Norkhame
ໄປຕາມກະແສ ໄປຕາມກະແສ
ທ່ານກຳລັງເບິ່ງຂ້າມ ຄວາມຕ້ອງການ ຂອງຕົນເອງໄປຫຼືບໍ່? ຄວາມຈິງແລ້ວຕົວເຮົາຕ້ອງການຫຍັງກັນແທ້? ເປັນຫຍັງການຄົ້ນຫາສິ່ງທີ່ຕົນເອງຕ້ອງການແທ້ໆຈິ່ງກາຍເປັນເລື່ອງຍາກໃນສັງຄົມປະຈຸບັນ?ເປັນຕົ້ນ ການສຶກສາຫາຄວາມຮູ້ໃນໂຮງຮຽນ ເຮົາໄດ້ຮຽນຮູ້ວິຊາຕ່າງໆຫຼວງຫຼາຍຜ່ານລະບົບການສຶກສາ ຊຶ່ງເປັນຫຼັກສູດທີ່ຈັດຂຶ້ນມາເພື່ອນັກສຶກສາທຸກຄົນກໍ່ຈິງ ແຕ່ເຖິງຈະຢາກຄັດຕົວອັກສອນປານໃດ ກໍ່ຕ້ອງກົ້ມໜ້າແກ້ສູດສົມຜົນ. ຫຼາຍນັບເປັນຊົ່ວໂມງ ຮຽນຄະນິດສາດ ແທນການຮຽນແຕ້ມຮູບ ເຊິ່ງເປັນສິ່ງທີ່ທ່ານຕ້ອງການ ຫຼື ອັນອື່ນໆ. ທ່ານມີຄວາມຢາກປານໃດ? ກໍ່ຕ້ອງອົດທົນທ່ອງຈໍາຄຳເວົ້າ ເປັນປີໆ. ຈຶ່ງເທົ່າກັບວ່າ ເຖິງຈະມີຄວາມຕ້ອງການ “ຢາກເຮັດ…!” ຢ່າງແຮງກ້າ ແຕ່ສຸດທ້າຍກໍ່ຕ້ອງຍອມຄ້ອຍຕາມ,... ໄປຕາມກະແສ

ທ່ານກຳລັງເບິ່ງຂ້າມ ຄວາມຕ້ອງການ ຂອງຕົນເອງໄປຫຼືບໍ່? ຄວາມຈິງແລ້ວຕົວເຮົາຕ້ອງການຫຍັງກັນແທ້? ເປັນຫຍັງການຄົ້ນຫາສິ່ງທີ່ຕົນເອງຕ້ອງການແທ້ໆຈິ່ງກາຍເປັນເລື່ອງຍາກໃນສັງຄົມປະຈຸບັນ?ເປັນຕົ້ນ ການສຶກສາຫາຄວາມຮູ້ໃນໂຮງຮຽນ ເຮົາໄດ້ຮຽນຮູ້ວິຊາຕ່າງໆຫຼວງຫຼາຍຜ່ານລະບົບການສຶກສາ ຊຶ່ງເປັນຫຼັກສູດທີ່ຈັດຂຶ້ນມາເພື່ອນັກສຶກສາທຸກຄົນກໍ່ຈິງ ແຕ່ເຖິງຈະຢາກຄັດຕົວອັກສອນປານໃດ ກໍ່ຕ້ອງກົ້ມໜ້າແກ້ສູດສົມຜົນ. ຫຼາຍນັບເປັນຊົ່ວໂມງ ຮຽນຄະນິດສາດ ແທນການຮຽນແຕ້ມຮູບ ເຊິ່ງເປັນສິ່ງທີ່ທ່ານຕ້ອງການ ຫຼື ອັນອື່ນໆ. ທ່ານມີຄວາມຢາກປານໃດ? ກໍ່ຕ້ອງອົດທົນທ່ອງຈໍາຄຳເວົ້າ ເປັນປີໆ.

ຈຶ່ງເທົ່າກັບວ່າ ເຖິງຈະມີຄວາມຕ້ອງການ “ຢາກເຮັດ…!” ຢ່າງແຮງກ້າ ແຕ່ສຸດທ້າຍກໍ່ຕ້ອງຍອມຄ້ອຍຕາມ, ຍອມປະຕິບັດຕາມຄົນອ້ອມຂ້າງຢ່າງບໍ່ມີທາງເລືອກ ແລະ ແມ່ນຄວາມຈິງຢູ່ວ່າ ຫາກຍອມໃຫ້ນັກຮຽນແຕ່ລະຄົນເຮັດຕາມໃຈທີ່ຕົນເອງຕ້ອງການ ອາຈານກໍ່ບໍ່ມີອັນສອນພໍດີ ແຕ່ວ່າທີ່ແນ່ນອນຄືສະໝອງບໍ່ໄດ້ຮັບຮູ້ ຫຼື ສົນໃຈກ່ຽວກັບເລື່ອງນັ້ນ ສຸດທ້າຍກໍ່ກາຍເປັນສາເຫດໃຫ້ເຮົາທຸກຄົນຕ້ອງທົນເກັບຄວາມຕ້ອງການເອົາໄວ້ ແລະ ເຮັດໃນສິ່ງທີ່ທ່ານບໍ່ມັກ.

