Norkhame
ກັນດີກວ່າແກ້ ກັນດີກວ່າແກ້
ຍົກເວັ້ນ ສ ປ ປ ລາວ, ປະເທດໃກ້ຄຽງ ຈີນ ທີ່ບໍ່ຕິດ, ມັນເຮັດໃຫ້ຄົນສົງໃສ. ພູມອາກາດຮ້ອນ, ການບໍ່ແອອັດ ຂອງປະຊາກອນ ໃນການສັນຈອນ ແລະ ການດຳລົງຊີວິດ ອາດເປັນປັດໃຈໜຶ່ງ ເຮັດໃຫ້ຍັງບໍ່ທັນພົບຄົນຕິດພະ ຍາດນີ້ເພື່ອ. ທາງການລາວ ແລະ ປະຊາຊົນກໍ່ໃສ່ໃຈ ແລະ ຮ່ວມກັນຕ້ານເຕັມທີ່. ໃນລະດັບສາກົນ,... ກັນດີກວ່າແກ້

ຍົກເວັ້ນ ສ ປ ປ ລາວ, ປະເທດໃກ້ຄຽງ ຈີນ ທີ່ບໍ່ຕິດ, ມັນເຮັດໃຫ້ຄົນສົງໃສ. ພູມອາກາດຮ້ອນ, ການບໍ່ແອອັດ ຂອງປະຊາກອນ ໃນການສັນຈອນ ແລະ ການດຳລົງຊີວິດ ອາດເປັນປັດໃຈໜຶ່ງ ເຮັດໃຫ້ຍັງບໍ່ທັນພົບຄົນຕິດພະ ຍາດນີ້ເພື່ອ. ທາງການລາວ ແລະ ປະຊາຊົນກໍ່ໃສ່ໃຈ ແລະ ຮ່ວມກັນຕ້ານເຕັມທີ່.

ໃນລະດັບສາກົນ, ປະເທດ ຣັດເຊຍ ແລະ ອິນເດຍ, ເປັນຈຸດສົນໃຈ ຂອງນັກຊຽວຊານ ແລະ ນັກຂ່າວ. ຄົນຕິດ ເຊື້ອ ໃນຣັດເຊຍ ມີພຽງ 200 ກວ່າຄົນ, ໃນປະຊາກອນ ທັງໝົດ 140 ກວ່າລ້ານ. ເຖິງແມ່ນວ່າຣັດເຊຍຈະມີຊາຍແດນຕິດກັບປະເທດຈີນທີ່ຍາວໃກ. ປັດໃຈຫຼັກໆ ໜ້າຈະແມ່ນ ຍ້ອນການອອກມາດຕະການຄຸ້ມຄອງ ຕັ້ງແຕ່ເຫັນ ການລະບາດໃນຈີນ. ເຖິງຈຳນວນ ມີທ່າວ່າກໍາລັງເພີ່ມຂື້ນ, ແຕ່ຣັດເຊຍກໍ່ເຮັດການຄວບຄຸມສະຖານະ ການແບບ ເຂັ້ມງວດ. ມາດຕະການຕອບໂຕ້ໃນເບື້ອງຕົ້ນຂອງຣັດເຊຍ, ເຊັ່ນ: ການປິດຊາຍແດນທີ່ມີຄວາມຍາວ ນັບຫຼາຍ ພັນກິໂລແມັດກັບປະເທດຈີນໃນຕົ້ນເດືອນມັງກອນ, ແລະການຕັ້ງເຂດກັກກັນຄົນເຂົ້າເມືອງ – ອາດຈະມີຜົນແກ່ການຢຸດຈື້ງການລະບາດ ທີ່ເຕັມໄປດ້ວຍຄວາມຮຸນແຮງຕໍ່ຊີວິດມະນຸດ.

