Norkhame
ປ່ອຍວາງແຕ່ບໍ່ປະ ປ່ອຍວາງແຕ່ບໍ່ປະ
ເມື່ອເຮົາບໍລິຫານແບບວາງເສີຍ ເຮົາບໍ່ໄດ້ຄວບຄຸມ ແລະ ກໍາກັບດູແລຫຼາຍປານໃດ. ມັນເປັນການເປີດ ໂອກາດໃຫ້ຄົນອື່ນເຮັດວຽກ. ອີກທັງຍັງບໍ່ຕ້ອງໃຫ້ພະນັກງານທີ່ເຮົາມອບໝາຍວຽກໄປຕ້ອງມາລາຍງານຄວາມຄືບໜ້າຂອງວຽກທັນທີທີ່. ຜູ້ບໍລິຫານ,​ ເປັນຄົນກຳນົດຢ່າງຊັດເຈນແລ້ວວ່າ ວຽກທີ່ຈະໃຫ້ເຮັດແມ່ນຫຍັງ ເຮັດເມື່ອໃດ? ເຮັດແບບໃດ? ແລະ ກໍານົດວ່າເຮົາຈະປະເມີນວຽກແບບໃດ? ເຮົາມອບກໍ່ໝາຍວຽກທັງໝົດນັ້ນໄປ ແລະ ໃຫ້ພວກເຂົາກັບມາຫາເຮົາ ຖ້າເກີດມີບັນຫາ ເກີດຄວາມລ້າຊ້າ ຫຼື ຄວາມຍຸ່ງຍາກໃນເລື່ອງໃດກໍ່ຕາມ. ເຮົາຕ້ອງບອກໃຫ້ຊັດເຈນວ່າ ຖ້າວຽກເປັນໄປຕາມກໍານົດ ແລະ... ປ່ອຍວາງແຕ່ບໍ່ປະ

ເມື່ອເຮົາບໍລິຫານແບບວາງເສີຍ ເຮົາບໍ່ໄດ້ຄວບຄຸມ ແລະ ກໍາກັບດູແລຫຼາຍປານໃດ. ມັນເປັນການເປີດ ໂອກາດໃຫ້ຄົນອື່ນເຮັດວຽກ. ອີກທັງຍັງບໍ່ຕ້ອງໃຫ້ພະນັກງານທີ່ເຮົາມອບໝາຍວຽກໄປຕ້ອງມາລາຍງານຄວາມຄືບໜ້າຂອງວຽກທັນທີທີ່.

ຜູ້ບໍລິຫານ,​ ເປັນຄົນກຳນົດຢ່າງຊັດເຈນແລ້ວວ່າ ວຽກທີ່ຈະໃຫ້ເຮັດແມ່ນຫຍັງ ເຮັດເມື່ອໃດ? ເຮັດແບບໃດ? ແລະ ກໍານົດວ່າເຮົາຈະປະເມີນວຽກແບບໃດ? ເຮົາມອບກໍ່ໝາຍວຽກທັງໝົດນັ້ນໄປ ແລະ ໃຫ້ພວກເຂົາກັບມາຫາເຮົາ ຖ້າເກີດມີບັນຫາ ເກີດຄວາມລ້າຊ້າ ຫຼື ຄວາມຍຸ່ງຍາກໃນເລື່ອງໃດກໍ່ຕາມ. ເຮົາຕ້ອງບອກໃຫ້ຊັດເຈນວ່າ ຖ້າວຽກເປັນໄປຕາມກໍານົດ ແລະ ງົບປະມານທີ່ວາງໄວ້ ບໍ່ຈໍາເປັນທີ່ຈະຕ້ອງມາລາຍງານກັບເຮົາ ຄົນທີ່ເຮົາມອບໝາຍວຽກນັ້ນມີອິດສະຫຼະທີ່ຈະເຮັດວຽກ ເຮັດໃຫ້ລູກນ້ອງຮູ້ວ່າ “ບໍ່ມີຂ່າວຫຍັງທີ່ເປັນຂ່າວດີ” ຄືຄະຕິປະຈໍາຕົວເຮົາ

ການບໍລິຫານແບບວາງເສີຍເປັນເຄື່ອງມືທີ່ຊ່ວຍປະຫຍັດເວລາໄດ້ຫຼາຍສໍາລັບຜູ້ຈັດການ ວິທີ່ນີ້ບໍ່ມີຫຍັງທີ່ຊັບຊ້ອນ ເຮົາພຽງແຕ່ເວົ້າວ່າ “ຖ້າທຸກຢ່າງເປັນໄປໄດ້ດີ ແລະ ເປັນໄປຕາມກໍານົດ ກໍ່ບໍ່ຈໍາເປັນຕ້ອງມາລາຍງານກັບຂ້ອຍຕະຫຼອດດອກ ບາງເທື່ອກໍ່ລາຍງານຂ້ອຍທາງອີເມວໄດ້ ນອກເໜືອຈາກນີ້ ຂ້ອຍຈະປ່ອຍໃຫ້ເຈົ້າເຮັດເອງທັງໝົດ”. ທ່ານສາມາດຄຸມການບໍລິຫານທັງໝົດໄດ້. ມີຈຸດດີເປັນຕົ້ນ:

