Norkhame
ຊ່ວຍເຫຼືອເພື່ອນໃນການສ້າງສາຍພົວພັນ ຊ່ວຍເຫຼືອເພື່ອນໃນການສ້າງສາຍພົວພັນ
ເພື່ອນມີຄວາມສຳຄັນຫຼາຍໃນການເລືອກຄົນຮັກ. ອັນໜຶ່ງນອກຈາກຈະສະໜັບສະໜູນ ຍັງເປັນຄົນຄອຍໃຫ້ກຳລັງໃຈ ແລະ ໃຫ້ການໂອ້ລົມໄດ້. ນີ້​ເປັນ​ສ່ວນ​ຄຳ​​ແນະນຳໜຶ່ງທີ່​ຈະ​ຊ່ວຍ​ໃຫ້​ເພື່ອນ​ຂອງ​ທ່ານ​ສາມາດ​ຜ່ານ​ຜ່າ​ສາຍ​ພົວພັນ​ທີ່​ມີ​ປັນຫາ ​ຫຼື ອອກ​ຈາກ​ສາຍ​ພົວພັນ​ທີ່​ບໍ່ດີ. ສ້າງ​ໃຫ້​ຕົນ​ເອງ​ກາຍ​ເປັນ​ຄົນ​ໃຫ້ການ​ສະໜັບສະໜູນ​ໃນ​ທາງ​ດີ: ​ເນື່ອງ​ຈາກ​ຫຼາຍໆຄົນ​ມີ​​ແຟນ​ແມ່ນ​ມັກ​ເບິ່ງ​ຕົນ​ເອງ​ເປັນ​ຄົນ​ດ້ອຍ​ຄ່າ​ເວລາ​ມີ​ບັນຫາ ຫຼື ​ເລືອກ​ຄົນ​ທີ່​ຜິດ. ສິ່ງ​ຈຳ​ເປັນກໍ່ຄື​ຕ້ອງ​ໄດ້​ສ້າງສາ​ຍພົວພັນ​​ເພື່ອນ​ມິດ. ຕ້ອງ​ໃຫ້​ແນ່​ໃຈ​ວ່າ ທ່ານ​ເປັນ​ຄົນໆໜຶ່ງທີ່​ຈະ​ຢູ່​ຄຽງຂ້າງ​ກັບ​​ເພື່ອນ​ຂອງ​ທ່ານ​ທີ່​ກຳລັງ​ຈະ​ມີ​ສາຍ​ພົວພັນ​ນັ້ນໆ ພ້ອມ​ທັງ​ໃຫ້​ຄວາມ​ສຳຄັນ ​ແລະ ​ແນະນຳ. ຈົ່ງ​ຊ່ວຍ​ບອກ​ເພື່ອນ​ຂອງ​ທ່ານ​ວ່າ ຈະ​ຢູ່​ຄຽງຂ້າງ​ຫາກ​ເມື່ອ​ໃດ​​ຈົບ​ສາຍສຳພັນ​ກັບ​ແຟນຂອງ​ເຂົາ​ເຈົ້າ. ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຊື່ອ​ວ່າ ​ເຖິງ​ຈະ​ບໍ່ມີ​ແຟນ​ເຂົາ​ກໍ່ຈະ​ຍັງ​ມີ​ເພື່ອນ​ສະ​ເໜີ ​ແລະ... ຊ່ວຍເຫຼືອເພື່ອນໃນການສ້າງສາຍພົວພັນ

ເພື່ອນມີຄວາມສຳຄັນຫຼາຍໃນການເລືອກຄົນຮັກ. ອັນໜຶ່ງນອກຈາກຈະສະໜັບສະໜູນ ຍັງເປັນຄົນຄອຍໃຫ້ກຳລັງໃຈ ແລະ ໃຫ້ການໂອ້ລົມໄດ້. ນີ້​ເປັນ​ສ່ວນ​ຄຳ​​ແນະນຳໜຶ່ງທີ່​ຈະ​ຊ່ວຍ​ໃຫ້​ເພື່ອນ​ຂອງ​ທ່ານ​ສາມາດ​ຜ່ານ​ຜ່າ​ສາຍ​ພົວພັນ​ທີ່​ມີ​ປັນຫາ ​ຫຼື ອອກ​ຈາກ​ສາຍ​ພົວພັນ​ທີ່​ບໍ່ດີ.

