Norkhame
ຈົບເກມ ຈົບເກມ
ອີກຄັ້ງທີ່ລາວບໍ່ໄດ້ຫຼຽນຈາກໂອລຳປິກ. ບໍ່ແມ່ນເລື່ອງດີ ແຕ່ບໍ່ແມ່ນເລື່ອງແປກ. ປີນີ້ ມີຫຼາຍປະເທດ ເລີ່ມໄດ້ຫຼຽນເປັນຄັ້ງທຳອິດ. ສິ່ງນີ້ໜ້າຈະເປັນປິດສະໜາ ຝາກໄວ້ນຳຄົນລາວທຸກໆລ້ານເພື່ອຮ່ວມກັນຄິດເຮັດໃຫ້ເພັງຊາດລາວດັງ ແລະ ທຸງຊາດປິວສະບັດທີ່ໂອລຳປິກ. ທີ່ ເມືອງ ຣິໂອ, ປະເທດບຼາຊິວ ໃນປີ 2016 ໄດ້ຈັດງານໂອລຳປິກ ເຖິງວ່າປະຊາຊົນພາຍໃນເມື່ອງຫຼາຍ ພາກສ່ວນບໍ່ສະໜັບສະໜູນການເປັນເຈົ້າພາບ. ປະເທດຕ້ອງຕົກກັບໄພການເງິນ ແລະ ມີຫຼາຍໂຄງການສ້າງອາຄານ ບໍ່ທັນສຳເລັດ. ຮ້າຍແຮງກວ່ານັ້ນ... ຈົບເກມ

ອີກຄັ້ງທີ່ລາວບໍ່ໄດ້ຫຼຽນຈາກໂອລຳປິກ. ບໍ່ແມ່ນເລື່ອງດີ ແຕ່ບໍ່ແມ່ນເລື່ອງແປກ. ປີນີ້ ມີຫຼາຍປະເທດ ເລີ່ມໄດ້ຫຼຽນເປັນຄັ້ງທຳອິດ. ສິ່ງນີ້ໜ້າຈະເປັນປິດສະໜາ ຝາກໄວ້ນຳຄົນລາວທຸກໆລ້ານເພື່ອຮ່ວມກັນຄິດເຮັດໃຫ້ເພັງຊາດລາວດັງ ແລະ ທຸງຊາດປິວສະບັດທີ່ໂອລຳປິກ.

ທີ່ ເມືອງ ຣິໂອ, ປະເທດບຼາຊິວ ໃນປີ 2016 ໄດ້ຈັດງານໂອລຳປິກ ເຖິງວ່າປະຊາຊົນພາຍໃນເມື່ອງຫຼາຍ ພາກສ່ວນບໍ່ສະໜັບສະໜູນການເປັນເຈົ້າພາບ. ປະເທດຕ້ອງຕົກກັບໄພການເງິນ ແລະ ມີຫຼາຍໂຄງການສ້າງອາຄານ ບໍ່ທັນສຳເລັດ. ຮ້າຍແຮງກວ່ານັ້ນ ເຈົ້າພາບຍັງໄດ້ສຸມກຳລັງ ຮັກສາຄວາມປອດໄພໃຫ້ກັບສັບສິນ ແລະ ຊີວິດນັກກິລາແຕ່ຕົ້ນຈົນຈົບງານ ພາຍຫຼັງມີຄວາມກັງວົນວ່າ ອາດມີການກໍ່ການຮ້າຍຈາກກຸ່ມຄົນບໍ່ດີເຊິ່ງ ເຄີຍເກີດຂື້ນໃນການແຂ່ງຂັນໂອລຳປິກ.

