Norkhame
ໃຫ້ໄດ້…ແຕ່ຢ່າດົນ ໃຫ້ໄດ້…ແຕ່ຢ່າດົນ
ເຖິງ​ໃຈ​ຈະ​ອ່ອນ​ໄຫວ ແຕ່​ຢ່າ​ໃຫ້​ຄວາມ​ອ່ອນ​ແອ​ນັ້ນ​ຢູ່​ກັບ​ເຮົາ​ດົນ. ​ນ້ຳ​ຕາ​ທີ່​ໄຫລ​ເມື່ອ​ນັ້ນເປັນການເລີ່ມຕົ້ນຂອງ​ການ​ຮຽນ​ຮູ້. ອາດ​ຈະ​ເສຍ​ໃຈ​ໃນ​ບາງ​ຄັ້ງ. ແຕ່​ເຮົາ​ບໍ່​ຄວນ​ຈະ​ໃຫ້​ມັກ​ລັ່ງ​ລິນ​ຢູ່​ຫລາຍ​ວັນ. ເຮົາ​ຄວນ​ຈະ​ຮີບ​ເຊັດ​ນ້ຳ​ຕາ​ທີ່​ໄຫລ​ມາ ໂດຍ​ການ​ສ້າງ​ກຳ​ລັງ​ໃຈ​ທີ່​ຈະ​ສູ້​ກັບ​ຄວາມ​ຜິດ​ຫ​ວັງ​ທີ່​ມີ ແລ້ວ​ມື້​ຫ​ນຶ່ງ​ຊີ​ວິດ​ຈະ​ແຂງ​ແກ່ນ​ຂຶ້ນ. ເຮົາ​ຈະ​ຫັນ​ກັບ​ມາ​ຍີ້ມ​ໃຫ້​ຄວາມ​ທຸກ ທີ່​ສອນ​ໃຫ້​ກ້າ​ທີ່​ຈະ​ກ້າວ​ຂ້າມ​ມັນ.ເຫດການສູນເສຍ, ບໍ່ວ່າຈະເປັນຕອນທີ່​ຄົນ​ເຮົາ​ຮັກພັດພາກໄປ, ເຮົາຈະ​ຈົດ​ຈຳ​ຕິດ​ຕາມ​ຫລາຍ​ທີ່​ສຸດ. ​ຫ​ນຶ່ງ​ໃນ​ຊີ​ວິດ​ກໍ່ຄື​ພາບ​ຂອງ​ຄົນ​ທີ່​ມີ​ໃບ​ຫ​ນ້າ​ ອາບ​ໄປ​ດ້ວຍ​ນ້ຳ​ຕາ​ເຊິ່ງ​ຖື​ວ່າ​ຈະ​ເປັນ​ສິ່ງ​ທີ່ສະ​ດຸດ​ຄວາມ​ຮູ້​ສຶກ ​ທຸກ​ຄັ້ງ​ທີ່​ເຫດ​ການນ​ນັ້ນ​ຜ່ານ​ເຂົ້າ​ມາ​ສະ​ກິດ​ໃຈ. ແຕ່​ບັນ​ຫາ​ຂອງ​ການ​ຈົດ​ຈຳ​ພາບ​ທີ່ມີໃບ​ຫ​ນ້າ​ເປື້ອນ​ນ້ຳ​ຕາ​ກໍ​ຄື: ເຮົາ​ມັກ​ຈົດ​ຈຳ​ສະ​ເພາະ​ພາບ​ທີ່​ເປັນ​ຄວາມ​ທຸກ​ຫລ​າຍກວ່າ​ພາບ​ຂອງ​ຄວາມ​ສຸກ​ຂ້າມ​ມາ​ຢູ່​ໃນ​ໃຈ​ຂອງ​ເຮົາ. ຈຶ່ງ​ເປັນ​ເຫດ​ຜົນ​ຫ​ນຶ່ງ​ທີ່​ເຮັດ​ໃຫ້​ຕົວ​ເຮົາ ແລະ ສັງ​ຄົມ​ມີ​ຄວາມ​ຮູ້​ສຶກ​ຮ່ວມ​ກັນ​ວ່າ​ນ້ຳ​ຕາ​ທີ່​ໄຫລ​ອອກ​ນັ້ນ ຄື​ສິ່ງ​ທີ່​ສະ​ແດງ​ເຖິງ​ຄວາມ​ຈິງ​ໃຈ​ທີ່​ເຮົາ​ມີ​ຕໍ່​ກັນ. ​ເພາະ​ວ່າ​ຫາກ​ມີ​ນ້ຳ​ຕາ​ມາ​ເປັນ​ສິ່ງ​ທີ່​ສະ​ແດງ​ຄວາມ​ອາ​ໄລ ​ເຮົາ​ກໍ​ມັກ​ຈະ​ເຂົ້າ​ໃຈ​ວ່າ​ນັ້ນ​ຄື​ການ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຄວາມ​ຫ່ວງ​ໃຍ​ທີ່​ດີ​ທີ່​ສຸດ. ດ້ວຍ​ເຫດ​ນີ້​ເຮົາ​ຈະ​ເບິ່ງ​ຄື​ກັບ​ວ່າ​ນ້ຳ​ຕາ​ເປັນ​ສິ່ງ​ຜ່ອນ​ທຸກ​ລົງ​ໄດ້​ຈຶ່ງ​ເຮັດ​ໃຫ້​ພາບ​ຂອງ​ຄົນ​ທີ່​ມີ​ໃບ​ຫ​ນ້າ​ອາບ​ດ້ວຍ​ຮອຍ​ຍິ້ມ... ໃຫ້ໄດ້…ແຕ່ຢ່າດົນ

