Norkhame
ໂຄວິດຕິດຈໍ ໂຄວິດຕິດຈໍ
ເຊື້ອພະຍາດໂຄວິດ, ຍັງເປັນທີ່ຈັບຕາ ແລະ ເຝົ້າລະວັງຂອງຫຼາຍໆປະເທດ. ຕາມໜ້າຈໍໃດ, ກະມີແຕ່ຂ່າວນີ້. ໃນຊ່ວງເວລາທີ່ຫຍຸ້ງຍາກນີ້ ຄົນໃນທົ່ວໂລກ ແຕ່ລະຄົນມີບົດບາດ ສຳຄັນໃນການຊ່ວຍຫຼຸດຜ່ອນຜົນກະທົບ ດ້ວຍການເບິ່ງແຍງຕົວເອງ ແລະ ເຊິ່ງກັນແລະກັນ. ເຮົາຈະມີວິທີໃດ ໃນການປະຕິບັດຕົວເພື່ອໃຫ້ຕົນພົ້ນໄພ ແລະ ມີຄວາມສຸກຕອບກັບ COVID-19. ສິ່ງທີ່ຄວນເຮັດຄື: ຟັງຜູ້ຊ່ຽວຊານ ໃຫ້ລະວັງ “ຂ່າວປອມ” ທີ່ມີການແຜ່ຫຼາຍ. ພະນັກງານສາທາລະນະສຸກຈາກພາຍໃນ... ໂຄວິດຕິດຈໍ

ເຊື້ອພະຍາດໂຄວິດ, ຍັງເປັນທີ່ຈັບຕາ ແລະ ເຝົ້າລະວັງຂອງຫຼາຍໆປະເທດ. ຕາມໜ້າຈໍໃດ, ກະມີແຕ່ຂ່າວນີ້. ໃນຊ່ວງເວລາທີ່ຫຍຸ້ງຍາກນີ້ ຄົນໃນທົ່ວໂລກ ແຕ່ລະຄົນມີບົດບາດ ສຳຄັນໃນການຊ່ວຍຫຼຸດຜ່ອນຜົນກະທົບ ດ້ວຍການເບິ່ງແຍງຕົວເອງ ແລະ ເຊິ່ງກັນແລະກັນ.

ເຮົາຈະມີວິທີໃດ ໃນການປະຕິບັດຕົວເພື່ອໃຫ້ຕົນພົ້ນໄພ ແລະ ມີຄວາມສຸກຕອບກັບ COVID-19. ສິ່ງທີ່ຄວນເຮັດຄື:

  1. ຟັງຜູ້ຊ່ຽວຊານ

ໃຫ້ລະວັງ “ຂ່າວປອມ” ທີ່ມີການແຜ່ຫຼາຍ. ພະນັກງານສາທາລະນະສຸກຈາກພາຍໃນ ແລະ ອົງການສາກົນ ຈະມີຊ່ອງຂ່າວຜ່ານທາງສື່ອອນໄລ. ສຳລັບຄຳແນະນຳຊ່ຽວຊານລ້າສຸດ ກະມີຫຼາຍແຫຼ່ງ ເປັນຕົ້ນ, ອົງການອະນາໄມໂລກ (WHO). ທ່ານຄວນເຂົ້າໄປຕິດຕາມ ເພື່ອຮັບການແຈ້ງການ ແລະ ຕົວເລກສະຖິຕິຕິດເຊື້ອຕ່າງໆ. ເພື່ອໃຫ້ຮູ້ວ່າ ມີຄົນຕິດເຊື້ອໃນເຂດໃດແດ່ບໍ່? ສະພາບການປະຈຸບັນໂດຍລວມເປັນແນວໃດ?

  1. ຮັກສາຄວາມສະຫງົບ(ຢ່າແຕກຕື່ນ)

ມີຫຼາຍອົງການ ອານຸຍາດໃຫ້ເຮັດວຽກໃນເຮືອນ ແລະ ເຂົ້າຫ້ອງການໃນຍາມຈຳເປັນ. ນອກນັ້ນ, ຍັງມີແຈ້ງການ ເພື່ອບໍ່ໃຫ້ຄົນມີກິດຈະກຳການຊຸມນຸມ. ເປັນຕົ້ນງານດອງ. ງານສັງສັນຕາມສະຖານທີ່ບັນເທີງ. ໃນທາງປະຕິບັດ, ການຈັດງານສະເພາະສັງສັນໃນຂົງເຂດບ້ານເຮືອນຕົນເອງ ກະຄວນຖືກງົດສາກ່ອນ. ບໍ່ຊັ້ນກໍ່ເປັນການສ້າງ ການຊຸມນຸມໃນສະພາບການທີ່ຍັງມີຄວາມສ່ຽງ. ໃຜລະຈະກ້າເຊີນແຂກ ອອກຈາກເຮືອນຕົນເອງ? ການລະບາດຂອງ COVID-19 ອາດຈະຮູ້ສຶກຄືກັບສະຖານະການໃນຝັນຮ້າຍ, ຜົນວິໃຈພົບວ່າ:

  • ນັກວິທະຍາສາດກຳລັງພົບວິທີໃໝ່ໆໃນການສະກັດກັ້ນ ແລະ ຮັກສາ. ປະເທດທີ່ພົບວິກິດໜັກ ເຊັ່ນ: ຈີນ, ກໍ່ຜ່ານມາໄດ້ ແລະ ນີ້ໜ້າຈະເປັນໂອກາດຖ່າຍທອດ ແລະ ຊ່ວຍປະເທດອື່ນໆ.
  • ການປ້ອງກັນຕົວ, ຮັກສາສຸກກະພາບໃຫ້ແຂງແຮງ, ແລະ ປະຕິບັດຕາມການແນະນຳ, ເຮົາມີໂອກາດຕິດໂຣກນ້ອຍ (ຖ້າຕິດ, ໃນກໍລະນີຫຼາຍທີ່ສຸດອາການຈະບໍ່ຮຸນແຮງ)
  • ຊາວ-ໜຸ່ມ ແມ່ນມີຄວາມສ່ຽງຕໍ່າຫຼາຍ
  • ປະຊາຊົນ ຈຳ ນວນຫລວງຫລາຍໄດ້ຟື້ນຕົວຈາກມັນແລ້ວ. ມີຄົນອາຍຸ 103 ປີ ຫາຍດີ. ທ່ານກະຕ້ອງເປັນ 1 ໃນນັ້ນ.

