Norkhame
ຍິງນອກລະບົບ ຍິງນອກລະບົບ
ແມ່ຍິງຫາເງິນທາງເພດ ທີ່ປະເທດອິນເດຍ ກຳລັງຕໍ່ສູ້ເພື່ອຄວາມຢູ່ລອດ ທ່າມກາງການປິດລ້ອມໂຣກໂຄວິດ19. ການສູນເສຍລາຍໄດ້ໃນຊ່ວງຈຳກັດການເຄື່ອນຍ້າຍມາຫຼາຍຄືນ ໄດ້ເຮັດໃຫ້ກຸ່ມຄົນນີ້ ເກີດຄວາມກັງວົນໃຈ ແລະຂາດເຂີນລາຍຮັບ. ລັດຖະບານອິນເດຍ ມີການບັງຄັບໃຊ້ການປິດລ້ອມຢ່າງເຂັ້ມງວດ ເພື່ອພະຍາຍາມສະກັດກັ້ນການແຜ່ລະບາດຂອງພະຍາດໃນເດືອນແລ້ວນີ້ ໄດ້ເຮັດໃຫ້ມີຜູ້ອົບພະຍົບອົບພະຍົບ ຈຳນວນຫຼວງຫຼາຍອອກຈາກເມືອງ ຕ່າງໆຍ້ອນວ່າກິດຈະກຳທາງເສດຖະກິດຖືກຢຸດຢັ້ງ. ສຳລັບແມ່ຍິງຫາເງິນຫລາຍພັນຄົນ ທີ່ອາໄສຢູ່ໃນເມືອງຕ່າງໆ ໃນທົ່ວປະເທດອິນເດຍ, ປະຈຸບັນນີ້ບໍ່ມີບ່ອນໃດທີ່ຈະຕ້ອງໄປ. ການສູນເສຍລາຍໄດ້ໃນເວລາກາງຄືນ ກາຍເປັນກຸ່ມໜຶ່ງທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດທີ່ສຸດ ໃນການໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ. ຕຳຫຼວດໄດ້ສືບຕໍ່ປະກາດ,... ຍິງນອກລະບົບ

ແມ່ຍິງຫາເງິນທາງເພດ ທີ່ປະເທດອິນເດຍ ກຳລັງຕໍ່ສູ້ເພື່ອຄວາມຢູ່ລອດ ທ່າມກາງການປິດລ້ອມໂຣກໂຄວິດ19. ການສູນເສຍລາຍໄດ້ໃນຊ່ວງຈຳກັດການເຄື່ອນຍ້າຍມາຫຼາຍຄືນ ໄດ້ເຮັດໃຫ້ກຸ່ມຄົນນີ້ ເກີດຄວາມກັງວົນໃຈ ແລະຂາດເຂີນລາຍຮັບ.

ລັດຖະບານອິນເດຍ ມີການບັງຄັບໃຊ້ການປິດລ້ອມຢ່າງເຂັ້ມງວດ ເພື່ອພະຍາຍາມສະກັດກັ້ນການແຜ່ລະບາດຂອງພະຍາດໃນເດືອນແລ້ວນີ້ ໄດ້ເຮັດໃຫ້ມີຜູ້ອົບພະຍົບອົບພະຍົບ ຈຳນວນຫຼວງຫຼາຍອອກຈາກເມືອງ ຕ່າງໆຍ້ອນວ່າກິດຈະກຳທາງເສດຖະກິດຖືກຢຸດຢັ້ງ. ສຳລັບແມ່ຍິງຫາເງິນຫລາຍພັນຄົນ ທີ່ອາໄສຢູ່ໃນເມືອງຕ່າງໆ ໃນທົ່ວປະເທດອິນເດຍ, ປະຈຸບັນນີ້ບໍ່ມີບ່ອນໃດທີ່ຈະຕ້ອງໄປ. ການສູນເສຍລາຍໄດ້ໃນເວລາກາງຄືນ ກາຍເປັນກຸ່ມໜຶ່ງທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດທີ່ສຸດ ໃນການໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ.