ເຖິງ​ໃຈ​ຈະ​ອ່ອນ​ໄຫວ ແຕ່​ຢ່າ​ໃຫ້​ຄວາມ​ອ່ອນ​ແອ​ນັ້ນ​ຢູ່​ກັບ​ເຮົາ​ດົນ. ​ນ້ຳ​ຕາ​ທີ່​ໄຫລ​ເມື່ອ​ນັ້ນເປັນການເລີ່ມຕົ້ນຂອງ​ການ​ຮຽນ​ຮູ້. ອາດ​ຈະ​ເສຍ​ໃຈ​ໃນ​ບາງ​ຄັ້ງ. ແຕ່​ເຮົາ​ບໍ່​ຄວນ​ຈະ​ໃຫ້​ມັກ​ລັ່ງ​ລິນ​ຢູ່​ຫລາຍ​ວັນ. ເຮົາ​ຄວນ​ຈະ​ຮີບ​ເຊັດ​ນ້ຳ​ຕາ​ທີ່​ໄຫລ​ມາ ໂດຍ​ການ​ສ້າງ​ກຳ​ລັງ​ໃຈ​ທີ່​ຈະ​ສູ້​ກັບ​ຄວາມ​ຜິດ​ຫ​ວັງ​ທີ່​ມີ ແລ້ວ​ມື້​ຫ​ນຶ່ງ​ຊີ​ວິດ​ຈະ​ແຂງ​ແກ່ນ​ຂຶ້ນ. ເຮົາ​ຈະ​ຫັນ​ກັບ​ມາ​ຍີ້ມ​ໃຫ້​ຄວາມ​ທຸກ ທີ່​ສອນ​ໃຫ້​ກ້າ​ທີ່​ຈະ​ກ້າວ​ຂ້າມ​ມັນ.ເຫດການສູນເສຍ, ບໍ່ວ່າຈະເປັນຕອນທີ່​ຄົນ​ເຮົາ​ຮັກພັດພາກໄປ, ເຮົາຈະ​ຈົດ​ຈຳ​ຕິດ​ຕາມ​ຫລາຍ​ທີ່​ສຸດ. ​ຫ​ນຶ່ງ​ໃນ​ຊີ​ວິດ​ກໍ່ຄື​ພາບ​ຂອງ​ຄົນ​ທີ່​ມີ​ໃບ​ຫ​ນ້າ​ ອາບ​ໄປ​ດ້ວຍ​ນ້ຳ​ຕາ​ເຊິ່ງ​ຖື​ວ່າ​ຈະ​ເປັນ​ສິ່ງ​ທີ່ສະ​ດຸດ​ຄວາມ​ຮູ້​ສຶກ ​ທຸກ​ຄັ້ງ​ທີ່​ເຫດ​ການນ​ນັ້ນ​ຜ່ານ​ເຂົ້າ​ມາ​ສະ​ກິດ​ໃຈ. ແຕ່​ບັນ​ຫາ​ຂອງ​ການ​ຈົດ​ຈຳ​ພາບ​ທີ່ມີໃບ​ຫ​ນ້າ​ເປື້ອນ​ນ້ຳ​ຕາ​ກໍ​ຄື: ເຮົາ​ມັກ​ຈົດ​ຈຳ​ສະ​ເພາະ​ພາບ​ທີ່​ເປັນ​ຄວາມ​ທຸກ​ຫລ​າຍກວ່າ​ພາບ​ຂອງ​ຄວາມ​ສຸກ​ຂ້າມ​ມາ​ຢູ່​ໃນ​ໃຈ​ຂອງ​ເຮົາ.

