Norkhame
ຄົນທີ່ຮັກທ່ານຕະຫຼອດການ ຄົນທີ່ຮັກທ່ານຕະຫຼອດການ
ຮັກ-ຮັກ​ຄື​ການ​ເຮັດ​ໃຫ້ຄົນທຳ​ມະ​ດາ​ຄົນໜຶ່ງມີ​ຄວາມ​ສຳຄັນ. ພວກ​ເຮົາ​ຕ່າງ​ປະຫຼາດ​ໃຈ​ກັບ​ຄວາມ​ຮັກ ​ໃນ​ເວລາ​ຕົກ​ຫຼຸມຮັກ. ​ແຕ່​ອາດ​ແມ່ນ​ບາບກຳ​ເກົ່າ​ທ່​ເຮັ​ດ​ໃຫ້​ຮັກ​ທີ່​ພົບ​ບໍ່​ຕ້ອງ​ພົບ​ກັບ​ບັນຫາ ​ແລະ ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ຫຼາຍໆຄັ້ງ. ຄວາມ​ຮັກ​ທີ່​ແທ້​ຈິງ ​ແລະ ນັກ​ບໍລິສຸດ ​ແມ່ນ​ມາ​ຈາກ​ພໍ່​ແມ່ ​ແລະ ສິ່ງ​ສັກສິດ. ບໍ່ວ່າ​ທ່ານ​ຈະ​ມີ​ຄວາມ​ເຊື່ອ​ທາງ​ສາດສະໜາຫຼາຍໜ້ອຍປານ​ໃດ​ກໍ່ຕາມ, ຄວາມ​ເຊື່ອ​ອັນໜຶ່ງທີ່​ຫຼາຍຄົນ​ມັກ​ລະນຶກ​ກໍ່ຄື​ການ​ເກີດ​ຂອງ​ມະນຸດ​ແມ່ນ​ພອນ​ປະສົງ​ຂອງ​ສິ່ງ​ສັກສິດທີ່​ສ້າງ​ທ່ານ​ຂື້ນມາ​ຜ່ານ​ທາງ​ພໍ່​ແມ່. ດັ່ງນັ້ນ, ບໍ່ວ່າ​ທ່ານ​ຈະ​ເຮັດ​ຫຍັງ ຢູ່​ທີ່​ໃດ ​ໃນ​ຍາມ​ໂດດຽວ, ຜິດ​ຫັວງກັບ​ຄວາມ​ຮັກ​ ກໍ່ມັກ​ຈະ​ມີ​ສິ່ງ​ສັກສິດ​ຄອຍ​ປົກ​ປ້ອງ​ຮັກສາ. ອັນໜຶ່ງຄົນ​ທີ່​ເບິ່ງ​ແຍງ​ກໍ່​ແມ່ນ​ພໍ່​ແມ່ ​ແລະ ສິ່ງ​ສັກສິດ.... ຄົນທີ່ຮັກທ່ານຕະຫຼອດການ

ຮັກ-ຮັກ​ຄື​ການ​ເຮັດ​ໃຫ້ຄົນທຳ​ມະ​ດາ​ຄົນໜຶ່ງມີ​ຄວາມ​ສຳຄັນ. ພວກ​ເຮົາ​ຕ່າງ​ປະຫຼາດ​ໃຈ​ກັບ​ຄວາມ​ຮັກ ​ໃນ​ເວລາ​ຕົກ​ຫຼຸມຮັກ. ​ແຕ່​ອາດ​ແມ່ນ​ບາບກຳ​ເກົ່າ​ທ່​ເຮັ​ດ​ໃຫ້​ຮັກ​ທີ່​ພົບ​ບໍ່​ຕ້ອງ​ພົບ​ກັບ​ບັນຫາ ​ແລະ ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ຫຼາຍໆຄັ້ງ. [signinlocker id=”3227″]ຄວາມ​ຮັກ​ທີ່​ແທ້​ຈິງ ​ແລະ ນັກ​ບໍລິສຸດ ​ແມ່ນ​ມາ​ຈາກ​ພໍ່​ແມ່ ​ແລະ ສິ່ງ​ສັກສິດ. ບໍ່ວ່າ​ທ່ານ​ຈະ​ມີ​ຄວາມ​ເຊື່ອ​ທາງ​ສາດສະໜາຫຼາຍໜ້ອຍປານ​ໃດ​ກໍ່ຕາມ, ຄວາມ​ເຊື່ອ​ອັນໜຶ່ງທີ່​ຫຼາຍຄົນ​ມັກ​ລະນຶກ​ກໍ່ຄື​ການ​ເກີດ​ຂອງ​ມະນຸດ​ແມ່ນ​ພອນ​ປະສົງ​ຂອງ​ສິ່ງ​ສັກສິດທີ່​ສ້າງ​ທ່ານ​ຂື້ນມາ​ຜ່ານ​ທາງ​ພໍ່​ແມ່.

