Norkhame
ອາດເສຍຮອດແສນຄົນ ອາດເສຍຮອດແສນຄົນ
ຫຼາຍຄົນເປັນຫ່ວງ ສະຫະລັດອາເມລິກາ. ມີທ່າວ່າຈະເພີ່ມຂື້ນເປັນ 8 ເທົ່າຂອງຄົນຕິດເຊື້ອ ແລະ ມີທ່າວ່າຄົນເສຍຊີວິດຈະເພີ່ມຂື້ນອີກຫຼາຍເທົ່າ. ຈາກການປະເມີນສະພາບການຕົວຈິງ ທີ່ມີຄົນເສຍຊີວິດ 3,000 ຄົນຕໍ່ມື້ຈາກເດືອນ ພຶດສະພາ 2020. ຈາກຂໍ້ມູນພາຍໃນ, ການແຜ່ລາມໃນສະຫະລັດອາເມລິກາ ຄາດຄະເນການເພີ່ມຂື້ນກວ່າທີ່ເປັນໃນປະຈຸບັນ. ມາດຕະການການຄວບຄຸມບໍ່ຊັດເຈນເຮັດໃຫ້ມີການສັນນິຖານວ່າຈະເພີ່ມຂື້ນໃນເດືອນ 6/2020.  ການສັນນິຖານຈາກ ອົງການຄຸ້ມຄອງສຸກເສີນຂອງລັດຖະບານກາງ, ຄາດຄະເນປະມານ 200,000 ກໍລະນີ ໃໝ່... ອາດເສຍຮອດແສນຄົນ

ຫຼາຍຄົນເປັນຫ່ວງ ສະຫະລັດອາເມລິກາ. ມີທ່າວ່າຈະເພີ່ມຂື້ນເປັນ 8 ເທົ່າຂອງຄົນຕິດເຊື້ອ ແລະ ມີທ່າວ່າຄົນເສຍຊີວິດຈະເພີ່ມຂື້ນອີກຫຼາຍເທົ່າ. ຈາກການປະເມີນສະພາບການຕົວຈິງ ທີ່ມີຄົນເສຍຊີວິດ 3,000 ຄົນຕໍ່ມື້ຈາກເດືອນ ພຶດສະພາ 2020. ຈາກຂໍ້ມູນພາຍໃນ, ການແຜ່ລາມໃນສະຫະລັດອາເມລິກາ ຄາດຄະເນການເພີ່ມຂື້ນກວ່າທີ່ເປັນໃນປະຈຸບັນ. ມາດຕະການການຄວບຄຸມບໍ່ຊັດເຈນເຮັດໃຫ້ມີການສັນນິຖານວ່າຈະເພີ່ມຂື້ນໃນເດືອນ 6/2020.  ການສັນນິຖານຈາກ ອົງການຄຸ້ມຄອງສຸກເສີນຂອງລັດຖະບານກາງ, ຄາດຄະເນປະມານ 200,000 ກໍລະນີ ໃໝ່ ໃນແຕ່ລະມື້ໃນທ້າຍເດືອນພຶດສະພາ, ເພີ່ມຈາກ 25,000 ຄົນຕິດເຊື້ອຕໍ່ວັນໃນປັດຈຸບັນ.

ແຕ່ບາງພາກສ່ວນບໍ່ເຊື່ອວ່າສິ່ງນີ້ຈະເກີດຂື້ນ. ຂໍ້ມູນຈາກທຳນຽບຂາວກ່າວວ່າ: ສຸຂະພາບຂອງປະຊາຊົນອາເມລິກາຍັງຄົງເປັນບູລິມະສິດອັນດັບໜຶ່ງ ຂອງປະທານາທິບໍດີ ແລະ ພາກລັດໄດ້ຕິດຕາມ ສະພາບຂອງລັດຕ່າງໆເພື່ອຜ່ອນຄາຍຂໍ້ຈຳກັດການກັກຕົວກັບທີ່.  ໂຣກໂຄວິດ ແຜ່ລາມ ໃນປະເທດອາເມລິກາຫຼາຍກວ່າ 1,1 ລ້ານຄົນ ແລະ ໄດ້ຂ້າເກືອບ 68,000 ຊີວິດ.

ເມື່ອບໍ່ດົນມານີ້ໃນວັນສຸກ, ປະທານາທິບໍດີໄດ້ກ່າວວ່າ ທ່ານຫວັງວ່າຊາວອາເມລິກາໜ້ອຍກວ່າ 100,000 ຄົນຈະເສຍຊີວິດ. ຕົວເລກດັ່ງກ່າວເຮັດໃຫ້ຫຼາຍຄົນຫວາດຫວັ່ນ ແລະ ບໍ່ໜັ້ນໃຈກັບການຈຳກັດການລະບາດ. ຕົວແບບການຄາດເດົາຂອງມະຫາວິທະຍາໄລວໍຊິງຕັນ, ເຊິ່ງມັກຈະຖືກກ່າວເຖິງໂດຍເຈົ້າໜ້າທີ່ທຳນຽບຂາວ ແລະ ເຈົ້າໜ້າທີ່ສາທາລະນະສຸກລັດ, ໄດ້ຄາດຄະເນຄື້ນທຳອິດຂອງການເສຍຊີວິດຂອງໂຣກໂຄວິດ ຈະພາກຊີວິດຄົນອາເມລິກາປະມານ 72,400 ຄົນ.