[signinlocker id=”3227″]ສ້າງ​ໃຫ້​ຕົນ​ເອງ​ກາຍ​ເປັນ​ຄົນ​ໃຫ້ການ​ສະໜັບສະໜູນ​ໃນ​ທາງ​ດີ: ​ເນື່ອງ​ຈາກ​ຫຼາຍໆຄົນ​ມີ​​ແຟນ​ແມ່ນ​ມັກ​ເບິ່ງ​ຕົນ​ເອງ​ເປັນ​ຄົນ​ດ້ອຍ​ຄ່າ​ເວລາ​ມີ​ບັນຫາ ຫຼື ​ເລືອກ​ຄົນ​ທີ່​ຜິດ. ສິ່ງ​ຈຳ​ເປັນກໍ່ຄື​ຕ້ອງ​ໄດ້​ສ້າງສາ​ຍພົວພັນ​​ເພື່ອນ​ມິດ. ຕ້ອງ​ໃຫ້​ແນ່​ໃຈ​ວ່າ ທ່ານ​ເປັນ​ຄົນໆໜຶ່ງທີ່​ຈະ​ຢູ່​ຄຽງຂ້າງ​ກັບ​​ເພື່ອນ​ຂອງ​ທ່ານ​ທີ່​ກຳລັງ​ຈະ​ມີ​ສາຍ​ພົວພັນ​ນັ້ນໆ ພ້ອມ​ທັງ​ໃຫ້​ຄວາມ​ສຳຄັນ ​ແລະ ​ແນະນຳ. ຈົ່ງ​ຊ່ວຍ​ບອກ​ເພື່ອນ​ຂອງ​ທ່ານ​ວ່າ ຈະ​ຢູ່​ຄຽງຂ້າງ​ຫາກ​ເມື່ອ​ໃດ​​ຈົບ​ສາຍສຳພັນ​ກັບ​ແຟນຂອງ​ເຂົາ​ເຈົ້າ. ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຊື່ອ​ວ່າ ​ເຖິງ​ຈະ​ບໍ່ມີ​ແຟນ​ເຂົາ​ກໍ່ຈະ​ຍັງ​ມີ​ເພື່ອນ​ສະ​ເໜີ ​ແລະ ຈະບໍ່ໄດ້ຢູ່ໂດດດ່ຽວ.

ຊ່ວຍເພື່ອນກວດສອບເບິ່ງວ່າສາຍພົວພັນຮັກເຂົາເຈົ້າຍັງດີຫຼືບໍ່. ທ່ານອາດຈະພະຍາຍາມນຳໃຊ້ແນວຄວາມຄິດຮັກແທ້ຈາກຫຼາຍໆແຫຼ່ງເພື່ອຊ່ວຍໃຫ້ເພື່ອນໄດ້ພົບຄົນທີ່ແທ້ຈິງ ເພື່ອໃຫ້ເໜະກັບເພື່ອນດີໆຂອງເຂົາ. ຄວາມຮັກເປັນສິ່ງທີ່ຕ້ອງໄດ້ອົດທົນ, ຄວາມຮັກຄືຄວາມກະລຸນາ. ຄວາມຮັກບໍ່ກໍ່ໃຫ້ເກີດມີການອິດສາ, ບໍ່​ໄດ້​ເຮັດ​ໃຫ້​ເກີດ​ມີ​ຄວາມ​ຍິ່ງ​ຍະ​ໂສ​ໂອ້​ອວດ, ບໍ່​ໄດ້​ເຮັດ​ໃຫ້​ເກີດ​ມີ​ຄວາມ​ພູມ​ໃຈ. ຄວາມ​ຮັກ​ບໍ່​ໄດ້​ເຮັດ​ໃຫ້​ຄົນ​ຮັກ​ເກີດ​ຄວາມ​ລະອາຍ: ບໍ່​ໄດ້​ເຮັດ​ໃຫ້​ເຫັນ​ວ່າ​ຕົນ​ເອງ​ເປັນ​ຄົນ​ທີ່​ແຕກ​ຕ່າງ, ບໍ່​ເຮັດ​ໃຫ້​ເກີດ​ມີ​ຄວາມ​ໂມ​ໂຫ, ບໍ່ຈົດ​ຈຳ​ສິ່ງ​ທີ່​ຜິດພາດ. ຄວາມ​ຮັກ​ບໍ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຫຼົງ​ເຮັດ​ຜິດ ​ແຕ່​ຄວາມ​ຮັກ​ຈະ​​ເຮັດ​ໃຫ້​ທ່ານ​ປະຕິ​ດ​ເສດ​ຄວາມ​ເປັນ​ຈິງ. ​ໃຜ​ໃຫ້​ຄວາມ​ຮັກ, ຈະ​ຢາກ​ປົກ​ປັກ​ຮັກສາ, ຈະ​ມີ​ຄວາມ​ຫວັງ ​ແລະ ຮູ້ສຶກ​ເປັນ​ສ່ວນໜຶ່ງສະ​ເໜີ.

