Norkhame
ຢາແກ້ທຸລະກິດ ຢາແກ້ທຸລະກິດ
ນັກເສດຖະສາດຈີນ ແລະ ສາກົນ ບໍ່ອາດຕີລາຄາສະພາບເສດຖະກິດດີເກີນຄວາມເປັນຈິງ. ນັກວິຄາະຕ່າງ ອອກເປັນສຽງດຽວກັນວ່າ: ເສດຖະກິດ ປະຈຳໄຕມາດທຳອິດ ຂອງຈີນມີການຂະຫຍາຍຕົວນ້ອຍກວ່າທີ່ເປັນ. ຄວາມຕ້ອງການສິນຄ້າ ແລະ ບໍລິການໃນທົ່ວໂລກ ລົດລົງໃນທ້າຍເດືອນທັນວາ 2019 ຈົນຮອດປະຈຸບັນ.ພາຍຫລັງສອງເດືອນທີ່ມີການປິດລ້ອມຢ່າງເຄັ່ງຄັດຕໍ່ຄົນ ແລະ ທຸລະກິດເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັດ, ນັກເສດຖະສາດຢ້ານວ່າເສດຖະກິດຂອງຈີນອາດຈະຫລຸດລົງໃນໄຕມາດທຳອິດ, ເຊິ່ງເປັນຄັ້ງທຳອິດໃນຮອບຫຼາຍປີ. ເສດຖະກິດໃຫຍ່ອັນດັບສອງຂອງໂລກ, ເລີ່ມີການອ່ອນແອລົງທີ່ສຸດ ໃນຮອບເກືອບ 30 ປີ.... ຢາແກ້ທຸລະກິດ

ນັກເສດຖະສາດຈີນ ແລະ ສາກົນ ບໍ່ອາດຕີລາຄາສະພາບເສດຖະກິດດີເກີນຄວາມເປັນຈິງ. ນັກວິຄາະຕ່າງ ອອກເປັນສຽງດຽວກັນວ່າ: ເສດຖະກິດ ປະຈຳໄຕມາດທຳອິດ ຂອງຈີນມີການຂະຫຍາຍຕົວນ້ອຍກວ່າທີ່ເປັນ.

ຄວາມຕ້ອງການສິນຄ້າ ແລະ ບໍລິການໃນທົ່ວໂລກ ລົດລົງໃນທ້າຍເດືອນທັນວາ 2019 ຈົນຮອດປະຈຸບັນ.ພາຍຫລັງສອງເດືອນທີ່ມີການປິດລ້ອມຢ່າງເຄັ່ງຄັດຕໍ່ຄົນ ແລະ ທຸລະກິດເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັດ, ນັກເສດຖະສາດຢ້ານວ່າເສດຖະກິດຂອງຈີນອາດຈະຫລຸດລົງໃນໄຕມາດທຳອິດ, ເຊິ່ງເປັນຄັ້ງທຳອິດໃນຮອບຫຼາຍປີ.

ເສດຖະກິດໃຫຍ່ອັນດັບສອງຂອງໂລກ, ເລີ່ມີການອ່ອນແອລົງທີ່ສຸດ ໃນຮອບເກືອບ 30 ປີ. ຄາດວ່າຈະຫຼຸດລົງ 6 ສ່ວນຮ້ອຍໃນໄຕມາດທຳອິດຂອງປີ 2020, ອີງຕາມການຄາດຄະເນຂອງນັກເສດຖະສາດທີ່ຖືກສຳຫຼວດໂດຍຜູ້ໃຫ້ຂໍ້ມູນ. ຍ້ອນການເລື່ອນເວລາທີ່ຍາວນານຂອງການເປີດຫ້ອງການ ແລະ ໂຮງງານຄືນໃໝ່ ໃນເດືອນກຸມພາ, ອັດຕາການເຕີບໂຕຂອງຜົນຜະລິດລວມຍອດທີ່ແທ້ຈິງຂອງຈີນ ຄາດວ່າຈະຫຼຸດລົງຢ່າງໄວວາໃນໄຕມາດທຳອິດຂອງປີ 2020. ຍ້ອນວ່າຈີນປະສົບກັບການລະບາດທີ່ຮ້າຍແຮງທີ່ສຸດເຊິ່ງໄດ້ເລີ່ມຕົ້ນໃນເຂດໃຈກາງເມືອງ Wuhan.