ຫຼາຍຄົນກະຈັບຕາປະເທດໃຫຍ່ໆວ່າຈະເປັນກຸ່ມທີ່ໄດ້ຫຼຽນຫຼາຍອີກຄັ້ງໃນການແຂ່ງຂັນຄັ້ງນີ້ ແຕ່ປະເທດ ນ້ອຍໆກໍ່ສາມາດສ້າງປະຫວັດສາດໄດ້ຄືກັນ. ປະເທດທີ່ໄດ້ຫຼຽນຄຳເປັນຄັ້ງທຳອິດມີຄື: ນັກລອຍນໍ້າຊາຍ ສິງກະໂປ, ນັກຍິງປືນ ຫວຽດນາມ, ນັກຢູ່ໂດ້ ຈາກ ໂຄໂສໂວ໊, ທີມກິລາລັກບີ້ 7 ຄົນ ຈາກ ປະເທດໜູ່ເກາະ ຟີຈິ, ນັກເທັນນີດສ ດ່ຽວຍິງ ຈາກປະເທດ ປູເອໂຕຣິໂກ້.

ມີດາວຫຼາຍຄົນຍັງຄົງຮັກສາແຊ໊ມ ແລະ ກາຍເປັນຕຳນານ. ທ. ເຝຼວ (Michael Phelps) ນັກລອຍນໍ້າ ອາເມລິກາ ໄດ້ສ້າງຕຳນານ ກາຍ ເປັນນັກລອຍນໍ້າ ແລະນັກກິລາທີ່ໄດ້ຫຼຽນຫຼາຍທີ່ສຸດ ໃນການແຂ່ງຂັນກິລາໂອລໍາປິກທີ່ເຄີຍມີມາ ນັບແຕ່ສະໄໝບູຮານຈົນຮອດໂອລຳປິກຍຸກໃໝ່. ນອກນັ້ນຍັງມີ ທ. ອູເຊັນ ໂບ (Usain Bolt) ນັກແລ່ນໄວ, ຄົນຈາໄມກ້າ ກະເປັນອີກຄົນໜຶ່ງ ທີ່ສ້າງຕຳນານ, ໄດ້ທັງໝົດ 3 ຫຼຽນຄຳ ແລະ ກາຍເປັນນັກແລ່ນໄລຍະສັ້ນທີ່ບໍ່ມີໃຜມາທຽບຊັ້ນໄດ້ ສາມສະໄໝແລ້ວ.

ມາເບິ່ງນັກກິລາລາວເຮົາ, ກໍ່ເປັນການເຂົ້າມີສ່ວນຮ່ວມໃນກິດຈະກຳຂອງໂລກ. ເປັນການສະແດງ ຄວາມເປັນປະເທດ. ກິລາໂອລຳປິກ ເປັນວັດຖະນະທຳຕາເວັນຕົກອັນດີງາມອັນໜຶ່ງເຊິ່ງມີການຮັບຮອງ ແລະ ກາຍເປັນວັດຖະນະທຳຂອງໂລກ. ຄວາມໃຜ່ຝັນຂອງນັກກິລາຫຼາຍຄົນແມ່ນຝັນເຂົ້າຮ່ວມການແຂ່ງຂັນ ຫຼື ໄດ້ຮັບຫຼຽນລາງວັນ. ການສະໜັບສະໜູນ ແລະ ການທຸ້ມເທຂອງນັກກິລາ ຫຼື ສະມາຊິກ ໃນຄອບຄົວເປັນສ່ວນປະກອບສຳຄັນ. ຕົວຢ່າງການບຸກບືນສ່ວນຕົວອັນໜຶ່ງທີ່ເຫັນຈາກງານພິທີ່ເປີດ ມີນັກກິລາ ຊື່: ກິບ ເກຍໂນ (Kip Keino) ປະເທດ ເຄັນຢ໋າ ທີ່ເຄີຍໄດ້ແຊ໊ມ ໂອລຳປິກ ໃນປີ 1968 ແລະ 1972 ໃນການແຂ່ງແລ່ນ ໄລຍະ 1500, 3000 ແລະ 5000 ແມັດ. ການເຝິກແຕ່ລະມື້ແມ່ນເລີ່ມແຕ່ໄວເດັກ. ຍ້ອນຄວາມທຸກ ຈິ່ງໄດ້ແລ່ນໄປໂຮງຮຽນຕອນເຊົ້າ ແລະ ກັບມາກິນເຂົ້າສວຍທີ່ບ້ານ ແລ້ວແລ່ນໄປໂຮງຮຽນຕອນແລງ. ແຕ່ລະມື້ແລ່ນປະມານ 20 ກິໂລແມັດ.

