Norkhame
ໂຄວິດບໍ່ຢ້ານ…ຢ້ານໂລກອົດ ໂຄວິດບໍ່ຢ້ານ…ຢ້ານໂລກອົດ
ຄົງານກຳລັງພະເຊີນໜ້າກັບການຕົກງານ. ສຳລັບຄົນພໍມີເງິນເກັບ ຊ່ວງ ລະບາດໂຄວິດນີ້ອາດລອດໄດ້. ສ່ວນຄົນທຸກຈົນ ຫາເຊົ້າກິນຄໍ່າ, ຕ້ອງລຳບາກຫຼາຍ. ບັນຫານີ້ເກີດຂື້ນກັບປະເທດທຸກຈົນ ເຊັ່ນ: ຕູເນເຊຍ. ຄວາມເຄັ່ງຕຶງການເພີ່ມຂື້ນຂອງພະຍາດໂຄວິດ ໃນປະເທດຕູນິເຊຍ ໃນຂະນະທີ່ປະຊາຊົນກຳລັງດີ້ນລົນ ເພື່ອຮັບມືກັບຄວາມອຶດຫິວ ແລະ ການຫວ່າງງານທ່າມກາງການລະບາດຂອງໂຣກ. ການຫວ່າງງານ, ຄົນພິການທາງຮ່າງກາຍທີ່ຂໍທານນຳທາງ ແລະ ເດັກນ້ອຍເຂດນອກ, ໄດ້ກາຍເປັນສິ່ງໜ້າເປັນຫ່ວງຂື້ນ. ຫຼາຍຄົນບໍ່ສາມາດເຮັດວຽກໄດ້ ເນື່ອງຈາກມາດຕະການຢຸດການລະບາດຂອງປະເທດ ກໍ່ໃຫ້ເກີດມີການ... ໂຄວິດບໍ່ຢ້ານ…ຢ້ານໂລກອົດ

ຄົງານກຳລັງພະເຊີນໜ້າກັບການຕົກງານ. ສຳລັບຄົນພໍມີເງິນເກັບ ຊ່ວງ ລະບາດໂຄວິດນີ້ອາດລອດໄດ້. ສ່ວນຄົນທຸກຈົນ ຫາເຊົ້າກິນຄໍ່າ, ຕ້ອງລຳບາກຫຼາຍ. ບັນຫານີ້ເກີດຂື້ນກັບປະເທດທຸກຈົນ ເຊັ່ນ: ຕູເນເຊຍ.

ຄວາມເຄັ່ງຕຶງການເພີ່ມຂື້ນຂອງພະຍາດໂຄວິດ ໃນປະເທດຕູນິເຊຍ ໃນຂະນະທີ່ປະຊາຊົນກຳລັງດີ້ນລົນ ເພື່ອຮັບມືກັບຄວາມອຶດຫິວ ແລະ ການຫວ່າງງານທ່າມກາງການລະບາດຂອງໂຣກ. ການຫວ່າງງານ, ຄົນພິການທາງຮ່າງກາຍທີ່ຂໍທານນຳທາງ ແລະ ເດັກນ້ອຍເຂດນອກ, ໄດ້ກາຍເປັນສິ່ງໜ້າເປັນຫ່ວງຂື້ນ. ຫຼາຍຄົນບໍ່ສາມາດເຮັດວຽກໄດ້ ເນື່ອງຈາກມາດຕະການຢຸດການລະບາດຂອງປະເທດ ກໍ່ໃຫ້ເກີດມີການ ພັກງານໃນຫຼາຍໆຂົງເຂດ.

ສຳລັບປະເທດທີ່ມີ ເສດຖະກິດອ່ອນແອ ເຊັ່ນ: ຕູເນເຊຍ, ບັນດາຄອບຄົວທີ່ມີລາຍໄດ້ຕໍ່າ ກາຍເປັນເລື່ອງໃໝ່ ແກ່ລັດຖະບານ. ເສດຖະກິດຂອງປະເທດໄດ້ເຂົ້າສູ່ໄລຍະ ຢຸດການຂະຫຍາຍຕົວ. ອີງຕາມຂໍ້ມູນຂອງທະນາຄານໂລກ, ການເຕີບໂຕທາງເສດຖະກິດ ຂອງຕູນິເຊຍນັບຕັ້ງແຕ່ປີ 2010 ມີສະເລ່ຍ 1,8 ເປີເຊັນຕໍ່ປີ; ເຊິ່ງຕໍ່າກວ່າລະດັບສະເລ່ຍໃນແຕ່ລະປີໃນທົດສະວັດທີ່ຜ່ານມາ. ການຫວ່າງງານໄດ້ບັນລຸລະດັບຕໍ່າສຸດ 12 ເປີເຊັນໃນປີ 2007, ແລະ ມັນໄດ້ເພີ່ມຂື້ນເຖິງ 18 ເປີເຊັນ ໃນປີ 2011. ປີກາຍນີ້, ຕົວເລກດັ່ງກ່າວແມ່ນ 15 ເປີເຊັນ.

