Norkhame
ຄືເປັນຕາເບິ່ງແທ້ ຄືເປັນຕາເບິ່ງແທ້
ໂຄສະນາໜ້າຈໍໃຫ້ໜ້າສົນໃຈ, ເປັນວຽກຂອງນັກການຕະຫຼາດ. ຄົນທຸກມື້ນີ້, ກົມໜ້າໃສ່ຈໍເກືອບທຸກຄົນ. ນັ້ນເປັນເຫດໃຫ້ທ່ານຕ້ອງມີການໂຄສະນາ, ຜ່ານໜ້າຈໍຈິ່ງ. ຮູບແບບວິທີການໂຄສະນາທາງອິນເຕີເນັດມີເປັນຈຳນວນຫຼວງຫຼາຍ ທີ່ນຳໃຊ້ທາງອອນໄລ. ສິ່ງທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດກໍ່ຄືການໂຄສະນາປ້າຍ. ປ້າຍໂຄສະນາທາງເວັບໄຊ໊ ແລະ ສື່ສັງຄົມອອນໄລ ເປັນການບໍລິການທີ່ສະໜອງໂດຍ ບໍລິສັດການຕະຫຼາດທາງອິນເຕີເນັດ. ທຸລະກິດທີ່ ສ້າງເວັບໄຊຂອງຕົນເອງຂື້ນມາ ສາມາດຕິດຕໍ່ກັບບໍລິສັດໂຄສະນາທາງອິນເຕີເນັດ. ອາດເພີ່ມການຈ່າຍຄ່າເຮັດປ້າຍໂຄສະນາ ແລະ ເຊື່ອມຕໍ່ກັບເວັບໄຊທາງທຸລະກິດອື່ນໆ ທີ່ມີໃນເວັບໄຊ. ການບໍລິການດັ່ງກ່າວ ບາງຄັ້ງມີລາຄາແພງປຽບທຽບກັບວິທີອື່ນໆ ແຕ່ວ່າ... ຄືເປັນຕາເບິ່ງແທ້

ໂຄສະນາໜ້າຈໍໃຫ້ໜ້າສົນໃຈ, ເປັນວຽກຂອງນັກການຕະຫຼາດ. ຄົນທຸກມື້ນີ້, ກົມໜ້າໃສ່ຈໍເກືອບທຸກຄົນ. ນັ້ນເປັນເຫດໃຫ້ທ່ານຕ້ອງມີການໂຄສະນາ, ຜ່ານໜ້າຈໍຈິ່ງ. ຮູບແບບວິທີການໂຄສະນາທາງອິນເຕີເນັດມີເປັນຈຳນວນຫຼວງຫຼາຍ ທີ່ນຳໃຊ້ທາງອອນໄລ. ສິ່ງທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດກໍ່ຄືການໂຄສະນາປ້າຍ.

ປ້າຍໂຄສະນາທາງເວັບໄຊ໊ ແລະ ສື່ສັງຄົມອອນໄລ ເປັນການບໍລິການທີ່ສະໜອງໂດຍ ບໍລິສັດການຕະຫຼາດທາງອິນເຕີເນັດ. ທຸລະກິດທີ່ ສ້າງເວັບໄຊຂອງຕົນເອງຂື້ນມາ ສາມາດຕິດຕໍ່ກັບບໍລິສັດໂຄສະນາທາງອິນເຕີເນັດ. ອາດເພີ່ມການຈ່າຍຄ່າເຮັດປ້າຍໂຄສະນາ ແລະ ເຊື່ອມຕໍ່ກັບເວັບໄຊທາງທຸລະກິດອື່ນໆ ທີ່ມີໃນເວັບໄຊ. ການບໍລິການດັ່ງກ່າວ ບາງຄັ້ງມີລາຄາແພງປຽບທຽບກັບວິທີອື່ນໆ ແຕ່ວ່າ ຄຸນປະໂຫຍດຫຼັກໆແມ່ນງ່າຍ ຕໍ່ການກວດສອບຈຳນວນຜູ້ເຂົ້າຊົມເວັບໄຊ.

