Norkhame
ພັດທະນາສະໝອງ ພັດທະນາສະໝອງ
ສະໝອງກໍ່ມີວິວັດທະນາການ. ເຮົາມາຕາມຮອຍວິວັດທະນາການຂອງສະໝອງວ່າເປັນແນວໃດ? ສະໜອງກໍ່ຄືກັບກ້າມເນື້ອ ຊຶ່ງຢູ່ລຶກທີ່ສຸດໃນສະໝອງ ເຮັດໜ້າທີ່ເບິ່ງແຍງກົນໄກທີ່ຈໍາເປັນຕໍ່ການມີຊີວິດຢູ່ຂອງມະນຸດ ເຊັ່ນ: ຫາຍໃຈ, ກຳນົດຄວາມດັນໂລຫິດ ເປັນຕົ້ນ ຫຼືເວົ້າອີກຢ່າງໜຶ່ງກໍ່ຄືເປັນອຸປະກອນຄໍ້າຈຸນຊີວິດມະນຸດນັ້ນເອງ.ດ້ານເທິງຂອງກ້ານສະໝອງ ຄືສ່ວນທີ່ກ່ຽວຂ້ອງກັບຄວາມຮູ້ສຶກ ຄວາມຊົງຈໍາ ພຶດຕິກກຳການສະແດງອອກ ແລະ ການຮຽນຮູ້ ເປັນຕົ້ນ. ສ່ວນຂອງສະໝອງດັ່ງກ່າວ ມີ 3 ຄວາມຕ້ອງການພື້ນຖານ ອັນປະກອບດ້ວຍຄວາມຕ້ອງການອາຫານ, ຄວາມຕ້ອງການພັກຜ່ອນນອນຫຼັບ, ຄວາມຕ້ອງການທາງເພດ, ລ້ວນເກີດຂຶ້ນຈາກ... ພັດທະນາສະໝອງ

ສະໝອງກໍ່ມີວິວັດທະນາການ. ເຮົາມາຕາມຮອຍວິວັດທະນາການຂອງສະໝອງວ່າເປັນແນວໃດ? ສະໜອງກໍ່ຄືກັບກ້າມເນື້ອ ຊຶ່ງຢູ່ລຶກທີ່ສຸດໃນສະໝອງ ເຮັດໜ້າທີ່ເບິ່ງແຍງກົນໄກທີ່ຈໍາເປັນຕໍ່ການມີຊີວິດຢູ່ຂອງມະນຸດ ເຊັ່ນ: ຫາຍໃຈ, ກຳນົດຄວາມດັນໂລຫິດ ເປັນຕົ້ນ ຫຼືເວົ້າອີກຢ່າງໜຶ່ງກໍ່ຄືເປັນອຸປະກອນຄໍ້າຈຸນຊີວິດມະນຸດນັ້ນເອງ.ດ້ານເທິງຂອງກ້ານສະໝອງ ຄືສ່ວນທີ່ກ່ຽວຂ້ອງກັບຄວາມຮູ້ສຶກ ຄວາມຊົງຈໍາ ພຶດຕິກກຳການສະແດງອອກ ແລະ ການຮຽນຮູ້ ເປັນຕົ້ນ. ສ່ວນຂອງສະໝອງດັ່ງກ່າວ ມີ 3 ຄວາມຕ້ອງການພື້ນຖານ ອັນປະກອບດ້ວຍຄວາມຕ້ອງການອາຫານ, ຄວາມຕ້ອງການພັກຜ່ອນນອນຫຼັບ, ຄວາມຕ້ອງການທາງເພດ, ລ້ວນເກີດຂຶ້ນຈາກ ສະໜອງ.

ຫາກວ່າສະໝອງຂອງມະນຸດຢຸດການວິວັດທະນາກາພຽງເທົ່ານີ້ ວິຖີການດໍາລົງຊີວິດຂອງເຮົາທຸກຄົນກໍ່ບໍ່ຕ່າງຫຍັງກັບສັດ. ເມື່ອສິ່ງແວດລ້ອມເພື່ອການດໍາລົງຊີວິດອັນສົມບູນພຽງພ້ອມ ບໍ່ຕ້ອງກັງວົນກ່ຽວກັບສັດຕູພາຍນອກ ຫຼື ທໍາມະຊາດແລ້ວ ບັນພະບູລຸດຂອງພວກເຮົາກໍ່ເລີ່ມກ້າວໜ້າໄປອີກໜຶ່ງກ້າວ ຈາກ “ມີຊີວິດຢູ່ລອດ” ມາເປັນການສະແຫວງຫາ “ຄວາມເປັນຢູ່ທີ່ດີຂຶ້ນ” ຊຶ່ງຄວາມຕ້ອງການ “ຄວາມເປັນຢູ່ທີ່ດີຂຶ້ນ” ນີ້ເອງທີ່ກໍ່ໃຫ້ເກີດການປ່ຽນແປງຄັ້ງຍິ່ງໃຫຍ່ຕໍ່ສະໝອງຂອງເຮົາ. ນັ້ນແມ່ນການກໍາເນີດຂຶ້ນຂອງ”ເປືອກສະໝອງ”ຫຼືທີ່ເອີ້ນກັນອີກຢ່າງໜຶ່ງວ່າ “ສະໝອງໃໝ່”

ເປືອກສະໝອງ ມີລັກສະນະຄ້າຍກັບສິ່ງທີ່ຫຸ້ມຫໍ່ກ້າມເນື້ອ ເອົາໄວ້ອີກຊັ້ນໜຶ່ງ ເຮັດໜ້າທີ່ຄວບຄຸມກົນໄກການເຮັດວຽກທີ່ມີຄວາມລະອຽດອ່ອນ ຊັບຊ້ອນ. ເຊັ່ນ ການນຶກຄິດ ຫຼືການເຄື່ອນໄຫວ; ຫາກຂາດສ່ວນນີ້ ເຮົາກໍ່ບໍ່ມີທາງດໍາເນີນຊີວິດຢູ່ແບບມະນຸດໄດ້ ຫຼື ເວົ້າອີກຢ່າງໜຶ່ງກໍ່ຄືເປືອກສະໝອງຖືເປັນຄຸນລັກສະນະພິເສດຂອງສະໝອງມະນຸດ.

ພະລັງການຮູ້ຈັກປັບປ່ຽນກັບສະພາບແວດລ້ອມຮອບຕົວທີ່ຢູ່ໃນສະໝອງ ຄືຈຸດເລີ່ມຕົ້ນແຫ່ງວິວັດທະນາການຂອງເປືອກສະໝອງ ອີກທັງຍັງເປັນປັດໃຈທີ່ເຮັດໃຫ້ລະບົບເຄື່ອຂ່າຍໃນສະໝອງມີຄວາມຊັບຊ້ອນຫຼາຍຂຶ້ນ. ການເຝິກແອບຄົ້ນຄິດ ເປັນຫົນທາງ ແລະ ວິທີໃນການສ້າງວິວັດທະນາການຂອງສະໜອງ. ສະນັ້ນ ທ່ານຢ່າຢຸດການຄົ້ນຄິດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.