Norkhame
ຄົນຮູ້ນຳໃຊ້ ຄົນຮູ້ນຳໃຊ້
ລະບົບການຄ້າ ດິຈິຕໍ, ຈະມີເຄື່ອງມື ຊ່ວຍເຮັດໃຫ້ການຄ້າ ທາງອອນໄລມີປະລິດທິຜົນຫຼາຍຂື້ນ. ຄົນນຳໃຊ້ເຄື່ອງມື ເຫຼົ່ານັ້ນໃຫ້ເກີດຜົນ, ພະນັກງານ ຫຼື ຕົວທ່ານເອງ ຕ້ອງໄດ້ເປີດຕົວເອງຮຽນຮູ້ນຳໃຊ້ ແລະ ປະເມີນຜົນເປັນໄລຍະ. ເຫັນໄດ່ຄວາມ​ຈຳ​ເປັນ​ໃນ​ການພັດທະນາ ສັບພະ​ຍາກ​ອນມະນຸດ, ​ແລະ ການ​ປະ​ເມີນ​ຜົນຄວາມສາມາດຂອງເຂົາເຈົ້າ. ຂະ​ບວນການ​ພາຍ​ໃນອົງກອນຕ້ອງກຽມພ້ອມລຸກຄະລາກອນ. ຄວາມ​ຄ່ອງ​ຕົວ​ໃນ​ການ​ບໍລິຫານ​ຄົນ ໃນການເຮັດວຽກທີ່ ຄ່ອງແຄ້ວ ກັບເຄື່ອງມື ທາງອອນໄລ ຈຳເປັນຫຼາຍ.... ຄົນຮູ້ນຳໃຊ້

ລະບົບການຄ້າ ດິຈິຕໍ, ຈະມີເຄື່ອງມື ຊ່ວຍເຮັດໃຫ້ການຄ້າ ທາງອອນໄລມີປະລິດທິຜົນຫຼາຍຂື້ນ. ຄົນນຳໃຊ້ເຄື່ອງມື ເຫຼົ່ານັ້ນໃຫ້ເກີດຜົນ, ພະນັກງານ ຫຼື ຕົວທ່ານເອງ ຕ້ອງໄດ້ເປີດຕົວເອງຮຽນຮູ້ນຳໃຊ້ ແລະ ປະເມີນຜົນເປັນໄລຍະ. ເຫັນໄດ່ຄວາມ​ຈຳ​ເປັນ​ໃນ​ການພັດທະນາ ສັບພະ​ຍາກ​ອນມະນຸດ, ​ແລະ ການ​ປະ​ເມີນ​ຜົນຄວາມສາມາດຂອງເຂົາເຈົ້າ.

ຂະ​ບວນການ​ພາຍ​ໃນອົງກອນຕ້ອງກຽມພ້ອມລຸກຄະລາກອນ. ຄວາມ​ຄ່ອງ​ຕົວ​ໃນ​ການ​ບໍລິຫານ​ຄົນ ໃນການເຮັດວຽກທີ່ ຄ່ອງແຄ້ວ ກັບເຄື່ອງມື ທາງອອນໄລ ຈຳເປັນຫຼາຍ. ໄປ​ພ້ອມໆກັບ​ທິດ​ທາງ ​ແລະ ຍຸດ​ທະ​ສາດ, ອົງກອນ​ຕ້ອງໄດ້ຫັນປ່ຽນ​ຕົວ​ເອງ​ ຈາກການລິ​ເລີ່​ມການ​ປະສານ​ງານ​ ພາຍ​​ໃນ​ອົງການ​ຈັດ​ຕັ້ງ​, ເພື່ອປະຕິບັດ​ໃຫ້ໄດ້ຕາມຄວາມຕ້ອງການ ຂອງອົງການຈັດຕັ້ງ ທີ່ຕ້ອງການໜູນໃຊ້ ເຕັກໂນໂລຍີ ແລະ  ສ້າງຂະບວນການປ່ຽນແປງ ມີ​ການ​ປະສົມ​ປະສານ​ຢ່າງໜຽວ​ແໜ້ນ ກັບການນຳໃຊ້ ເຕັກນິກໃໃໝ່. ບາດກ້າວນີ້ກວມ​ເອົຈຳນວນ ກິດຈະກຳຫຼາຍໆຢ່າງໄປພ້ອມໆກັນ. ເຊັ່ນ: ຕ້ອງການກຸ່ມຄົນສະເພາະ ທີ່ຕ້ອງໄດ້ ສະຫຼະເວລາເຂົ້າຮ່ວມກິດຈະກຳ. ບັນດາກິດຈະກຳເຫຼົ່ານັ້ນຕ້ອງໄດ້ເປັນການສົ່ງເສີມ ໃຫ້ມີການຮຽນຮູ້ນຳໃຊ້ແບບມືອາຊີບ.

ຖ້າຫາກວ່າກິດຈະກຳການຄ້າກ່ອນໜ້ານີ້ ທີ່ໄດ້ກຳນົດຂຶ້ນຢ່າງຖືກຕ້ອງ​ແລ້ວ, ການປຕິບັດງານດັ່ງກ່າວກໍ່ບໍ່ຄວນຫຼຸດຜອນຄວາມສຳຄັນ ​ແກ່ເຕັກໂນໂລຍີລົງ ຫຼືວ່າ ​​ສ້າງໃຫ້ມີຄວາມສັບສົນ​ໃນການຈັດຕັ້ງປະຕິບັດ. ໝາຍວ່າເຕັກນິກແບບເກົ່າ ແລະ ໃໝ່ຕ້ອງ ສະໜັບສະໜູນກັນແລະກັນ. ເປັນການຍົກເອົາຈຸດເດັ່ນ ໆທີ່ມີ ຄວາມຫຍຸ້ງຍາກນ້ອຍທີ່ສຸດ​ ໂດຍການນຳໃຊ້ເຕັກນິກທາງ ອອນໄລ ມາປ່ຽນແປງຮູບແບບຂອງແບບ ທຸລະກິດແບບເກົ່າ.

