມ. ອ່ານເພີ່ມ
ສຸກເພາະຄິດສຸກ
ຄວາມ​ສຸກ​ຂອງ​ຊີ​ວິດ​ຂຶ້ນ​ຢູ່​ກັບ​ຄຸນ​ນະ​ພາບ​ຂອງ​ຄວາມ​ຄິດ. ເຊື່ອວ່າໃຜໆທຸກຄົນກະເປັນ. ລວມທັງຕົວຂ້າພະເຈົ້າ. ເມື່ອເຮົາບໍ່ເອົາທຸກໆຢ່າງທີ່ເຫັນເຂົ້າມາໃນຄວາມຄິດ ​ເມື່ອນັ້ນທ່ານກໍ່ຈະອອກໃກຈາກເຫດການທີ່ບໍ່ປາດຖະໜາ ມາເຮັດໃຫ້ຕົວທ່ານຕ້ອງຄິດເປັນທຸກ. ອ່ານເພີ່ມ
ສ້າງໂອກາດໃຫ້ຕົນເອງ
ເມື່ອທ່ານເລີ່ມຄິດຫາສິ່ງ ທີ່ທ່ານຕ້ອງການເຮັດໃຫ້ຕົນເອງເປັນສຸກ. ທ່ານຈະເລີ່ມສ້າງໂອກາດແກ່ ການໄດ້ເຮັດ ສິ່ງນັ້ນໆ. ໃນເງື່ອນໄຂວ່າ, ສິ່ງທີ່ທ່ານມັກເປັນອຸດົມການ ທີ່ເປັນໄປໄດ້. ຫາກທ່ານວ່າ: ຢາກເປັນນັກອາວະກາດ ຍິງຄົນທຳອິດ, ສິ່ງນັ້ນຄົງເປັນໄປໄດ້ຍາກຫຼາຍ. ເພາະເງື່ອນໄຂ ແລະ ສະພາບແວດລ້ອມ ດັ່ງກ່າວ ຫາບໍ່ໄດ້ ໃນ ປະເທດລາວ. ອີກຢ່າງ, ທ່ານຕ້ອງໄດ້ຮັບການເຝິກຝົນເປັນເວລາຫຼາຍປີ. ອ່ານເພີ່ມ
ສົມມຸດ…ມື້ອື່ນບໍ່ມີອີກແລ້ວ
ບໍ່ຢາກໃຊ້ສັບວ່າ “ຕາຍ” ໃນຫົວຂໍ້ໃດໆກະຕາມ. ເຮັດໃຫ້ຮູ້ສຶກຫົດຫູຫຼາຍ. ເຖິງຫຼາຍຄົນຈະຮູ້. ມັນບໍ່ໄດ້ໜ້າຢ້ານຄືທີ່ຄິດ. ຄວາມຕາຍເຮົາຄິດວ່າມັນຈະເຈັບຫຼາຍ. ຕົວຈິງບໍ່ເປັນແນວນັ້ນ. ເຊື່ອແນວນັ້ນ. ເພາະເຄີຍລອດຕາຍມາຫຼາຍ ຄັ້ງຈາກ ອຸບັດຕິເຫດ. ຫາກວັນນັ້ນເປັນວັນສຸດທ້າຍອີຫຼີ, ສິ່ງໜ້າຢ້ານທີ່ສຸດສຳລັບຂ້າພະເຈົ້າ ຄືການບໍ່ບັນລຸໜ້າທີ່ ຂອງການ ມີຊີວິດ. ນັ້ນຄືໄດ້ຮັກ ແລະ ເຮັດໃນສິ່ງທີ່ຮັກ. ທ່ານລອງຕັ້ງຄຳຖາມໃສ່ຕົນເອງເບິ່ງ. ອ່ານເພີ່ມ
ເຮັດທຸກຢ່າງດ້ວຍຄວາມຮັກ
ຄວາມ​ຮັກ​ນັ້​ນ​ມີ​ຄ່າ​ແຕ່​ສິ່ງ​ທີ່​ມີ​ຄ່າຫລາຍກວ່າ​ຄວາມ​ຮັກ​ນັ້ນ​ມີ​ຢູ່. ເຖິງ​ໂລກ​ຈະ​ປ່ຽນ​ໄປ​ແຕ່​ຄວາມ​ສຸກ​ໃຈ​ຢ່າ​ໃຫ້​ລົດ​ລົງ ເປັນເພາະພຽງວ່າທ່ານຂາດຄົນຮັກ. ເມື່ອໃດເຮົານິຍາມຄຳວ່າ “ຮັກ” ຫຼາຍກວ່າ ສາຍສຳພັນລະຫວ່າງຊູ້-ສາວ, ເມື່ອນັ້ນ ທ່ານຈະເຫັນຫຼາຍໆສິ່ງ ທີ່ຊີວິດທ່ານສາມາດນຳມາໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ. ອ່ານເພີ່ມ
ຊີວິດນີ້ຈະເອົາຫຍັງ?
