Norkhame
ເຂົ້າໃຈຜູ້ດື່ມກາເຟ
ກາ​ເຟມີ​ຄວາມ​ສຳຄັນ​ຫຼາຍກັບ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ແລະ ​ເສດຖະກິດ​ຂອງ​ຊາດ. ປະມານ 300,000 ຄົນ​ມີ​ລາຍ​ຮັບ​ທາງ​ກົງ ​ແລະ ທາງ​ອ້ອມ ຈາກ​ອາຊີບ​ກາ​ເຟ. ຄາດວ່າມີປະມານ 20,000 ຄອບຄົວຜະລິດກາເຟເປັນລາຍຮັບ. ​ ອ່ານເພີ່ມ
ເຂົ້າໃຈຕະຫຼາດກາເຟ
ຕະຫຼາດກາ​ເຟຍີ່ປຸ່ນ​ມີ​ຄວາມ​ຕ້ອງການ​ກາ​ເຟຫຼາກຫຼາຍຄຸນ​ນະພາ​ບ. ຄາດວ່າ​ໃນ​ອີກ 10-20ປີ​ຂ້າງໜ້າ, ປະລິ​ມານ​ຄວາມ​ຕ້ອງການ​ກາ​ເຟຄຸນນະພາບສູງຈະ​​ເພີ່ມ​ຂື້ນ. ອ່ານເພີ່ມ
ວັດແທກຄຸນນະພາບກາເຟ
ແມ່ນ​ຫຍັງ​ເປັນ​ຕົວ​ຊີ້ວັດ​ຄຸນ​ນະພາ​ບກາ​ເຟ? ​ເພື່ອ​​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ​ໄດ້​ດື່ມ​ກາ​ເຟຕາມ​ລາຄາ​ທີ່​ຕົນ​ເອງ​ພໍ​ໃຈ​ຈ່າຍ, ຈິ່ງ​ມີ​ອົງການ​ກວດ​ສອບ​ຄຸນ​ນະພາ​ບກາ​ເຟ ເພື່ອຊ່ວຍຢັ້ງຢືນຄຸນ​ນະພາ​ບກາ​ເຟ ແລະ ປ້ອງກັນບໍ່ໃຫ້ຜູ້ຜະລິດເອົາປຽບຜູ້ບໍລິໂພກ. ​​ ອ່ານເພີ່ມ
ຜູ້ຢັ້ງຢືນວ່າດີ?
ຍີ່ປຸ່ນນອນ​ໃນ​ບັນດາ​ປະ​ເທດ​ພັດທະນາ, ລາຍ​ຮັບ​ສູງ ​ແລະ ຄົນ​ມີ​ການ​ສຶກສາ. ການ​ບໍລິ​ໂພ​ກຂອງ​ກຸ່ມ​ຄົນ​ດັ່ງກ່າວ ຄຳນຶງ​ເຖິງ​ຄວາມ​ປອດ​ໄພ​ຂອງ​ອາຫານ ​ແລະ ​ເຄື່ອງ​ດື່ມ​ຫຼາຍ. ​ໂດຍ​ສະ​ເລ່ຍຄົນ​ຍີ່ປຸ່ນ​ເປັນ​ປະ​ເທດ​ທີ່​ມີ​ອາຍຸ​ຍືນ​ທີ່​ສຸດ​ໃນ​ໂລກ. ສະແດງວ່າ: ເຂົາເຈົ້າເລືອກດື່ມສິ່ງທີ່ປອດໄພ.  ອ່ານເພີ່ມ
ໂຄສະນາຄຸນຄ່າແກ່ກາເຟ
