Norkhame
ນາງເມຍ ນາງເມຍ
ສິ່ງທີ່ຜູ້ຊາຍຢ້ານທີ່ສຸດເມື່ອ ເມຍກາຍເປັນ ແມ່ ແລະ ມານ. ແຕ່ງງານເປັນການສ້າງສະຖາບັນຊີວິດ. ຄ້າຍໆກັບວ່າເປັນການຄົ້ນພົບຄົນທີ່ຈະຮ່ວມເດີນທາງກັບຊີວິດທີ່ເຫຼືອ. ຄຸນນະ ພາບຍິງທີ່ຈະມາຄອງເຮືອນ ຫຼື ເຈົ້າຊີວິດຂອງຊາຍ ກໍ່ຕ້ອງໄດ້ມີການຄັດເລືອກເປັນຢ່າງດີ. ຄວາມຮັກຂອງສອງຄົນ ອາດຍັງບໍ່ພໍທີ່ຈະເຮັດໃຫ້ທັງສອງມີງານວິວາ. ເນື່ອງຈາກການແຕ່ງດອງບໍ່ແມ່ນເລື່ອງຫຼີ້ນໆ ແລະ ໃຜໆແຕ່ງໄປແລ້ວຕ່າງກໍ່ຫວັງວ່າຈະເປັນຄັ້ງສຸດທ້າຍ. ຍັງອັນໃດແດ່ທີ່ແມ່ຍິງຄວນຮູ້ວ່າຜູ້ຊາຍຊອກຫາຈາກແມ່ຍິງ. ສິ່ງທີ່ຈະຍົກຂື້ນມາ ອາດໝາຍເຖິງຄຸນນະພາບຂອງແມ່ຍິງທີ່ຈະກາຍເປັນເມຍ ແລະ ແນ່ນອນແມ່ຍິງກໍ່ຕ້ອງໄດ້ພິຈາລະນາສ້າງທັດສະນະດັ່ງຕໍ່ໄປນີ້: ມີຄວາມນັບຖື –... ນາງເມຍ

ສິ່ງທີ່ຜູ້ຊາຍຢ້ານທີ່ສຸດເມື່ອ ເມຍກາຍເປັນ ແມ່ ແລະ ມານ. ແຕ່ງງານເປັນການສ້າງສະຖາບັນຊີວິດ. ຄ້າຍໆກັບວ່າເປັນການຄົ້ນພົບຄົນທີ່ຈະຮ່ວມເດີນທາງກັບຊີວິດທີ່ເຫຼືອ. ຄຸນນະ ພາບຍິງທີ່ຈະມາຄອງເຮືອນ ຫຼື ເຈົ້າຊີວິດຂອງຊາຍ ກໍ່ຕ້ອງໄດ້ມີການຄັດເລືອກເປັນຢ່າງດີ.

ຄວາມຮັກຂອງສອງຄົນ ອາດຍັງບໍ່ພໍທີ່ຈະເຮັດໃຫ້ທັງສອງມີງານວິວາ. ເນື່ອງຈາກການແຕ່ງດອງບໍ່ແມ່ນເລື່ອງຫຼີ້ນໆ ແລະ ໃຜໆແຕ່ງໄປແລ້ວຕ່າງກໍ່ຫວັງວ່າຈະເປັນຄັ້ງສຸດທ້າຍ. ຍັງອັນໃດແດ່ທີ່ແມ່ຍິງຄວນຮູ້ວ່າຜູ້ຊາຍຊອກຫາຈາກແມ່ຍິງ. ສິ່ງທີ່ຈະຍົກຂື້ນມາ ອາດໝາຍເຖິງຄຸນນະພາບຂອງແມ່ຍິງທີ່ຈະກາຍເປັນເມຍ ແລະ ແນ່ນອນແມ່ຍິງກໍ່ຕ້ອງໄດ້ພິຈາລະນາສ້າງທັດສະນະດັ່ງຕໍ່ໄປນີ້:

