Norkhame
ຈ່າຍປອດໄພ ຈ່າຍປອດໄພ
ການຈ່າຍ-ຮັບເງິນທາງອອນໄລ, ກາຍເປັນສ່ວນປະກອບທີ່ສຳຄັນສຳລັບ e ​- business, ໃນພາກນີ້ ຈະໄດ້ອະທິບາຍກ່ຽວກັບທາງເລືອກໃນການຈ່າຍຜ່ານທາງເອເລັກໂທຼນິກ ທີ່ມີຢູ່ໃນອິນເຕີເນັດ, ທີ່ໄດ້ຮັບການຍອມຮັບຈາກລູກຄ້າ ແລະ ຄົນຂາຍເຄື່ອງອອນໄລ. ຄວາມປອດໄພເປັນບັນຫາ ທີ່ຖົກຖຽງກັນເປັນອັນດັບໜຶ່ງ ແລະ ຈຳ ເປັນຕ້ອງໄດ້ພິຈາລະນາ. ບໍ່ວ່າຈະ ເປັນຮູບແບບການຈ່າຍປະເພດໃດກໍ່ຕາມ ທີ່ຖືກເລືອກຈ່າຍຜ່ານ ທາງເອເລັກໂທຼນິກ. ໃນພາກນີ້ໄດ້ ກວມເອົາ ທຸກໆບັນຫາທີ່ຈຳເປັນກ່ຽວກັບເຕັກໂນໂລຍີການບໍລິການດ້ານຄວາມປອດໄພ ທີ່ມີຄວາມ... ຈ່າຍປອດໄພ

ການຈ່າຍ-ຮັບເງິນທາງອອນໄລ, ກາຍເປັນສ່ວນປະກອບທີ່ສຳຄັນສຳລັບ e ​- business, ໃນພາກນີ້ ຈະໄດ້ອະທິບາຍກ່ຽວກັບທາງເລືອກໃນການຈ່າຍຜ່ານທາງເອເລັກໂທຼນິກ ທີ່ມີຢູ່ໃນອິນເຕີເນັດ, ທີ່ໄດ້ຮັບການຍອມຮັບຈາກລູກຄ້າ ແລະ ຄົນຂາຍເຄື່ອງອອນໄລ.

ຄວາມປອດໄພເປັນບັນຫາ ທີ່ຖົກຖຽງກັນເປັນອັນດັບໜຶ່ງ ແລະ ຈຳ ເປັນຕ້ອງໄດ້ພິຈາລະນາ. ບໍ່ວ່າຈະ ເປັນຮູບແບບການຈ່າຍປະເພດໃດກໍ່ຕາມ ທີ່ຖືກເລືອກຈ່າຍຜ່ານ ທາງເອເລັກໂທຼນິກ. ໃນພາກນີ້ໄດ້ ກວມເອົາ ທຸກໆບັນຫາທີ່ຈຳເປັນກ່ຽວກັບເຕັກໂນໂລຍີການບໍລິການດ້ານຄວາມປອດໄພ ທີ່ມີຄວາມ ຈຳເປັນສຳລັບ e-​business. 

ການທີ່ມີຮູບແບບການຈ່າຍຜ່ານທາງເອເລັກໂທຼນິກທີ່ແທດເໝາະ ເປັນສິ່ງທີ່ສຳຄັນສຳລັບ ການຂະຫຍາຍຕົວຂອງທຸລະກິດ ຜ່ານທາງເອເລັກໂທຼນິກ.  ກ່ອນການພັດທະນາເວັບໄຊ​ ເພື່ອຮັບ ໃຊ້​ໃຫ້​ແກ່ e-​business, ບັນດາ​ວິສາຫະກິດຂະໜາດນ້ອຍ ແລະ ກາງທີ່​ດຳ​ເນີນ​ທຸລະ​ກິດ ຈຳເປັນຕ້ອງໄດ້ມີການວາງແຜນວິທີການຊຳລະເງິນ ທີ່ຈະນຳໃຊ້ເຂົ້າໃນເວລາມີການຊື້ ແລະ ຂາຍ ຜະລິດຕະພັນ ຫຼື ການບໍລິການກັບລູກຄ້າ ແລະ ຄູ່ຄ້າທາງອອນໄລ. ຄຳຖາມ​​ຕໍ່ໄປນີ້ເປັນພື້ນຖານທີ່ສຳຄັນ, ເພື່ອທີ່ ຈະໄດ້ນຳມາພິຈາລະນາ.