ຍ້ອນສະພາບເສດຖະກິດອ່ອນແອ່, ບໍ່ມີຫຍັງກະກຽມສຳລັບຄອບຄົວ ກ່ອນການລະບາດພະຍາດໂຄວິດ ແລະ ການຕັດສິນໃຈຂອງລັດຖະບານໃນທ້າຍເດືອນມີນາທີ່ຈະນຳ ໃຊ້ການປິດລ້ອມທົ່ວປະເທດເປັນເວລາສອງອາທິດໃນຄວາມພະຍາຍາມ ເພື່ອຈຳກັດການແຜ່ລະບາດຂອງໄວຣັດ. ການປິດປະຕູໄດ້ບັງຄັບໃຫ້ມີການປິດຮ້ານອາຫານ, ໂຮງແຮມແລະຫ້ອງການ, ຫ້າມຖ້ຽວບິນລະຫວ່າງປະເທດ ແລະ ການປິດຊາຍແດນທາງບົກ, ເຊິ່ງເຮັດໃຫ້ເສດຖະກິດທີ່ກຳລັງປະສົບກັບຄວາມຫຍຸ້ງຍາກຢູ່ແລ້ວຍິ່ງຍາກຂື້ນ. ນອກນັ້ນ, ປະເທດຍັງມີລະບົບການຮັກສາສຸຂະພາບທີ່ອ່ອນແອ. ຕູນິເຊຍພົບ ຄົນຕິດເຊື້ອ 699 ກໍລະນີ ແລະ 25 ຄົນເສຍຊີວິດ.

ໄດ້ມີການການຊ່ວຍເຫຼືອດ້ານການເງິນ ຈາກສາກົນ, ໃນຄວາມພະຍາຍາມເພື່ອຫຼຸດຜ່ອນຜົນກະທົບຂອງມາດຕະການຕໍ່ທຸລະກິດ ແລະ ຫລີກລ້ຽງຄວາມບໍ່ສະຫງົບທາງສັງຄົມທີ່ອາດຈະເກີດຂື້ນ. ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃນທ້າຍເດືອນມີນາວ່າຈະມີການຈັດສັນງົບປະມານ 850 ລ້ານໂດລາ ເພື່ອສະກັດກັ້ນຜົນກະທົບທາງເສດຖະກິດ-ສັງຄົມ. 155 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອຄອບຄົວທີ່ທຸກຍາກ ຫລື ຜູ້ທີ່ສູນເສຍວຽກຍ້ອນການລະບາດຂອງພະຍາດ. ຍັງມີການເລື່ອນອາກອນຕໍ່ທຸລະກິດຂະໜາດນ້ອຍ ແລະ ກາງ ເປັນຕົ້ນ.

ກອງທຶນການເງິນສາກົນ (IMF) ໄດ້ອະນຸມັດເງິນກູ້ 745 ລ້ານໂດລາໃຫ້ແກ່ປະເທດອາຟຣິກາເໜືອ ແລະສະຫະພາບເອີຣົບໄດ້ອະນຸມັດເງິນ 250 ລ້ານເອີໂຣ (273 ລ້ານໂດລາ). ອີຕາລີຍັງໄດ້ປະກາດຈະໃຫ້ເງິນທຶນ ແກ່ຕູນິເຊຍ 50 ລ້ານເອີໂຣ (55 ລ້ານໂດລາສະຫະລັດ) ໃນຂະນະທີ່ທະນາຄານພັດທະນາອິສ ໄດ້ປະກາດແຜນທີ່ຈະໃຫ້ເງິນກູ້ຢືມ 280 ລ້ານໂດລາ.

ແຕ່ສຳລັບຄົນງານຄ່າແຮງງານປະຈຳວັນຂອງຕູນິເຊຍ, ທີ່ມີເງິນເກັບໜ້ອຍ ຈະສ່ຽງຕໍ່ການເສຍທີ່ພັກເຊົ່າ ແລະ ຂາດເຂີນດ້ານອາຫານ.  ພວກເຂົາທຸກຍາກຢູ່ແລ້ວ ແລະ ບໍ່ສາມາດເຮັດວຽກໄດ້. ເຊັ່ນດຽວກັນກັບຄົນອື່ນໆທີ່ໄດ້ຮັບຄ່າແຮງງານປະຈຳວັນ, ລາວບໍ່ສາມາດຊື້ເຄື່ອງຂອງກິນສຳລັບຄອບຄົວຂອງລາວ. ໃນສະພາບການດັ່ງກ່າວ ຄົນບໍ່ສາມາດເຮັດວຽກໄດ້ ແລະ ບໍ່ສາມາດກູ້ຢືມເງິນໄດ້. ມັນຈະມີໄພພິບັດທີ່ຮ້າຍແຮງ. ຖ້າແກ່ຍາວດົນ, ປະຊາຊົນບໍ່ອາດຕາຍຍ້ອນອຶດຫິວ. ຄົນ ປະເທດ ຕູເນເຊຍ, ບໍ່ຢາກຢູ່ເຮືອນ ແລະ ອອກໄປສ່ຽງຕາຍຫາກິນ ແທນທີ່ຈະອຶດ ຫິວໃນບ້ານ.

ສະຖານະການມີຄວາມວຸ້ນວາຍນີ້ກໍ່ເຮັດໃຫ້ ທຸກຄົນໃນສັງຄົມກັງວົນ. ການດຳລົງຊີວິດຢ່າງມີກຽດ ດ້ວຍການ ເຮັດໜ້າຕາມການມອບໝາຍ ຂອງອົງການຊ່ວຍເຫຼືອທາງສັງຄົມ ເປັນທີ່ໜ້າສັນເສີນນອກຈາກ ການເຮັດ ວຽກຂອງແພດ. ອົງການລັດຖະບານທ້ອງຖີ່ນໄດ້ສັນຫາອາຫານ ແລະ ການຊ່ວຍເຫຼືອທາງສັງຄົມ ເພື່ອບັນເທົາຄວາມອຶດຫິວຂອງປະຊາຊົນຜູ້ຕົກທຸກ. ສິ່ງທີ່ພວກເຮົາກຳລັງເຫັນຢູ່ອາຟຣິກາເໜືອ ແມ່ນວ່າຄວາມໂສກເສົ້າກຳລັງເພີ່ມຂື້ນທີ່ເຫັນຕົນເອງ ແລະ ຄົນຮັກກຳລັງຕົກໃນສະພາບອຶດຫິວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.