Norkhame
ເອົາ 400 ລ້ານຄືນມາ ເອົາ 400 ລ້ານຄືນມາ
ລາວສືບຕໍ່ຕ້ານ. ທາງການລາວຈະຂະຫຍາຍມາດຕະການກັກຕົວໃນເຮືອນອີກ 14 ວັນ, ຈົນຮອດ 3 ພຶດສະພາ, 2020. ການສະ ກັດກັ້ນຄາດວ່າຈະເຮັດໃຫ້ລາວເຮົາຫ່າງໃກຈາກການລະບາດ. ໃນອີກມູມໂລກໜຶ່ງ, ທີ່ສະຫະລັດອາເມລິກາ ກຳລັງຈະມີການຢຸດການສະກັດກັ້ນໃນຂະນະທີ່ຍັງມີການລະບາດສູງຫຼາຍທີ່ສຸດໃນໂລກ. ປະທານາທິບໍດີສະຫະລັດ ສ້າງໃຫ້ໂລກພະຫວາອີກແລ້ວ, ລາວກຳລັງຕັດເງິນທຶນ ທີ່ປະກອບສ່ວນໃຫ້ກັບອົງການອະນາໄມໂລກ (WHO) ຈຳນວນ 400 ລ້ານດອນລ້າ ຫຼື 15 ເປີເຊັນ... ເອົາ 400 ລ້ານຄືນມາ

ລາວສືບຕໍ່ຕ້ານ. ທາງການລາວຈະຂະຫຍາຍມາດຕະການກັກຕົວໃນເຮືອນອີກ 14 ວັນ, ຈົນຮອດ 3 ພຶດສະພາ, 2020. ການສະ ກັດກັ້ນຄາດວ່າຈະເຮັດໃຫ້ລາວເຮົາຫ່າງໃກຈາກການລະບາດ. ໃນອີກມູມໂລກໜຶ່ງ, ທີ່ສະຫະລັດອາເມລິກາ ກຳລັງຈະມີການຢຸດການສະກັດກັ້ນໃນຂະນະທີ່ຍັງມີການລະບາດສູງຫຼາຍທີ່ສຸດໃນໂລກ.

ປະທານາທິບໍດີສະຫະລັດ ສ້າງໃຫ້ໂລກພະຫວາອີກແລ້ວ, ລາວກຳລັງຕັດເງິນທຶນ ທີ່ປະກອບສ່ວນໃຫ້ກັບອົງການອະນາໄມໂລກ (WHO) ຈຳນວນ 400 ລ້ານດອນລ້າ ຫຼື 15 ເປີເຊັນ ຂອງເງິນທຶນທັງໝົດ. ສະຫະລັດເປັນຜູ້ ໃຫ້ທຶນໃຫຍ່ທີ່ສຸດເຂົ້າງົບປະມານ ອົງການອານາໄມໂລກ. ໃນຂະນະ ຈຳນວນຄົນທີ່ເສຍຊີວິດຍ້ອນໂຣກ ໃນສະຫະລັດເພີ່ມຂື້ນຢ່າງໜ້ອຍ 2,228 ຄົນ – ສູງທີ່ສຸດໃນມື້ດຽວ. ລວມຍອດຄົນເສຍຊີວິດ ເກີນ 28,300 ສົບ ແລະ ມີຄົນຕິດທັງໝົດ ຫລາຍກວ່າ 600,000 ຄົນ, ສູງກວ່າປະເທດອື່ນໆ 3 ເທົ່າ

ບັນດານັກວິຈານການເມື່ອງ ຖືວ່າການຖອນທຶນຂອງປະທານາທິບໍດີສະຫະລັດ ເປັນບາດກ້າວທີ່ອັນຕະລາຍ ໃນການປາບໂລກລະບາດໂຄວິດໃນຂ້າງໜ້າ. ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດກ່າວວ່າ “ມັນບໍ່ແມ່ນເວລາທີ່ຈະຫຼຸດຜ່ອນທຶນ. ດຽວນີ້ແມ່ນເວລາສຳຄັນ ສຳລັບຄວາມສາມັກຄີ ແລະ ເພື່ອປະຊາຄົມໂລກ ຈະສາມາດເຮັດວຽກຮ່ວມກັນ ເພື່ອຢຸດການຕິດເຊື້ອໄວຣັດນີ້ ແລະ ຜົນກະທົບທີ່ອາດຮຸນແຮງຂື້ນ” ຊ່ຽວຊານໃນຂະ ແໜງສາທາລະນະສຸກທົ່ວໂລກຕ່າງກ່າວວ່າ “ການຖອນເງິນທຶນຈະເປັນໄພພິບັດ”