ການໂຄສະນາປ້າຍປະກອບມີເນື້ອໃນ ແລະ ການອອກແບບກຼາບຟິກ ທີ່ເອົາລົງໃນເວັບໄຊ ທຸກໆໜ້າ ເພື່ອດຶງດູດຜູ້ເຂົ້າຊົມເວັບໄຊ. ປ້າຍໂຄສະນາ ມີຂະໜາດເທົ່າໃດກໍ່ໄດ້; ເຖິງແນວໃດກໍ່ຕາມ ມາດຕະຖານຕໍ່ໄປນີ້ ເປັນສິ່ງທີ່ ຍອມຮັບກັນຢ່າງຫຼວງຫຼາຍ. ການອອກແບບປ້າຍໂຄສະນາທີ່ມີປະສິດທິຜົນ ຈະເຮັດໃຫ້ ທຸລະກິດມີຄວາມສຳເລັດໃນລະດັບທີ່ແຕກຕ່າງກັນ. ສຳລັບທຸລະກິດໃຫ້ການບໍລິການສ້າງປ້າຍໂຄສະນາ ມີເຄັດລັບທີ່ເປັນຜົນປະໂຫຍດ ດັ່ງຕໍ່ໄປນີ້:

1. ໃຊ້ພາບກະຕຸນ: ການອັດເອົາພາບກະຕຸນທີ່ສາມາດເປັນຕົວແທນໃຫ້ຍີ່ຫໍ້ຂອງທ່ານ, ຈະເປັນການເພີ່ມອັດຕາການເຂົ້າເບິ່ງ ປ້າຍໂຄສະນາ. ພາບກະຕຸນຕ້ອງຖືກນຳໃຊ້ຢ່າງລະມັດລະວັງ ເພາະວ່າຈຸດປະສົງຂອງ ພາບກະຕຸນຕ້ອງການສື່ສານ ແນວຄວາມຄິດທີ່ສຳຄັນ ຂອງສິນຄ້າ ແລະ ການບໍລິການຂອງທ່ານ. ອາດເໜາະສຳລັບກໍລະນີສິນຄ້າທ່ານເປັນເຂົ້າໜົມສຳລັບເດັກ, ເຄື່ອງນຸ່ງເດັກ.

2.​ ສ້າງໃຫ້ມີຈຸດໜ້າສົນໃຈກົດເຂົ້າໄປເບິ່ງ. ກາຍເປັນສິ່ງທີ່ປະກົດຂຶ້ນ ເພື່ອສ້າງຮຽກຮ້ອງຄວາມສົນໃຈ: ການເພີ່ມ Icon ” ຄຼິກ ທີ່ນີ້ ” ຫຼື ” ສົ່ງ ” ພາບກຼາບຝິກ ຂອງປ້າຍໂຄສະນາຈະເປັນການເພີ່ມ ຈຳນວນຄຼິກເຂົ້າເບິ່ງ ປ້າຍໂຄສະນາ.

3. ໃຊ້ສີສົດໃສ: ສີຟ້າ, ສີເຫຼືອງ, ແດງ ແລະ ສີຂຽວ ເຂົ້າໃນປ້າຍໂຄສະນາ ຈະເຮັດໃຫ້ ເພີ່ມຈຳນວນຄຼິກເຂົ້າເບິ່ງ ປ້າຍໂຄສະນາ ຫຼາຍກ່ວາ ປ້າຍໂຄສະນາສີ ດຳ ແລະ ຂາວ. ໃສ່ສີບົວແດງພໍປະມານ.

