Norkhame
ເຈົ້ານາຍທີ່ບໍ່ມີໃຜລືມໄດ້
ນາຍຫຼາຍຄົນຜ່ານມາແລ້ວຢາກໃຫ້ໄປໄວໆ, ບາງຄົນຜ່ານມາບໍ່ຢາກໃຫ້ຈາກ ແຕ່ເວລາຈາກແລ້ວບໍ່ມີໃຜເລີ່ມ ຄຸນງານຄວາມດີ. ນີ້ຄືບາງຄຸນລັກສະນະຂອງເຈົ້ານາຍທີ່ຫຼາຍຄົນບໍ່ມີວັນລືມຄວາມດີ.  ຂ້າພະເຈົ້າຈື່ໄດ້ນາຍທຸກໆຄົນ. ບາງຄົນນິດໃສດີໜ້ອຍ ແລະ ບາງຄົນນິດໃສດີຫຼາຍ. ແຕ່ມີຄົນໆດຽວເຊິ່ງອາດຈະ ເວົ້າໄດ້ວ່າເປັນເຈົ້ານາຍທີ່ດີທີ່ສຸດ, ແລະ ໜ້າຈົດຈຳທີ່ສຸດ. ອ່ານເພີ່ມ
ຫຼັກການພື້ນຖານ ສ້າງຍີ່ຫໍ້ສິນຄ້າ
ຍີ່ຫໍ້ຈະຕ້ອງໄດ້ຮັບການເບິ່ງແຍງຕະຫຼອດ. ຕ້ອງໃຊ້ເວລາ, ແນວຄວາມຄິດ ແລະ ຄວາມສະໜໍ່າສະເໜີ ເຂົ້າໃນການ ສ້າງຍີ່ຫໍ້. ແຕ່ວ່າກໍ່ບໍ່ຈຳ ເປັນຈະຕ້ອງໄດ້ໃຊ້ເງິນເປັນຈຳນວນຫຼວງຫຼາຍ. ສິ່ງສຳຄັນຄື  ຈິດມຸ້ງໜັ້ນຂອງຜູ້ປະກອບການທີ່ຕ້ອງໄດ້ມີທັງລະບຽບ ແລະ ແຮງບັນດານໃຈ. ອ່ານເພີ່ມ
ນ້ອຍ ຫຼື ໃຫຍ່ ຄວນສ້າງຍີ່ຫໍ້
ເມື່ອຖາມເບິ່ງຫຼາຍໆຫົວໜ່ວຍທຸລະກິດຂະໜາດນ້ອຍກ່ຽວກັບການສ້າງຍີ່ຫໍ້, ພວກເພີ່ນມັກຄິດວ່າ ຍີ່ຫໍ້ເປັນ ສິ່ງທີ່ຫົວໜ່ວຍທຸລະກິດຂະ ໜາດໃຫຍ່ສາມາດເຮັດໄດ້. ອ່ານເພີ່ມ
ຜົນປະໂຫຍດທີ່ຈະໄດ້ ຈາກການສ້າງຍີ່ຫໍ້
ຜູ້ປະກອບການຫຼາຍຄົນ ຄວນໃຫ້ຄວາມສົນໃຈ ກັບການສ້າງຍີ່ຫໍ້ຫຼາຍຂື້ນ. ມາເບິ່ງນຳກັນວ່າ ການສ້າງຍີ່ຫໍ້ ຈະໄດ້ຮັບ ຜົນປະໂຫຍດຫຍັງ ແດ່ທາງດ້ານທຸລະກິດ. ອ່ານເພີ່ມ
ສ້າງແຜນ ກ້າວສູ່ຄວາມສຳເລັດ
ຫຼາຍຄົນກາຍເປັນນັກຝັນກາງວັນ ເນື່ອງຈາກວ່າຕ້ອງການໄດ້ສິ່ງທີ່ໃຝຝັນ ແຕ່ການປະຕິບັດພັດບໍ່ສະໜອງ ກັບສິ່ງທີ່ ມຸ້ງຫວັງ. ອາດເປັນຍ້ອນວ່າພວກເພີ່ນ ບໍ່ຢາກຜິດຫວັງ ກໍ່ເລີຍເຮັດແຕ່ສິ່ງທີ່ທຳມະດາໆ ເຊິ່ງມັນເຮັດ ໃຫ້ບໍ່ສາມາດ ເດີນຫາສິ່ງທີ່ຕ້ອງການ. ອ່ານເພີ່ມ
ສ້າງຕົນເອງໃຫ້ກາຍເປັນ ຜູ້ນຳທີ່ດີເລີດ