ຂໍ້ມູນສຳລັບເດືອນມັງກອນ ແລະ ເດືອນກຸມພາໄດ້ຊີ້ໃຫ້ເຫັນວ່າການຜະລິດອຸດສາຫະກຳ ໄດ້ຮັບການກະທົບກະເທືອນຫຼາຍ, ລວມທັງມູນຄ່າເພີ່ມຕໍ່ສິນຄ້າ ແລະ ການບໍລິການ ກໍ່ກະທົບ. ການຂະຫຍາຍຕົວ ຜົນຜະລິດທາງດ້ານເສດຖະກິດ ແມ່ນນ້ອຍກວ່າ ໃນໄລຍະວິກິດການການເງິນປີ 2008.

ເກືອບທຸກຂະແໜງການກະທົບໝົດ. ຕົວຊີ້ວັດດ້ານເສດຖະກິດທີ່ສຳຄັນທັງໝົດ ໄດ້ຕົກລົງໃນໄລຍະສອງເດືອນ ທຳອິດຂອງປີ 2020. ໂດຍສະເພາະ, ລາຍໄດ້ຈາກໂຮງໜັງ, ການເດີນທາງໄກ, ການຈະລາຈອນທາງລົດໄຟໃຕ້ດິນແລະ ການຂາຍລົດຈະໄດ້ຮັບຜົນກະທົບໜັກທີ່ສຸດ. ຊໍ້າບໍ່ໜໍາ, ຂໍ້ມູນໃນເດືອນມີນາຄົງຈະບໍ່ດີກວ່າເກົ່າ. ຄາດຄະເນມີການຫຼຸດລົງຂອງ 16 ເປີເຊັນຂອງຜົນຜະລິດລວມຍອດຂອງຈີນໃນໄຕມາດທຳອິດ. ຄາດຄະເນວ່າຜົນຜະລິດ ລວມຍອດ ຂອງຈີນຈະເຕີບໂຕ 3,6% ໃນໄຕມາດທຳອິດ.

ການເຄື່ອນໄຫວໃນເດືອນມີນາແມ່ນຂ້ອນຂ້າງດີ. ການຊົມໃຊ້ໄຟຟ້າໃນເດືອນມີນາແມ່ນສູງກ່ວາໃນປີ 2019 ເຊິ່ງເປັນສັນຍານວ່າການເຕີບໂຕຂອງການຜະລິດອຸດສາຫະກຳ. ຜົນປະໂຫຍດອື່ນໆທີ່ທຸລະກິດໄດ້ຮັບ ປະກອບມີການຫຼຸດຜ່ອນພາສີ ແລະ ຄ່າທຳນຽມເຊິ່ງໄດ້ຖືກຈັດຕັ້ງປະຕິບັດນັບຕັ້ງແຕ່ການລະບາດຂອງ ໂຄວິດ19 ເຊິ່ງຈະຊ່ວຍໃຫ້ທຸລະກິດທີ່ຂາດແຄນລາຍໄດ້ ມີຊີວິດຕໍ່ຫຼັງຈາກການປິດຕົວ. ນອກນັ້ນ, ທະນາຄານຍັງປະກາດ ຫລຸດອັດຕາດອກເບ້ຍໜຶ່ງປີທີ່ທະນາຄານປ່ອຍກູ້. ການຫຼຸດລົງ 0,2 ເປີເຊັນຂອງອັດຕາສ່ວນ ໄດ້ເຮັດໃຫ້ອັດຕາຢູ່ໃນລະດັບຕໍ່າທີ່ສຸດ. ມາດຕະການດັ່ງກ່າວ ມີຈຸດປະສົງເພື່ອເຮັດໃຫ້ຕົ້ນທຶນການເງິນຫຼຸດລົງ ແລະ ຊຸກຍູ້ໃຫ້ພວກເຂົາຫຼຸດອັດຕາການປ່ອຍເງິນກູ້.

ລັດຖະບານຈີນຍັງໄດ້ພະຍາຍາມຊຸກຍູ້ເສດຖະກິດ ໂດຍການປະກາດມາດຕະການກະຕຸ້ນຕ່າງໆລວມທັງ ການສະໜັບສະໜູນສິນເຊືອ ສຳລັບບໍລິສັດ ແລະ ການລົງທືນດ້ານພື້ນຖານໂຄງລ່າງ. ຂະແໜງການຕ່າງໆລວມທັງການຜະລິດ, ການຂາຍຍ່ອຍ, ອຸດສາຫະກຳລົດຍົນ, ການທ່ອງທ່ຽວ ແລະ ສາຍການບິນທັງໝົດ ໄດ້ຫຼຸດລົງໃນສອງເດືອນທຳອິດເມື່ອທຽບກັບປີທີ່ຜ່ານມາ.