ຈຶ່ງ​ເປັນ​ເຫດ​ຜົນ​ຫ​ນຶ່ງ​ທີ່​ເຮັດ​ໃຫ້​ຕົວ​ເຮົາ ແລະ ສັງ​ຄົມ​ມີ​ຄວາມ​ຮູ້​ສຶກ​ຮ່ວມ​ກັນ​ວ່າ​ນ້ຳ​ຕາ​ທີ່​ໄຫລ​ອອກ​ນັ້ນ ຄື​ສິ່ງ​ທີ່​ສະ​ແດງ​ເຖິງ​ຄວາມ​ຈິງ​ໃຈ​ທີ່​ເຮົາ​ມີ​ຕໍ່​ກັນ. ​ເພາະ​ວ່າ​ຫາກ​ມີ​ນ້ຳ​ຕາ​ມາ​ເປັນ​ສິ່ງ​ທີ່​ສະ​ແດງ​ຄວາມ​ອາ​ໄລ ​ເຮົາ​ກໍ​ມັກ​ຈະ​ເຂົ້າ​ໃຈ​ວ່າ​ນັ້ນ​ຄື​ການ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຄວາມ​ຫ່ວງ​ໃຍ​ທີ່​ດີ​ທີ່​ສຸດ. ດ້ວຍ​ເຫດ​ນີ້​ເຮົາ​ຈະ​ເບິ່ງ​ຄື​ກັບ​ວ່າ​ນ້ຳ​ຕາ​ເປັນ​ສິ່ງ​ຜ່ອນ​ທຸກ​ລົງ​ໄດ້​ຈຶ່ງ​ເຮັດ​ໃຫ້​ພາບ​ຂອງ​ຄົນ​ທີ່​ມີ​ໃບ​ຫ​ນ້າ​ອາບ​ດ້ວຍ​ຮອຍ​ຍິ້ມ ​ເຊິ່ງ​ເບິ່ງ​ກັນ​ວ່າ​ກຳ​ມີ​ຄວາມ​ສຸກ​ສອບ​ເສັງ​ຕົກ​ໃນ​ທັນ​ທີ. ແຕ່​ຖ້າ​ເບິ່ງ​ໃນ​ມູມ​ອີກ​ມູມ ​ຫ​ນຶ່ງ​ເຮົາ​ຄວນ​ຈະ​ຮູ້​ຈັກ​ການ​ຮຽນ​ຮູ້​ທີ່​ຈະ​ເຕີບ​ໂຕ​ຂຶ້ນ​ຈາກ​ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ​ໃຫ້​ໄດ້​. ເພາະ​ຈິດ​ໃຈ​ທີ່​ຫ​ນັກ​ແຫ​ນ້ນ​ຈາກ​ການ​ກ້າວ​ຂ້າມ​ຄວາມ​ອ່ອນ​ໄຫວ​ເປັນ​ສິ່ງ​ທີ່​ເຮົາຕ້ອງ​ສ້າງ​ໃຫ້​ມີ​ໃນ​ຕົວ​ເຮົາ​ຫລ​າຍ ກວ່າ​ການ​ຈົມ​ຢູ່​ກັບ​ຄວາມ​ທຸກ​ທີ່​ເຂົ້າມາ. ເພາະ​ນ້ຳ​ຕາ​ທີ່​ລັ່ງ​ອອກ​ມາ​ອາບ​ສອງ​ແກ້ມ​ບໍ່​ໄດ້​ຊ່ວຍ​ຊີ​ວິດ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ. ຊ້ຳ​ຮ້າຍ​ຄວາມ​ອຶດອັດ ​ທີ່​ຢູ່​ໃນ​ໃຈ​ກັບ​ເປັນ​ການ​ທຳ​ຮ້າຍ​ໃຜ​ອີກ​ຫລາຍ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ຕົວ​ເຮົາ​ໃຫ້​ເຈັບ​ຊ້ຳ. ​ເຮັດ​ໃຫ້​ຄວາມ​ຫວັ່ນ​ໄຫວ​​ມີ​ຢູ່​ເຂົ້າ​ມາ​ປົກ​ຄຸມບັນ​ຍາ​ກາດ​ຂອງ​ຊີ​ວິດ​ໃຫ້​ຮ້າຍ​ແຮງ​ກວ່າ​ເກົ່າ.