ບາງສັງຄົມ, ເປັນສັງຄົມທີ່ປິດກັ້ນຄວາມຕ້ອງການ. ບໍ່ພຽງແຕ່ການສຶກສາໃນໂຮງຮຽນເທົ່ານັ້ນ ສັງຄົມບາງສັງຄົມ ສ່ວນໃຫຍ່ກໍ່ບໍ່ເອື້ອເຝື້ອຕໍ່ການສະແດງຄວາມຕ້ອງການອອກມາຢ່າງເສລີເຊັ່ນກັນ. ທ່ານເປັນອີກຄົນໜຶ່ງທີ່ເຄີຍປະສົບເຫດການແບບນີ້ຫຼືບໍ່ ຍົກຕົວຢ່າງເຊັ່ນ: ທ່ານ ແລະ ໝູ່ຮ່ວມວຽກໄປຮັບປະທານອາຫານຕອນທ່ຽງນໍາກັນ

ເພື່ອນຮ່ວມງານ “ກ” ຖາມ “ຢາກເຂົ້າກິນຫຍັງດີ?”

ເພື່ອນຮ່ວມງານ “ຂ”: ສັ່ງຄືກັນດີກວ່າບໍ ຈະໄດ້ບໍ່ເສຍເວລາຖ້າດົນ ແຕ່ວ່າມື້ນີ້ຂ້ອຍຢາກກິນຫຍັງທີ່ມັນບໍ່ໜັກທ້ອງນີ້ຕິ.

ເພື່ອນຮ່ວມງານ ຄ: “ສຸດຍອດ. ຂ້ອຍກະເອົານຳ.

ເປັນທ່ານກໍ່ຈະຕ້ອງຕອບ: “ອາ…ເອີ່…ຕາມນັ້ນ”

ຄວາມຈິງທ່ານກໍາລັງຢາກ ແລະ ຕັ້ງໃຈຈະຮັບປະທານຊຸດສເຕັກຊີ້ນ ຊຶ່ງຮູບຊີ້ນໃນເມນູ ເບິ່ງຊຸ່ມຊື່ນຢົ້ວນໍ້າລາຍ ແຕ່ເພາະຄົນອື່ນໆສັ່ງອາຫານແບບບໍ່ໜັກທ້ອງ ເຈົ້າເລີຍບໍ່ກ້າສັ່ງເມນູແຫວກແນວຢູ່ຄົນດຽວ. ຈຶ່ງຈໍາໃຈສັ່ງຄືດຽວກັນກັບທຸກຄົນມາຮັບປະທານ ຈັງຫວະນີ້ເອງທີ່ຄວາມຕ້ອງການໃນສະໝອງຂອງເຈົ້າສູນເສຍທາງອອກ ຕ້ອງທົນອຸດອູ້ຢູ່ພາຍໃນໂດຍທີ່ບໍ່ໄດ້ຮັບການເຕີມເຕັມ. ບາງຄົນອາດຈະຄິດໃນໃຈວ່າ “ບໍ່ໄດ້ ບໍ່ໄດ້ ຢ່າງນ້ອຍໆເຂົ້າທ່ຽງຂ້ອຍກໍ່ເລືອກສັ່ງເມນູທີ່ຕົນເອງຟາກກິນລະ!” ຊຶ່ງຕ້ອງຍອມຮັບວ່າຄົນທີ່ກ້າເຮັດຕາມຄວາມຕ້ອງການຕົນເອງມີຢູ່ພຽງສ່ວນໜ້ອຍ ເພາະຄົນສ່ວນໃຫຍ່ມັກມີແນວໂນ້ມເຮັດຕາມສຽງສ່ວນຫຼາຍ ຈົນກາຍເປັນການຕວົະຄວາມຮູ້ສຶກຕົນເອງ ປິດກັ້ນຄວາມຕ້ອງການຂອງຕົນເອງເອົາໄວ້ ບໍ່ກ້າສະແດງອອກ

ນອກຈາກນີ້ ຄົນທີ່ກ້າສະແດງອອກກ່ຽວກັບຄວາມຕ້ອງການຂອງຕົນມັກຖືກຄົນອ້ອມຂ້າງເບິ່ງວ່າ”ເລື່ອງແນວນັ້ນ ກ້າເຮັດໄດ້ແນວໃດ” “ໄຮ້ສາລະ” ເຖິງວ່າຄວາມຕ້ອງການນັ້ນຈະປັນສິ່ງທີ່ເໝາະສົມຢູ່ໃນທໍານອງຄອງທໍາກໍ່ຕາມ ແລະທັງໝົດນີ້ລ້ວນແຕ່ເປັນສາເຫດທີ່ເຮັດໃຫ້ເຮົາທຸກຄົນພະຍາຍາມປິດກັ້ນຄວາມຕ້ອງການຂອງຕົນເອງເອົາໄວ້. ແຕ່ຖ້າອົດກິນແນວເຮົາມັກ ແລະ ຍອມກິນຕາມໝູ່ ທີ່ດົນໆພົບກັນທຸກໆວັນ ຊີວິດເຮົາກະຄົງບໍ່ເສຍຫາຍຫຍັງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.