Norkhame
ຜູ້ຢັ້ງຢືນວ່າດີ? ຜູ້ຢັ້ງຢືນວ່າດີ?
ຍີ່ປຸ່ນນອນ​ໃນ​ບັນດາ​ປະ​ເທດ​ພັດທະນາ, ລາຍ​ຮັບ​ສູງ ​ແລະ ຄົນ​ມີ​ການ​ສຶກສາ. ການ​ບໍລິ​ໂພ​ກຂອງ​ກຸ່ມ​ຄົນ​ດັ່ງກ່າວ ຄຳນຶງ​ເຖິງ​ຄວາມ​ປອດ​ໄພ​ຂອງ​ອາຫານ ​ແລະ ​ເຄື່ອງ​ດື່ມ​ຫຼາຍ. ​ໂດຍ​ສະ​ເລ່ຍຄົນ​ຍີ່ປຸ່ນ​ເປັນ​ປະ​ເທດ​ທີ່​ມີ​ອາຍຸ​ຍືນ​ທີ່​ສຸດ​ໃນ​ໂລກ. ສະແດງວ່າ: ເຂົາເຈົ້າເລືອກດື່ມສິ່ງທີ່ປອດໄພ. ການ​ຜະລິດ​ກາ​ເຟດຳ​ເນີນ​ທີ່​ປະ​ເທດ​ກຳລັງ​ ​ແລະ ດ້ອຍ​ພັດທະນາ. ກຸ່ມ​ບັນດາ​ປະ​ເທດ​ດັ່ງກ່າວ, ຍັງ​ມີ​ຂີດ​ຈຳກັດ​ໃນ​ການ​ຜະລິດ​ກະສິກຳ​ສະອາດ, ​ເຊິ່ງອາດ​ເຮັດ​ໃຫ້​ເຊື້ອ​ໂລກ ​ແລະ ພະຍາດ​ຕິດ​​ແປດ ​ແອບ​ບ​ແຝງ​ໃນ​ຂະ​ບວນການ​ຜະລິດ. ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ປະ​ເທດ​ຜູ້​ດື່ມ​ກາ​ເຟ ຈິ່ງສ້າງ​ລະບົບ​ການຢັ້ງຢືນ​ການ​ຜະລິດ​ຂື້ນ​ເປັນຕົ້ນ: ກະສິກຳ​ອິນ​ຊີ, ການ​ຄ້າ​ເປັນ​ທຳ,... ຜູ້ຢັ້ງຢືນວ່າດີ?

ຍີ່ປຸ່ນນອນ​ໃນ​ບັນດາ​ປະ​ເທດ​ພັດທະນາ, ລາຍ​ຮັບ​ສູງ ​ແລະ ຄົນ​ມີ​ການ​ສຶກສາ. ການ​ບໍລິ​ໂພ​ກຂອງ​ກຸ່ມ​ຄົນ​ດັ່ງກ່າວ ຄຳນຶງ​ເຖິງ​ຄວາມ​ປອດ​ໄພ​ຂອງ​ອາຫານ ​ແລະ ​ເຄື່ອງ​ດື່ມ​ຫຼາຍ. ​ໂດຍ​ສະ​ເລ່ຍຄົນ​ຍີ່ປຸ່ນ​ເປັນ​ປະ​ເທດ​ທີ່​ມີ​ອາຍຸ​ຍືນ​ທີ່​ສຸດ​ໃນ​ໂລກ. ສະແດງວ່າ: ເຂົາເຈົ້າເລືອກດື່ມສິ່ງທີ່ປອດໄພ. ການ​ຜະລິດ​ກາ​ເຟດຳ​ເນີນ​ທີ່​ປະ​ເທດ​ກຳລັງ​ ​ແລະ ດ້ອຍ​ພັດທະນາ. ກຸ່ມ​ບັນດາ​ປະ​ເທດ​ດັ່ງກ່າວ, ຍັງ​ມີ​ຂີດ​ຈຳກັດ​ໃນ​ການ​ຜະລິດ​ກະສິກຳ​ສະອາດ, ​ເຊິ່ງອາດ​ເຮັດ​ໃຫ້​ເຊື້ອ​ໂລກ ​ແລະ ພະຍາດ​ຕິດ​​ແປດ ​ແອບ​ບ​ແຝງ​ໃນ​ຂະ​ບວນການ​ຜະລິດ. ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ປະ​ເທດ​ຜູ້​ດື່ມ​ກາ​ເຟ ຈິ່ງສ້າງ​ລະບົບ​ການຢັ້ງຢືນ​ການ​ຜະລິດ​ຂື້ນ​ເປັນຕົ້ນ: ກະສິກຳ​ອິນ​ຊີ, ການ​ຄ້າ​ເປັນ​ທຳ, ກະສິກຳ​ສະອາດ.