ຖ້າ​ຫາກວ່າ​ເຮົາ​ປ່ຽນ​ຈາກ​ໃບ​ຫ​ນ້າ​ທີ່​ມີ​ນ້ຳ​ຕາ​ໃຫ້​ມາ​ເປັນ​ນໍ້າ​ຕາ​ທີ່​ມາ​ຊ່ວຍ​ກະ​ຕຸ້ນ​ການ​ລຸກຂື້ນ​ສູ້, ເຖິງວ່າ​ຈະ​ຢູ່​ໃນ​ອາ​ການ​ຄວາມ​ເສົ້າ​ໃນ​ເບື້ອງ​ຕົ້ນ​ແຕ່​ ສິ່ງ​ທີ່​ລໍ​ຖ້າ​ໃນ​ການ​ເຕີບ​ໃຫ່​ຍ ຍ່ອມ​ມີ​ໂອ​ກາດ​ສຳ​ເລັດ​ໃນ​ຈັກ​ວັນ. ມັນຈະ​ຊ່ວຍ​ກະ​ຕຸ້ນ​ໃຫ້​ເຮົາ​ເຂັ້ມ​ແຂງ​ທີ່​ຈະ​ຮັບ​ມື​ໄດ້​ກັບ​ທຸກ​ບັນ​ຫາ​ເຮັດ​ໃຫ້​ເຮົາ​ສະ​ຫລາດ​ຂຶ້ນ​ຈາກ​ບົດຮຽນ​ແຫ່ງ​ຄວາມ​ເສົ້າ​ເລົ່າ​ນັ້​ນ ເພື່ອ​ການ​ເຕີບ​ໂຕ​ຂອງ​ຄົນ​ທີ່​ກ້າ​ຈະ​ປະ​ເຊີນ​ກັບ​ທຸກ​ຄວາມ​ເສຍ​ໃຈ​ຫລາຍກວ່າ​ເກົ່າ.

ເມື່ອ​ໄດ້​ສຳ​ຫລວດ​ພາບ​ແຫ່ງ​ຊີ​ວິດ​ຂອງ​ຜູ້​ຄົນ​ທີ່​ປະ​ສົບ​ຊະ​ຕາ​ກຳ​ຕ່າງໆ. ຈະມີຄວາມແຕກຕ່າງກັນ​ລະ​ຫວ່າງ​ພາບ​ແຫ່ງ​ນ້ຳ​ຕາ​ທີ່​ເກີດ​ຈາກ​ຄວາມ​ເສຍ​ໃຈ​ ແລະ ​ພາບ​ທີ່​ມີ​ນ້ຳ​ຕາ​ທີ່​ເຕັມ​ໄປ​ດ້​ວຍ​ຮອຍ​ຍິ້ມ​ທີ່​ມີ​ຄວາມ​ສຸກ​ເຮົາ​ ຈະ​ມີ​ຄວາມ​ຮູ້​ສຶກ​ຕໍ່​ພາບ​ທັງ​ສອງ​ແຕກ​ຕ່າງ​ກັນ​ໃນ​ທັນ​ທີ.