ແຕ່ລະບໍລິ​ສັດຕ້ອງສືບຕໍ່ຮັກສາ ບາດກ້າວເດີນຂອງຕົນເອງ ດ້ວຍການນຳເອົາຮູບແບບທຸລະກິດແບບໃໝ່ເຂົ້າມາມີສ່ວນຮ່ວມ. ໂດຍການກຳນົດເອົາບົດບາດທີ່ມີ​ຄວາມຄ່ອງຕົວ ໃນການກຳນົດວ່າ ຄວາມສາມາດທີ່ມີໃນປະຈຸບັນ ຢູ່ໃນລະດັບທີ່ບໍລິສັດຕ້ອງການຫຼືບໍ່? ພາຍຫຼັງການປະເມີນຜົນດັ່ງກ່າວ, ລູກຈ້າງອາດຈະຕ້ອງ ຕັດສິນໃຈປ່ຽນແປງ ຫຼື ປັບປ່ຽນ ຫຼື ນຳ​ໃຊ້ຄວາມສາມາດຂອງພະນັກງານ ເຂົ້າຊ່ວຍເຫຼືອເພື່ອສ້າງຄວາມເພິ່ງພໍໃຈ ໃນທຸກໆຂົງ​ເຂດ​ວຽກງານຂອງ​ບໍລິສັດ.

ການເຝິກອົບຮົມຕ້ອງມີ ພ້ອມສຳລັບທຸກໆຄົນ ທີ່ຕ້ອງການປ່ຽນແປງຄູ່ຮ່ວມຄ້າຂອງເຂົາເຈົ້າ ເພື່ອສ້າງສິ່ງອຳນວຍຄວາມສະ ດວກໃຫ້ແກ່ຜະລິດຕະພັນໃໝ່ ຫຼື ໝ່ວຍການບໍລິການແບບໄໝ່.  ລັກສະນະການຮ່ວມຕົວ ຂອງອົງການຈັດຕັ້ງ ມີດ້ານດີຢູ່ບ່ອນວ່າ​: ການເຝິກຕ້ອງສ້າງຄວາມຮູ້ສຶກຂອງລູກຈ້າງບໍລິສັດ ໃຫ້ມີລັກສະນະຄ່ອງຕົວໃນການເຮັດວຽກຫຼາຍຂື້ນ ຫຼື ມີຄວາມເຊື່ອໜັ້ນວ່າ ເຂົາເຈົ້າສາມາດຍົກລະດັບຄວາມສາມາດຂອງເຂົາເຈົ້າໄດ້ທຸກໆ​ເວລາ.

ວິທີທີ່ດີອັນໜຶ່ງ ໃນການຮັກສາລູກຈ້າງ ໃຫ້ຢູ່​ໃນ​ຂັ້ນການບໍລິຫານງານ ຮ່ວມກັນກໍ່ຄື ນຳເອົາເຂົາເຈົ້າເຂົ້າມາຮ່ວມໃນການສ້າງ ຫຼື ປ່ຽນແປງທິດທາງໄໝ່ ໃນການນຳໃຊ້ເຕັກນິກຕ່າງໆ. ການຄ້າທາງອອນໄລ ສາມາດພັກດັນໃຫ້ຄົນມີຄວາມເຂົ້າໃຈ ແນວຄວາມຄິດນີ້ເປັນຢ່າງດີ. ຖ້າຫາກລູກຈ້າງຮູ້ສຶກເຂົ້າໃຈຄວາມສຳຄັນດ້ວຍຕົນເອງ ແທນທີ່ຕ້ອງໄດ້ໃຊ້ການພັກດັນ, ຄວາມສ່ຽງຂອງບໍລິສັດຕໍ່ກັບລູກຈ້າງ ກໍ່ຈະຫຼດໝ້ອຍລົງ. ເຂົາເຈົ້າຈະສາມາດຮຽນ ແລະ ນຳໃຊ້ເຕັກນິກໃໝ່ໆໄດ້ດີ. ອັນຈະສົ່ງຜົນດີ ແກ່ບໍລິສັດ.

ພະແນກ ຫຼື ໜ່ວຍງານຮັບຜິດຊອບ ພັດທະນາຊັບພະຍາກອນມະນຸດ ຄວນສ້າງການປ່ຽນແປງພາລະບົດບາດ ແລະ ຄວາມຮັບຜິດຊອບໃນໜ້າທີ່ວຽກງານ.  ສັບພະຍາກອນມະນຸດ ຕ້ອງສ້າງຂື້ນ ໂດຍໃຫ້ຜົນກະທົບດ້ານລົບໜ້ອຍທີ່ສຸດ ໃນການລິເລີ່ມທາງດ້ານເອເລັກໂທຼນິກ ທີ່ສາມາດມີໄດ້ໃນໄລຍະການ ປ່ຽນແປງ. ເຊິ່ງແມ່ນເວລາທີ່ບົດບາດ ຍັງບໍ່ທັນຖືກກຳນົດເທື່ອ. ການສ້າງບົດແນະນຳການເຮັດວຽກ ໃນໜ້າທີ່ນັ້ນໆ ທີ່ຕ້ອງນຳໃຊ້ເຕັກນິກໃໝ່ມາໃນວຽກງານ, ຍິ່ງຈະເຮັດໃຫ້ພະນັກງານເກີດຄວາມເຂົ້າໃຈ ແທນຄວາມສົງໃສ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.