Norkhame
ສິ່ງທີ່ຜູ້ຊາຍແລະຍິງຄວນໃສ່ໃຈ ສິ່ງທີ່ຜູ້ຊາຍແລະຍິງຄວນໃສ່ໃຈ
ຄຳ​ເນະ​ນຳ​ສຳລັບ​ຜູ້ຍິງແລະຊາຍໃນເວລາທີ່ ອອກພົບຄົນໃໝ່. ທ່ານຕ້ອງໄດ້ສຶກສາເບິ່ງພຶດຕິກຳຂອງຕົນເອງ ວ່າຈະສາມາດຮັບຄົນທີ່ທ່ານກຳລັງຄົບໄດ້ຫຼືບໍ່. ນອກນັ້ນຍັງຕ້ອງໄດ້ເບິ່ງຜູ້ຊາຍຫຼືຍິງທີ່ກຳລັງເຂົາມາຫາໃນຊີວິດ. ລຸ່ມນີ້ເປັນສ່ວນຄຳແນະນຳທີ່ຄວນໃສ່ໃຈ. ຢ່າ​ເຮັດ​ໃຫ້​ເຂົາ​ເຈົ້ານ້ອຍໜ້າ…​ເປັນຕົ້ນ​ໃນຕໍ່ໜ້າຄົນ​ອື່ນ. ການ​ເຮັດ​ໃຫ້​​ແຟນ​ເປັນ​ຄົນ​ດ້ອຍ​ຄ່າ ​ແລະ ຮູ້ສຶກ​ບໍ່ດີກ່ຽວກັບ​ຕົນ​ເອງ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເສຍ​ໃຈ ​ເຖິງ​ວ່າ​ຈະ​ບໍ່ປະຕິບັດ​ຕົນ​ເອງ​ດີ​ເທົ່າ​ໃດ​ກໍ່ຕາມ. ຫາກ​ເມື່ອ​ໃດ​ທ່ານ​ພັກ​ດັນ​ໃຫ້​ແຟນ ​ແລະ ສະໜັບສະໜູນ​ແນວ​ຄວາມ​ຄິດ​ຂອງ​ລາວ​ແລ້ວ, ມັນ​ຈະ​ເປັນ​ການ​ນຳ​​ເຂົ້າ​ໃຈ​ທຸກໆລົມ​ຫາຍ​ໃຈ​ຂອງ​ອີກ​ຄົນໆໜຶ່ງ. ຖາມ​ແນວ​ຄວາມ​ຄິດ​ຂອງ​​ແຟນ. ​ເນື່ອງ​ຈາກ​ຜູ້​ຊາຍ​ມັກ​ມີ​ແນວ​ຄິດ​ການ​ເປັນ​ຄົນ​ນຳ. ​ເຫັນ​ຜູ້​ຊາຍ​ຫຼາຍຄົນ​ຖືແນວ​ຄວາມ​ຄິດຂອງ​ຕົນ​ເອງ​ສຳຄັນ. ຜູ້​ຊາຍ​ຕ້ອງການ​ແມ່ຍິງ​ທີ່​ສົນ​ໃຈ​ໃນ​ຄວາມ​ຄິດ​ຂອງ​ເຂົາ​ເຂົ້າ. ຕ້ອງ​ໃຊ້​ເວລາ​ໃນ​ການ​ຮັບ​ຟັງ​ແລະ​ສ້າງ​ຄວາມ​ເຂົ້າ​ໃຈ. ຢ່າ​ໃຊ້​ຄວາມ​ງາມ​ຂອງ​ຮ່າງກາຍ​ເພື່ອ​ຄຸ້ມ​ຄອງ​ຜູ້​ຊາຍ. ​ແມ່ຍິງ ​ເປັນ​ຄົນ​ທີ່​ມີ​ພະລັງ​ທີ່​ມີ​ອຳນາດ​ຫຼາຍ​​... ສິ່ງທີ່ຜູ້ຊາຍແລະຍິງຄວນໃສ່ໃຈ

