Norkhame
ເຝິກເປັນການນຳ
ເວລາເຮົາບອກຄົນວ່າ ເປັນຫວົໜ້າ ບໍລິສັດ, ອົງກອນ, ຫຼື ໜ່ວຍງານໃດໜຶ່ງ ເປັນອີກໜຶ່ງວິທີບອກອຳນາດ ແລະ ຄວາມເກັ່ງກ້າໃນໜ້າທີ່ການງານ. ບໍ່ວ່າຈະຕໍາແໜ່ງໃດໆ, ຄວາມສາມາດໃນການນຳພາ ເປັນສິ່ງຈຳເປັນຫຼາຍ. ສິ່ງທີ່ຈະກ່າວໃນຕໍ່ໄປນີ້ ເປັນລັກສະນະ ຜູ້ນຳຫຼາຍໆຄົນນຳໄປເຝິກ ແລະ ຈັດຕັ້ງຕົວຈິງ. ອ່ານເພີ່ມ
ເງິນຄືທຸກສິ່ງ?
“…ເງິນເປັນພະເຈົ້າ, ມີເງິນເຮັດໄດ້ທຸກຢ່າງ, ເຮັດທຸກຢ່າງເພື່ອເງິນ, ບໍ່ມີເງິນເຮັດບໍ່ໄດ້, ກ່ອນອື່ນຕ້ອງແມ່ນເງິນ…” ທ່ານຕ້ອງຄຸ້ນເຄີຍກັບຄຳເວົ້າດັ່ງກ່າວ. ຈາກຫຼາກຫຼາຍສະຖານະການ, ໂດຍສະເພາະທຸລະກິດ. ຈະເຮັດຫຍັງ ແນ່ນອນ ຕ້ອງເວົ້າເຖິງເງິນ ເປັນປັດໃຈຂັບເຄື່ອນ. ເມື່ອມາເບິ່ງການເຮັດທຸລະກິດ, ກະວ່າບໍ່ໄດ້ວ່າ ເງິນສຳຄັນທີ່ສຸດ ແລະ ກະບໍ່ຢາກວ່າໃດບໍ່ສຳຄັນ. ຈະຖືວ່າເງິນ ເປັນປັດໃຈ “ໜຶ່ງ” ທີ່ບໍ່ສາມາດຮັບປະກັບຄວາມສຳເລັດໄດ້ ໃນເວລາທ່ານດຳເນີນທຸລະກິດ. ປັດໃຈອື່ນໆ ເປັນຕົ້ນແມ່ນຄວາມສາມາດອື່ນໆ ຕ້ອງມີພ້ອມໃນຊ່ວງການດຳເນີນທຸລະກິດ. ດັ່ງທີ່ໄດ້ຍົກໃນຫົວຂໍ້ “ອອກສ່ຽງໂຊກ” ທີ່ໄດ້ຍົກປັດໃຈເຮັດໃຫ້ ການເຮັດທຸລະກິດບໍ່ສຳເລັດ. ໄດ້ຍົກ ການບໍລິຫານຄວາມສ່ຽງ ເປັນໜຶ່ງໃນນັ້ນ. ກ່ອນຈະຮູ້ ແລະ ສ້າງບາດກ້າວແກ້ໄຂຄວາມສ່ຽງຕ່າງໆ ນັກທຸລະກິດຕ້ອງມີຄວາມສາມາດຫຼາຍພໍ ຫຼື ມີຄົນໃນທີມ ສາມາດແກ້ໄຂບັນຫາຮ່ວມໄດ້. ເຄີຍພົບນັກທຸລະກິດທີ່ມີເງິນຫຼາຍ ແລະ ມາເຮັດທຸລະກິດ. ເຖິງຈະມີເງິນຫຼາຍປານໃດຖົມໃນຊ່ວງຂາດທຶນ. ເມື່ອເຮັດຕໍ່ໄປອີກ ລາວກະຂາດທຶນອີກ ແລະ ເລີຍໆໄປ. ການເຮັດທຸລະກິດຖ້າບໍ່ມີຜົນກຳໄລທາງການເງິນ ກໍຈະກາຍເປັນວຽກເວລາຫວ່າງ.... ອ່ານເພີ່ມ
