Norkhame
ທິດນີ້ໄປ “ອຸດອນ” ນຳກັນບໍ່? ທິດນີ້ໄປ “ອຸດອນ” ນຳກັນບໍ່?
ຮອດຍາມວັນພັກປະຈຳອາທິດ, ໜ້າຈະເປັນເວລາຊື້ເຄື່ອງເຂົ້າເຮືອນຊານ, ຫຼື ໃຊ້ເວລາໄປກິນເຂົ້ານອກບ້ານ, ປິນປົວ, ເຮັດທຸລະກິດ ແລະ ຊື້ອຸປະກອນຕ່າງໆ ທີ່ສາມາດນຳເຂົ້າມາໄດ້ ໂດຍບໍ່ຕ້ອງເສຍພາສີນຳເຂົ້າ. ໜອງຄາຍ, ອຸດອນ, ຂອນແກນ ຫຼື ກຸງເທບ ເປັນຈຸດນັດພົບກັນຂອງຄົນລະດັບປານກາງ ຫາ ລໍ້າລວຍໃນລາວ ໃຊ້ເວລາກັນເພື່ອຊື້ເຄື່ອງ ແລະ ເຮັດກິດຈະກຳຍາມຫວ່າງ ຫຼື ປີ່ນປົວຮ່າງກາຍ. ຂ້າພະເຈົ້າເຖິງວ່າຈະບໍ່ເປັນນັກຊື້ເຄື່ອງ... ທິດນີ້ໄປ “ອຸດອນ” ນຳກັນບໍ່?

ຮອດຍາມວັນພັກປະຈຳອາທິດ, ໜ້າຈະເປັນເວລາຊື້ເຄື່ອງເຂົ້າເຮືອນຊານ, ຫຼື ໃຊ້ເວລາໄປກິນເຂົ້ານອກບ້ານ, ປິນປົວ, ເຮັດທຸລະກິດ ແລະ ຊື້ອຸປະກອນຕ່າງໆ ທີ່ສາມາດນຳເຂົ້າມາໄດ້ ໂດຍບໍ່ຕ້ອງເສຍພາສີນຳເຂົ້າ.

ໜອງຄາຍ, ອຸດອນ, ຂອນແກນ ຫຼື ກຸງເທບ ເປັນຈຸດນັດພົບກັນຂອງຄົນລະດັບປານກາງ ຫາ ລໍ້າລວຍໃນລາວ ໃຊ້ເວລາກັນເພື່ອຊື້ເຄື່ອງ ແລະ ເຮັດກິດຈະກຳຍາມຫວ່າງ ຫຼື ປີ່ນປົວຮ່າງກາຍ.

ຂ້າພະເຈົ້າເຖິງວ່າຈະບໍ່ເປັນນັກຊື້ເຄື່ອງ ແຕ່ກໍ່ໄປອຸດອນຂ້ອນຂ້າງດຸ ເພື່ອຊອກຫາອຸປະກອນຕ່າງໆ ມານຳໃຊ້ປະຈຳວັນ, ຫຼື ໃຊ້ບໍລິ ການ.  ປະ ມານຕົ້ນປີກໍ່ພາແມ່ໄປຮັກສາ. ໜູ່ເພື່ອນກໍ່ພາກັນ ໄປເກີດລູກ ເກືອບວ່າໝົດທຸກໆຄົນ ລວມທັງເຈັບເປັນໜັກ ຫຼື ກວດສຸກກະພາບປະຈຳປີ.

ກຳລັງຊົມໃຊ້ຂອງຄົນລາວ ສ້າງຮັ່ງຄູນມີໃຫ້ແກ່ຜູ້ຜະລິດ ແລະ ຜູ້ໃຫ້ບໍລິການຊາວໄທ. ທຸກໆກີບທຸກໆອັດ ຂອງຄົນລາວ ກະຕຸ້ນການຜະລິດ ພາຍໃນຂອງໄທ. ເວົ້າຢ່າງໜຶ່ງ ເປັນການສົ່ງອອກກັບທີ່. ນອກຈາກໄທ ຈະຂົນສົ່ງເຄື່ອງນັບເປັນຄັນລົດແລ້ວ, ຄົນລາວຍັງນຳຕົນເອງໄປຂົນເຄື່ອງ ຫຼືຊົມໃຊ້ການບໍລິການກັບທີ່ ໃນປະເທດໄທ.

ສະພາບດັ່ງກ່າວ ບໍ່ໄດ້ເປັນແຕ່ຄົນລາວ. ບັນດາປະເທດອື່ນໆທີ່ຮັ່ງມີ ກໍ່ຕ່າງຊອກວິທີໃຊ້ເງິນເຊັ່ນດຽວ ກັນ. ເຊັ່ນ ຄົນຮັ່ງມີ ທີ່ ປະເທດ ສິງກະໂປ, ວັນ ສຸກ ແມ່ນເລີ່ມຂີ່ຍົນໄປປະເທດນັ້ນ ປະເທດນີ້ເພື່ອຊື້ເຄື່ອງ ລາຄາ ແພງໆ. ທັດສະນະຢ່າງໜຶ່ງກໍ່ບໍ່ໄດ້ໝາຍວ່າປະເທດ ສິງກະໂປຂາດເຄື່ອງ ດອກ ແຕ່ຄົນຕ້ອງການ ປ່ຽນບັນຍາກາດ ການໃຊ້ຈ່າຍ. ຄົນຕ້ອງການສ້າງຄວາມຮູ້ສຶກ ແລະ ຢາກມີປະສົບການໄໝ່ໆ ຈາກຫຼາຍໆສະຖານທີ່. ຫຼາຍໆແຫຼ່ງຂ່າວໄດ້ແຈ້ງໃຫ້ຮູ້ວ່າ ສີ່ເມືອງທີ່ມີຄົນໄປຊື້ເຄື່ອງຫຼາຍທີ່ສຸດໃນໂລກແມ່ນ: ເມືອງ ນິວຍອກ (ອາເມລິກາ), ໂຕກຽວ (ຍີປຸ່ນ), ລອນດອນ (ອັງກິດ) ແລະ ປາຮີ (ຝະຮັງ)