ການ​ຜະລິດ​ທີ່​ຕິດ​ພັນ​ກັບ​ຄຸນ​ນະພາ​ບ​​ແລະ​ຄວາມ​ຕ້ອງການ​ຂອງ​ຄົນ​ຍີ່​ປຸ່ນ​ ​ເປັນ​ບາດກ້າວ​ໃນ​ການ​ສ້າງ​ຄວາມ​ໜ້າ​ເຊື່ອ​ຖື​ແກ່​ກາ​ເຟຂອງ​ທ່ານ. ການ​ຕະຫຼາດ, ​ເປັນ​ອີກໜຶ່ງຫົນທາງ​ໃນ​ການ​ສ້າງ​ໃຫ້ກາ​ເຟຂອງ​ທ່ານ​ມີ​ຄວາມໜ້າ​ເຊື່ອ​ຖື, ​ເຮັດ​ໃຫ້​ມະຫາຊົນ​ໄດ້​ຮັບ​ຊາບ​ຄຸນ​ລັກສະນະສະ​ເພາະທີ່​ກາ​ເຟຂອງ​ທ່ານ​ຈະ​ສະໜອງ​ໃນ​ຕະຫຼາດ ​ແລະ ສ້າງ​​ໃຫ້​ຄົນ​ມີ​ຄວາມ​ນິຍົມ​ຊົມ​ຊອບ​. ອ່ານເພີ່ມ
ເຂົ້າຫາລູກຄ້າເປົ້າໝາຍ
ຕະຫຼາດກາ​ເຟຍີ່ປຸ່ນມີຫຼາຍລະດັບ. ສຳ​ລັບ​ກາ​ເຟຄຸນ​ນະພາ​ບດີ, ລາຄາ​ກາ​ເຟກໍ່ສູງ ​ແຕ່​ຂະໜາດຕະຫຼາດມີ​ຈຳກັດ. ຜູ້​ຜະລິດ​ຕ້ອງ​​ເນັ້ນ​ໃສ່​ຄວາມ​ສາມາດ​ຂອງ​ຕົນ​ເອງ​ໃນ​ການ​ພັດທະນາ​ກາ​ເຟຄຸນ​ນະພາບ​ໃຫ້​ແທດ​ເໜາະກັບ​ຕະຫຼາດ. ບໍ່ວ່າຈະເປັນກາເຟໃນລະດັບໃດ, ຄວາມປອດໄພຂອງກາເຟ​ເປັນ​ຂໍ້​ບັງຄັບ​ເບື້ອງຕົ້ນທີ່​ຕ້ອງ​ປະຕິບັດ. ອ່ານເພີ່ມ
ຄວາມຍືນຍົງຂອງກາເຟ
ປະ​ເທດ​ຜະລິດ​ກາ​ເຟມີ​ຄວາມ​ສຳຄັນ​ໃນ​ບັນດາ​ປະ​ເທດ​ນຊົມ​ໃຊ້. ​ເພາະ​ບັນດາ​ປະ​ເທດ​ເຫຼົ່ານັ້ນ ກໍ່​ໄດ້​ລົງທຶນ​ໃສ່​ເຄື່ອງ​ຈັກ ​ເພື່ອ​ປຸງ​ແຕ່ງ ​ແລະ ມີ​ການ​ຈ້າງ​ງານ​ເປັນ​ຈຳນວນ​ຫຼວງຫຼາຍ ​ໃນ​ຂະ​ແໜງອຸດສາຫະກຳ​ກາ​ເຟຕົນ​ເອງ. ອ່ານເພີ່ມ
ກາເຟປະເທດ ໂຄລົມເບຽ
ກາ​ເຟ​ມີ​​ເປັນໜຶ່ງສິນຄ້າ​ຍຸດ​ທະ​ສາດ​ຂອງ​ປະ​ເທດ ​ໂຄ​ລົມ​ເບຽ. ​ເຖິງ​ປະຈຸ​ບັນ, ກາ​ເຟບໍ່​ແມ່ນ​ສິນຄ້າ​ສ​້າງລາຍ​ຮັບ​ຫຼັກ​ໃຫ້​ແກ່​ປະ​ເທດ, ​ແຕ່​ມີ​ປະຊາຊົນ​ເປັນ​ຈຳນວນ​ຫຼວງຫຼາຍ ຕາມ​ເຂດ​ພູ​ສູງ, ຫ່າງ​ໄກ​ຊອກ​ຫຼີກ ທີ່​ເຮັດ​ການ​ຜະລິດ​ກາ​ເຟ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.