ຄຳ​ເນະ​ນຳ​ສຳລັບ​ຜູ້ຍິງແລະຊາຍໃນເວລາທີ່ ອອກພົບຄົນໃໝ່. ທ່ານຕ້ອງໄດ້ສຶກສາເບິ່ງພຶດຕິກຳຂອງຕົນເອງ ວ່າຈະສາມາດຮັບຄົນທີ່ທ່ານກຳລັງຄົບໄດ້ຫຼືບໍ່. ນອກນັ້ນຍັງຕ້ອງໄດ້ເບິ່ງຜູ້ຊາຍຫຼືຍິງທີ່ກຳລັງເຂົາມາຫາໃນຊີວິດ. ລຸ່ມນີ້ເປັນສ່ວນຄຳແນະນຳທີ່ຄວນໃສ່ໃຈ. [signinlocker id=”3227″]ຢ່າ​ເຮັດ​ໃຫ້​ເຂົາ​ເຈົ້ານ້ອຍໜ້າ…​ເປັນຕົ້ນ​ໃນຕໍ່ໜ້າຄົນ​ອື່ນ. ການ​ເຮັດ​ໃຫ້​​ແຟນ​ເປັນ​ຄົນ​ດ້ອຍ​ຄ່າ ​ແລະ ຮູ້ສຶກ​ບໍ່ດີກ່ຽວກັບ​ຕົນ​ເອງ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເສຍ​ໃຈ ​ເຖິງ​ວ່າ​ຈະ​ບໍ່ປະຕິບັດ​ຕົນ​ເອງ​ດີ​ເທົ່າ​ໃດ​ກໍ່ຕາມ. ຫາກ​ເມື່ອ​ໃດ​ທ່ານ​ພັກ​ດັນ​ໃຫ້​ແຟນ ​ແລະ ສະໜັບສະໜູນ​ແນວ​ຄວາມ​ຄິດ​ຂອງ​ລາວ​ແລ້ວ, ມັນ​ຈະ​ເປັນ​ການ​ນຳ​​ເຂົ້າ​ໃຈ​ທຸກໆລົມ​ຫາຍ​ໃຈ​ຂອງ​ອີກ​ຄົນໆໜຶ່ງ.

ຖາມ​ແນວ​ຄວາມ​ຄິດ​ຂອງ​​ແຟນ. ​ເນື່ອງ​ຈາກ​ຜູ້​ຊາຍ​ມັກ​ມີ​ແນວ​ຄິດ​ການ​ເປັນ​ຄົນ​ນຳ. ​ເຫັນ​ຜູ້​ຊາຍ​ຫຼາຍຄົນ​ຖືແນວ​ຄວາມ​ຄິດຂອງ​ຕົນ​ເອງ​ສຳຄັນ. ຜູ້​ຊາຍ​ຕ້ອງການ​ແມ່ຍິງ​ທີ່​ສົນ​ໃຈ​ໃນ​ຄວາມ​ຄິດ​ຂອງ​ເຂົາ​ເຂົ້າ. ຕ້ອງ​ໃຊ້​ເວລາ​ໃນ​ການ​ຮັບ​ຟັງ​ແລະ​ສ້າງ​ຄວາມ​ເຂົ້າ​ໃຈ.

ຢ່າ​ໃຊ້​ຄວາມ​ງາມ​ຂອງ​ຮ່າງກາຍ​ເພື່ອ​ຄຸ້ມ​ຄອງ​ຜູ້​ຊາຍ. ​ແມ່ຍິງ ​ເປັນ​ຄົນ​ທີ່​ມີ​ພະລັງ​ທີ່​ມີ​ອຳນາດ​ຫຼາຍ​​ ສ່ວນໜຶ່ງ​ແມ່ນ​ມາ​ຈາກ​ພາບ​ພົດ​ພາຍ​ນອກ​ສ້າງ​ໃຫ້​ຜູ້​ຊາຍ​ເຮັດ​ຕາມ. ບໍ່ຄວນ​ນຳ​ເອົາ​ມາ​ເປັນ​ຕົວ​ລໍ້​ຄວາມ​ສົນ​ໃຈ​ທາງ​ກາຍ ​ແລະ ສ້າງສາ​ຍພົບ​ພັນ​ທາງ​ເພດ​ສຳພັນ​ເພື່ອ​ຜູກ​ມັດ.

ມີ​ຄວາມ​ອົດທົນ​ກັບ​ອາລົມ​ຮ້າຍ ​ໃນ​ຍາມ​ທີ່​ເຂົາ​ເຈົ້າພົບ​ປະ​ກັບ​ບັນຫາ​ທີ່​ຫຍຸ້ງ​ຍາກ. ຜູ້​ຊາຍ​ຫຼາຍຄົນ​ພົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ສື່ສານ, ​ໂດຍ​ສະ​ເພາະ​ແມ່ນ​ຜ່ານ​ທາງ​ແນວ​ຄິດ ​ແລະ ອາລົມ​ຈິ, ຢ່າ​ພະຍາຍາມ​​ສ້າງ​ໃຫ້​ເຂົາ​ເກີດ​ມີ​ແນວ​ເວົ້າຫຼາຍຂື້ນ, ທ່ານ​ຍິງ​ຄວນ​ສະ​ແດງ​ວິທີ​ໃນ​ການຄົ້ນຄິດ​ແທ່ນ​ການສະ​ແດງ​ຄຳ​ເວົ້າ.