ມີຄວາມນັບຖື – ໜ້າຈະເປັນສິ່ງສຳຄັນທີ່ສຸດແກ່ຜູ້ຊາຍ. ເຖິງວ່າແມ່ຍິງຈະມີສິດຫຼາຍຊຳໃດໃນບ້ານ, ແຕ່ນອກບ້ານ ແລະ ໃນສັງຄົມ ຜູ້ຊາຍສ່ວນໃຫຍ່ຕ້ອງການໃຫ້ແມ່ຍິງນັບຖືຜູ້ຊາຍແລະເຮັດຄືວ່າຢູ່ພາຍໃຕ້ການນຳຂອງຜົວ. ຄວາມຄ້າຍຄືກັນ ຫຼືຕ່າງກັນອາດບໍ່ແມ່ນບັນຫາ. ທີ່ສຳຄັນກວ່ານັ້ນ, ຄືມີຄວາມນັບຖືກັນແລະກັນບໍ່? ເປັນຕົ້ນ, ຫາກຜູ້ຊາຍມີເຊື້ອຊາດທີ່ແຕກຕ່າງກັບເມຍ, ເຖິງຈະເປັນເຊື້ອຊາດທີ່ບໍ່ກ້າວໜ້າ ຝ່າຍຍິງຈະຮັບໄດ້ຫຼືບໍ່? ສຳລັບຜູ້ຊາຍລາວ ກະຖືກຈັດໃນປະເພດ ຜູ້ຊາຍຈາກປະເທດດ້ອຍພັດທະນາທີ່ສຸດໃນໂລກ. ເຖິງວ່າຜູ້ຊາຍຄົນ ນັ້ນຈະມີຖານະທາງຄອບຄົວໃນສັງຄົມ, ແຕ່ການແຕ່ງງານກັບຄົນຕ່າງປະເທດທີ່ມີການພັດທະນາທາງສັງຄົມສູງ ກໍ່ອາດເປັນບັນຫາໃຫ້ເມຍຄິດ. ຫາກເມຍຕ້ອງເປັນຜູ້ອົບພະຍົກມາຢູ່ລາວ ຫຼື ປ່ຽນສັນຊາດ. ອາດມີຄວາມລຳບາກໃນດ້ານການແພດ ເວລາເຈັບເປັນ, ສະຫວັດດີການສັງຄົມ, ໂຮງຮຽນສຳລັບເດັກ, ລະດັບສັງຄົມທີ່ແຕກຕ່າງ ແລະ ອາຊີບທີ່ສ້າງລາຍຮັບ. ຄັນແມ່ບໍ່ຍິງນັບຖືຄວາມເປັນຢູ່ຂອງຜູ້ຊາຍ, ກໍ່ຈະບໍ່ນັບຖືສັງຄົມທີ່ຜູ້ຊາຍເປັນຢູ່ຄືກັນ.

ມີທັດສະນະຄະຕິທີ່ດີ – ເປັນອີກລັກສະນະໜຶ່ງທີ່ຜູ້ຊາຍຕ້ອງການ. ຄວາມງົດງາມທາງກາຍເປັນ ສິ່ງທີ່ກະຕຸກຊຸກ ຍູ້ກໍ່ໃຫ້ເກີດມີການສົນທະນາ ແລະ ສາຍພົວພັນທາງກາຍ. ຖ້າແມ່ຍິງທີ່ຄິດວ່າຈັບໄວ້ໃນມືໄດ້ແລ້ວ,​ອາດມີພຶດຕິກຳເອົາແຕ່ໃຈຕົນເອງຄ່ອຍໃຫ້ແຕ່ເຂົາເຈົ້າມາງໍ້ ຄົງມີວັນໜຶ່ງເຂົາເຈົ້າບໍ່ສົນໃຈເລີຍ. ປະຈຸບັນ ແມ່ຍິງມີການແຕ່ງຕົວຫຼາຍຂື້ນ. ເຮັດໃຫ້ເຂົາເຈົ້າຫຼາຍຄົນງາມໂດດເດັ່ນເກືອບຄືກັນໝົດ. ຫາກຈະມັດໃຈຜູ້ຊາຍແຕ່ຄວາມງາມທາງກາຍ ອາດແມ່ນຄວາມເຂົ້າໃຈທີ່ບໍ່ຖືກຕ້ອງ. ເພາະເຂົາເຈົ້າມີທາງເລືອກຫຼາຍ. ຍິ່ງທຸກວັນນີ້, ແມ່ຍິງກໍ່ມັກທີ່ຈະເອົາໃຈໃສ່ຕົນເອງ ແລະ ແຕ່ງຕົວໃຫ້ເຂົ້າກັບບຸກຄະລິກ, ເສື້ອຜ້າທີ່ໃສ່, ກີ່ນນໍ້າຫອມທີ່ຊວນໃຫ້ຄິດຫາ ແລະ ທ່າທາງມາລະຍາດ ສ້າງພາບພົດໃຫ້ແມ່ຍິງງາມເກືອບວ່າເຕັມເມືອງລາວ. ບໍ່ມີຜູ້ຊາຍໃດຢາກທຸກໃຈເວລາຢູ່ນຳເມຍ. ເຂົາຕ່າງຢາກໄດ້ຄົນທີ່ມີແນວຄິດ, ມີວິທີການເບິ່ງບັນຫາທີ່ແຕກຕ່າງ, ແລະ ເປັນຄົນເຂົ້າໃຈບັນຫາຂອງເຂົາເຈົ້າຄືກັນ. ຄ້າຍໆກັບວ່າ ເມຍໜ້າຈະເຮັດໜ້າທີ່ເປັນຄົນໃຫ້ຄຳປຶກສາຊີວິດຜູ້ຊາຍ ເພື່ອເປັນເຄື່ອງມືມັດໃຈເຂົາເຈົ້າເອົາໄວ້. ເວລາມີຫຍັງແມ່ນໜ້າເມຍປະກົດໃນຈິດໃຕ້ສໍານຶກຂອງຜົວ.