ຕຳຫຼວດໄດ້ສືບຕໍ່ປະກາດ, ຮຽກຮ້ອງໃຫ້ແມ່ຍິງບໍລິການທາງເພດຮັກສາປະຕິບັດມາດຕະການເກັບຕົວ ແຕ່ມັນກໍ່ເປັນໄປບໍ່ໄດ້ທີ່ຈະມີລາຍໄດ້ໂດຍຫ່າງໃກກັນ 2 ແມດ. ປະເທດທີ່ມີປະຊາກອນ 1,3 ພັນລ້ານຄົນ ຕົກຢູ່ໃນຄວາມວຸ້ນວາຍ ຫຼັງຈາກ ການປະກາດໃນວັນທີ 24 ມີນາ ໃຫ້ມີການປິດລ້ອມ. ນັ້ນໝາຍວ່າ ລູກຄ້າຂອງແມ່ຍິງຫາເງິນ ຈະບໍ່ສາມາດອອກມາກະຈາຍລາຍໄດ້ອີກຕໍ່ໄປ. ອົງການຊ່ວຍເຫຼືອມະນຸດສະທຳຮຽກຮ້ອງໃຫ້ປະເທດຕ່າງໆຮັບປະກັນສິດທິມະນຸດຂອງບັນດາແມ່ຍິງຂາຍປະເວນີ ແລະ ປະຕິບັດຄືກັນກັບຄົນບໍ່ມີທີ່ພັກອາໃສ.

ແມ່ຍິງຂາຍບໍລິການ ເປັນອາຊີບທີ່ບໍ່ນອນໃນກົດໝາຍ. ລັດຖະບານໄດ້ປະກາດໃຫ້ການຊ່ວຍເຫຼືອຜູ້ປະສົບໄພມູນຄ່າ 22,5 ຕື້ໂດລາສະຫະລັດ ແຕ່ກໍ່ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າມັນຈະໄດ້ຮັບຜົນປະໂຫຍດແນວໃດຕໍ່ແມ່ຍິງຫາເງິນ. ປະຈຸບັນນີ້, ການຊ່ວຍເຫຼືອ ໃນຮູບແບບອາຫານ ສຳເລັດຮູບ ແລະ ອາຫານສ່ວນໃຫຍ່ແມ່ນສະ ໜອງ ໃຫ້ໂດຍອົງການຈັດຕັ້ງສາກົນ ແລະ ບຸກຄົນທີ່ບໍ່ຫວັງຜົນ ກຳ ໄລໃນເຂດທ້ອງຖິ່ນ, ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານແລະ ຕຳ ຫຼວດທ້ອງຖິ່ນ ໃນການຂົນສົ່ງ. ການເຮັດວຽກຂາຍບໍລິການ ທາງເພດແມ່ນຄ້າຍຄືກັບເສດຖະກິດທີ່ບໍ່ເປັນທາງການ. ມັນບໍ່ມີຫຍັງເລີຍຮັບຮອງສຳລັບພວກເຂົາໃນເວລານີ້. ໃນດ້ານກົດໝາຍ, ການຊັກຊວນການຂາຍບໍລິການທາງເພດຢູ່ໃນສາທາລະນະ ແລະ ການຈັດຕັ້ງການຄ້າທາງເພດ ຖືວ່າຜິດກົດໝາຍ.

ໃນຂະນະທີ່ບໍ່ມີຕົວເລກທາງການ, ຈຳນວນແມ່ຍິງຫາເງິນທາງເພດມີປະມານ 1,25-1,3 ລ້ານຄົນ. ລາຍຮັບຂອງເຂົາເຈົ້າລະຫວ່າງ 100 ຫາ 800 ຮູເບີນ (1,3-10,5 ໂດລາ) ຕໍ່ລູກຄ້າ. ລູກຄ້າຫຼັກ ແມ່ນແຮງງານເຄື່ອນຍ້າຍ, ຄົນຂັບລົດບັນທຸກ ແລະ ຜູ້ຊາຍຄົນອື່ນໆທີ່ຢູ່ຫ່າງໄກຈາກຄອບຄົວ. ເກືອບ 1,400 ກມ ໃກຈາກນະຄອນຫຼວງນິວເດລີ. ມັນເປັນບ່ອນຢູ່ອາໃສຂອງເຮືອນໂສເພນີ 78 ບ່ອນ ທີ່ມີແມ່ຍິງ 2,225 ຄົນຢູ່, ອີງຕາມອົງການທີ່ເຮັດວຽກກັບແມ່ຍິງຫາເງິນ.

