Norkhame
ປະກົດກາຍ ປະກົດກາຍ
ໃນທ່າມກາງຊ່າວລືວ່າ ທ່ານ ຄີມ, ປະທານປະເທດເກົາຫຼີເໜືອ ເສຍຊີວິດ, ລາວໄດ້ປະກົດກາຍເປັນຄັ້ງທຳອິດໃນອາທິດ. ລາຍງານສື່ມວນຊົນຂອງລັດ  ໄດ້ເຂົ້າຮ່ວມການກໍ່ສ້າງໂຮງງານປຸຍ ຫຼັງຈາກມີການຄາດເດົາຫຼາຍອາທິດກ່ຽວກັບສຸຂະພາບຂອງລາວ. ຜູ້ນຳເກົາຫຼີເໜືອ ໄດ້ທຳການປະກົດກາຍເປັນຄັ້ງທຳອິດໃນຮອບ 20 ວັນ. ສື່ມວນຊົນຂອງເກົາຫຼີເໜືອ ລາຍງານໃນຕອນເຊົ້າຂອງວັນເສົາວານນີ້. ພາບຂ່າວໄດ້ຢຸດຕິຂ່າວລືທີ່ເຮັດໃຫ້ເກີດການຄາດເດົາກ່ຽວກັບສຸຂະພາບຂອງລາວ. ສຳນັກຂ່າວສູນກາງເກົາຫຼີ ລາຍງານວ່າທ່ານຄິມ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງໂຮງງານປຸຍຊີວະພາບຢູ່ເມືອງ ຊູນຈອນ ໃກ້ກັບນະຄອນຫຼວງພຽງຢາງ, ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຄົນອື່ນໆ. ໃນນັ້ນມີນ້ອງສາວຂອງລາວນຳ. ສື່ມ່ວນຊົນ... ປະກົດກາຍ

ໃນທ່າມກາງຊ່າວລືວ່າ ທ່ານ ຄີມ, ປະທານປະເທດເກົາຫຼີເໜືອ ເສຍຊີວິດ, ລາວໄດ້ປະກົດກາຍເປັນຄັ້ງທຳອິດໃນອາທິດ. ລາຍງານສື່ມວນຊົນຂອງລັດ  ໄດ້ເຂົ້າຮ່ວມການກໍ່ສ້າງໂຮງງານປຸຍ ຫຼັງຈາກມີການຄາດເດົາຫຼາຍອາທິດກ່ຽວກັບສຸຂະພາບຂອງລາວ.

ຜູ້ນຳເກົາຫຼີເໜືອ ໄດ້ທຳການປະກົດກາຍເປັນຄັ້ງທຳອິດໃນຮອບ 20 ວັນ. ສື່ມວນຊົນຂອງເກົາຫຼີເໜືອ ລາຍງານໃນຕອນເຊົ້າຂອງວັນເສົາວານນີ້. ພາບຂ່າວໄດ້ຢຸດຕິຂ່າວລືທີ່ເຮັດໃຫ້ເກີດການຄາດເດົາກ່ຽວກັບສຸຂະພາບຂອງລາວ. ສຳນັກຂ່າວສູນກາງເກົາຫຼີ ລາຍງານວ່າທ່ານຄິມ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງໂຮງງານປຸຍຊີວະພາບຢູ່ເມືອງ ຊູນຈອນ ໃກ້ກັບນະຄອນຫຼວງພຽງຢາງ, ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຄົນອື່ນໆ. ໃນນັ້ນມີນ້ອງສາວຂອງລາວນຳ.

ສື່ມ່ວນຊົນ ກ່າວວ່າ  ທ່ານ ຄີມ ໄດ້ ຕັດໂບຢູ່ໃນພິທີດັ່ງກ່າວໃນວັນສຸກ ແລະ ຜູ້ທີ່ເຂົ້າຮ່ວມເຫດການດັ່ງກ່າວໄດ້ “ຮ້ອງໄຫ້ສຽງຮ້ອງດັງໆ ສະແດງຄວາມດີໃຈທີ່ເຫັນຜູ້ນຳ ສູງສຸດທີ່ ກຳລັງພົບປະກັບປະຊາຊົນເກົາຫຼີເໜືອ. ທ່ານ ຄີມ ເຫັນໃນຮູບຖ່າຍທີ່ຍິ້ມແຍ້ມແຈ່ມໃສ ແລະ ລົມກັບຜູ້ຊ່ວຍໃນພິທີຕັດຜ້າເປີດພິທີ ແລະ ຍັງໄປທ່ຽວຢູ່ໃນໂຮງງານອີກດ້ວຍ. ຄວາມຈິງຂອງຮູບທີ່ຖືກເຜີຍແຜ່ໃນເວບໄຊທ໌ຂອງໜັງສືພິມ ຢ່າງເປັນທາງການ.

