Norkhame
ເຈີ້ເສິກໜັກ ເຈີ້ເສິກໜັກ
ບໍ່ສະເພາະແຕ່ສາທາລະນະສຸກ, ບັນດາປະເທດໃຫຍ່ທາງດ້ານເສັດຖະກິດ, ບໍ່ສາມາດຫຼີກລ່ຽງສະພາບຄວາມສ່ຽງການຖຢດຖອຍ ທາງດ້ານ ເສດຖະກິດ ໃນຊ່ວງການລະບາດ ໂລກ ໂຄວິດ19 ໄດ້. ໂດຍສະເພາະ, ປະເທດທີ່ມີສາຍພົວພັນເສດຖະກິດກັບ ຈີນ ແນ່ນອນ ຈະໄດ້ຮັບຜົນກະທົບໜັກເປັນພິເສດ. ໃນປະເທດອາຊີ ແລະ ໂອເຊອານີ, ປະເທດທີ່ມີຄວາມສຳຄັນແກ່ ເສດຖະກິດລາວ ກໍ່ມີ , ໂອດສຕາລີ, ໄທ, ເກົາ... ເຈີ້ເສິກໜັກ

ບໍ່ສະເພາະແຕ່ສາທາລະນະສຸກ, ບັນດາປະເທດໃຫຍ່ທາງດ້ານເສັດຖະກິດ, ບໍ່ສາມາດຫຼີກລ່ຽງສະພາບຄວາມສ່ຽງການຖຢດຖອຍ ທາງດ້ານ ເສດຖະກິດ ໃນຊ່ວງການລະບາດ ໂລກ ໂຄວິດ19 ໄດ້. ໂດຍສະເພາະ, ປະເທດທີ່ມີສາຍພົວພັນເສດຖະກິດກັບ ຈີນ ແນ່ນອນ ຈະໄດ້ຮັບຜົນກະທົບໜັກເປັນພິເສດ.

ໃນປະເທດອາຊີ ແລະ ໂອເຊອານີ, ປະເທດທີ່ມີຄວາມສຳຄັນແກ່ ເສດຖະກິດລາວ ກໍ່ມີ , ໂອດສຕາລີ, ໄທ, ເກົາ ຫຼີໃຕ້ ແລະ ຍີ່ປຸ່ນ ກຳລັງຟື້ນຕົວ ຈາກການລະບາດ. ສະຫະພັນອີຢູ, ອິຕາລີ ກຳລັງປະເຊີນໜ້າໃນສະຖານະການ ທີ່ມີການຕິດ ແລະ ເສຍຊີວິດໜັກກວ່າຈີນ. ຈະມີຜົນກະທົບແນວໃດແກ່ເສດຖະກິດລາວ? ນັກວິທະຍາສາດ ກຳລັງເຮັດການຄົ້ນຄ້ວາໄວຣັດ ເປັນຕົ້ນ: ອັດຕາການສົ່ງຕໍ່ ແລະ ລະດັບການແຜ່ລະບາດ; ຄວາມບໍ່ແນ່ນອນຈະເປັນສ່ວນໜຶ່ງ ສຳລັບອະນາຄົດທີ່ຄາດເດົາບໍ່ໄດ້. ການຕອບສະໜອງດ້ານນະໂຍບາຍທີ່ເປັນເອກະພາບກັນ, ມີການປະສານງານແລະເຊື່ອຖືໄດ້ກໍ່ ໃຫ້ເກີດໂອກາດດີທີ່ສຸດໃນການຈຳກັດການຫຼຸດລົງທາງດ້ານເສດຖະກິດ.