ອອກສ່ຽງໂຊກ
ເຈົ້າຂອງກິດຈະການທຸລະກິດ ຕ້ອງເປັນເຈົ້າການທີ່ສຸດ ເພື່ອເຮັດໃຫ້ ທຸລະກິດຕົນເອງ ສາມາດດຳເນີນຕໍ່ໄປ ດ້ວຍຜົນກຳໄລ. ບໍ່ສະເໜີໄປວ່າ ການເຮັດທຸລະກິດ ທີ່ຕົນເອງຮັກ-ມັກ ຈະສ້າງຜົນກຳໄລ ແລະ ຢູ່ລອດ. ການລົ້ມລະລາຍ ອາດນຳຜົນເສຍມາແກ່ຕົນເອງ ແລະ ຄອບຄົວ. ທ່ານຕ້ອງໃສ່ໃຈປັດໃຈທີ່ຈະຍົກຂື້ນມານີ້. ອ່ານເພີ່ມ
ຄິດກ່ອນເຮັດ
ກ່ອນຈະຕັດສິນໃຈເຮັດທຸລະກິດ, ທ່ານຕ້ອງໄດ້ຄົ້ນຄິດໃຫ້ຖີ່ຖ້ວນ. ການເບິ່ງປັດໃຈຕ່າງໆ ບໍ່ໄດ້ໝາຍວ່າສ້າງເຮັດ ໃຫ້ຕົນເອງເກີດມີຄວາມຢ້ານກັບສິ່ທີ່ທ່ານຍັງບໍ່ພ້ອມ. ຮູບແບບການຕີລາຄາຄວາມພ້ອມ ແລະ ເງື່ອນໄຂການ ເຮັດທຸລະກິດ ເປັນບາດກ້າວໃຫ້ທ່ານ ເຫັນຈຸດແຂງ ແລະ ຈຸດອ່ອນທີ່ຕ້ອງໄດ້ຮັບມື. ອ່ານເພີ່ມ
ກັ້ນໃຈເຮັດເອງ
ຂ້າພະເຈົ້າໄດ້ຍົກຫຼາຍຫົວຂໍ້ເນັ້ນການສ້າງທີມ, ເຮັດວຽກເປັນທີມ, ສາມັກຄີ ແລະ ທຸ້ມເທຮ່ວມກັນໃນການຄົ້ນຄິດ ແກ້ໄຂບັນຫາວຽກງານທີ່ປະເຊີນໃນແຕ່ລະວັນ. ບົນຫຼັກການທີ່ວ່າ “ຫຼາຍຫົວຈະມີແນວດີໆຄິດແກ້ໄຂແຕກຕ່າງ ອອກໄປ”. ໃນບາງສະຖານະການ, ທ່ານຈະພົບວ່າຫຼາຍຫົວບໍ່ໄດ້ສ້າງຄຸນຄ່າເພີ່ມ. ອ່ານເພີ່ມ
ຮຽນຈາກເຮັດຈິງ
ຄວາມສາມາດເກີດມາຈາກການສຶກສາ ແລະ ສຳຄັນສຸດແມ່ນການເຝິກຝົນສິ່ງທີ່ຮູ້ ເຂົ້າໃນໜ້າທີ່ຕົວຈິງ. ສຳລັບນັກ ຮຽນຈົບການສຶກສາໃໝ່, ທ່ານອາດຄິດວ່າເຂົາເຈົ້າ ອາດບໍ່ຮູ້ການປະຕິບັດໜ້າທີ່ນັ້ນໆ ຖ້າເຮົາມອບໝາຍໃຫ້ຄົນອື່ນເຮັດ. ອ່ານເພີ່ມ