ການຮັກສາໄລຍະຫ່າງທາງສັງຄົມ ຫລື ທາງດ້ານຮ່າງກາຍ ຖືເປັນກຸນແຈສຳຄັນໃນການປ້ອງກັນການແຜ່ລະບາດຂອງໂຣກ ໂຄວິດ. ແມ່ຍິງຫາເງິນທາງເພດ, ບໍ່ແມ່ນແຕ່ລ້ຽງຊີບຕົນເອງ ຫາກຍັງລ້ຽງລູກນ້ອຍ ແລະ ສະມາຊິກຄົນອື່ນໆໃນຄອບຄົວ. ຂາດລູກຄ້າ, ໝາຍວ່າຂາດລາຍຮັບ. ສະຖານະການທາງການເງິນນັບມື້ນັບຊຸດໂຊມລົງ ເພາະວ່າຜູ້ທີ່ຂາຍບໍລິການທາງເພດມັກຈະບໍ່ມີເງິນທ້ອນ. ດຽວນີ້, ບໍ່ມີເງິນສົດທີ່ເຂົ້າມາ, ພວກເຂົາຢ້ານວ່າຈະບໍ່ສາມາດຈ່າຍຄ່າເຊົ່າທີ່ພັກ ແລະ ອາດຕ້ອງກາຍເປັນຄົນບໍ່ມີບ່ອນຢູ່ອາໄສ. ພວກເຂົາບາງຄົນຈ່າຍຄ່າເຊົ່າປະ ຈຳວັນໃຫ້ເຈົ້າຂອງເຮືອນ.

ຄະນະກຳມະການແຫ່ງຊາດ ສຳລັບແມ່ຍິງ, ເຊິ່ງເປັນອົງການນິຕິບັນຍັດ ຂື້ນກັບລັດຖະບານ ໄດ້ຄົ້ນຄ້ວາກ່ຽວກັບບັນຫານະໂຍບາຍທີ່ມີຜົນກະທົບຕໍ່ແມ່ຍິງ. ທາງອົງການໃຫ້ຄວາມໃສ່ໃຈ ກ່ຽວກັບພາກສ່ວນທີ່ດ້ອຍໂອກາດຂອງສັງຄົມ. ໂດຍພະຍາຍາມສະໜອງ ສິ່ງທີ່ມະນຸດມີຄວາມຕ້ອງການຂັ້ນພື້ນຖານ. ອົງການຄົ້ນພົບວ່າ ການເຂົ້າເຖິງການຮັກສາສຸຂະພາບນັບມື້ນັບມີຄວາມຫຍຸ້ງຍາກຫຼາຍຂື້ນຍ້ອນຄວາມຢ້ານກົວຂອງໂຣກ. ແມ່ຍິງຫາເງິນຈຳນວນຫຼາຍມີພະຍາດ.ມີອັດຕາການແຜ່ລະບາດຂອງໂຣກເອດສ໌ ແລະ ວັນນະໂຣກສູງ.

ບໍ່ວ່າຈະອາຊີບໃດກໍ່ໄດ້ຮັບຜົນກະທົບທັງນັ້ນ. ສຳລັບຄົນທີ່ມີອາຊີບບໍ່ແນ່ນອນ, ລວມທັງ ຂາຍບໍລິການທາງເພດ ການຄຸ້ມຄອງ ແລະ ຊ່ວຍເຫຼືອທາງກົດໝາຍ ກຳລັງເປັນທີ່ສົນທະນາ ເພື່ອການຊ່ວຍເຫຼືອດ້ານມະນຸດສະທຳ. ສັງຄົມທີ່ຫຼາຍຄົນວ່າສວຍງາມ, ມັນບໍ່ໄດ້ສວຍງາມຄືທີ່ຄິດ. ເມື່ອເຫັນເດັກຍິງນ້ອຍໆ 13 ປີ ຕ້ອງຢູ້ບ້ານເພື່ອ ຕ້ານໂຄວິດ ກັບອີກເດັກຍິງນ້ອຍ 13 ປີ – ຍິງຂາຍບໍລິການທາງເພດ ຕ້ອງຂາດລາຍໄດ້ ແລະ ສ່ຽງຕໍ່ການອົດຕາຍ. ບໍ່ມີໃຜເລືອກມີຊີວິດແນວນັ້ນ, ແຕ່ຂ້າພະເຈົ້າເຊື່ອວ່າພວກເຮົາເລືອກທີ່ຈະແບ່ງປັນກັນໄດ້ ໃນຍາມຍາກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.