ນັກເສດຕະສາດມີການຄາດຄະເນຜົນກະທົບຈາດການລະບາດໂຄວິດ, ອາດໜັກກວ່າທີ່ຄິດໄວ້. ເປັນຕົ້ນໃນຂົງ ເຂດການຜະລິດ ແລະ ການບໍລິການ ໃນ ສ ປ ປ ຈີນ ທີ່ຢຸດສະຫງັກໄປໃນເດືອນ ກຸມພາ ໃນອຸດສາຫະກຳລົດຍົນ ສົ່ງຜົນໃຫ້ການສົ່ງອອກກໍ່ຫຼຸດລົງ ເຊັ່ນດຽວກັນ. ກວ່າຈະມີການຝື້ນຕົວກໍ່ຂື້ນກັບສະພາບ ການຂອງປະເທດ ອື່ນເຊັ່ນດຽວກັນ. ຖ້າປະເທດອື່ນຝື້ນຕົວໄວ, ກໍ່ຈະມີການກະຕຸ້ນຄວາມຕ້ອງການ ສິນຄ້າຈີນຂື້ນອີກ. ບັນດາປະເທດທີ່ມີການລະບາດ, ມີທ່າອ່ຽງທີ່ຈະຕົກຢູ່ໃນສະພາວະຖົດຖອຍ. ໃນຂະນະທີ່ສະຫະລັດອາເມລິກາ ກຳລັງເຂົ້າສູ່ວິກິດການດັ່ງກ່າວ ຢ່າງເຄັ່ງຕືງ, ນັກວິເຄາະບາງຄົນຄາດຄະເນການຫຼຸດລົງ ການເຕີບໂຕຂອງ ເສດຖະກິດ ທົ່ວໂລກຫຼຸດລົງເຖິງເຄິ່ງໜຶ່ງ ສຳ ລັບປີ 2020, ຈາກ 2,9 ມາເປັນ 2,4 ເປີເຊັນ.

ໂອດສະຕາລີ, ເປັນປະເທດ ໜຶ່ງທີ່ ມີມາດຕະການ ຊ່ວຍທຸລະກິດຂະໜາດນ້ອຍ ແລະ ກາງໃນຊ່ວງວິກິດນີ້. ເປັນຕົ້ນ ມາດຕະການ ຊ່ວຍດ້ານເງິນກູ້ ຂອງບັນດາຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບ ໃນຊ່ວງວິກິດບໍ່ສາ ມາດດຳເນີນການໄດ້. ສະພາບເສດຖະກິດຂອງປະເທດໂອດສຕາລີ ແລະ ບັນດາປະເທດສຳຄັນໆ ແກ່ ສ ປ ປ ລາວ, ກໍ່ຈະສົ່ງຜົນກະທົບແກ່ເສດຖະກິດໃນລະດັບພາກພື້ນ ແລະ ສາກົນຄືກັນ.

ການລະບາດຂອງໂຄວິດ19 ເຮັດໃຫ້ທັງສະພາບ ຄວາມຕ້ອງການ ແລະ ການສະໜອງ ຢຸດສະຫງັກແບບກະທັນຫັນ ເກີດຂື້ນໃນທົ່ວເສດຖະກິດໂລກ. ໃນບັນດາເສດຖະກິດທີ່ ສຳຄັນຢູ່ນອກປະເທດຈີນ, OECD ຄາດຄະເນ ການ ການເຕີບໂຕທີ່ຕໍ່າທີ່ສຸດໃນບັນດາປະເທດທີ່ເຊື່ອມຕໍ່ກັບຈີນຢ່າງເລິກເຊິ່ງ. ມີຜົນຫຼາຍສຸດແມ່ນ ເກົາຫຼີໃຕ້, ອົດສະຕາລີ, ຍີ່ປຸ່ນ, ແລະ ບັນດາປະເທດທີ່ມີເສດຖະກິດໃຫຍ່ໃນຢູໂຣບ ກຳລັງປະສົບກັບການລະບາດ ເຊື້ອໄວຣັດ.