ການ​ຮັບຮອງ​ມາດຕະຖານ​ການຜະລິດດັ່ງ​ກ່າວ ​ເປັນວຽກງານ​ທີ່​ທ້າ​ທາຍ​ແກ່​ບັນດາ​ຜູ້​ຜະລິດ. ​​​ເນື່ອງ​ຈາກ​ແຕ່​ລະ​ຕະຫຼາດມີ​ຄວາມ​ຕ້ອງການ​ທີ່​ແຕກ​ຕ່າງ​ກັນ ດັ່ງນັ້ນຈິ່ງ​ມີ​ຄວາມ​ຕ້ອງການ​ໃຫ້​ມີ​ການ​ຮັບຮອງ​ທີ່​ແຕກ​ຕ່າງ​ອອກ​ໄປ. ລາຄາ​ໃນ​ການ​ຮັບຮອງ​​ແພງ​ຫຼາຍ​. ​ປະຈຸ​ບັນ ອົງການ​ຮັບຮອງ​ຂອງ​ປ​ແຕ່ລະ​ປະ​ເທດ​ໄດ້​ມີ​ການສ້າງ​ມາດຕະຖານ​ທຽບ​ເທົ່າ. ໝາຍວ່າ ຫາກ​​ໄດ້ ມາດຕະຖານ​ການ​ຜະລິດ ກະສິກຳ​ອິນ​ຊີ​ຍີ່​ປຸ່ນ, ກໍ່ຈະ​​ໄດ້​ມາດຕະຖານ​ການ​ຜະລິດ​ກະສິກຳ​ຂອງ ອາ​ເມ​ລິ​ກາ​ໄປ​ນຳ. ການ​ຮັບຮອງ​ມາດຕະຖານ​ຈາກ​ອົງການ​ຕໍ່​ໄປ​ນີ້ສາມາດ​ທຽບ​ເທົ່າ​ກັນ​ໄດ້: ມາດຕະຖານກະສິກຳ​ອິນຊີ​ຍີ່ປຸ່ນ (Japan Agricultural Standards-JAS), Good Inside, Fair Trade, Bird Friendly, Rainforest Alliance, USDA Organic, ​ແລະ Organically Grown Coffee.

ມາ​ເບິ່ງ​ສະ​ເພາະ​ມາດຕະຖານ ການ​ຜະລິດ​ກະສິກຳ​ຍີ​ປຸ່ນ ​ເນັ້ນ​ໃສ່ 04 ຂົງ​ເຂດ​ຄື: ການ​ຜະລິດ​ທີ່​ເນັ້ນ​ໃສ່​ການ​ຮັກສາ​ລະບົບ​ນິ​ເວດ, ​ເນັ້ນຜົນ​ຜະລິດ​ທີ່​ເປັນ​ມິດ​ກັບ​ສຸກ​ກະພາບ, ສ້າງ​ຄວາມ​ປອງ​ດອງ​​ໃນ​ກຸ່ມ​ຜູ້​ຜະລິດ​​ແບບ​ຍືນ​ຍົງ ​ແລະ ບໍ່ນຳ​ໃຊ້​ແຮງ​ງານ​ຜິ​ດກົດໝາຍ (​​ແຮງ​ງານ​ເດັກ) ​ເຂົ້າ​ໃນ​ການ​ຜະລິດ.