ພາບ​ຂອງ​ເດັກ​ນ້ອຍ​ທີ່​ລົ້​ມ​ນັ່ງ​ຮ້ອງ​ໃຫ້​ແລ້ວ​ມີ​ແຕ່​ຄົນ​ມາອອຍ, ມາເອົາ​ໄປ​ກອດ​ໄປ​ໂອຍ​ເພື່ອ​ໃຫ້​ເຂົາ​ຢຸດ​ຮ້ອງ​ໃຫ້ ບໍ່​ຍອມ​ໃຫ້​ເດັກ​ຮຽນ​ຮູ້ທີ່​ຈະ​ລຸກ​ຂຶ້ນ. ການ​ລົ້ມ​ດ້ວຍ​ຕົວ​ເອງ​ສຸດ​ທ້າຍ​ເຂົາ​ກໍ​ເປັນ​ພຽງ​ເດັກ​ທີ່​ບໍ່​ຮູ້​ຈັກ​ໃຫ່​ຍ ເພາະ​ພາບ​ທີ່​ເດັກ​ນ້ອຍ ແລະ ​ພາບ​ທີ່​ເດັກ​ນ້ອຍ​ທີ່​ກຳ​ລັງ​ຮ້ອງ​ໃຫ້​ໂດຍ​ມີ​ຜູ້​ໃຫ່​ຍ​ຄອຍ​ໃຫ້​ການ​ປອບ​ໃຈ. ແຕ່​ບໍ່​ແມ່ນ​ວ່າ​ການ​ທີ່​ເອົາ​ໃຈ​ເຮັດ​ໃຫ້​ເຂົາ​ໄດ້​ຮຽນ​ຮູ້​ວິ​ທີ​ຈະ​ເຊົາ​ຮ້ອງ​ໃຫ້​ໄດ້ ​ແລະ​ ລຸກ​ຂຶ້ນ​ມາ​ດ້ວຍ​ຕົວ​ເອງ​ແຕ່​ໃນ​ເບື້ອງ​ຕົ້ນ​ຈະ​ເບິ່​ງ​ຄື​ວ່າ​ຜູ້ໃຫ່​ຍ​ໃຈ​ຮ້າຍ. ​ແຕ່​ສຸດ​ທ້າຍ​ໃນ​ຄະ​ນະ​ປາຍ​ທາງ​ແຫ່ງ​ຄວາມ​ເຂົ້າ​ໃຈ​ໃນ​ການ​ກະ​ທຳ​ຄື​ກັນ ຍ່ອມ​ເຮັດ​ໃຫ້​ເດັກ​ນ້ອຍ​ເຕີບ​ໃຫ່​ຍ​ພ້ອມ​ກັນ​ກ້າ​ທີ່​ຈະ​ປະ​ເຊີນ​ຫ​ນ້າ​ກັບ​ຄວາມ​ຜິດ​ຫວັງ​ໃນ​ທຸກ​ກໍ​ລະ​ນີ

ພາບ​ໃດ​ທີ່​ຫ​ນ້າ​ຊື່ນ​ຊົມ​ຫລາຍກວ່າ​ກັນ?

  1. ພາບ​ຂອງ​ເຫລົ່າ​ເຍົາ​ວະ​ຊົນ​ທີ່​ຕ້ອງ​ການ​ເຮັດ​ສິ່ງ​ດີ​ດີ​ ແຕ່​ກັບ​ຖືກ​ຜູ້​ໃຫ່​ຍ​ຫ້າມ​ໄວ້​ເພາະ​ຍັງ​ເດັກ​ເກີນ​ໄປ​ທີ່​ຈະ​ຕັດ​ສິນ​ໃຈ​ຄິດ​ຫລື​ເຮັດ​ອັນ​ໃດ​ກໍ​ຕາມ​ດ້ວຍ​ຕົນ​ເອງ? ເຮັດ​ໃຫ້​ພວກ​ເຂົາ​ໂສກ​ເສົ້າ​ທາງ​ສະ​ຕິ​ປັນ​ຍາ ເພາ​ະຕ້ອງ​ຄອຍ​ຮັບ​​ແຕ່​ຄຳ​ສັ່ງ​ຝ່າຍ​ດຽວ
  2. ແລະ​ພາບ​ຂອງ​ເຍົາ​ວະ​ຊົນ​ທີ່​ກ້າ​ຄິດ​ກ້າ​ທຳ​ໃນ​ສິ່ງ​ດີ​ມີ​ປະ​ໂຫຍດ​ເຊິ່ງ​ອາດ​ຈະ​ພາດ​ໃນ​ເບື້ອງ​ຕົ້ນ​ແຕ່​ບົດ​ຮຽນ​ທີ່​ໄດ້​ຮັບ​ກໍ​ເຮັດ​ໃຫ້​ເຂົາ​ໄດ້​ຮຽນ​ຮູ້​ວ່າ​ບັນ​ຫາ​ກໍ່​ໃຫ້​ເກີດ​ປັນ​ຍາ​ໄດ້​ແບບ​ໃດ​ໂດຍ​ມີ​ຜູ້​ໃຫ່​ຍ​ຄອຍ​ໃຫ້​ກຳ​ລັງ​ໃຈ​ເຊິ່ງ​ບໍ່​ແມ່ນ​ການ​ຫ້າມ​ເພື່ອ​ໃຫ້​ຢຸດ​ລົງ​ມ​ື​ທຳ ເຊິ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຕີບ​ໃຫ່​ຍ​ຢ່າງ​ມີ​ຄຸນ​ຄ່າ​ໃນ​ເວ​ລາ​ຕໍ່​ມາ.

ພາບ​ໃດ​ທີ່​ຫ​ນ້າ​ຊື່ນ​ຊົມ​ຫລາຍກວ່າ​ກັນ?