ໃນບົດຄວາມກ່ຽວກັບນັກກິລາລາວ ຫົວຂໍ້: ເດັກນ້ອຍ, ຂວດເບຍ, ແລະ ສະລອຍນໍ້າສາທາລະນະ-ຮູບແບບການເຝິກຂອງເດັກ ນ້ອຍ 14 ປີ ອາດເປັນການສະແດງຫຼາຍທັດສະນະ ຕິດພັນກັບລະບົບມະຫາພາກໃນການສະໜັບສະໜູນວົງການກິລາລາວ. ການໄດ້ຫຼຽນຕິດພັນກັບຫຼາຍປັດໃຈ. ຂະໜາດປະເທດໃຫຍ່ໆບໍ່ວ່າຈະເປັນທາງ ດ້ານເສດຖະກິດ ຫຼື ມີປະຊາກອນຫຼາຍ ບໍ່ໄດ້ສະແດງ ວ່າຈະໄດ້ຫຼຽນຫຼາຍ. ເປັນຕົ້ນແມ່ນ ປະເທດ ອິນເດຍ, ບັງກະດາເດດສ, ແມັກຊິໂກ້ ແລະ ປະເທດເຈົ້າ ພາບເອງ. ຫັນມາເບິ່ງການສະເລ່ຍຫຼຽນຄຳຕໍ່ປະຊາກອນແລ້ວຈະເຫັນວ່າ ປະເທດທີ່ມີອັດຕາຫຼຽນສະເລ່ຍຕໍ່ປະຊາກອນ 5 ອັນດັບສູງສຸດແມ່ນ: ເກຼນາດ໋າ, ນິວຊີແລນ, ບາຫາມາດສ, ຈາໄມກ໋າ ແລະ ເດັ່ນມາກ. ສ່ວນປະເທດທີ່ມີຫຼຽນຫຼາຍທີ່ສຸດໃນຄັ້ງນີ້ ແລະ ຫຼາຍໆຄັ້ງ ແຕ່ເມື່ອທຽບກັບປະຊາກອນແມ່ນບໍ່ນອນໜຶ່ງໃນສິບ, ເຊັ່ນ: ປະເທດອາເມລິກາ (ທີ່ 40), ອັງກິດ (ທີ່ 15) ຈີນ (ທີ່71) ຫຼື ລັດເຊຍ (ທີ່ 39). ປະເທດ ຟີນແລນ, ສະວີເດັນ, ຣົງກາລີ, ເດັນມາກ ແລະ ບາຫາມາດ ເປັນຫ້າປະເທດນຳໜ້າ ເຊິ່ງໄດ້ຮັບຫຼຽນລາງວັນຫຼາຍທີ່ສຸດເມື່ອທຽບກັບປະຊາກອນ. ກິລາຖືກທຽບໃສ່ການເມືອງ. ກະມີການທຽບຫຼຽນລາງວັນກັບລະບອບການເມືອງ. ມີການອ້າງວ່າ: ປະເທດທີ່ເປັນຄອມມູນີດ ໄດ້ຫຼຽນໜ້ອຍຫຼືບໍ່ມີລະບົບການສະໜັບສະໜູນກິລາທີ່ດີ ແຕ່ເບິ່ງປະເທດ ກູບ້າ ເຊິງຄັ້ງນີ້ ໄດ້ 9 ຫຼຽນແລະ ອັດຕາຫຼຽນຕໍ່ປະຊາກອນເປັນທີ່ 20 ແລະ ລວມທຸກໆຄັ້ງຕົກເປັນທີ່ 14. ອາດີດສະຫະພາບໂຊຫວຽດກະໄດ້ເປັນເຈົ້າຫຼຽນທອງຫຼາຍຄັ້ງ.