​ເມື່ອ​ເບິ່ງ​ວ່າ​ກຳລັງ​ຕົກ​ໃນ​ອາການ​ຕິດ​ຮັກຫຼືບໍ່. ​ແມ່ນ​ທ່ານ​ຕ້ອງ​ໄດ້​ອາການ​ຂອງ​ຄົນ​ທີ່​ກຳລັງ​ມີ​ແຟນວ່າ​ໂຫຍ​ຫາ​ຄົນ​ຮັກຫຼາຍ​ເທົ່າ​ໃດ? ​ເຂົາ​ເຈົ້າມີ​ພຶດຕິ​ກຳ​ຫຍັງ​ທີ່​ປ່ຽນ​ໄປ​ຫຼືບໍ່​ໃນ​ຂະນະ​ທີ່​ມີ​ສາຍ​ພົວພັນ​ໃໝ່? ​ເຂົາ​ເຈົ້າຈະ​ມີ​ຄົນ​ໃໝ່​ເລີຍໆບໍ່? ຫາກ​ເປັນ​ແນວ​ນັ້ນ, ໝາຍວ່າ​ເຂົາ​ເຈົ້າກຳລັງ​ຊອກ​ຫາ​ຄົນ​ໃດໜຶ່ງ​ເພື່ອ​ມາ​ທົດ​ແທນ​ຄົນ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າຜິດ​ຫັວງ ​ເພື່ອ​ທົດ​ແທນ​ຄົນ​ທີ່​ເສຍ​ໄປ. ຫາກ​​ເພື່ອນ​ຂອງທ່ານ​ຕົກ​ໃນ​ກໍລະນີ​ນັ້ນ, ທ່ານກໍ່ອາດຈະພະຍາຍາມໂນ້ມນ້າວແນວຄິດໂດຍບໍ່ຕັດສິນວ່າສິ່ງທີ່ເຂົາເຈົ້າກຳລັງເຮັດເປັນຂໍ້ຜິດພາດ ແລະ ຊັກນຳໄປໃນທາງທີ່ຄວນ. ທ່ານອາດຈະຕ້ອງໄດ້ສອບຖາມຫຼາກຫຼາຍຄຳຖາມ ຫຼື ພັກດັນໃຫ້ເຂົາເຈົ້າໄປມີສະພາບສັງຄົມໃໝ່ເພື່ອໄດ້ເຫັນຫຼາກຫຼາຍແນວຄິດຊ່ວຍໃຫ້ເຂົາເຈົ້າຄົ້ນພົບຄວາມຮູ້ສຶກເລິກໆຂ້າງໃນທີ່ເຮັດໃຫ້ເຂົາເຈົ້າເຈັບປວດ. ສິ່ງດັ່ງກ່າວອາດຈະຊ່ວຍໃຫ້ເຂົາເຈົ້າເອົາຊະນະກັບຄວາມຮັກທີ່ມີປັນຫາ ຫຼື ຜິດຫວັງຈາກຄວາມຮັກ.[/signinlocker]

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.