Norkhame
ພິທັກ ”ອ້າຍສັງສິນໄຊ” ພິທັກ ”ອ້າຍສັງສິນໄຊ”
ນິທານເລື່ອງ “ສັງສິນໄຊ” ອາດເວົ້າໄດ້ວ່າ ເປັນໜຶ່ງຄວາມສຸດຍອດວັນນະຄະດີຂອງລາວທີ່ເຄີຍມີມາ. ຄວາມຄິດສ້າງສັນດ້ານສິນລະປະນັບພັນປີນີ້ ອາດສູນຫາຍຫາກຄົນລາວເຮົາບໍ່ຮ່ວມກັນພິທັກຮັກສາ ແລະ ເສີມຂະຫຍາຍ. ຫຼາຍ ໆຄົນອາດຮູ້ຈັກຕົວລະຄອນດັງໆ ຂອງຕ່າງປະເທດ. ເຊັ່ນ: ຊຸບເປີ້ແມ້ນ – Superman, ມະນຸດເຈຍ – Batman ຫຼື ມະນຸດແມງມຸມ – Spider man.  ຈາກນິທານກະຕຸນ... ພິທັກ ”ອ້າຍສັງສິນໄຊ”

ນິທານເລື່ອງ “ສັງສິນໄຊ” ອາດເວົ້າໄດ້ວ່າ ເປັນໜຶ່ງຄວາມສຸດຍອດວັນນະຄະດີຂອງລາວທີ່ເຄີຍມີມາ. ຄວາມຄິດສ້າງສັນດ້ານສິນລະປະນັບພັນປີນີ້ ອາດສູນຫາຍຫາກຄົນລາວເຮົາບໍ່ຮ່ວມກັນພິທັກຮັກສາ ແລະ ເສີມຂະຫຍາຍ.

ຫຼາຍ ໆຄົນອາດຮູ້ຈັກຕົວລະຄອນດັງໆ ຂອງຕ່າງປະເທດ. ເຊັ່ນ: ຊຸບເປີ້ແມ້ນ – Superman, ມະນຸດເຈຍ – Batman ຫຼື ມະນຸດແມງມຸມ – Spider man.  ຈາກນິທານກະຕຸນ ທີ່ຂຽນຂື້ນ ກັບກາຍເປັນໜັງທີ່ສ້າງລາຍຮັບໃຫ້ແກ່ຜູ້ສ້າງ ເປັນຖະລົ່ມຖະລາຍ. ຈະເວົ້າໄປແລ້ວ, ເນື້ອເລື່ອງ ບູນຮານຂອງລາວເຮົານັ້ນ ກໍ່ມີຫຼາຍໆອັນທີ່ພິເສດ, ສ້າງສັນ ແລະ ສອນຈັນຍາບັນໃຫ້ແກ່ເດັກນ້ອຍ. ນິທານເປັນສິ່ງໜຶ່ງສ້າງຈິດສຳນຶກ ແລະ ປູກຈິດສຳນຶກດີໆໃຫ້ແກ່ເດັກນ້ອຍ. ຜູ້ໃຫຍ່ລຸ້ນກ່ອນ ຫຼື ທີ່ໂຮງຮຽນ ຈະມັກໃຊ້ນິທານເປັນການສ້າງໃຫ້ເດັກນ້ອຍມີຈິນຈະນາການ, ໃຊ້ເວລາໃຫ້ເປັນປະໂຫຍດ ແລະ ມີກິດຈະກຳການຄົ້ນຄິດບັນຫາພາຍໃນໂຮງຮຽນ.

ແຕ່ໜ້າເສຍດາຍ, ອາດຈະແມ່ນຍ້ອນທຶນສ້າງໜັງ ຫຼື ບັນຫາຫຼາຍໆດ້ານ ຈິ່ງເຮັດໃຫ້ການສະແດງຄວາມເປັນຕົວຕົນ ຂອງລະຄອນພື້ນບ້ານ ອອກສູ່ສາຍຕາສັງຄົມນັ້ນ ຍັງມີຈຳກັດຫຼາຍ. ການຈົດກາຍ, ບັນທຶກ ແລະ ບອກຕໍ່ ເປັນກິດຈະກຳຫຼັກເພື່ອສ້າງການສືບທອດ.

