Norkhame
ຈີນຮ່ວມຣັດເຊຍປາບ ຈີນຮ່ວມຣັດເຊຍປາບ
ທາງການຈີນ ໄດ້ປັບຕົວເລກຄົນເສຍຊີວິດຈາກໂຄວິດເພີ່ມຂື້ນເປັນ ອີກ 1290 ຄົນ, ລວມທັງໝົດ ເປັນ 4632 ຄົນ. ຕົວເລກດັ່ງກ່າວ ໄດ້ມີການເກັບກຳ ແລະ ກວດສອບຫຼັງການລະບາດຄັ້ງໃຫຍ່. ປະເທດຕາເວັນຕົກຕ່າງສົງໃສກັບຕົວເລກຄົນເສຍຊີວິດຕົວຈິງໃນຈີນ. ເມືອງ Wuhan, ເມືອງໃຈກາງຂອງຈີນບ່ອນທີ່ໂຣກລະບາດຕິດເຊື້ອພະຍາດ ຂື້ນໃນທ້າຍປີທີ່ຜ່ານມາ. ໄດ້ມີການເພີ່ມຕົວເລກຈຳນວນຜູ້ເສຍຊີວິດຈາກພະຍາດດັ່ງກ່າວ. ໂດຍຍອມຮັບວ່າປະຊາຊົນເສຍຊີວິດຢູ່ເຮືອນ ແລະ ກໍລະນີຫາຍສາບສູນເນື່ອງຈາກໂຮງໝໍ ພະຍາຍາມຮັບມືໃນໄລຍະຕົ້ນໆຂອງການລະບາດ. ການດັດປັບ,... ຈີນຮ່ວມຣັດເຊຍປາບ

ທາງການຈີນ ໄດ້ປັບຕົວເລກຄົນເສຍຊີວິດຈາກໂຄວິດເພີ່ມຂື້ນເປັນ ອີກ 1290 ຄົນ, ລວມທັງໝົດ ເປັນ 4632 ຄົນ. ຕົວເລກດັ່ງກ່າວ ໄດ້ມີການເກັບກຳ ແລະ ກວດສອບຫຼັງການລະບາດຄັ້ງໃຫຍ່.

ປະເທດຕາເວັນຕົກຕ່າງສົງໃສກັບຕົວເລກຄົນເສຍຊີວິດຕົວຈິງໃນຈີນ. ເມືອງ Wuhan, ເມືອງໃຈກາງຂອງຈີນບ່ອນທີ່ໂຣກລະບາດຕິດເຊື້ອພະຍາດ ຂື້ນໃນທ້າຍປີທີ່ຜ່ານມາ. ໄດ້ມີການເພີ່ມຕົວເລກຈຳນວນຜູ້ເສຍຊີວິດຈາກພະຍາດດັ່ງກ່າວ. ໂດຍຍອມຮັບວ່າປະຊາຊົນເສຍຊີວິດຢູ່ເຮືອນ ແລະ ກໍລະນີຫາຍສາບສູນເນື່ອງຈາກໂຮງໝໍ ພະຍາຍາມຮັບມືໃນໄລຍະຕົ້ນໆຂອງການລະບາດ.

ການດັດປັບ, ເຊິ່ງມີລາຍລະອຽດໃນການລົງປະກາດຜ່ານສື່ສັງຄົມໂດຍລັດຖະບານທ້ອງຖີ່ນ ໃນວັນສຸກ 17 ເມສາ 2020 , ໄດ້ເພີ່ມຈຳນວນຜູ້ເສຍຊີວິດ 1,290 ຄົນ – ປະມານ 50 ເປີເຊັນ – ຈາກທັງໝົດ 3,869 ຄົນເປັນ 4632 ຄົນ. ເຈົ້າໜ້າທີ່ກ່າວວ່າ ໄດ້ມີການລາຍງານຊ້າໆຈາກສະຖາບັນການແພດ, ໃນຂະນະທີ່ຄົນເຈັບບາງຄົນໄດ້ເສຍຊີວິດຢູ່ເຮືອນ ຍ້ອນວ່າໂຮງໝໍມີຄວາມຫຍຸ້ງຍາກໃນການຮັບມືໃນໄລຍະເລີ່ມຕົ້ນຂອງການລະບາດ. ຜູ້ປ່ວຍບາງຄົນໄດ້ເສຍຊີວິດຢູ່ເຮືອນ ໂດຍບໍ່ໄດ້ຮັບການປິ່ນປົວຢູ່ໃນໂຮງໝໍ. ສົ່ງຜົນໃຫ້ມີການລາຍງານທີ່ບໍ່ຕົງກັບຕົວຈິງ. ທາງການຈີນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາວ່າ ບໍ່ລາຍງານຕົວເລກຕົວຈິງຂອງຄົນຕິດ ແລະ ເສຍຊີວິດ. ທີ່ຄາດວ່າມີຫຼາຍກວ່ານີ້. ການກ່າວຫາ, ເປັນການບໍ່ຍອມຮັບຄວາມສາມາດຂອງການນຳຈີນ ໃນການຮັບມືກັບການລະບາດ.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດ ມາດຕະການການກັກກັນໃນເຮືອນ ຕໍ່ຊາວອາເມລິກາ, ເຖິງແມ່ນວ່າ ຈຳ ນວນຜູ້ເສຍຊີວິດ ໃນປະເທດຍັງສືບຕໍ່ເພີ່ມຂື້ນເກືອບ 35,000 ຄົນ ແລະ ຄົນຕິດເຊື້ອ ມີເຖິງ 667,000 ຄົນ ໃນປະຈຸບັນ. ລັດຖະບານສະຫະລັດລາຍງານວ່າ ມີຊາວອາເມລິກາປະມານ 5,2 ລ້ານກວ່າຄົນໄດ້ສະໝັກ ຂໍເງິນໄພຫວ່າງງານໃນອາທິດທີ່ຜ່ານມາ, ເຊິ່ງເຮັດໃຫ້ລວມທັງໝົດ 4 ອາທິດ, ຄົນ 22 ລ້ານຄົນສູນເສຍວຽກເຮັດງານທຳ.