ຄຸ້ມຄອງສິ່ງມີຄ່າ
ຊັບພະຍາກອນ ອັນໃດຈະມີຄຸນຄ່າຫຼາຍ ເທົ່າຊັບພະຍາຍກອນມະນຸດທີ່ມີຄວາມສາມາດສຳເລັດວຽກງານ ແລະ ໄວ້ວາງໃຈໄດ້. ບຸກຄົນເຫຼົ່ານີ້ມີຄ່າຫຼາຍກວ່າຄອມພິວເຕີ, ຫ້ອງການ, ຫຼື ມູນຄ່າການລົງທຶນຂອງບໍລິສັດ. ຜູ້ຈັດການທີ່ເກັ່ງ ຄືຄົນທີ່ສາມາດດຶງສັກກາຍະພາບສູງສຸດຈາກຄົນທີ່ພວກເຂົາບໍລິຫານອອກມາໄດ້. ອ່ານເພີ່ມ
ສ້າງທຸລະກິດ
ສຳລັບຄົນທີ່ກຳລັງເຮັດວຽກ ເປັນພະນັກງານ ບໍລິສັດ ຫຼື ອົງການ, ຫາກເມື່ອໃດທ່ານມີແຮງບັນດານໃຈ ໃນການສ້າງທຸລະກິດຕົນເອງ ຕ້ອງໄດ້ຄົ້ນຄິດໃຫ້ຄັກໆ. ອ່ານເພີ່ມ
ເລືອກສິ່ງສຳຄັນ
ເປັນ​ຫ​ຍັງ​ການ​ເລືອກ​ຈຶ່ງ​ເປັນ​ເລື່ອງ​ສຳ​ຄັນ. ສຳລັບຊີວິດທ່ານ, ຈຳເປັນຕ້ອງໄດ້ຄັດສັນສິ່ງທີ່ທ່ານຕ້ອງການ ຫຼື ເດີນຕາມ ທາງທີ່ຈະພາໃຫ້ຕົນເອງໄປສູ່ເປົ້າໝາຍ. ຄົນ​ຈະ​ເຄົາ​ລົບ​ໃນ​ຄວາມ​ເປັນ​ທ່ານ​ຫລາຍ​ຂຶ້ນ​ບໍ່​ວ່າ​ເຂົາ​ຈະ​ເຫັນ​ດີ​ກັບ​ທ່ານ​ຫລື​ບໍ່​ເຫັນ​ກໍ​ຕາມ. ຄົນ​ມັກ​ຊື່ນ​ຊົມ​ຄົນ​ທີ່​ມີ​ຄວາມ​ເຫັນ​ຫລາຍ​ກວ່າ​ຄົນ​ທີ່​ບໍ່​ມີ​ຄວາມ​ເຫັນ​ຫ​ຍັງ​ເລີຍ. ​ເຊັ່ນ: ຄົນ​ທີ່​ຕອບ​ວ່າ ແລ້ວ​ແຕ່​ທ່ານ ກິ​ນ​ຫ​ຍັງ​ກະ​ໄດ້ ເຮັດ​ຫ​ຍັງ​ກະ​ໄດ້. ອ່ານເພີ່ມ
ຊ່ວຍສ້າງຜົນງານ
ປະໂຫຍດຂອງການມອບໝາຍວຽກ ການມອບໝາຍວຽກມີປະໂຫຍດ ແລະ ຂໍ້ດີຫຼາຍຢ່າງ. ການມອບໝາຍວຽກໃຫ້ກັບບຸກຄະລາກອນໃນອົງການ, ຈະເຮັດໃຫ້ເຮົາສາມາດຂະຫຍາຍຂອບເຂດວຽກຈາກສິ່ງທີ່ເຮົາສາມາດເຮັດໄດ້ ໄປເປັນວຽກທີ່ເຮົາສາມາດຄວບຄຸມ ຫຼື ບໍລິຫານຈັດການໄດ້. ອ່ານເພີ່ມ
Copy Protected by Chetan's WP-Copyprotect.