ການກະທຳທີ່ຊ່ວຍໃຫ້ທ່ານພັດທະນາຕົນເອງກາຍເປັນຜູ້ນຳທີ່ດີເລີດ ໃນຂະນະທີ່ຫຼາຍໆຄົນໄດ້ເວົ້າວ່າ ຄຸນລັກສະນະຂອງການເປັນຜູ້ນຳເປັນ ລັກສະນະພິເສດສະເພາະຕົວມີມາແຕ່ເກີດ. ແຕ່ໃນຄວາມເປັນຈິງແລ້ວ ຜູ້ນຳຫຼາຍໆຄົນ ໄດ້ພັດທະນາຕົນເອງເປັນ ເວລາ ຫຼາຍສິບປີ ແລະ ຜ່ານປະສົບການ ຫຼາຍໆຢ່າງ ບໍ່ແມ່ນແຕ່ວ່າຖືກສ້າງມາຕັ້ງແຕ່ເກີດ. ແນ່ນອນ ສະພາບຂອງຄອບຄົວ ອາດມີອິດທິພົນໃນການ ພັດທະ ນາການນຳ ເຊັ່ນ ຄອບຄົວທີ່ມີພໍ່ແມ່ ແລະ ສັງຄົມ ອ້ອມຮອບໄປດ້ວຍ ສະພາບແວດລ້ອມການນຳ, ພຶດຕິກຳຂອງຄົນ ແລະ ແນວຄວາມຄິດ ຈະພັກດັນໃຫ້ພວກເພີ່ນພັດທະນາທັກສະມາຕັ້ງແຕ່ເກີດ. ແຕ່ບໍ່ວ່າຈະເກີດ ໃນສະຖານທີ່ໃດ ການ ເຂົ້າຫາແຫຼ່ງຄວາມຮູ້ ແລະ ຮັບຝັງສິ່ງດີໆ ເພື່ອເປັນບ່ອນອີງໃນການຮຽນຮູ້ ຈະເຮັດໃຫ້ຄົນໃນ ທີ່ສຸດສາມາດ ພັດທະນາຕົນເອງໄດ້. ອ່ານເພີ່ມ
ຍິງ ຫຼື ຊາຍ ໃຜສ້າງທີມງານໄດ້ດີກ່ວາກັນ?
ເປັນຫຍັງແມ່ຍິງ ອາດສ້າງພະນັກງານໃຫ້ກາຍເປັນ ຜູ້ນຳໄດ້ດີກ່ວາຜູ້ຊາຍ ອີງຕາມຜົນການສຳຫຼວດຂອງ ອົງການ Gallup ໃນປະເທດອາເມລິກາ ໄດ້ແຈ້ງໃຫ້ຮູ້ວ່າ: ພະນັກງານທີ່ມີຫົວໜ້າ ເປັນແມ່ຍິງຈະຕິດພັນກັບການເຮັດວຽກ ຫຼາຍກວ່າພະນັກງານທີມີຫົວໜ້າ ເປັນຜູ້ຊາຍ. ຜົນການສຳຫຼວດນີ້ສາມາດ ຕີລາຄາໄດ້ບໍ່ວ່າ: ຜູ້ຍິງສ້າງຄົນໃຫ້ກາຍເປັນຜູ້ຈັດການ ໄດ້ດີ ກວ່າຜູ້ຊາຍ? ມັນອາດເປັນໄດ້. ຜົນການວິໄຈມັນໄດ້ເປີດ ເຜີຍສາເຫດ ແລະ ສິ່ງທີ່ທ່ານສາມາດພັດ ທະນາຄວາມສາມາດໃນການບໍລິຫານງານທີ່ດີຂື້ນ ແມ່ນບໍ່ມີຫຍັງກ່ຽວ ຂ້ອງກັບຄວາມເປັນຍິງ ຫຼື ຊາຍບໍ່. ອ່ານເພີ່ມ
ຄຸນລັກສະນະ ຜູ້ນຳທີ່ດີເລີດ
ມີຄວາມຄິດທີ່ດີ ແລະ ສ້າງທີມເພື່ອມາຮ່ວມຈັດຕັ້ງປະຕິບັດແນວຄວາມຄິດໃຫ້ເປັນຈິງ ເປັນບາດກ້າວທຳອິດ ໃນການ ສ້າງທຸລະກິດໃຫ້ປະສົບຜົນສຳເລັດ.​ ເຖິ່ງວ່າການຄົ້ນຫາແນວຄວາມຄິດໄໝ່ໆ ຈະເປັນສິ່ງທີ່ບໍ່ ເກີດຂື້ນມາໄດ້ງ່າຍໆ. ຄວາມສາມາດ ເຮັດໃນສິ່ງທີ່ຕົນເອງນຶກຝັນກາຍເປັນຄວາມຈິງ ມັນເປັນລັກສະນະ ອັນພົ້ນເດັນຂອງທຸກໆຜູ້ປະກອບ ການ ເຊິ່ງພວກເພີນຈະບໍ່ນັ່ງນອນຝັນຢ່າງດຽວ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.