ທາງການຂະແໜງສາທາ ປະເທດຣັດເຊຍ ໄດ້ ເຮັດການທົດສອບຮັບມື, ເຝິກແອບ ແລະ ປະຕິບັດ ການຮັບມືໃນທ້າຍເດືອນມັງກອນ. ນອກຈາກຈະສະກັດກັ້ນທາງຊາຍແດນ, ຍັງເຮັດວຽການການຕິດຕາມການລະບາດ ໃນກຸ່ມສ່ຽງ ຕາມການແນະນຳຂອງອົງການ ອານາໄມໂລກ ສະເໜີ. ປະຈຸບັນ, ໄດ້ເຮັດການທົດສອບໃນກຸ່ມສ່ຽງ ທີ່ເດີນທາງເຂົ້າໃນເດືອນ ກຸມພາ ແລະ ມີນາ ລວມຫຼາຍ 10 ພັນຄົນ, ໂດຍສະເພາະນັກທ່ອງທ່ຽວ ຈາກອີຣານ, ຈີນ, ແລະ ເກົາ​ຫຼີ​ໃຕ້. ການປ້ອງກັນພະຍາດ, ທາງການຣັດເຊຍຖືວ່າເປັນກວຽກງານສຳຄັນ ໃນການປ້ອງກັນປະເທດ. ປະຈຸບັນ, ໄດ້ຈຳ ກັດການການເດີນທາງມາຈາກເອີຣົບຕື່ມອີກ. ສ່ວນໃຫຍ່ຂອງກໍລະນີໂຣກ ໂຄວິດ19 ທີ່ລາຍງານໃນຣັດເຊຍແມ່ນມາຈາກອີຕາລີ. ເຖິງຢ່າງໃດກໍ່ຕາມ, ຣັດເຊຍຍັງຕໍ່ສູ້ກັບການແຜ່ລະບາດພະຍາດ. ລັດຖະບານໄດ້ໃຊ້ມາດຕະການກວາດລ້າງຫຼາຍກິດຈະກຳ, ຍົກເລີກເທດສະການສາທາລະນະ ແລະ ປິດຊາຍແດນຣັດເຊຍ, ໃຫ້ຄົນຕ່າງປະເທດເຂົ້າແບບມີເງື່ອນໄຂ.

ໃນທາງກັບກັນ, ອິຕາລີ ເຊິ່ງເປັນປະເທດໜຶ່ງ ນອນໃນກຸ່ມປະເທດລໍ້າໜ້າທາງເສດຖະກິດ ແລະ ການພັດທະນາສູງ, ທັງຍັງເປັນປະເທດທີ່ມີຄົນອາຍຸຍືນ, ພັດຕົກໃນສະຖານະການທີ່ລຳບາກ. ລ້າສຸດ ມີຄົນຕິດເຊື້ອ ແລະ ເສຍຊີວິດແບບຂົນຫົວລຸກ. ມີການຄາດການວ່າ ຈໍານວນຂອງກໍລະນີຂອງເຊື້ອໄວຣັສ COVID-19 ທີ່ໃນທົ່ວປະເທດຍັງຈະສືບຕໍ່ເພີ່ມສູງຂຶ້ນ. ຈົນເຮັດໃຫ້ທາງການ ຈຳເປັນຕ້ອງ ປິດຊາຍແດນໃນທົ່ວປະເທດ ເຖິງຈະມີການຄາດວ່າຈະມີຜົນສະທ້ອນທາງດ້ານເສດຖະກິດທີ່ໃຫຍ່ຫຼວງຕໍ່ປະເທດ. ບໍ່ມີທາງເລືອກໃດດີກວ່ານີ້ ແລະ ປະເທດສ່ຽງກໍ່ພາກັນໃຊ້ນະໂຍບາຍນີ້.

ການແຜ່ລະບາດໃນອິຕາລີ ເລີ່ມຕົ້ນໃນທ້າຍເດືອນ ກຸມພາ 2020, ເຊິ່ງມີການກວດພົບຄົນຕິດເຊື້ອຄັ້ງ ທຳອິດ. ເຖິງຢ່າງໃດກໍ່ຕາມເຈົ້າ ໜ້າທີ່ສາທາລະນະສຸກ ບາງຄົນເຊື່ອວ່າເຊື້ອໄວຣັດດັ່ງກ່າວໄດ້ເຂົ້າມາໃນອີຕາລີດົນແລ້ວ ກ່ອນທີ່ຈະພົບກໍລະນີທຳອິດ. ເນື່ອງຈາກວ່າເຊື້ອໄວຣັດແຜ່ລະບາດກ່ອນຈະມີການຄົ້ນພົບ. ບໍ່ສະເພາະແຕ່ໂຄວິດ19, ສະພາບອາກາດເປັນພິດກໍ່ເປັນໜຶ່ງປັດໃຈ ເຮັດໃຫ້ຄົນຕິດເຊື້ອ ມີຄວາມສ່ຽງເສຍຊີວິດໄດ້ໄວຂື້ນ.