ຂ່າວລືກ່ຽວກັບສຸຂະພາບຂອງຜູ້ນຳເກົາຫຼີເໜືອ ມີຄວາມບໍ່ແນ່ນອນ, ຫຼັງຈາກທີ່ທ່ານໄດ້ພາດງານສະເຫຼີມສະຫຼອງວັນເກີດ ໃນວັນທີ 15 ເດືອນເມສາ ສຳລັບວັນເກີດ ພໍ່ຕູ້ ຄິມ ອີວຊັງ, ເຊິ່ງເປັນວັນພັກຜ່ອນທີ່ສຳຄັນທີ່ສຸດຂອງປະເທດ, ເປັນເທື່ອທຳອິດນັບຕັ້ງແຕ່ທ່ານຂຶ້ນກຳອຳນາດໃນປີ 2011.

ໂດຍບໍ່ເຜີຍແຜ່ຮູບພາບ, ສື່ມວນຊົນຂອງລັດລາຍງານວ່າທ່ານ ຄິມ ກຳລັງປະຕິບັດກິດຈະກຳທີ່ປົກກະຕິຢູ່ນອກສາຍຕາສາທາລະນະ, ເຊັ່ນ: ສົ່ງຄຳອວຍພອນເຖິງຜູ້ນຳ ຂອງປະເທດຊີເຣຍ, ກູບາ ແລະ ອາຟຣິກາໃຕ້ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານທີ່ສ້າງສະຖານທີ່ທ່ອງທ່ຽວໃນເມືອງແຄມຝັ່ງທະເລ ວູຊັນ ບ່ອນທີ່ບາງຄົນຄາດເດົາວ່າລາວພັກເຊົາ.

ການປະກົດຕົວຂອງທ່ານຄິມຄັ້ງນີ້, ບໍ່ມີອາການຜິດປົກກະຕິ. ການບໍ່ປະກົດກາຍ, ກໍ່ໃຫ້ເກີດການຄາດເດົາຫຼາຍເທື່ອວ່າ ທ່ານຄິມ ຜູ້ມີມີອາຍຸ 36 ປີ, ກຳລັງມີສຸຂະພາບບໍ່ດີຫຼັງຈາກໄດ້ຮັບການຜ່າຕັດ. ຫ້ອງການຂອງປະທານາທິບໍດີເກົາຫຼີໃຕ້ ກ່າວວ່າ ບໍ່ພົບສັນຍານທີ່ຜິດປົກກະຕິໃດໆໃນເກົາຫຼີເໜືອ ຫຼື ການລາຍງານເຈັບສຸກເສີນໃດໆຈາກທາງການຂອງເກົາຫຼີເໜືອ.  ເຊື່ອວ່າ ທ່ານ ຄິມ ຍັງຄົງຄຸ້ມຄອງວຽກງານຂອງລັດແຕ່ຢູ່ໃນສະຖານທີ່ທີ່ບໍ່ໄດ້ລະບຸວ່າຢູ່ນອກພຽງຢາງ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າແມ່ນຫຍັງເປັນສາເຫດໃດ ທີ່ເຮັດໃຫ້ທ່ານຄິມຂາດການອອກສູ່ສາທາລະນະຊົນ ໃນອາທິດທີ່ຜ່ານມາ. ໃນປີ 2014, ທ່ານ ຄິມ ໄດ້ຫາຍໄປຈາກສາຍຕາຂອງປະຊາຊົນເປັນເວລາເກືອບ 6 ອາທິດ ແລະ ຫຼັງຈາກນັ້ນກໍ່ກັບມາດ້ວຍສຸກກະພາບແຂງແຮງ.

ການໄປປະກົດຕົວຂອງທ່ານໄດ້ສະແດງໃຫ້ເຫັນວ່າຂໍ້ມູນ ກ່ຽວກັບສະຫວັດດີພາບ ແລະ ຂ່າວລືກ່ຽວກັບລາວ ຈຳເປັນຕ້ອງໄດ້ຮັບການເປີດເຜີຍດ້ວຍຄວາມຈິງ. ແຕ່ຂ່າວລືດັ່ງກ່າວໄດ້ຮັບຄວາມສົນໃຈ ແລະ ມີການຕັ້ງຄຳຖາມວ່າ ໃຜຈະເປັນຄົນຕໍ່ໄປໃນການສືບທອດຂອງເກົາຫຼີເໜືອ. ຂໍ້ສົງໃສດັ່ງກ່າວ ຖືກຢຸດສະງັກຫຼັງການປະກົດຕົວຂອງລາວໃນວັນກ່ອນໜ້ານີ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.