  1. ພາບ​ຫ​ນຸ່ມ​ສາວ​ທີ່​ຕ້ອງ​ການ​ຮຽນ​ຮູ້​ເລື່ອງ​ຂອງຄວາມ​ຮັກ ແຕ່​ຕອນຕົ້ນມັກ​ເປັນ​ຄວາມ​ຫລົງ​ໄຫລ​ໃນ​ສີ່ງ​ທີ່​ຫວັງ​ ຈຶ່ງ​ລົງ​ທ້າຍ​ດ້ວຍ​ຄວາມ​ໂສກ​ເສົ້າ​ເພາະ​ຮັກ​ບໍ່​ເປັນ​ໄປ​ຕາມ​ທີ່​ຕ້ອງ​ການ​ພ້ອມ​ກັບ​ຖືກ​ຫ້າມ.
  2. ໃນ​ພາບ​ຕາມ​ຈິນ​ຕະ​ນາ​ການ​ຂອງ​ຫ​ນຸ່ມ​ສາວ​ທີ່​ຕ້ອງ​ການ​ຮຽນ​ຮູ້​ເລື່ອງ​ຂອງ​ຄວາມ​ຮັກ ແຕ່​ທຳ​ອິດ​ມັກ​ເປັນ​ຄວາມ​ຫລົງ​ໄຫລ​ໃນ​ສິ່ງ​ທີ່​ຫວັງ​ຈຶ່ງ​ລົງ​ທ້າຍ​ດ້ວຍ​ຄວາມ​ໂສກ​ເສົ້າ ເພາະ​ຮັກ​ບໍ່​ເປັນ​ຕາມ​ຕ້ອງ​ການ​ພ້ອມ​ກັບ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ມີ​ຄວາມ​ຮັກ​ແບບ​ຊູ້​ສາວ​ທີ່​ຜູ້​ໃຫ່​ຍ​ຫວັງ​ດີ​ແຕ່​ບໍ່​ເຂົ້າ​ໃຈ.

ແລະ​ພາບ​ທີ່​ຜູ້​ໃຫ່​ຍ​ໃຫ້​ໂອ​ກາດ​ແກ່​ພວກ​ເຂົາ​ທີ່​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ຄວາມ​ຮັກ ແຕ່​ບໍ່​ປ່ອຍ​ໃຫ້​ພາດ​ສາຍ​ຕາ ຕອນ​ເລີ່ມ​ຕົ້ນ​ອາດ​ຈະ​ຕ້ອງ​ເສຍ​ໃຈ​ແລະ​ບໍ່​ສົມ​ຫວັງ​ໃນ​ຮັກ​ທີ່​ປາ​ຖະ​ຫ​ນາ ແຕ່​ເມື່ອ​ທັງ​ສອງ​ຮູ້​ຈັກ​ຈະ​ປູກ​ຕົ້ນ​ຮັກ​ໃຫ້​ເຕີບ​ໂຕ​ຢ່າງ​ທີ່​ຕັ້ງ​ໃຈ ຜົນ​ຂອງ​ຄວາມ​ຮັກ​ທີ່​ເຕີບ​ໃຫ່​ຍ​ຍ່ອມ​ເປັນ​ຄວາມ​ງາມ​ແລ​ະ​ຄວາມ​ດີ​ທີ່​ຫ​ນ້າ​ຊື່ນ​ຊົມ.

ພາບ​ໃດ​ທີ່​ຫ​ນ້າ​ຊື່ນ​ຊົມ​ຫລ​າຍກວ່າ​ກັນ?