ອິຕາລີ ເປັນປະເທດທ່ອງທ່ຽວ. ມີຄົນຈາກຫຼາຍປະເທດສ່ຽງມາຢ້ຽມຊົມປະເທດນີ້. ເຖິງທາງການຈະມີມາດຕະການປ້ອງກັນກ່ອນການລະບາດໃຫຍ່, ແລະ ຫ້າມຄົນຈາກຈີນເຂົ້າປະເທດ, ພະຍາດອາດມີການລະບາດໂດຍບໍ່ຮູ້ຕົວມາກ່ອນໜ້ານີ້. ໃນທີ່ສຸດ, ທາງການຈົນເຖິງໃຊ້ມາດຕະການ ຂັ້ນເດັດຂາດຫຼາຍອັນ ເປັນຕົ້ນ ຫ້າມການເດີນທາງຂອງປະຊາກອນໂດຍບໍ່ໄດ້ຮັບການອານຸຍາດ ທັງພາຍໃນ ແລະ ຕ່າງປະເທດ, ຫາກຝ່າຝືນ ຈະຖືກປັບໃໝ. ທຸກໆເຫດການສາທາລະນະແມ່ນຖືກຫ້າມ ແລະໂຮງຮຽນຕ່າງໆກໍ່ໄດ້ຖືກຍົກເລີກໃນທົ່ວປະເທດ. ຫຼາຍສະຖານທີ່ຖືກປິດ, ເຊັ່ນ: ໂຮງໜັງ. ຮ້ານອາຫານ, ສູນອອກກຳ ລັງກາຍ, ສວນສາທາ, ເປັນຕົ້ນ. ລວມທັງອອກ ກົດລະບຽບຫ້າມປ່ອຍນັກໂທດທີ່ພົ້ນໂທດ ໃນຊ່ວງນີ້. ສ້າງຄວາມບໍ່ພໍໃຈແກ່ນັກໂທກທີ່ຈະພົ້ນຄະດີ. ມາດຕະການເຫຼົ່ານີ້ອາດຈະມີຜົນກະທົບໃນໄລຍະສັ້ນ. ແຕ່ນັກຊ່ຽວຊານຫຼາຍຄົນ ກໍ່ກ່າວຊົມເຊີຍຕໍ່ການອອກກົດລະບຽບທີ່ເຂັ້ມງວດ.

ຢ່າງບໍ່ຕ້ອງສົງໃສ, ບັນດາມາດຕະການຄຸມເຂັ້ມທີ່ມີໃນປະຈຸບັນ, ຈະສົ່ງຜົນກະທົບຫຍັງຕໍ່ເສດຖະກິດຂອງອິຕາລີ. ເຮັດໃຫ້ອີຕາລີຕົກເຂົ້າສູ່ສະພາວະຖົດຖອຍ ເປັນເລື່ອງທຳມະດາ ຄືກັນກັບປະເທດອື່ນໆ ໃນທົ່ວໂລກ. ການສູນເສຍທາງເສດຖະກິດ, ຫຼື ການລົ້ມສະຫຼາຍຂອງ ຂະແໜງການທ່ອງທ່ຽວ ຫຼື ສາຍການບິນ ມັນກໍ່ບໍ່ອາດທຽບເທົ່າກັບການສູນເສຍຄົນ ທີ່ຈະເປັນກຳລັງແຮງໃນການຂັບເຄື່ອນ ເສດຖະກິດຫຼັງວິກິດ. ໄປພ້ອມດຽວກັບການຮັກສາຊີວິດມະນຸດ, ລັດຖະບານໃນທົ່ວໂລກ ຕ່າງເລັ່ງໃຫ້ ມີນະໂຍບາຍ ໃນການສະໜັບສະໜູນເສດຖະກິດ ໃຫ້ມີການຄົງຕົວ ແລະ ຂະຫຍາຍຕົວ ຕາມທິດທາງອຸດສາຫະກຳສີຂຽວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.