ໃນຂະນະມີການລະບາດ, ບັນດາລັດໄດ້ຜ່ອນຄາຍຂໍ້ຈຳກັດໃນການດຳເນີນທຸລະກິດ ແລະ ຊີວິດສັງຄົມເພື່ອຟື້ນຟູເສດຖະກິດທີ່ຖົດຖອຍ, ແຕ່ບັນດາຊ່ຽວຊານດ້ານສາທາລະນະສຸກໄດ້ຮຽກຮ້ອງໃຫ້ມີຄວາມລະມັດລະວັງ ສຳລັບຄວາມຢ້ານກົວຕໍ່ການລະບາດຂອງໄວຣັດທີ່ຈະທະວີຄວາມຮຸນແຮງຂື້ນ.

ໃນນະຄອນນິວຢອກ, ລັດທີ່ກວມເອົາປະມານໜຶ່ງສ່ວນສາມຂອງການຕິດເຊື້ອທັງໝົດຂອງສະຫະລັດ, ຜູ້ວ່າການລັດ ໄດ້ ໃຫ້ຄຳປາໃສ ໃນວັນຈັນນີ້ວ່າ ມີແຜນການທີ່ຈະຜ່ອນຄາຍຂໍ້ຈຳກັດໃນບາງພື້ນທີ່. 50 ລັດອື່ນໆໄດ້ເດີນໜ້າຕໍ່ໄປດ້ວຍແຜນການຂອງຕົນເອງ ເພື່ອເລີ່ມຕົ້ນເສດຖະກິດທີ່ ກຳລັງຖົດຖອຍຈາກໂຄວິດ. ການເຄື່ອນໃຫວທີ່ອານຸຍາດໄດ້ແມ່ນ ຈຳພວກ ການກໍ່ສ້າງ, ການຜະລິດ ແລະ ຕ່ອງໂສ້ການສະໜອງຂາຍຍົກຈະໄດ້ຮັບອະນຸຍາດໃຫ້ເລີ່ມຕົ້ນ ພາຍໃຕ້ໄລຍະ ທຳອິດ ຈາກທັງໝົດ 4 ບາດກ້າວການກັບຄືນສູ່ສະພາບເປັນປົກກະຕິ.

ຄຳສັ່ງໃຫ້ພັກເຊົາຢູ່ເຮືອນຂອງລັດ, ຕັ້ງແຕ່ກາງເດືອນມີນາຈະໝົດອາຍຸລົງໃນວັນທີ 15 ພຶດສະພາ ແລະ ຜູ້ວ່າການ ໄດ້ກ່າວໃນເມື່ອກ່ອນວ່າບາງເຂດຢູ່ນອກເຂດນະຄອນນິວຢອກທີ່ມີບໍ່ຈຳນວນຄົນຕິດເຊື້ອຫຼາຍ ອາດຈະເລີ່ມລົດ ຂໍ້ຈຳກັດຫລັງຈາກວັນທີນັ້ນ. ຜູ້ວ່າການລັດກ່າວວ່າ “ການເປີດຄືນໃໝ່ ແມ່ນມີຄວາມຫຍຸ້ງຍາກຫຼາຍກ່ວາການປິດທຸລະກິດ. ການປິດແມ່ນຂ້ອນຂ້າງງ່າຍດາຍ”. ໄລຍະທີສອງຈະເຮັດໃຫ້ການປະກັນໄພ, ການຂາຍຍ່ອຍ, ການສະໜອງດ້ານການບໍລິຫານ ແລະ ທຸລະກິດອະສັງຫາລິມະສັບເປີດອີກ, ຮອງລົງມາແມ່ນຮ້ານອາຫານ, ບໍລິການອາຫານ, ໂຮງແຮມ ແລະທຸລະກິດທີ່ພັກອາໄສໃນຂັ້ນຕອນທີສາມ. ໃນໄລຍະສຸດທ້າຍ ແມ່ນງານພົບປະທາງສັງຄົມ, ສະຖານທີ່ບັນເທິງ ແລະ ການສຶກສາກໍ່ຈະເລີ່ມໃໝ່.

ໂຄວິດສ້າງສະຖານະການທີ່ສັບສົນໃຫ້ທຸກໆທີ່ທີ່ມີການລະບາດ. ມາດຕະການກັກຕົວ ແລະ ປິດກິດຈະການ ຊໍ້າພັດເຮັດໃຫ້ຄົນສ່ຽງກັບການອຶດຫີວ ແລະ ຕາຍໄປໃນທີ່ສຸດ. ໃນທາງກັບກັນ, ການເປີດຕົວ ໄວກ່ອນກຳນົດ ຊໍ້າພັດເຮັດໃຫ້ການຄວບຄຸມໂລກ ແລະ ຊີວິດປະຊາຊົນ ສ່ຽງກັບການເສຍຊີວິດໄວຂື້ນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.