ກະທົບໜັ້ກສຸດແມ່ນ ຂະແໜງການ, ອຸດສະຫະກຳການທ່ອງທ່ຽວ ແລະ ອຸດສະຫະກຳ ທີ່ກ່ຽວຂ້ອງກັບການທ່ອງ ທ່ຽວຈະໄດ້ຮັບຄວາມເດືອດຮ້ອນທີ່ສຸດ ເປັນຕົ້ນ ການຂົນສົ່ງທາງອາກາດສາກົນ, ໂຮງແຮມ, ການບັນເທີງ, ຮ້ານອາຫານ, ງານພົບປະທາງສັງຄົມ, ການແຂ່ງຂັນກິລາ, ແລະ ການບໍລິການອື່ນໆ ກໍ່ຈະປະເຊີນໜ້າກັບວິກິດ.

ພາກລັດມີບົດບາດຫຼາຍໃນການແກ້ໄຂສະຖານະການເສດຖະກິ. ລັດຖະບານຫຼາຍປະເທດກຳລັງສ້າງມາດຕະການຮັບມື. ໃນປະເທດຈີນ, ທີ່ເປັນຈຸດໃຈກາງຂອງການລະບາດ, ປະກາດ ເງິນກູ້ເປັນພິເສດ ຫຼາຍຕື້ ໃຫ້ແກ່ ບັນດາບໍລິສັດທີ່ປະເຊີນກັບຂໍ້ຈຳກັດດ້ານສະພາບຄ່ອງການເງິນ ແລະການສະໜັບສະໜູນດ້ານການເງິນໃຫ້ແກ່ຂະແໜງ ການສະເພາະເຊັ່ນ: ການບິນ. ທະນາຄານກາງເອີຣົບ ແລະ ທະນາຄານອັງກິດ  ກຳລັງຜ່ານຮ່າງນະໂຍບາຍການເງິນພາຍໃນສະມາຊິກ ໃນໄວໆນີ້. ບັນດາປະເທດທີ່ປະກາດມາດຕະການງົບປະມານໃນເດືອນນີ້ປະກອບມີ ຍີ່ປຸ່ນ (9,6 ຕື້ໂດລາຫຼື 0,19 ເປີເຊັນຂອງ GDP), ເກົາຫຼີໃຕ້ (9,2 ຕື້ໂດລາ, 0.56 ເປີເຊັນຂອງ GDP), ແລະ ອີຕາລີ (4,1 ຕື້ໂດລາ, 0,20 ເປີເຊັນຂອງ GDP). ຄວາມພຽງພໍຂອງການໃຊ້ຈ່າຍດັ່ງກ່າວຈະຂື້ນກັບເສັ້ນທາງຂອງໄວຣັດພ້ອມທັງປະສິດທິຜົນຂອງມາດຕະການອື່ນໆເພື່ອບັນຈຸສິ່ງລົບກວນທີ່ບໍ່ດີຈາກການຂະຫຍາຍຕົວ.

ບັນດາປະເທດຕົວຢ່າງທີ່ກ່າວມານັ້ນ, ນອກຈາກຈະມີການຄ້າຂາຍ ແລະ ລົງທຶນ ໃນ ສ ປ ປ ລາວ, ຍັງເປັນປະເທດ ທີ່ສົມທົບງົບປະມານ ການພັດທະນາ ເສດຖະກິດ ແລະ ສັງຄົມ. ເປັນຕົ້ນໃນຂະແໜງການ ສາທາລະນະສຸກ, ການຄ້າ, ການສຶກສາ ແລະ ຂົງເຂດອື່ນໆ ເພື່ອຊ່ວໃຫ້ ສ ປ ປ ລາວ ພົ້ນຈາກການເປັນປະເທດດ້ອຍພັດທະນາ ໃນປີ 2024. ວິກິດດັ່ງກ່າວ, ບັນດາກິດຈຳກຳໂຄງການ, ການດຳເນີນວຽກງານຕາມແຜນກໍ່ອາດມີການຢຸດສະຫງັກ ຈົນກວ່າສະພາບການຈະເປັນປົກກະຕິ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.