4. ໃຊ້ຄຳສັບໜ້າສົນໃຈກົດ. ເປັນຕົ້ນ “ເບິ່ງການບໍການລ້າໆໄດ້ທີ່ນີ້” ຄຳສັລເຫຼົ່ານີ້ ຄວນນຳມາໃຊ້ສະເໜີ ໃນປ້າຍໂຄສະນາຂອງທ່ານ. ຂຶ້ນກັບ ສິ່ງທີ່ທ່ານກໍາຢາກລັງຂາຍ, ການໃຫ້ບໍລິການ ຫຼື ຜະລິດຕະພັນລ້າໆ ຈະສາມາດເພີ່ມຈຳນວນຄຼິກເຂົ້າເບິ່ງ ປ້າຍໂຄສະນາ. ຕົວຢ່າງ ໃຫ້ຊອບແວໄປທົດລອງໃຊ້ເປັນເວລາໃດໜຶ່ງ. ໃນຂະຂະດຽວກັນທ່ານກໍ່ ຈະໄດ້ຮັບຄໍາຄິດເຫັນທີ່ດີກັບຄືນມາ. ການໃຫ້ເງິນໃນຮູບແບບຄູປ໋ອງ, ຈະເປັນສິ່ງທີ່ສ້າງໃຫ້ມີການສົ່ງໃສຈະເຮັດໃຫ້ຢາກຮູ້ວ່າສິ່ງໃດທີ່ຈະໄດ້. ເຂົາຈະສົນໃຈກົດຫຼາຍຂື້ນ.

 5. ຂໍ້ຄວາມຕ້ອງສັ້ນ: ການອັດເອົາພາບໄດ້ໄວ ຈະເປັນການເພີ່ມ ອັດຕາການເພີ່ມ ຈຳນວນຄຼິກເຂົ້າເບິ່ງປ້າຍໂຄສະນາ. ພາບກະຕຸນຕ້ອງຖືກນຳໃຊ້ຢ່າງລະມັດລະວັງ ເພາະວ່າຈຸດປະສົງຂອງພາບກະຕຸນເພື່ອ ດຶງດູດຄົນເຂົ້າຊົມ ບໍ່ແມ່ນຈະລົບກວນເຂົາເຈົ້າ.

6. ເຊື່ອມປ້າຍໂຄສະນາກັບໜ້າຂອງເວັບໄຊໃດໜຶ່ງສະເພາະ: ເມື່ອມີຄົນເຂົ້າຄຼິກປ້າຍໂຄສະນາ, ເຂົາເຈົ້າຕ້ອງການ ເຂົ້າໄປໃນເວັບໄຊ ທີ່ມີຂໍ້ມູນທີ່ເຂົາຕ້ອງການໂດຍຕົງ. ຄົນເຂົ້າ ຊົມເວັບໄຊ ບໍ່ຕ້ອງການເຂົ້າ ເບິ່ງເວັບ ໄຊຂອງທ່ານ ແລະ ຕ້ອງຊອກຫາຂໍ້ມູນ ຈາກການກົດຜ່ານຈຸດເຊື່ອມຕໍ່.

  1. ເຮັດໃຫ້ມີຄວາມສົດໃສ ຫຼື ປ່ຽນແປງປ້າຍໂຄສະນາເປັນປະຈຳ ມີການສຶກສາ ການສະແດງຜົນການກົດເຂົ້າເບິ່ງ ໃຫ້ເຫັນວ່າອັດຕາຈຳນວນຄົນເບິ່ງ ພາຍຫຼັງສອງອາທິດ ມີຫຼາຍປານໃດ? ອັດຕາຈໍານວນຄຼິກ ຕາມທຳມະດາຈະເພີ່ມຂື້ນ ເມືອປ້າຍ ໂຄສະນາໄໝ່ປະກົດຂື້ນ.

ຮູບແບບການນຳໃຊ້ເຕັດນິກດັ່ງກ່າວ, ເປັນພຽງສິ່ງເລັກໆນ້ອຍໆ ທີ່ຫຼາຍໆຄົນນຳມາໃຊ້ແລ້ວໄດ້ຜົນໃນການໂຄສະນາ ແລະ ເຮັດໃຫ້ຄົນສົນໃຈກົດເຂົ້າເບິ່ງຂໍ້ມູນທີ່ທ່ານຕ້ອງການໂຄສະນາຫູາຍຂື້ນ. ຖ້າທ່ານມີສື່ສັງຄົມອອນໄລທີ່ມີຄົນຕິດຕາມຫຼາຍ, ການນຳພາບ ແລະ ຂໍ້ຄວາມລົງໃນສື່ນັ້ນໆ, ຈະເພີມໂອກາດການເຂົ້າຫາຄົນໄດ້ຫຼາຍຂື້ນ.

 

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.