ມີຄວາມສາມາດ – ມາໃນຍຸກປະຈຸບັນ, ແມ່ຍິງຕ່າງຮຽກຮ້ອງໃຫ້ຕົນເອງມີບົດບາດໃນສັງຄົມ. ບໍ່ມີໃຜຈະຍົກ ແມ່ຍິງທີ່ບໍ່ໄດ້ມາດຖານເປັນການນຳໃນອົງກອນທີ່ສຳຄັນ. ສະນັ້ນ, ຍິງຍຸກປະຈຸບັນ, ຄວນພັດທະນາວິຊາສະເພາະຕົວ. ຍິງທີ່ມີຄວາມສາມາດພ້ອມຈະຄຽງບ່າຄຽງໄລ່ກັບຜູ້ຊາຍໃນການຊອກຫາຊັບສິນ ເພື່ອຈຸນເຈືອຄອບຄົວດ້ວຍຄວາມຊື່ສັດ. ພາວະການເປັນຜູ້ນຳແທ່ນຜູ້ຊາຍກໍ່ສຳຄັນ. ສິ່ງນີ້ໜ້າຈະເປັນສີສັນອັນໜຶ່ງຂອງແມ່ຍິງ. ເພາະຖ້າຜົວເປັນຫຍັງໄປ, ເຂົາເຈົ້າຈະແນ່ໃຈວ່າມີຍິງໃດໜຶ່ງເຂັ້ມແຂງພໍທີ່ຈະປົກປ້ອງຊັບສິນ ແລະ ຊ່ວຍລ້ຽງລູກໃຫ້ເຕີບໃຫຍ່ແທ່ນເຂົາເຈົ້າໄດ້. ໃນນີ້ບໍ່ໄດ້ໝາຍວ່າເຂົາເຈົ້າຕ້ອງການເພີ່ງແມ່ຍິງ, ຫາກແມ່ຍິງມີຄວາມສາມາດໃກ້ຄຽງກັບເຂົາເຈົ້າແລ້ວ, ກໍ່ຈະພັກດັນໃຫ້ຊີວິດຄູ່ມີຄວາມກ້າວໜ້າຫຼາຍຂື້ນ. ຄ້າຍໆກັບວ່າມີອີກໜຶ່ງຈິດວີນຍານຂ້າງໆຄ່ອຍຍູ້ດັນ ແລະ ຄົນໆນັ້ນແມ່ນເມຍ.

ມີຄວາມຊື່ສັດ – ຕາມກົດໝາຍຄອບຄົວ, ສັງຄົມລາວບໍ່ໄດ້ສົ່ງເສີມໃຫ້ມີຫຼາຍຜົວ-ຫຼາຍເມຍ. ຜູ້ຊາຍນອກໃຈເມຍ ໂດຍການໄປສ້າງຫຼັງຄາບ້ານໃໝ່ກໍ່ບໍ່ມີໃຜສັນເສີນ. ຫາກແມ່ຍິງເຮັດ, ຍິ່ງຈະຖືກປະນາມ. ໂອກາດທີ່ແມ່ຍິງຈະໄປເຮັດແນວນັ້ນໃນສັງຄົມລາວມີນ້ອຍຫຼາຍ. ແຕ່ກໍ່ເປັນສິ່ງໜຶ່ງທີ່ຜູ້ຊາຍຄ່ອຍລະແວງ ຈົນເຮັດໃຫ້ເກີດມີຄວາມຄິດ. ຄວາມຊື່ສັດໃນນີ້ໝາຍວ່າ ຊື່ສັດຕໍ່ຄອບຄົວ ໂດຍບໍ່ຖ້າໃຫ້ຜູ້ຊາຍມີສິ່ງນີ້ກໍ່ຕາມ. ຄວາມສາມາດໃນການສະແດງຕົນເອງ ແລະ ກາຍ ເປັນຄົນບໍ່ຫຼາຍຊາຍບໍ່ວ່າຈະກ່ອນແຕ່ງ ຫຼື ຫຼັງແຕ່ງສຳຄັນທີ່ສຸດ. ບາງທີ່ແມ່ຍິງອາດບໍ່ຕ້ອງການໃຫ້ຜູ້ຊາຍຊື່ສັດຫຼາຍເທົ່າໃດ, ແຕ່ຄວາມສາມາດໃນການຊື່ສັດແກ່ຄອບຄົວ ແລະ ລູກໆ ເປັນຄຸນລັກສະນະຍິງລາວເຮົາມັກມີເກືອບທຸກໆຄົນ. ເນື່ອງຈາກປະຈຸບັນ ການສື່ສານມີຫຼາຍແບບ ຄົນສາມາດພົບກັນໄດ້ງ່າຍຂື້ນ, ຈິ່ງອາດເປັນຊ່ອງທາງໃຫ້ແມ່ຍິງໄດ້ຄິດ ແລະ ອາດເຜີຕົວ. ຫາກບໍ່ມີຄວາມຊື່ສັດກັບຄອບຄົວ ອາດເປັນໂອກາດຕິດໄພສັງຄົມ ແລະ ບໍ່ສາມາດຕຸ້ມຕອມຄອບຄົວໃນຍາມຜົວບໍ່ຢູ່.