ໃນວັນເສົາ, ທີ 2 ເມສາ 2016 ນີ້, ທາງ ສະມາຄົມສົ່ງເສີມ ແລະ ອະນຸຮັກ ສີລະປະ ວັນນະຄະດີ ຈະ ໄດ້ມີການຈັດງານ ບຸນມະໂຫລານ “ສັງສິນໄຊ” ທີ່ ສູນກິລາບູໂດ (ຂ້າງໂຮງຮຽນ ເຈົ້າອານຸວົງ). ເຊິ່ງງານຈະເລີ່ມ ແຕ່ 8:00 ໂມງເຊົ້າ. ທີ່ງານຈະມີຫຼາຍໆກິດຈະກຳການສະແດງຂອງເດັກນ້ອຍ ທັງໝົດ 364 ຄົນ ທີ່ມີຈາກຫຼາຍໆຂົງເຂດຂອງປະເທດລາວ. ຈະມີກິດຈະກຳການ ອ່ານທຳມະສັນຈອນ, ອ່ານກາບກອນ, ແຕ້ມຮູບພາບ, ແລະ ງານສິນລະປະຕ່າງໆ. ສຳລັບທ່ານທີ່ເຂົ້າຮ່ວມນອກຈາກຈະໄດ້ເບິ່ງແລ້ວ ຍັງມີໂອກາດເຝິກແອບຕົວຈິງ. ທີ່ສຳຄັນເຮົາຈະເຫັນນຳກັນວ່າ ສິ່ງທີ່ມີມາແຕ່ສະໃໝບູຮານນັ້ນມີຄ່າ ແລະ ເປັນຕາປົກປັກຮັກສາ.

ຫົວຄິດຂອງບັນພະບູລຸດລາວນັ້ນ ມີຫຼາຍໆອັນຄົນລາວຍຸກໃໝ່ຈະຕ້ອງໄດ້ອອກແຮງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມຄິດສ້າງສັນໃຫ້ຄົງໄວ້ແກ່ຄົນລຸ້ນຫຼັງໆ. ນິທານ, ກາບກອນ ແລະ ບົດຝ້ອນຕ່າງໆເປັນສິ່ງ ໃຊ້ເວລາຄົ້ນຄິດ ແຕ່ການສູນຫາຍນັ້ນອາດໃຊ້ເວລາສັ້ນຫຼາຍ. ການປົກປັກຮັກສາອາດມີຫຼາຍຮູບແບບ ເຊັ່ນ: ອາດສ້າງເປັນໜັງ, ສ້າງການຂີດຂຽນ, ລະດົມການບອກເລົ່າ ແລະ ດັດປັບໃຫ້ທັນກັບຍຸກສະໃໝເພື່ອສ້າງໃຫ້ຄົນແຕ່ລະລຸ້ນມີຄວາມສົນໃຈ. ສິ່ງດັ່ງກ່າວນັ້ນເປັນຈຸດໜຶ່ງທີ່ທາງສະມາຄົມສົ່ງເສີມ ແລະ ອະນຸຮັກ ສີລະປະ ວັນນະຄະດີ ເຊິ່ງໄດ້ຮ່ວມກັບພາກລັດ, ພາກທຸລະກິດຈຳນວນໜຶ່ງ ແລະ ອົງການພັດທະນາ ແລະ ຮ່ວມມືຂອງປະເທດ ສະວິດເຊີແລ້ນ ໄດ້ຮ່ວມກັນຈັດງານນີ້ຂື້ນ ເພື່ອເຜີຍ ແຜ່ ແລະ ຫວັງວ່າຈະໄດ້ຮ່ວມກັບບັນດາທ່ານທີ່ງານໃນມື້ນັ້ນ ຊ່ວຍກັນສົ່ງເສີມຕໍ່ໆໄປ.

