ຄວາມສໍາເລັດຄືຄວາມລົ້ມແຫຼວທີ່ຍັງບໍ່ປະກົດ. ມັນບໍ່ມີເຫດຜົນພໍຈະເຮັດໃຫ້ເຮົາເປັນທຸກ. ກົງກັນຂ້າມ, ມັນແມ່ນ ກົນໃກການເຮັດວຽກ ປະກອບກັບ ທັກສະອື່ນໆໃນການ ເຮັດວຽກ. ເມືອເຮັດວຽກແລ້ວ ຖ້າອອກມາດີເຮົາບໍພຽງແຕ່ດີໃຈທີ່ວຽກແລ້ວເທົ່ານັ້ນ ຫາກຍັງອົດບໍ່ໄດ້ທີ່ຈະພູມໃຈໃນຜົນງານ. ເຫັນວ່າວຽກນັ້ນສຸດຍອດແລ້ວ ຫຼື ພູມໃຈ ໃນຄວາມເກັ່ງກາດຂອງຕົນເອງ.
Category Archives: ຄວາມສຸກ
ຫົນທາງພົບສຸກ
ການເຄື່ອນໄຫວສູ່ຄວາມເຂົ້າໃຈຕ້ອງເລີ່ມຈາກການເຂົ້າໃຈພາຍໃນຕົນເອງ. ການຕາຍໃຈກັບສິ່ງທີ່ຄິດວ່າສາມາດ ຄຸມ ສະຖານະການທີ່ເຄີຍເຝົ້າເບິ່ງ ກາຍເປັນຄວາມນິ້ງເສີຍ ແລະ ປ່ອຍປະລະເລີຍຈາກສິ່ງທີ່ເຄີຍຄິດວ່າ ບໍ່ຫນ້າຈະເຮັດໃຫ້ຊີວິດປ່ຽນໄປ ກໍ່ຕ້ອງກັບມາເສຍໃຈ. ເພາະເຮົາປະມາດເອງ.
ຖິ້ມຂີ້ເຫຍືອໃຈ
ເມື່ອຄວາມໃຈເຢັນເຂົ້າໄປແຊກຊ້ອນໃນຈິດໃຈໄດ້ແລ້ວ, ຄວາມຮູ້ສຶກທີ່ເກີດຂຶ້ນກໍ່ພ້ອມ ທີ່ຈະເອື້ອເຟື້ອຕໍ່ທຸກຊີວິດຜ່ານເຂົ້າມາໃນຊີວິດ. ເຮົາກໍ່ຈະໄດ້ສຳພັດຊື່ອມໂຍງຄວາມຮູ້ສຶກຕ່າງໆຢ່າງເປັນມິດ ແລະ ພ້ອມຈະເຊີນຊວນສິ່ງຊົ່ວຮ້າຍທີ່ມີໃຫ້ກາຍເປັນສິ່ງທີ່ດີ, ມີມິດຕະພາບມອບໃຫ້ແທນ ເຮັດໃຫ້ສິ່ງດີໄດ້ມີໂອກາດເຕີບໂຕດ້ວຍຄວາມເອື້ອອາທອນຕໍ່ກັນ.
ທຸກວັນເປັນວັນສຸກ
ສິ່ງຫນຶ່ງທີ່ຄົນເຮົາຄວນເຝົ້າຖາມມາຕະຫລອດ ຕັ້ງແຕ່ເລີ່ມຈື່ຄວາມໄດ້ໃນຊີວິດຂອງແຕ່ລະຄົນນັ້ນກໍຄື ຄວາມສຸກແລະຄວາມສຳເລັດ. ແຕ່ຖ້າຖາມເຖິງຊີວິດທີ່ໃຊ້ໃນແຕ່ລະວັນເຮົາສົມຫວັງໄດ້ຄົບສົມບູນໃນທຸກໆເລື່ອງຫລືບໍ່?
ຈາກເພື່ອນສູ່ເພື່ອນ
ມັກໄດ້ຍິນຫຼາຍຄົນວ່າ “ເງິນຊື້ຄວາມສຸກບໍ່ໄດ້ ຫຼື ເງິນບໍ່ໄດ້ເຮັດໃຫ້ເປັນສຸກ”. ແຕ່ກໍ່ປະກົດເຫັນຄົນທຸກຍາກທີ່ຫາຂໍທານກິນວັນໆເພື່ອລ້ຽງຊີບ ແລະ ຄົນອີກຫຼາຍໆຄົນຕ້ອງຕິດໜີ້ເພື່ອຊື້ວັດຖຸ.
ມີສິ່ງດີຢາກບອກ
ເຮົາຮູ້ສຶກດີສະເໜີເວລາມີຄົນມາເອົາໃຈໃສ່, ໃຫ້ກຳລັງໃຈໃນເວລາເຮົາຜິດຫວັງ, ຍິນຄຳເວົ້າດີໆຈາກຄົນທີ່ເຮົາຮັກ ແລະ ນັບຖື ຫຼື ການເອົາໃຈໃສ່ຂອງຄົນອ້ອມຂ້າງ.
ເຂົ້າໃຈຄວາມເປັນຄົນ
“ຄົນສະຫຼາດມັກຄິດ ແຕ່ຄົນຢາກເປັນສຸກຕ້ອງຮູ້ຈັກຄິດຫາແນວຄິດເປັນສຸກ”.
ສິ່ງທີ່ທ່ານຈະໄດ້
ຄົນຈະມີຄວາມສຸກຫຼາຍ ໃນເວລາບັນລຸໜ້າທີ່ວຽກງານ ແລະ ໄດ້ສິ່ງຂອງທີ່ຕ້ອງການ. ໃນງານແຕ່ງດອງ ໜ້າຈະເປັນວັນທີ່ມີຄວາມສຸກທີ່ສຸດຂອງຄູ່ບ່າວສາວ.
ຄົນຈະມີປັນຫາ
ເມື່ອຄົນເຮົາດຳເນີນກິດຈະການ ຫຼື ເຮັດວຽກໃດໜຶ່ງ, ບັນຫາກໍ່ມັກຈະເກີດກັບທຸກໆສິ່ງທີ່ຄົນເຮົາກຳລັງດຳເນີນ. ຄູ່ບ່າວ ສາວກໍ່ຈະພົບຫຼາຍບັນຫາໃນການກະກຽມງານແຕ່ງດອງ. ນັກຮຽນຕ້ອງໄດ້ເຈັບຫົວກັບບົດເສັງ ຫຼື ບົດເຝິກຫັດ.
ຄົນມັກຄິດ
ຄວາມຄິດຢ້ານ, ກັງວົນ, ແລະ ການຈິນຕະນາການສິ່ງທີ່ຍັງບໍ່ທັນເກີດນັ້ນ ຈະມີໃນທຸກໆໄວຄົນ. ນັກຮຽນມັກຈະກັງວົນກັບການເສັງ. ພະນັກງານຢາກໄດ້ຕຳແໜ່ງ.