ມີຄວາມຮັກແທ້ – ຄຸນນະພາບຍິງໃນຂົງເຂດນີ້ຕ້ອງໄດ້ມີການວັດແທກໃນຫຼາຍໆສະຖານະການ. ບໍ່ວ່າຊາຍຫຼືຍິງ, ບໍ່ມີໃຜຢາກໄດ້ຄົນທີ່ຮັກຍ້ອນວັດຖຸ ຫຼື ຖານະຕໍ່າແໜ່ງຂອງຄອບຄົວ. ຄວາມຮັກແທ້ ໜ້າຈະຖືກວັດ ແທກດ້ວຍ ຮູບການສະແດງອອກທາງຈິດໃຈ ແລະ ການກະທຳ. ເປັນຕົ້ນ ຍາມເຈັບເປັນ. ລາວພ້ອມທີ່ຈະເບິ່ງແຍ່ງບໍ່? ພ້ອມທີ່ ຈະຢູ່ນຳໃນຍາມຍາກ? ພັກດັນການສ້າງຄວາມຝັນຂອງຜູ້ຊາຍ ແລະ ຄອບຄົວບໍ່? ​ຫຼື ພະຍາຍາມປ່ຽນແປງແນວຄິດ ແລະ ບໍ່ມັກໃສ່ໃຈໃນຍາມມີບັນຫາ. ການສັງເກດໃນແຕ່ລະວັນ ວ່າຍິງຄົນນັ້ນເຮັດແນວໃດ ແລະ ໄດ້ເຮັດຫຍັງເພື່ອທ່ານ ໜ້າຈະເຮັດໃຫ້ຮູ້ວ່າລາວມີຮັກແທ້ຫຼາຍປານໃດ?

ເມື່ອຄົນຕົກຢູ່ໃນພາວະຄວາມຮັກແລ້ວ, ຫາກບໍ່ໃຊ້ປັນຍາ ກໍ່ຈະຫຼົງໄປກັບຍິງຄົນໆນັ້ນ. ຈົນເຫັນສິ່ງທີ່ຍົກ ຂື້ນມາ ກາຍເປັນສິ່ງທີ່ດີໝົດ. ເພື່ອນ ແລະ ຄອບຄົວໜ້າຈະຊ່ວຍໄດ້. ເພາະເຂົາເຈົ້າຈະມີພາວະຈິດທີ່ເປັນກາງ. ຄຳແນະນຳຂອງເຂົາເຈົ້າໜ້າຈະເຮັດໃຫ້ທ່ານໄດ້ຂໍ້ຄິດຫຼາຍຂື້ນ. ສິ່ງທີ່ຍົກມາກະບໍ່ແມ່ນມາດຕະຖານທີ່ຍິງທຸກໆຄົນຕ້ອງເປັນ. ໃຜໆກໍ່ມັກເປັນຕົວຂອງຕົນເອງ ແລະ ຢາກໃຫ້ຄົນຮັກໆໃນສິ່ງທີ່ທ່ານຍິງເປັນ. ຫາກທ່ານເຮັດໄດ້ ກໍ່ຈະເປັນການພັກດັນໃຫ້ສາມີ ແລະ ຊີວິດຄອບຄົວໄດ້ດີຂື້ນ. ທີ່ແນ່ນອນ, ກໍ່ຈະເຮັດໃຫ້ສັງຄົມເປັນສຸກຫຼາຍຂື້ນໄດ້ເຊັ່ນດຽວກັນ. ເລີ່ມຈາກຄອບຄົວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.