ເນື່ອງ ຈາກ ປະເທດລາວເຮົາກໍ່ມີຫຼາຍອັນຈຳກັດ, ແຕ່ເວລາເຫັນປະເທດອື່ນ ທີ່ມີການສ້າງໜັງ, ເພັງ ແລະ ບົດຂຽນ ທີ່ມີລັກສະນະສ້າງສັນແກ່ສັງຄົມແລ້ວ ກໍ່ອົດທີ່ຈະນ້ອຍໃຈບໍ່ໄດ້. ຫຼາຍໆທ່ານ ອາດຈະຮູ້ຈັກ ຕົວລະຄອນ ຊື່: ຊຸບເປີ້ແມ້ນ (Superman) ທີ່ມີການສ້າງມາຫຼາຍໆຕອນ. ຂ້າພະເຈົ້າກໍ່ບໍ່ຢາກວ່າເນື້ອເລື່ອງໃຜດີກວ່າກັນ ຫຼື ໃຜມີລິດເດດກວ່າກັນ ແຕ່ເມື່ອກັບຫວນເບິງ “ອ້າຍສິນໄຊ” ແລ້ວ ເຮົາຍິ່ງຈະເຫັນວ່າ ມີຫຼາຍອັນຕ້ອງໄດ້ຮ່ວມກັນຄິດວ່າຈະປົກປັກ ແລະ ເລົ່າຕໍ່ຄົນລຸ້ນຫຼັງແນວໃດດີ?

ຄັນຈະວ່າ ສັງສິນໄຊ ກໍ່ເປັນຄົນເກັ່ງ, ວິເສດ, ບິນໄດ້ ແລະ ມີຄວາມ ສາມາດຫຼາຍ ຄືກັບ ຕົວລະຄອນ ຊຸບເປີ້ແມ໊ນ (Superman) ເຊິ່ງເຂົາເຈົ້າພະຍາຍາມພິທັກ ແລະ ປົກປ້ອງສັງຄົມ. ແຕ່ວັນນະຄະດີເລື່ອງສັງສິນໄຊ ອາດສູນຫາຍຫາກຄົນລາວເຮົາບໍ່ສົນໃຈປົກປັກ. ຂ້າພະເຈົ້າຂໍເຊີນທ່ານມາເປັນ ຄົນເກັ່ງຄືກັບ ສັງສິນໄຊ ເພື່ອເສຍສະຫຼະ ແລະ ຮ່ວມກັນພິທັກ ບົດວັນນະຄະດີ ຂອງລາວຮ່ວມກັນ.

ບົດ ເພັງທີ່ເອົາອອກມາໃນມື້ນີ້ ກໍ່ແມ່ນ ເພັງປະກອບໜັງເລື່ອງ ຊຸບເປີ້ແມນ ເຊິ່ງຮ້ອງໂດຍວົງ: Five For Fighter. ເຊິ່ງເວົ້າເຖິງ ຕົວລະຄອນ ທີ່ມີການບຸກບືນໃນການສ້າງສັນຕິພາບ ແລະ ຮັກສາຄວາມສະຫງົບ. ໃນນີ້ກໍ່ໄດ້ເວົ້າວ່າ: ສຸດຍອດມະນຸດຄົນນີ້ (ຊູບເປີ້ແມນ – Superman) ກໍ່ເປັນຄົນທຳມະດາ ທີ່ພະຍາຍາມສານຝັນ. ລອງຫັນມາເບິ່ງວ່າ: ຫາກຄົນລາວທັງໝົດພ້ອມກັນເປັນ ສຸດຍອດມະນຸດ ໂດຍການພະຍາຍາມ ບຸກບືນແລ້ວ ວັດຖະນະທຳ ຂອງລາວຈະຍືນຍົງ ແລະ ເປັນທີ່ຮູ້ຈັກຂອງຄົນໃນທົ່ວໂລກຫຼາຍກວ່ານີ້.

ມະນຸດຜູ້ສຸດຍອດທ່ານຢາກເຫັນ “ສັງສິນໄຊ” ສ້າງເປັນໜັງ ຄືກັບ “ຊຸບເປີແມ້ນ – Superman”ບໍ່? ທີ່ງານນີ້ຈະມີການສະແດງຫຼາຍຢ່າງກ່ຽວກັບສັງສິນໄຊ http://bit.ly/1RvZ3HR ຊວນເຊີນໜູ່ເພື່ອເຂົ້າຮ່ວມເບິ່ງນຳ ເພື່ອປົກປັກ ແລະ ສົ່ງເສີມວັນນະຄະດີລາວ.

Posted by ນໍຄຳ NorKhame on Monday, March 28, 2016

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.