ເຮົາ​ໄດ້​ຫ​ຍັງ​ຈາກ​ຊີ​ວິດ ແລະ ໂລກ​ໃບ​ນີ້. ຄົນມັກວ່າ: ຕາຍໄປກະເອົາຫຍັງໄປບໍ່ໄດ້. ແລ້ວສິ່ງໃດຕິດຕົວເຮົາໄປຫຼັງ ການສີ້ນສຸດຊີວິດ? ຄຳ​ຖາມ​ທີ່​ຄວນ​ຈະ​ຖາມ​ໃຫ້​ຊີ​ວິດ​ເຮົາ​ເອງ​ເກີດ​ມີ​ຄຸນ​ຄ່າ​ຈາງຫາຍໄປ ກັບແນວຄິດ​ເຫັນ​ແກ່​ໄດ້​ເຂົ້າ​ມາ​ສິງ​ສະ​ຖິດ​ຢູ່​ໃນ​ໃຈ​. ເຊິ່ງ​ເປັນ​ສັນ​ຍ​າ​ລັກ​ບອກ​ໃຫ້​ຮູ້​ວ່າ ເຮົາ​ກຳລັງ​ເລີ່ມ​ຕົ້ນ​ທີ່​ຈະ​ທຳ​ລ​າຍ​ໂລກ​ແຫ່ງ​ຄວ​ສມ​ສະ​ຫງົບ​ສຸກ​ຮ່ວມ​ກັນ. ອ່ານເພີ່ມ
ເກີດເປັນຄົນລາວ
ເກືອບເປັນເວລາ 100 ປີ ກ່ອນການປະຕິຫວັດຊາດ 1975, ບັນພະບູຣຸດຄົນລາວໄດ້ເກີດມາເພື່ອຕໍ່ສູ້ ໃຫ້ຊາດລາວ​ເປັນ​ອິດສະຫຼະພາບ​ຈາ​ກການ​ຂູດ​ຮີດ ​ແລະ ມອບຜືນ​ແຜນ​ດິນ ແກ່ຄົນລາວຄົນລຸ້ນປະຈຸບັນໄດ້ສ້າງສາ ແລະ ສືບສານປະເພນີ. ອ່ານເພີ່ມ
ຜູ້ນຳໂລກ?
ໃນອາທິດຜ່ານມາ, ປະທານາທິບໍດີ ຈີນ, ທ່ານ ສີ ຈີ້ນພີ່ງ, ໄດ້ຂື້ນປາໃສຕໍ່ກອງປະຊຸມໃຫຍ່ພັກ. ເບິ່ງຢ່າງໜຶ່ງກໍ່ເປັນການສ້າງບົດບາດຂອງຈີນໃນເວທີການເມືອງໂລກ. ນັກວິໄຈການເມືອງຫຼາຍຄົນຖືວ່າ “ບົດປາໄສ ເປັນການປະກາດການກ້າວເຂົ້າມາເປັນຜູ້ນຳໂລກຢ່າງຈິງຈັງ.” ອ່ານເພີ່ມ
Copy Protected by Chetan's WP-Copyprotect.