ການສ້າງສິ່ງອໍານວຍຄວາມສະດວກບໍ່ວ່າຈະເປັນສະຖານທີ່, ງົບປະມານ ແລະ ຄູສອນ ເປັນສິ່ງທີ່ໃຊ້ງົບປະມານ, ຍຸດທະສາດ ແລະ ການພັດທະນາທີ່ຄົບວົງຈອນ. ປະເທດທີ່ໄດ້ໄຊຊະນະ ມີການແຂ່ງຂັນ ແລະ ເກັບຕົວເປັນເວລາຫຼາຍປີ. ທັງຍັງຕ້ອງໄປແຂ່ງໃນຫຼາຍສະໜາມ ແລະ ກັບມາພັດທະນາທັກສະຕົນເອງ. ເວທີຊິງແຊ໊ມໂລກຂອງແຕ່ລະປະເພດກິລາ ແລະ ໂອລຳປິກ ເປັນສອງສະໜາມໃຫຍ່ທີ່ນັກກິລາຫວັງປະສົບຜົນສຳເລັດ. ທັງໝົດນັ້ນ ຕ້ອງການງົບປະມານເປັນຈຳນວນຫຼວງຫຼາຍໃນການເຝິກແອບ, ໂຮງເຝິກ, ການເດີນທາງ ແລະ ຄ່າຊ້ອມ.

ການຄັດເລືອກທ່າແຮງວ່າເຮົາສາມາດແຂ່ງຫັຍງກັບເຂົາເຈົ້າໄດ້ແດ່ນັ້ນສຳຄັນ. ຫຼາຍໆກິລາຂອງລາວມີການ ຊ່ວຍເຫຼືອຈາກສາກົນເປັນບາງຄັ້ງຄາວ. ບາງກິລານັ້ນ ບໍ່ສາມາດແຂ່ງໄດ້ເລີຍເມື່ອໂຄງການຈົບ. ຕາມປະສົບການຂອງຂ້າພະເຈົ້າທີ່ລົມກັບນັກກິລາທີມຊາດຂອງກິລາປະເພດໜຶ່ງ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກສາກົນ, ລາວເວົ້າວ່າ: ກະດີມີຄົນມາຊ່ວຍ ແຕ່ວ່າໃນຄວາມຄິດຂອງລາວແລ້ວບໍ່ສາມາດຊະນະໄດ້. ເພາະອັນໜຶ່ງແລະເປັນກິລາທີ່ຕ້ອງມີຮູບຮ່າງໃຫຍ່ເປັນຫຼັກເພື່ອປະທະ. ອັນສອງແລະ ຫາຄົນສະໜັບສະໜູນທ້ອງຖີ່ນຍາກຫຼາຍ ເພາະບໍ່ມີວັດຖະນະທຳໃນການຫຼີ້ນຂອງຄົນລາວ. ຕ້ອງໄດ້ສ້າງຈິດສຳນຶກ ແລະ ວັດຖະນະທຳໃນການ ຫຼີ້ນເປັນຫຼາຍໆປີ. ສະນັ້ນເມື່ອໝົດການສະໜັບ ສະໜູນຂອງຕ່າງປະເທດແນ່ນອນກໍ່ຈະໝົດໄປ. ປະເທດ ທີ່ໄດ້ຫຼຽນຫຼາຍ ເຊັ່ນ: ຈາໄມກ້າ, ບາຫາມາດ, ແມ່ນໄດ້ຫຼຽນຈາກການແລ່ນໄລຍະສັ້ນເປັນຫຼັກ. ປະເທດທີ່ມີງົບປະມານໜ້ອຍໄດ້ສົ່ງເສີມກິລາທີ່ຕົນເອງມີທ່າແຮງ ແລ້ວສຸມງົບປະມານເພື່ອສ້າງນັກກິລາຕ່າງໜ້າຊາດເພື່ອຊິງຫຼຽນ. ເມື່ອກິລາທີ່ສົ່ງເສີມປະສົບຜົນສຳເລັດ ກໍ່ຈະສົ່ງເສີມພາບພົດໂດຍລວມໃນການຫຼີ້ນກິລາ ແລະ ຮັກສາສຸກກພາບ. ທັງຍັງກະຕຸ້ນ ໃຫ້ຄົນມັກຫຼີ້ນກິລາຫຼາຍປະເພດເຊິ່ງອາດມີການພັດທະນາທັກສະເກັ່ງຂື້ນ.