ອາເມລິກາສະເໜີໃຫ້ມີການປະຕິຮູບອົງການອານາໄມໂລກ ແລ້ວຈິ່ງຈະກັບເຂົ້າມາຮ່ວມເປັນສະມາຊິກ. ນັກຊ່ຽວຊານກ່າວວ່າ: ການປະຕິຮູບອາດມີຄວາມຈຳເປັນ, ແຕ່ວ່າວຽກງານດັ່ງກ່າວຈຳເປັນຕ້ອງມີຫຼັງຈາກການແຜ່ລະບາດແຜ່ລະບາດ. ມັນບໍ່ແມ່ນໂລຍະກາງຂອງການແຜ່ລະບາດ ທີ່ ຈະສາມາດປັບປ່ຽນກົດເກນໄດ້.

ຜູ້ນຳໃນບັນດາປະເທດພັນທະມິດກັບອາເມລິກາ ກໍ່ສະແດງທັດສະນະເປັນຫວ່ງຕໍ່ການຕັດສິນໃຈ ຂອງປະທານາທິບໍດີ ທຼໍາ. ນາຍົກລັດຖະມົນຕີນິວຊີແລນໄດ້ສະແດງຄຳເຫັນວ່າ “ໃນຊ່ວງເວລາເຊັ່ນນີ້ພວກເຮົາຕ້ອງຊ່ວຍເຫຼືອກັນ ແລະ ພວກເຮົາຈຳເປັນຕ້ອງມີຄຳແນະນຳ ທີ່ພວກເຮົາສາມາດເພິ່ງພາໄດ້. ອົງການການາໄມໂລກ ໄດ້ໃຫ້ຄຳແນະນຳນັ້ນ. ພວກເຮົາຈະສືບຕໍ່ສະໜັບສະໜູນແນວທາງ ແລະ ສືບຕໍ່ປະກອບສ່ວນ ໃນສ່ວນທີ່ພວກເຮົາເຮັດໄດ້”

ເຊັ່ນດຽວກັນ, ນາຍົກລັດຖະມົນຕີອົດສະຕາລີ ກ່າວວ່າ “ທ່ານເຫັນອົກເຫັນໃຈຕໍ່ສະພາບເກີດຂື້ນທີ່ອາເມລິກາ ແລະ ການແຊກແຊງຂອງອົງການອານາໄມໂລກ ຕໍ່ ໂດຍສະເພາະ”ຕະຫຼາດຂາຍສັດປ່າສົດ” ຂອງຈີນ ທີ່ເປັນບ່ອນສັດຖືກຂ້າຂາຍ ແລະ ບ່ອນທີ່ການລະບາດຄັ້ງທຳອິດເກີດຂື້ນໃນເມືອງ Wuhan ໃນທ້າຍປີທີ່ຜ່ານມາ. ທ່ານນາຍົກກ່າວວ່າ “ອົງການອະນາໄມໂລກເປັນອົງການໜຶ່ງເຮັດວຽກງານທີ່ສຳຄັນຫຼາຍຢ່າງ ລວມທັງຢູ່ທີ່ນີ້ໃນພາກພື້ນຂອງພວກເຮົາໃນປາຊີຟິກ ແລະ ພວກເຮົາເຮັດວຽກຢ່າງໃກ້ຊິດກັບອົງການ”

ສະມາຄົມການແພດອາເມລິກາໄດ້ຖືຄຳເຫັນຂອງ ປະທານປະເທດອາເມລິກາວ່າ “ ແມ່ນບາດກ້າວທີ່ອັນຕະລາຍ ໃນທິດທາງທີ່ບໍ່ຖືກຕ້ອງ ເຊິ່ງຈະບໍ່ເຮັດໃຫ້ການເອົາຊະນະໂຄວິດ ໄດ້ງ່າຍຂຶ້ນ” ແລະ ໄດ້ຮຽກຮ້ອງໃຫ້ທ່ານ Trump ພິຈາລະນາຄືນໃໝ່ ເພື່ອປົກປ້ອງການດູແລຂອງພວກເຮົາ. ສູນການແພດມະຫາວິທະຍາໄລແຫ່ງໜຶ່ງກ່າວວ່າ: “ເຊື້ອໄວຣັດຊະນິດນີ້ບໍ່ຈຳເປັນຕ້ອງມີໜັງສືເດີນທາງ. ໃນສອງສາມເດືອນສັ້ນໆມັນໄດ້ເດີນທາງໄປທົ່ວທຸກທະວີບຂອງໂລກຍົກເວັ້ນປະເທດໃນຂັ້ວນໂລກເໜືອ (ທີ່ບໍ່ມີຄົນຢູ່). ຖ້າມີເຫດການໃດໜຶ່ງທີ່ສະແດງໃຫ້ພວກເຮົາເຫັນວ່າ ພວກເຮົາຈຳເປັນຕ້ອງເຮັດວຽກຢ່າງເຂັ້ມງວດ ຄືກັບປະຊາຄົມໂລກ, ນີ້ແມ່ນສິ່ງທີ່ຄົນອາເມລິກາກະຕ້ອງໄດ້ຮ່ວມເຮັດ.