ໄຕມາດທີ່ສອງຈະດີຂື້ນບໍ່? ອາດມແມ່ນຍ້ອນວ່າຄວາມຕ້ອງການພາຍໃນ ເຮັດໃຫ້ການເຕີບໂຕຂອງເສດຖະກິດຟື້ນຕົວເທື່ອລະກ້າວ. ສູນການຄ້າຂະໜາດ ໃຫຍ່ໄດ້ເປີດໃຫ້ບໍລິການແລ້ວ ແລະ ການດຳເນີນທຸລະກິດໄດ້ກັບຄືນສູ່ສະພາບປົກກະຕິໃນຫລາຍແຂວງຂອງຈີນ, ໂດຍລັດຖະບານທ້ອງຖິ່ນໃນແຂວງສ່ວນໃຫຍ່ໄດ້ຜ່ອນຄາຍຂໍ້ຈຳກັດໃນການ ດຳ ເນີນທຸລະກິດ. ກອງທຶນການເງິນສາກົນ ຄາດວ່າ ຈີນຈະຮັກສາການເຕີບໂຕໃນທາງບວກ 1,2 ເປີເຊັນໃນປີ 2020. ຄາດວ່າ 50 ເປີເຊັນຂອງການບໍລິໂພກພາຍໃນປະເທດຈະຟື້ນຕົວໃນເດືອນຂ້າງໜ້າ ຍ້ອນວ່າການປິດລ້ອມຖືກຍົກເລີກມາດຕະການພົວພັນທາງສັງຄົມ ແລະ ຂໍ້ຈຳກັດການທ່ອງທ່ຽວກໍ່ຖືກຍົກເລີກ. ຜົນກະທົບທາງລົບຂອງສັງຄົມແມ່ນຕໍ່າກ່ວາຕອນລະບາດ.

ແຕ່ການຟື້ນຕົວຢ່າງເຕັມທີ່ອາດຈະຍັງໃຊ້ເວລາ. ເປັນຕົ້ນການສົ່ງອອກສິນຄ້າ ຄົງຈະບໍ່ສາມາດຟື້ນຕົວໄດ້ ຢ່າງຕໍ່ເນື່ອງ. ເພາະໂລກລະບາດ ຍັງສືບຕໍ່ຄຸກຄາມ ຕໍ່ຄວາມຕ້ອງການໃນປະເທດທີ່ບໍລິໂພກສິນຄ້າສົ່ງອອກຫຼາຍທີ່ສຸດຂອງຈີນ. ເປັນຕົ້ນອາເມລິກາ, ອີຢູ ແລະ ຍີ່ປຸນ. ແນວໃດກໍ່ຕາມ, ຂະແໜງການສົ່ງອອກໄດ້ເຮັດໃຫ້ຫຼາຍຄົນຍັງຈະບໍ່ມີວຽກເຮັດງານທຳ ຍ້ອນການທຸລະກິດ ແລະ ກິດຈະກຳ ຂອງໂຮງງານຫຼຸດລົງ ເພາະການລະບາດຂອງພະຍາດ ໂຄວິດໃນຕ່າງປະເທດ ຄາດວ່າຈະບໍ່ມີການສັ່ງຊື້ສິນຄ້າຈາກຈີນຫຼາຍເທົ່າທີ່ຄວນ. ຜູ້ຫວ່າງງານເຫລົ່ານີ້ ຈຳເປັນຕ້ອງມີເວລາໃນການຊອກວຽກອື່ນ, ແລະ ຫຼັງຈາກ ໂຄວິດ19. ນັ້ນເປັນສິ່ງທີ່ໜ້າເສົ້າໃຈສຳລັບພວກເຂົາ.

ເຖິງວ່າຈີນຈະແກ້ສະພາບພະຍາດໂຄວິດໄດ້ກ່ອນປະເທດອື່ນໆ, ແຕ່ການລະບາດໜັກໃນປະເທດຄູ່ຄ້າ ບໍ່ໄດ້ເຮັດໃຫ້ຈີນ ມີສະເຖຍລະພາບທາງດ້ານການຄ້າ. ການໃຊ້ມາດຕະກາດທາງທຸລະກິດ ເພື່ອປະຄໍ້າປະຄອງ ການຢູ່ລອດຂອງທຸລະກິດພາຍໃນໃຫ້ລອດພົ້ນຊ່ວງລໍາບາກ ເປັນມາດຕະການດຽວ ໃນການກຽມພ້ອມເຮັດການຄ້າ ອີກຄັ້ງກັບບັນດາປະເທດອື່ນໆໃນໂລກ ຫຼັງພະຍາດໂຄວິດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.