ອັນວ່າ “ຮັກ”

“ເມື່ອໃດມີຮັກ, ເຮົາຈະມັກເສຍການຄຸ້ມຄອງຈິດໃຈ, ເສຍການເປັນຕົນຕົນເອງ. ພາຍຫຼັງຮູ້ວ່າ ສິ່ງດັ່ງກ່າວເປັນ ຄວາມຫຼົງທາງກາຍຊົ່ວວູບ”

ມື້ນີ້ຄືທີ່ສຸດ

ປ່ອຍໃຫ້ເວລາທີ່ຜ່ານໄປ, ເປັນຂົວຕໍ່ໄປຫາຄວາມສຸກ ແລະ ຄວາມຝັນທີ່ຈະມີໃນອານາຄົດອັນໃກ້ໆນີ້. ລອງເບິ່ງຄວາມສຸກໃນ ມື້ນີ້ເບິ່ງ. ບາງທີ່ມັນເປັນວັນທີ່ທ່ານອາດບໍ່ເຄີຍເປັນສຸກໃນວັນວານໃດໆ ແລະ ອາດບໍ່ມີໃນອານາຄົດ.

ຍາມຍາກ

“ເມື່ອໃດຊີວິດຕົກໃນຍາມມືດມິດ, ນັ້ນເປັນການເຝິກໃຫ້ທ່ານຊອກຮຽນຮູ້ຫົນທາງອອກສູ່ແສງສະຫວ່າງ. ຈົ່ງຢ່າປະປ່ອຍການຮຽນຮູ້ນັ້ນ”

ສິ່ງຂອງມີຄ່າ

“ສິ່ງທີ່ມີຄ່າ ແລະ ສໍາຄັນ ແມ່ນມູນຄ່າທີ່ພວກເຮົາໄດ້ສ້າງຕັ້ງຂື້ນໃນຊ່ວງການມີຊີວິດຂອງພວກເຮົາ, ໂດຍບໍ່ບຽດບຽນຄວາມສຸກຄົນອື່ນ, ເຮັດໃຫ້ຊີວິດຄົນດີຂື້ນ, ມີຄວາມສຸກ ແລະ ສ້າງການເຕີບໃຫຍ່ຂະຫຍາຍຕົວຈາກການສ້າງສັນຂອງເຮົາ.”

ຄົນມັກຍ້ອງຍໍ

ການຍ້ອງຍໍຊົມເຊີຍເປັນສິ່ງທີ່ດີເລີດ. ມັນເປັນການສະແດງການຮັບຮອງສິ່ງທີ່ດີເລີດໃຫ້ຄົນອື່ນໄດ້ເຫັນສິ່ງດີໆ, ທີ່ຫຼາຍໆຄົນກໍ່ມີໄດ້ເຫັນ ຈາກການປາກົດຕົວຂື້ນໃນການກະທຳດີຂອງເຮົາ.

ຍອມເສຍເພື່ອສິ່ງໃໝ່

“ບໍ່ວ່າເລື່ອງວັນວານມັນຈະໜັກໜາປານໃດ, ມັນກໍ່ໄດ້ຜ່ານໄປແລ້ວ, ທ່ານສາມາດເລີ່ມຕົ້ນໃໝ່ໄດ້ສະເໜີ” ໝາຍວ່າ: ຫາກເຮົາຍອມສະຫຼະສິ່ງທີ່ມີມາໃນວັນວານໃຫ້ຈົມຫາຍໄປ, ເຮົາກໍ່ຈະໄດ້ມີປະສົບການກັບອັນໃໝ່.

Copy Protected by Chetan's WP-Copyprotect.