  1. ຮູບແບບການຈ່າຍຜ່ານທາງເອເລັກໂທຼນິກໂຕໃດທີ່ ທຸລະກິດມີຄວາມພ້ອມຈະຮັບເອົາບັດເຄຼດິດ, ​ເງິນສົດທາງເອເລັກໂທຼນິກ, ບາໂຄດ, ຫຼື ເຊັກທາງເອເລັກໂທຼນິກ? ​
  2. ຮູບແບບການຈ່າຍເງີນແບບດັ່ງເດີມເຊັ່ນວ່າ: ເງິນສົດ, ​​ເຈ້ຍແຊັກ ຈະສາມາດຖືກຮັບຮອງ ໄດ້ບໍ່?
  3. ຫຼື ການປະສົມປະສານກັນລະຫວ່າງ ການຈ່າຍແບບເກົ່າ ແລະ ຜ່ານທາງເອເລັກໂທຼນິກ ຈະສາມາດຖືກຮັບຮອງເອົາ​ໄດ້​ບໍ່?

ນອກນັ້ນ, ພວກເຮົາອາດຈະຕ້ອງ​ພິຈາລະນາເອົາຈາກ ປະກົດການຕົວ​ຈິງ ດັ່ງຕໍ່ໄປນີ້ ໃນເວລາທີ່ເລືອກເອົາຮູບແບບການຈ່າຍ ຜ່ານທາງເອເລັກໂທຼນິກ.

  1. ລະບົບທະນາຄານທີ່ມີຢູ່, ກົດໝາຍ ແລະ ດຳລັດ
  2. ການພິຈາລະນາຈາກຂະໜາດ ແລະ ປະເພດຂອງທຸລະກິດ, ປະເພດຂອງຜູ້ຊົມໃຊ້ ແລະ ປະເພດຂອງຜະລິດຕະພັນ ແລະ ສິນຄ້າ.
  3. ຄວາມສາມາດໃນການຮັບປະກັນຄວາມປອດໄພ ແລະ   ວິທີການຕໍ່ຕ້ານການຫຼອກລວງ
  4. ຕ້ອງເປັນລາຄາທີ່ມີຜົນ ໂດຍເນັ້ນໃສ່ຄ່າທຳນຽມໃນການຊຳລະມີມູນຄ່າຕໍ່າ
  5. ເອົາໃຈໃສ່ ໃນການປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້
  6. ງ່າຍຕໍ່ການໃຊ້, ແລະ ມີຄວາມສະດວກສະບາຍ ໃນການຊື້ຈາກເວັບໄຊ ທີ່ໃຫ້ບໍລິການ e – businesses.

ບໍ່ມີທາງເປັນໄປໄດ້ ຈະສົ່ງເງິນຜ່ານໜ້າຈໍຫາກັນ ຄືກັບການຊື້ຂາຍ ຕົວຕໍ່ຕົວໃນເມື່ອກ່ອນ. ການນຳລະບົບການຈ່າຍ ທີ່ປອດໄພ ໄດ້ຖືກພັດທະນາຫຼາຍ ເພື່ອຮັບຮອງແກ່ທຸລະກິດຍຸກດິຈິຕໍ. ທ່ານສາມາດໜັ່ນຕິດຕາມໃນທີ່ນີ້ໄດ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.