ທາງການຈີນລາຍງານໃນວັນສຸກທີ່ຜ່ານມາວ່າ: ປະທານປະເທດຈີນ ແລະ ລັດເຊຍທ່ານ ໄດ້ໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການຕອບໂຕ້ ຂອງປະເທດຂອງພວກເຂົາຕໍ່ກັບພະຍາດໂຄວິດ. ຈີນຮຽກຮ້ອງໃຫ້ ການນຳຣັດເຊຍ ສະກັດກັ້ນການແຜ່ລະບາດຂອງພະຍາດ. ມີລາຍງານໃນມື້ທີ່ຜ່ານມາວ່າ ມີຊາວຈີນຫລາຍໆຄົນທີ່ໄດ້ກັບຄືນປະເທດຂອງພວກເຂົາ ໂດຍຜ່ານຊາຍແດນຣັດເຊຍ ພ້ອມການຕິດເຊື້ອໂຣກໂຄວິດ.ປະເທດຣັດເຊຍໄດ້ປະກາດຕົວເລກສະຖິຕິໃໝ່. ຈຳນວນຜູ້ຕິດເຊື້ອໄວຣັສ ໃໝ່ທັງໝົດ 4,069 ຄົນ ໃນວັນສຸດ,  ເຮັດໃຫ້ມີຈຳນວນທັງໝົດ 32,007 ຄົນ.

ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າການລະບາດຂອງພະຍາດ ເຢຍລະມັນວ່າ: ສາມາດຄວບຄຸມໄດ້. ຍ້ອນວ່າຈຳນວນຄົນເຈັບແລ້ວຫາຍດີ ສູງກວ່າຈຳນວນຄົນຕິດເຊື້ອໃໝ່ທຸກໆມື້ໃນອາທິດນີ້. ທ່ານນາງນາຍົກລັດຖະມົນຕີ ກ່າວໃນວັນພຸດວານນີ້ວ່າ ເຢຍລະມັນຈະ ອານຸຍາດໃຫ້ເປີດຮ້ານບາງສ່ວນໃນອາທິດໜ້າ.

ສ່ວນສິງກະໂປ, ໄດ້ລາຍງານກໍລະນີຄົນຕິດໂຣກໃໝ່ 728 ຄົນ, ເຊິ່ງເປັນສະຖິຕິສູງສຸດຕໍ່ມື້ເປັນມື້ທີ 2 ລຽນຕິດ.ເຊິ່ງຄາດວ່າມາຈາກເພີ່ມຂື້ນຢູ່ຫໍພັກແຮງງານຕ່າງປະເທດ. ກະຊວງສາທາລະນະສຸກກ່າວວ່າ, ແຮງງານຕ່າງປະເທດກວມເອົາ 90 ສ່ວນຮ້ອຍຂອງກໍລະນີໃໝ່, ໂດຍມີ 5 ກຸ່ມບ້ານໃໝ່ ລາຍງານໃນຫໍພັກທີ່ແອອັດມີຜູ້ຊາຍເຖິງ 20 ຄົນ ໃນແຕ່ລະຫ້ອງ ທີ່ມີສິ່ງອຳນວຍຄວາມສະດວກຮ່ວມກັນ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ກ່າວເຕືອນວ່າ ພະຍາດ ໂຄວິດ ກຳລັງເຮັດໃຫ້ເດັກນ້ອຍໃນໂລກ ຈຳນວນຫຼາຍຕົກຢູ່ໃນອັນຕະລາຍ ແລະ ກຳລັງຮຽກຮ້ອງໃຫ້ ຜູ້ນຳທຸກລະດັບ ປົກປ້ອງເດັກນ້ອຍເຫຼົ່ານັ້ນຮ່ວມກັນ. ມາຮອດປະຈຸບັນເດັກນ້ອຍໄດ້ຮັບການປິ່ນປົວຢ່າງຫຼວງຫຼາຍ ແລະ ອົງການສາກົນພະຍາຍາມຊອກທຶນການຊ່ວຍ ເຫຼືອ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.