  1. ​ພ​າບ​ຂອງ​ສາ​ມີ​ພັ​ນ​ລະ​ຍາ​ໄດ້​ຄອງ​ຄູ່​ທ່າມ​ກາງ​ບັນ​ຫາ​ໜັກເຂົ້າຕະຫຼອດ. ​​ເພື່ອ​ທົດ​ສອບ​ພະ​ລັງ​ແຫ່ງ​ຮັກ​ທີ່​ມີ​ຕໍ່​ກັນ​ໃນ​ຂໍ້​ຕົກ​ລົງ​ທີ່​ເຕັມ​ໄປ​ດ້ວຍ​ບັນ​ຫາ​ນາ​ນາປະການ. ເຮັດ​ໃຫ້​ທັງ​ຕ້ອງ​ເລີກ​ລາ ​ແລະ​ ແຍກ​ທາງ​ເພາະ​ຕ່າງ​ຝ່າຍ​ຕ່າງ​ບໍ່​ຍອມ​ທີ່​ຈະ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ຊີ​ວິດ​ຮ່ວມ​ກັນ.
  2. ແລະ​ພາບ​ທີ່​ທັງ​ຄູ່​ຕ້ອງ​ທົນ​ລຳ​ບ​າກ​ເພື່ອ​ຜ່ານ​ບັນ​ຫາ​ໄປ​ພ້ອມ​ກັນ​ມີ​ນ້ຳ​ຕາ​ເປັນ​ສື່​ປັບ​ຄວາມ​ເຂົ້າ​ໃຈ​ໃຫ້​ດີ​ຂຶ້ນ​ຈຶ່ງ​ສາ​ມາດ​ຜ່ານ​ເລື່ອງ​ຮ້າຍ​ແຮງ​ໄປ​ໄດ້​ໂດຍ​ມີ​ກັນ​ແລະ​ກັນ​ຄອຍ​ປະ​ຄອງ​ເມື່ອ​ຄົນ​ຫ​ນຶ່ງ​ລົ້ມ​ລົງ​ເຮັ​ດ​ໃຫ້​ທັງ​ຄູ່​ຍິ້ມ​ໄດ້​ເມື່ອ​ຜ່ານ​ບັນ​ຫາ​ເລົ່າ​ນັ້ນ​ມາ.

ພາບ​ໃດ​ທີ່​ຫ​ນ້າ​ຊື່ນ​ຊົມ​ຫລາຍກວ່າ​ກັນ?

  1. ພາບ​ທີ່​ຄົນ​ສູນ​ເສຍ​ຄວາມ​ຮັກ ແລະ ມີ​ຄົນ​ອ້ອມ​ຂ້າງ​ຮ້ອງ​ໃຫ້ນຳ​ກັນ​ເພາະ​ຄິດ​ວ່າ​ການ​ໃຫ້​ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ທີ່ເຮົາ​ມີຕໍ່​ອີກ​ຝ່າຍ ຈຶ່ງ​ເຮັດ​ໃຫ້​ຜູ້​ສູນ​ເສຍ​ຮັບ​ຮູ້​ເຖິງ​ຄວາມ​ຫ່ວງ​ໃຍ ​ແລະ​ ຫາຍ​ດີ​ຈາກ​ຄວາມ​ອ່ອນ​ແອ​ໄດ້.
  2. ແລະ​ພາບ​ທີ່​ເຮົາ​ມີ​ນ້ຳ​ຕາ​ໃນ​ການ​ເລີ່ມ​ຕົ້​ນ​ເພາະ​ຄວາມ​ຮັກ​ບໍ່​ຮູ້​ເທົ່າ​ທັນ​ຈິດ​ໃຈ​ທີ່​ຫ​ວັ່ນ​ໄຫ​ວ​ແລ້ວ​ຊ່ວຍ​ກັນ​ປະ​ຄອງ​ຄວາມ​ຮູ້​ສຶກ​ທີ່​ຮ້າຍ​ຮ້າຍ​ໃຫ້​ກັບ​ກາຍ​ເປັນ​ການ​ໃຫ້​ກຳ​ລັງ​ໃຈ​ແທນ ​ພ້ອ​ມ​ກັບ​ຮູ້ຈັກຍອມ​ຮັບ​ທີ່​ຈະ​ຢູ່​ກັບ​ຊີ​ວິ​ດ​ ແບບຜູ້​ມີ​ສະ​ຕິ​ ແລະ​ ມີ​ຄວາມ​ສຸກ​ໄດ້​ທ່າມ​ກາງ​ຄວາມ​ທຸກ​ທີ່​ເຂົ້າ​ມາ​ທົດ​ສອບ​ຕົວ​ເຮົາ.

ພາບ​ໃດ​ທີ່​ຫ​ນ້າ​ຊື່ນ​ຊົມ​ຫລາຍກວ່າ​ກັນ?