ດັ່ງນັ້ນ, ບໍ່ວ່າ​ທ່ານ​ຈະ​ເຮັດ​ຫຍັງ ຢູ່​ທີ່​ໃດ ​ໃນ​ຍາມ​ໂດດຽວ, ຜິດ​ຫັວງກັບ​ຄວາມ​ຮັກ​ ກໍ່ມັກ​ຈະ​ມີ​ສິ່ງ​ສັກສິດ​ຄອຍ​ປົກ​ປ້ອງ​ຮັກສາ. ອັນໜຶ່ງຄົນ​ທີ່​ເບິ່ງ​ແຍງ​ກໍ່​ແມ່ນ​ພໍ່​ແມ່ ​ແລະ ສິ່ງ​ສັກສິດ. ​ເ​ມື່ອ​ເປັນ​ແນວ​ນັ້ນ, ອາດ​ເປັນສາ​ເຫ​ດໜຶ່ງສຳລັບ​ຄົນ​ມີ​ຄວາມ​ເຊື່ອ​ດັ່ງກ່າວ ຈະ​ບໍ່ຮູ້ສຶກ​ໂດດດ່ຽວ. ສິ່ງ​ສັກສິດ​ຈະ​ຄອຍ​ເຕີມ​ເຕັມ​ສິ່ງ​ທີ່​ຂາດ, ຈິດ​ວິນ​ຍານ ​ແລະ ຊ່ວຍ​ນຳພາ​ຊີ​ວິດ​ໄປ​ໃນ​ທາງ​ທີ່​ທ່ານ​ຕ້ອງການ. ຫາກ​ມາ​ເບິ່ງ​ສິ່ງ​ສັກສິດ​ໃນ​ຕົວ​ຈິງ​ແລ້ວ​ກໍ່​ແມ່ນ​ພໍ່​ແມ່ ​ເຊິ່ງ​ເປັນ​ຄົນ​ທີ່​ຮັກ​ທ່ານຫຼາຍກວ່າ​ທີ່​ທ່ານ​ຮັກ ຫຼື ກ່ອນ​ທີ່​ທ່ານ​ຈະ​ຮູ້​ຮັກ​ຕົນ​ເອງ. ຫາກ​ເມື່ອ​ໃດທ່ານ​ມີຄວາມ​​ເຊື່ອ​ໃນ​ຄວາມ​ຮັກ​ຂອງ​ພໍ່​ແມ່​ແລະ​ສິ່ງ​ສັກສິດ​ແລ້ວ, ທ່ານ​ຈະ​ບໍ່ຮູ້ສຶກ​ໂດດດ່ຽວ ​ແລະ ຜິດ​ຫວັງ​ຈາກ​ຄວາມ​ຮັກຫຼາຍປານ​ໃດ.

ກ່ອນ​ທີ່​ຈະ​ມີ​ສາຍ​ພົວພັນ​ທີ່​ດີ​ໄດ້, ທ່ານ​ຄວນ​ຮັບ​ຮູ້​ຄວາມ​ຮັກ​ຂອງ​ພໍ່​ແມ່​ແລະ​ສິ່ງ​ສັກ​ ​ເປັນ​ບຸກຄົນ​ທີ່​ຄ່ອຍ​ປົກ​ປ້ອງ​​ແລະ​ພ້ອມ​ທີ່​ຈະ​ຢູ່​ຄຽງຂ້າງ. ທັງ​ຍັງ​ເປັນ​ບຸກຄົນ​ທີ່​ຝັນ​ໃຫ້​ຊີວິດ​ທ່ານ​ໄດ້​ດີ ​ແລະ ຈະ​ຊ່ວຍ​ຊອກ​ຄົນ​ທີ່​ເໜາະສົມ​ເພື່ອ​ນຳ​ສົ່ງ​ສິ່ງ​ດີໆຈາກ​ການ​ມີ​ຊີວິດ​ຮັກ​ຮ່ວມ​ກັບ​ຄົນ​ທີ່​ດີ​ທີ່​ສຸດ.[/signinlocker]

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.