ສ ປ ປ ລາວ, ສາມາດເປັນສະຫວັນຂອງນັກຊື້ເຄື່ອງ ແລະ ນັກທ່ອງທ່ຽວໄດ້ ຖ້າຫາກສົ່ງເສີມ ການຜະລິດສິນຄ້າພື້ນບ້ານທີ່ສະແດງອອກ ເປັນລັກສະນະວັດຖະນະທຳ. ສິນຄ້າທີ່ໜ້າຈະເປັນທ່າແຮງ ຂອງປະເທດບໍ່ນອກເໜືອຈາກ:

  1. ສິນຄ້າກະສິກຳ ປອດສານພິດ​

ໃຜແດ່ບໍ່ຢ້ານຄວາມຕາຍ. ຈະກິນຫຍັງເຂົ້າໄປ ຄົນຈະລະມັດລະວັງສານເຈືອປົນ ຫຼື ຕ້ອງການ ໃຫ້ມີການຢັ້ງຢືນຄຸນນະພາບອາຫານ. ຖ້າຫາກ ລາວສາມາດ ຜະລິດສິນຄ້າ ກະສິກຳ ສະອາດ ຫຼື ກະສິກຳອິນຊີຫຼາຍຂື້ນ, ບັນດານັກທ່ອງທ່ຽວທີ່ຫວັງຢາກຮັກສາສຸກກະພາບ ກໍ່ຕ້ອງການ ຢາກມາທ່ຽວຊົມລາວ ເພື່ອຊີມລົດຊາດອາຫານລາວໃຫ້ຫຼາກຫຼາຍຂື້ນ.

  1. ວັດຖະນະທຳ

ການນຸ່ງສີ້ນຂອງແມ່ຍິງລາວ ເປັນວັດຖະນະຖຳທີ່ຫຼາຍໆປະເທດບໍ່ເຄີຍເຫັນ. ຍ້ອນວັດຖະນະ ທຳຕາເວັນຕົກໄດ້ກືນກິນໝົດແລ້ວ. ປະເທດຍີ່ປຸ່ນ ເຖິງຈະເປັນຊາດນິຍົມ ແຕ່ບໍ່ມີໃຜນຸ່ງ ຊຸດມິໂກໂນ ໄປເຮັດວຽກໃນແຕ່ລະວັນ. ການສະແດງຂອງແມ່ຍິງລາວຕາມໃນເມືອງ, ຖະໜົນຫົນທາງ ແລະ ຫ້ອງການເຮັດວຽກ ເປັນການສະແດງສິ່ງແປກໄໝ່ໃຫ້ກັບຊາງຕ່າງຊາດ. ນອກນັ້ນ ປະເທດລາວ ຍັງມີຮີດຄອງປະເພນີ ໃນແຕ່ລະດູການ, ແຕ່ລະຊົນຊາດຊົນເຜົ່າ, ແລະ ແຕ່ລະເຂດແຂວງ. ຍັງມີວັດວາອາຮາມ ທີ່ເຕັມໄປດ້ວຍປະຫວັດທີ່ຄວນຄູ່ແກ່ການເລົ່າຂານ ເຊັ່ນ: ວັດຊຽງທອງ, ວັດພະແກ້ວ ແລະ ວັດພູຈຳປາສັກ.

  1. ສິນຄ້າຫັດຖະກຳ

ເຄື່ອງຈັກສານ, ແຜນແພ, ເຄື່ອງປັ້ນ ແລະ ການແກະສະລັກລວດລາຍຕ່າງໆ ຂອງຄົນລາວ ມີເອກະລັກສະເພາະຕົວ. ພູມປັນຍາດັ່ງກ່າວ ສາມາດຫັນເປັນສິນຄ້າ ຂາຍໃຫ້ກັບນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມ.

ການເຂົ້າມາຊົມໃຊ້ຂອງນັກທ່ອງທ່ຽວ ເປັນການສົ່ງອອກກັບທີ່ ເຊິ່ງຜູ້ຂາຍບໍ່ຈຳເປັນຕ້ອງໄດ້ ຈັດໃສ່ລົດ ບັນທຸກສົ່ງອອກ ຊາຍ ແດນ. ການດຶງດູດນັກທ່ອງທ່ຽວທົ່ວທຸກມູມໂລກເຂົ້າມາໃນລາວ ຈຳເປັນຕ້ອງ ໄດ້ ສ້າງສິງຈູງໃຈ ຫຼາຍໆອັນເພື່ອສ້າງຄວາມໜ້າປະທັບໃຈໃຫ້ນັກທ່ອງທ່ຽວ ແລະ ເວົ້າຕໍ່ກັນໄປ.

ທ່ານຄິດວ່າລາວຈະຂາຍຫຍັງໃຫ້ນັກທ່ອງທ່ຽວດີໃຫ້ກັບຄົນຕ່າງດ້າວ ນາງຕ່າງແດນ ໃຫ້ມີຄວາມປະທັບໃຈກັບກາທ່ຽວຊົມ ແລ້ວຢາກກັບເຂົ້າມາອີກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.