ຮູ້​ວ່າ​ທ່ານ​ບໍ່​ໄດ້​ເປັນ​ເຈົ້າຂອງ: ບໍ່​ແມ່ນ​ວ່າ​ເວລາ​ພົບ​ກັນ​ໃໝ່ທັງ​ສອງ​ບໍ່ທັນ​ມີ​ສິດ​ໃນ​ຊີວິດ​ຂອງ​ກັນ​ແລະ​ກັນ. ຢ່າ​ພະຍາຍາມ​ຮຽກຮ້ອງ ​ໃຫ້​ເຂົາ​ເຈົ້າຢູ່​ກັບ​ທ່ານ​ຕະຫຼອດ 24 ຊົວ​ໂມງ​ຕໍ່ວັນ.

ຄຳ​ແນະນຳ​ສຳລັບ​ຜູ້​ຊາຍ

  • ລົມ​ດ້ວຍ​ການ​ສ້າງ​ເລື່ອງ​ທີ່​ສັນ​ເສີນ. ບໍ່ລົມ​ເລື່ອງ​ຕະຫຼົກທາງ​ເພດ​ສຳພັນ, ​ເຮັດ​ໃຫ້​ກາຍ​ເປັນ​ການ​ລໍ້​ລຽງ, ຫຼື ​ເວົ້ານຳຖ້ວມ​ທົ່ງ. ບໍ່​ເວົ້າຕະຫຼົກກ່ຽວກັບ​ຮ່າງກາຍ​ຂອງ​ເຂົາ​ເຈົ້າ ຫຼື ສ້າງ​ຄຳ​ເວົ້າທີ່​ຮຸນ​ແຮງ​ສຽບ​ແທງ​ຄວາມ​ເປັນ​ຕົວ​ຕົນ​ຂອງ​ຜູ້​ສາວ.
  • ບໍ່ພະຍາຍາມ​ສ້າງ​ຜົນ​ປະ​ໂຫຍ​ດທາງ​ຮ່າງກາຍ. ບໍ່ພະຍາຍາມ​ບັງຄັບ​ໃຫ້​ລາວ​ເຮັດ​ໃນ​ສິ່ງ​ທີ່​ບໍ່ມັກ.
  • ​ໃຫ້​ເວລາ ​ແລະ ການ​ໃສ່​ໃຈ. ຟັງ​ແນວ​ຄວາມ​ຄິດ ​ແລະ ຮູ້ສຶກ​ສິ່ງ​ທີ່​ລາວ​ກຳລັງ​ເປັນ. ປ່ອຍ​ໃຫ້​ຜູ້​ສາວ​ສະ​ແດງ​ຄວາມ​ເປັນ​ຕົວ​ຕົນ​ຂອງ​ຕົ​ນ​ເອງ.
  • ຮູ້ຈັກ​ເວົ້າຕະຫຼົກ ​ແລະ ຍາມ​ໃດ​ທີ່​ຄວນ​ຈິງ​ຈັງ. ມີ​ຜູ້​ຊາຍ​ຫຼາຍຄົນ ​ເວລາ​ລົມ​ສາວ ມັກ​ປະຕິບັດ​ຄື​ກັນ​ກັບ​ເວລາ​ໄປ​ກັບ​ເພື່ອນ​ຊາຍ.
  • ບໍ່ພະຍາຍາມ​ປັ້ນ​ແຕ່ງ​ເລື່ອງ ຫຼື ຄຸ້ມ​ຄອງ​ຈິດ​ໃຈ​ຂອງ​ລາວ. ​ໃນ​ເມື່ອຜູ້​ຊາຍ​ພະຍາຍາມ​ສ້າງ​ພາບ​ພົດ​ເພື່ອ​ຫຼອກລວງ​ຜູ້​ສາ​ວ, ມັນ​ຈະ​ເປັນ​ການ​ສ້າງ​ໃຫ້​ຜູ້​ສາວ​ເຂົາເຈົ້າບໍ່ເຊື່ອໜັ້ນ​ແລະ​ນັບຖື​ໃນ​ຄວາມ​ຄິດ ​ແລະ ຄວາມ​ຮູ້ສຶກ​ທີ່​ແທ້​ຈິງ.[/signinlocker]

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.