ການ​ຜະລິດ​ກະສິກຳ​ອິນ​ຊີ​ແບບ​ມາດຕະຖານ​ຍີ່​ປຸ່ນ​ເນັ້ນ​ໃສ່​ການ​ຮັກສາ​ສະພາບ​ແວດ​ລ້ອມ ​ແລະ ​​ເປັນ​ມິດ​ກັບ​ສຸກ​ກະພາບ. ​ໃນ​ນີ້ໝາຍວ່າ ການ​ຜະລິດ​ຕ້ອງ​ຕິດ​ພັນ​ກັບ​ທຳ​ມະ​ຊາດ. ​ແນ່ນອນ ຕ້ອງ​ມີ​ການ​ບຸກ​ເບີກ​ເນື້ອທີ່​ການ​ຜະລິດ ​ແຕ່​ບໍ່ສ້າງ​ຜົນ​ກະທົບ​ໃຫ້​ແກ່​ສິ່ງ​ແວດ​ລ້ອມ. ​ເປັນຕົ້ນການ​​ເຮັດ​ສວນ​ກາ​ເຟ ສາມາດ​ປູກ​ໄດ້​ໃນ​ເນື້ອທີ່​ໆມີ​ປ່າ​ໃຫຍ່ ຫຼື ມີ​ການ​ດັດສົມປ່າ​ໃຫ້​ແທດ​ເໜາະກັບ​ສະພາບຕົວ​ຈິງ. ການ​ຖາງ​ປ່າ-ຈູດ​ປ່າ ​​ເພື່ອ​ສ້າງ​ເປັນ​ເນື້ອທີ່​ການ​ຜະລິດ​ກາ​ເຟ​ເປັນ​ສິ່ງ​ບໍ່ສົ່ງ​ເສີມ. ສ່ວນ​ການ​ໃສ່​ສານພິດ​ກໍ່ຕ້ອງ​ໄດ້​ມີ​ການ​ບໍລິຫານ ​ແລະ ຄວບ​ຄຸມ​ປະລິມານ​ຢ່າງ​ຄັກ​ແນ່.

ການ​ຮັບຮອງ​ມາດຕະຖານ​ການ​ຜະລິດມີ​ລາຄາ​ແພງ​ຫຼາຍສຳລັບ​ປະ​ເທດ​ຜູ້​ຜະລິດ​ກາ​ເຟ. ແຕ່ການຮັບຮອງຄຸນນະພາບກາເຟແບບທາງການ, ກໍ່ຈະເປັນ​ການ​ສ້າງ​ມູນ​ຄ່າ​ເພີ່ມ​ແກ່​ກາ​ເຟຄຸນ​ນະພາ​ບດີ. ​ສຳ​ລັບ​ສວນ​ກາ​ເຟ​ໃໝ່, ມັກ​ຈະ​ນຳ​ໃຊ້​ລະບົບ​ການ​ຮັບຮອງ​ມາດຕະຖານ​ການ​ຜະລິດ​ຕ່າງໆ​ໃນ​ຕອນ​ຕົ້ນ ​ເພື່ອ​ສ້າງ​ຄວາມ​ເຊືອໜັ້ນ ​ແລະ ສ້າງ​ຊື່ສຽງ​ໃຫ້​ແກ່​ຕົນ​ເອງ. ຜູ້ຜະລິດມັກຈະ​ປູກ​ກາ​ເຟມາດຕະຖານສູງ ແລະ ​ປູກ​ກາ​ເຟຄຸນ​ນະພາ​ບລະດັບ​ປານ​ກາງ​ໄປ​ພ້ອມ​ກັນ ເພື່ອຫຼຸດຄວາມສ່ຽງ ໃນກໍລະນີຕະຫຼາດໃດໜຶ່ງມີການປ່ຽນແປງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.