ບັນດາປະເທດອື່ນໆ, ເລີ່ມທະຍອຍລົດລະດັບການກັກຕົວໃນທີ່ພັກ. ລັດຖະບານ ປະເທດອິນເດຍຈະອະນຸຍາດໃຫ້ມີກິດຈະກຳຫຼາຍຢ່າງໃນເຂດຊົນນະບົດ ເລີ່ມຕົ້ນອາທິດໜ້າ, ລວມທັງການຜະລິດ ແລະ ການກໍ່ສ້າງພື້ນຖານໂຄງລ່າງ, ເພື່ອໃຫ້ການບັນເທົາທຸກແກ່ຜູ້ອອກແຮງງານ ທີ່ໄດ້ຮັບຜົນກະທົບຈາກການປິດລ້ອມ ໂຄວິດ19. ຄຳແນະ ນຳຂອງກະຊວງພາຍໃນມີຂຶ້ນ ໜຶ່ງມື້ຫລັງຈາກນາຍົກລັດຖະມົນຕີ ອິນເດຍ ໄດ້ເລື່ອນເວລາປິດປະຕູທົ່ວປະເທດຈົນເຖິງວັນທີ 3 ພຶດສະພາ.

ປະເທດ ຟິນແລນກໍ່ຍົກລະດັບການປິດລ້ອມນະຄອນຫຼວງລົງ. ຂໍ້ຈຳກັດການເດີນທາງໄປ ແລະ ຈາກເຂດເມືອງຫລວງໄປຍັງປະເທດອື່ນໆໄດ້ເລີ່ມຕົ້ນ ແລະ ໄດ້ຖືກແນະນຳ ເພື່ອປ້ອງກັນບໍ່ໃຫ້ຄົນແຜ່ລະບາດໄວຣັດໄປສູ່ເຂດອື່ນໆຂອງປະເທດ. ປະເທດ ເດນມາກໄດ້ເລີ່ມເປີດໂຮງຮຽນຄືນໃໝ່ ໃນວັນພຸດນີ້ ຫລັງຈາກໄດ້ປິດປະຕູເປັນເວລາ 1 ເດືອນແລ້ວ. ກາຍເປັນປະເທດທຳອິດໃນເອີຣົບ. ເຖິງຢ່າງໃດກໍ່ຕາມ, ຫ້ອງຮຽນຈະເປຮດປະມານ ເຄິ່ງໜຶ່ງ ຂອງເທດ ໃນເຂດສະບານ ແລະ ໃນປະມານ 35 ເປີເຊັນຂອງໂຮງຮຽນຂອງເມືອງຫຼວງ, ຍ້ອນວ່າຫ້ອງຮຽນອື່ນໆໄດ້ຮຽກຮ້ອງໃຫ້ມີເວລາຫຼາຍຂື້ນ ທີ່ຈະປັບຕົວເຂົ້າກັບສະພາບປົກກະຕິ.

ດັ່ງທີ່ພວກເຮົາເຫັນ, ປະເທດທີ່ວ່າມີການແພດທັນສະໃໝປານໃດ ກະຕ້ອງພົບບັນຫາໃນການຮັບມືການລະບາດໂຄວິດ19. ສ ປ ປ ລາວ ກະພໍມີພື້ນຖານ ການແພດ ແລະ ໄດ້ຮັບການຊ່ວຍເຫຼືອຈາກອົງການສາກົນ ແລະ ປະເທດເພື່ອນບ້ານຫຼາຍສົມຄວນ. ສິ່ງທີ່ຮັບປະກັນໃຫ້ຄົນລາວລອດໄພຮ້າຍ ແມ່ນການປ້ອງກັນ. ບໍ່ແມ່ນການປົວຄົນຕິດເຊື້ອ. ມາຮ່ວມກັນຢູ່ບ້ານຕ້ານໂຄວິດ ຕາມແນວທາງການນຳ ອີກ 14 ວັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.