  1. ສິ່ງ​ທີ່​ເກີດ​ຂຶ້ນ​ເປັນ​ທັງ​ນ້ຳ​ຕາ ​ແລະ​ ຄຳ​ຕອບ​ທີ່​ເຮົາ​ຕ້ອງ​ຄົ້ນ​ຫາ​ເພື່ອ​ພັດ​ທະ​ນາ​ໂຕ​ເຮົາ ​ແລະ​ ຄົນ​ອ້ອມ​ຂ້າງໃຫ້ດີຂຶ້ນບໍ່​ແມ່ນ​ການ​ທີ່​ຈະ​ຍອມ ​ທີ່​ຈ​ະ​ອ່ອ​ນ​ໄຫວ​ຢ່າງ​ຄົ​ນ​ບໍ່​ມີ​ບັນ​ຫາ​ຂາດ​ສະ​ຕິ​.​ ຖ້າ​ເປັບ​ແບບ​ນັ້ນ​ເທົ່າ​ກັບ​ເພີ່ມ​ເຊື້ອ​ແຫ່ງ​ຄວາມ​ຮ້າຍ​ທີ່​ມີ​ຢູ່​ໃຫ້​ລຸກ​ລາມ​ຢ່າງ​ບໍ່​ມີວັນ​ຈົບ.
  2. ດັ່ງ​ນັ້ນ, ​ເມື່ອໃດຈະ​ມີນ້ຳ​ຕາ​ໄຫລອ​າບ​ສອງແກ້ມ​ກໍ​ຄວນ​ຈະ​ເປັນ​ນ້ຳ​ຕາ​ທີ່​ໄຫລ​ອອກ​ມາ​ ເປັນ​​ສານເຄມີດີໆ​ໄດ້​ສ້າງ​ຮ່ວມ​ກັນ​ມາ​. ຄວນ​ເປັນ​ນ້ຳ​ຕາ​ທີ່​ໄຫລ​ອອກ​ມາ​ແລ້ວ​ເຮັດ​ໃຫ້​ເຮົາ ​ແລະ ​ຄົນ​ທີ່​ເຮົາ​ຮັກ​ໄດ້​ເຕີບ​ໃຫ່​ຍ​ທ່າມ​ກາງ​ບົດ​ຮຽນ​ທີ່​ເຮັດ​ໃຫ້​ທຸກ​ຝ່າຍ​ສະ​ຫລາດ​ຂຶ້ນ.

ບໍ່​ແມ່ນ​ເປັນ​ນ້ຳ​ຕາ​ທີ່​ສະ​ທ້ອນ​ເຖິງ​ຄວາມ​ອຶ່ນ​ໄຫວ​ຈົນ​ເຮັດ​ໃຫ້​ເຮົາ​ຈົມ​ຢູ່​ກັບ​ຄວາມ​ເສົ້າ​ ໂດຍ​ທີ່​ບໍ່​ກ້າສູ້​ກັບ​ບັນ​ຫ​າ​ທີ່​ຜ່ານ​ເຂົ້າ​ມາ​ເຖິງວ່າ​ນ້ຳ​ຕາ​ທີ່​ໄຫລ​ເລີ່ມ​ຈາກ​ການ​ຮຽນ​ຮູ້​ອາດ​ຈະ​ຜິດ​ຫວັງ​ໃນ​ຄວາມ​ເສຍ​ໃຈ​ ແຕ່​ກໍ​ບໍ່​ຄວນ​ໃຫ້​ມັນ​ໄຫລ​ມາ​ດົນ​ຈົນ​ເກີນ​ໄປ.

ເຮົາ​ຄວນ​ຮີບ​ສ້າງ​ກຳ​ລັງ​ໃຈ​ທີ່​ຈະ​ສູ້​ກັບ​ຄວາມ​ຜິດ​ຫວັງ​ທີ່​ມີ​ແລ້ວ​. ມື້​ຫ​ນຶ່ງ​ຊີ​ວິດ​ທີ່​ແຂງ​ແກ່ນຂຶ້ນ​ ເຮົາ​ຈະ​ຫັນ​ກັບ​ມາ​ຍິ້ມ​ໃຫ້​ກັບ​ຄວາມ​ທຸກ​ທີ່​ສອນ​ໃຫ້​ເຮົາ​ກ້າ​ທີ່​ຈະ​ກ້າວ​ຂ້າມ​ມັນ.

ເຖິງວ່າ​ມື້​ນັ້ນ​ອາດ​ຈະ​ມີ​ນ້ຳ​ຕາ​ໄຫລ​ມາ​ອາບ​ສອງ​ແກ້ມ ​ແຕ່​ຄົງ​ເປັນ​ສອງ​ແກ້ມ​ທີ່​ມີ​ນ້ຳ​ຕາ​ທີ່​ເປື້ອນ​ຮອຍ​ຍິ້ມ ​ແລະ ​ຮູ້​ຈັກ​ກ່າວຄຳ​ຂອບ​ໃຈ​ບັນ​ຫາ​ທີ່​ເຮັດ​ໃຫ້​ເຮົາ​ກ້າ​ທີ່​ຈະ​ເຕີບ​ໃຫ່​ຍ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.