ສະນັ້ນ, ໃຫ້ພວກເຮົາລະມັດລະວັງ ແລະ ພວກເຮົາກໍ່ຄວນຈະຢູ່ຢ່າງສະຫງົບ ແລະ ພະຍາຍາມຊ່ວຍເຫຼືອຄົນອື່ນທີ່ຢູ່ອ້ອມຂ້າງພວກເຮົາໃຫ້ມີຄວາມສະຫງົບ ແລະ ເຮັດການເລືອກທີ່ສະຫຼາດແກ່ສຸພາບກາຍ-ໃຈ.

ການປະຕິບັດປະຈຳວັນ ດ້ວຍການນັ່ງສະມາທິ ແລະ ຮູ້ຂອບໃຈກັບສິ່ງທີ່ດີທທີ່ທ່ານມີ, ເປັນປະໂຫຍດຫລາຍທີ່ຈະຊ່ວຍພວກເຮົາຮັບມື. ພວກເຮົາຍັງສາມາດຕິດຕໍ່ພົວພັນກັບຄົນທີ່ຮັກ ແລະໃຊ້ເວລາເພື່ອ ແບ່ງປັນຄວາມໃສ່ ໃຈ ແລະ ສະໜັບສະໜູນຄົນອື່ນ. ໃນຍາມສົ່ງຄາມ, ທະຫານໃນສະໜາມເສິກ, ຕ້ອງສະຫງົບທີ່ສຸດ ເພື່ອຫູີ້ນເກມເອົາຊະນະສັດຕູ. ປະຕິບັດຄໍາສັ່ງ.

  1. ສະອາດໄວ້ກ່ອນ

ຖ້າຕ້ອງມີງານພົບປະກັບຄົນສຳຄັນແທ້ໆ (ດີແທ້ບໍ່ຈັດ), ກະໃຫ້ຫຼີກລຽງຈອກສາມັກຄີ. ຄືຈອກດຽວແລ້ວວຽນ ກັນດື່ມ. ພວກເຮົາທຸກຄົນສາມາດຊ່ວຍໃນການຫຼຸດຜ່ອນຜົນກະທົບຂອງໄວຣັດນີ້ ໂດຍການເບິ່ງແຍງສຸຂະພາບຂອງຕົວເອງ, ການລ້າງມືຂອງພວກເຮົາ, ຈຳກັດຕົວເອງບໍ່ໃຫ້ມີການເດີນທາງຫຼາຍ. ໃຫ້ເພີ່ມຄວາມກະລຸນາ ແລະ ມີຄວາມເມດຕາຕໍ່ຄົນອື່ນ.

ຫຼາຍຄົນຄິດນຳກັນບໍ່? ວ່າພວກເຮົາ ພວກເຮົາຈະເຮັດແນວໃດ ເພື່ອມີຄວາມສຸກກັບເຫດການນີ້? ກິດຈະກຳວຽກ ແລະ ງານຕ່າງໆ ທີ່ວາງແຜນໄວ້ໃນເດືອນຂ້າງໜ້າ ຖືກເລື່ອນໄປ ແບບບໍ່ຮູ້ກຳນົດ. ວິກິດການນີ້, ມັນໄດ້ເຊື່ອມໂຍງ

ຄົນເຂົ້າຫາກັນ ມາຮ່ວມແກ້ໄຂ ແລະ ແລກປ່ຽນບົດຮຽນທີ່ດີເລີດໃນການປາບເຊື້ອ ແລະ ສ້າງນະໂຍບາຍອື່ນໆ ຊ່ວຍທຸລະກິດ ແລະ ອຸດສາຫະກຳຕ່າງໆ ທີ່ກຳລັງ ກະທົບຈາກຜົນພະຍາດນີ້.

ເພື່ອປົກປ້ອງ ຕົວເຮົາເອງ ແລະ ໃຫ້ການຊ່ວຍເຫຼືອແກ່ຄົນອື່ນ ພວກເຮົາຄວນເຮັດໃນສິ່ງທີ່ພວກເຮົາສາມາດເຮັດໄດ້ ເພື່ອຫລີກລ້ຽງການຕິດຕໍ່ກັບໄວຣັດ, ໃຫ້ຄວາມນັບຖືແກ່ຄົນອື່ນ ແລະ ສະແດງຄວາມສາມັກຄີ. ປະຕິບັດຕໍ່ທຸກໆຄົນດ້ວຍຄວາມເຫັນອົກເຫັນໃຈແລະເຫັນອົກເຫັນໃຈ. ເຮັດແນວນັ້ນ, ເປັນການສະແດງຕົນ ສະເຫຼີມສະຫຼອງມະນຸດສຳພັນຂອງພວກເຮົາຢ່າງແທ້ຈິງ.

 ຢ່າລື່ມລ້າງມືປະຈຳ!!!

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.