1. ຕັ້ງເປົ້າໝາຍທາງການເງິນ

ຕົວຢ່າງ: ຖ້າວຽກທີ່ໃຫ້ເຮັດແມ່ນ ຂາຍສິນຄ້າມູນຄ່າ 100 ລ້ານ ພາຍໃນສິບສອງເດືອນ ເທົ່າກັບວ່າ ເຮົາຕ້ອງຂາຍສິນຄ້າໃຫ້ໄດ້ໜຶ່ງ 10 ລ້ານກີບຕໍ່ເດືອນ. ຖ້າຂາຍໄດ້ 10 ລ້ານທຸກເດືອນ ຫຼື ຂາຍໄດ້ຫຼາຍກວ່ານັ້ນບໍ່ຈໍາເປັນຕ້ອງກັບມາລາຍງານ ກັບເຮົາ. ຢ່າງໃດກໍ່ຕາມ ຖ້າຍອດຂາຍຫຼຸດລົງມາ ເປັນແປດລ້ານ ຫຼື ເກົ້າລ້ານ ນີ່ເປັນຍອດຂາຍທີ່ແຕກຕ່າງຈາກມາດຕະຖານທີ່ຕົກລົງກັນໄວ້ ຈຶ່ງຈໍາເປັນຕ້ອງລາຍງານເລື່ອງນີ້ກັບຜູ້ທີ່່ຮັບຜິດຊອບເລື່ອງຍອດຂາຍ.

2. ວາງແຜນ ແລະ ນັດຂາຍ

ເຮົາມັກຈະປະສົບກັບສະຖານະການທີ່ເຮົາຮູ້ສຶກວ່າຕົວເອງ ຫຼື ຄົນອື່ນຈໍາເປັນຕ້ອງຮັບປະກັນໃຫ້ທັນເວລາ ຫຼື ເວລາທີ່ວຽກຕ້ອງແລ້ວ. ໃນກໍລະນີນີ້ ໃຫ້ເຮົາບໍລິຫານແບບວາງເສີຍ ພວກເຮົາຄວນລົມໂທລະສັບກັນໃນວັນທີ່ແນ່ນອນ. ແທນທີ່ຈະຕ້ອງກວດສອບກັນໄປມາ ໃຫ້ເຮົາຕັກລົງກັນເລື່ອງເວລາ ຫຼື ເລື່ອງຜົນລັບທີ່ຕ້ອງການ ແລະ ແນະນໍາໃຫ້ໃຊ້ວິທີບໍລິຫານແບບວາງເສີຍ. ເຮົາອາດຈະເວົ້າວ່າ “ຂ້ອຍຈະໂທຫາເຈົ້າ ຫຼື ເຈົ້າຕ້ອງການໂທຫາຂ້ອຍ ຖ້າຫາກມີຫຍັງທີ່ຕ່າງໄປຈາກທີ່ເຮົາຕົກລົງກັນໄວ້ແລ້ວ.

3. ການບໍລິຫານແບບວາງເສີຍໃຊ້ໄດ້ຕະຫຼອດ

ເປັນເລື່ອງທີ່ໜ້າມະຫັດສະຈັນຫຼາຍ ຊຶ່ງເຮົາພົບວ່າ ເວລາທີ່ເຮົາບໍລິຫານແບບບວາງເສີຍ ຈາກກໍລະນີການມອບ      ໝາຍວຽກທັງໝົດ ມີ 90​ ເປີເຊັນທີ່ບໍ່ຈໍາເປັນຕ້ອງມີການຕິດຕໍ່ສື່ສານອີກ ແລະ ທຸກຢ່າງກໍ່ເປັນໄປຕາມທີ່ກໍານົດໄວ້. ຄົນມັກຈະມີນັດໝາຍຫຼາຍຢ່າງໃນແຕ່ລະວັນ, ມີການເດີນທາງໄປຕາມສະຖານທີ່ຕ່າງໆ ແລະ ພົບປະຄົນທີ່ຫຼາກຫຼາຍ ຈຶ່ງຕ້ອງມີການປະສານງານກັນເປັນຢ່າງດີ ກັບຄົນທີ່ມອບໝາຍວຽກໃຫ້. ເຂົາເຈົ້າຈະແບ່ງເບົາພາລະໄດ້ດີ ໂດຍສະເພາະຢ່າງຍິ່ງ ເວລາທີ່ ທ່ານຕ້ອງອອກເດີນທາງເຮັດວຽກນອກສະຖານທີ່.

ການມີຄົນເຮັກວຽກຕາງ, ຈະຮັບປະກັນເລື່ອງເວລາ. ຖ້າມີສິ່ງໃດທີ່ຕ່າງໄປຈາກກໍານົດເວລາທີ່ກຳນົດ, ກໍ່ຈະເຮັດຕາມທີ່ຕົກລົງກັນໄວ້ ຄວນແຈ້ງໃຫ້ພວກເຂົາຮູ້ລ່ວງໜ້າ ແລ້ວກໍ່ເບິ່ງການເຮັດໄປຕາມທີ່ກຳນົດ. ມັນຈະຊ່ວຍໃຫ້ທ່ານສາມາດເຮັດວຽກໄດ້ຢ່າງລ່ຽນໄຫຼ ໃນກໍລະນີແຕ່ລະປີທີ່ມີລູກຄ້າເພີ່ມຂື້ນ, ແຕ່ກໍ່ ສາມາດໃຊ້ການບໍລິຫານເວລາເຊັ່ນນີ້ໄດ້ດີສະເໝີ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.