ຂ້າພະເຈົ້າອາດທຽບວ່າການໄດ້ຫຼຽນໂອລຳປິກ ເປັນເຄື່ອງແພງຊະນິດໜຶ່ງທີ່ຄົນຮັ່ງມີມັກຊື້ມາອວດກັນ. ຫຼຽນຄຳໂອລຳປິກບໍ່ໄດ້ມີໄວ້ສຳລັບຄົນມີເງິນ ແລະ ເປັນສິ່ງໜຶ່ງທີ່ເງິນຊື້ບໍ່ໄດ້ແຕ່ຕ້ອງໄດ້ຍາດແຍ່ງເອົາດ້ວຍການເຝິກຝົນ ແລະ ເສຍສະຫຼະປັດໃຈ. ນັກກິລາທີ່ມີວິໃນ, ຄວາມສາມາດ ແລະ ອຸປະກອນ ຈະມີໂອກາດຊະນະສູງ. ປະເທດລາວເຮົາຍັງມີຫຼາຍອັນຕ້ອງແກ້ໄຂ ເປັນຕົ້ນແມ່ນການສ້າງສາພື້ນຖານໂຄງລາງ, ລະບົບສາທາລະນະສຸກ, ການສຶກສາ, ເສດຖະກິດ, ຮັກສາວັດຖະນະທຳ ແລະ ການປົກປັກຮັກສາປະເທດ. ຖ້າຂາດສິ່ງທີ່ເວົ້າມານີ້ຈະບັ່ນທອນຄວາມເປັນຊາດ ແລະ ຄວາມໜັ້ນຄົງ. ບໍ່ມີປະເທດໃດຈະລືບຊື່ປະເທດລາວໄດ້ຫາກບໍ່ໄດ້ຫຼຽນກິລາໂອລຳປິກ. ແນວໃດກໍ່ຕາມ, ການໄດ້ຫຼຽນໃນຄັ້ງໜ້າທີ່ປະເທດ ຍີ່ປຸ່ນ 2020 ຫຼື ຄັ້ງຕໍ່ໄປ ເປັນການສະແດງ ຂີດຄວາມສາມາດ ວິວັດທະນາການຂອງຄົນລາວ ທີ່ມີພາຍໃນຊາດໃຫ້ຊາວໂລກໄດ້ຮັບຮູ້.

ຈິດວິນຍານຂອງນັກກິລາໂອລຳປິກໃນສະໄໝບູຮານແມ່ນການບູຊາ ເທບພະເຈົ້າເຈັດອົງທີ່ຊົງພະລັງສິງສະທິດໃນຕົວ ທີ່ປະກອບມີພະລັງ ແລະ ຄວາມສາມາດ. ນັກກິລາທີ່ໄດ້ເຂົ້າແຂ່ງຂັນ ກໍ່ປຽບສະເໜືອນບຸກຄົນທີ່ເຂັ້ມແຂງ, ມີລະບຽບ ແລະ ກ້າວໜ້າ ທາງການກິລາ ກໍ່ຄືສະຕິປັນຍາ. ທ່ານກໍ່ມີຄວາມເຊື່ອໜັ້ນຄືກັນກັບຂ້າພະເຈົ້າບໍ່ວ່າ: ໃນຕົວຄົນລາວກໍ່ມີຄວາມສາມາດໄດ້ຫຼຽນຄຳຄືກັນກັບຊາດອື່ນ ຈາກການແຂ່ງ ຂັນກິລາທີ່ຍີ່ງໃຫຍ່ນີ້ ຫາກທຸກໆລະດັບລົງເລິກພິດຈາລະນາ ຈັດຕັ້ງປະຕິບັດເພື່ອສະໜັບສະໜູນ ນັກກິລາຄົນທີ່ມີຄວາມຝັນ ໄດ້ສ້າງຝັນຂອງຕົນເອງກໍ່ຄືຂອງປະເທດຊາດໃຫ້ເປັນຈິງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

ບໍ່ມີຄຳເຫັນຫຍັງເທື່ອ.

ເປັນຄົນທຳອິດທີ່ອອກຄຳເຫັນຂ້າງລຸ່ມນີ້.

Your email address will not be published. Required fields are marked *

Copy Protected by Chetan's WP-Copyprotect.