Norkhame
ຜົວແກ້ວ ເມຍທິບ ຜົວແກ້ວ ເມຍທິບ
ວັນ​ອອກ​ພັນ​ສາ, ​ເປັນ​ນິມິດໝາຍ​ໃຫ້ຫຼາຍໆກິດຈະກຳ​ທາງ​ບຸນ​ກຸສົນ. ​ເຫດການ​ສຳຄັນ​ທີ່​ຫຼາຍໆຄົນ​ຢາກ​ໃຫ້​ເກີດ​ກໍ່ຄື​ງານ​ແຕ່ງດອງ. ​ໃຜໆທີ່​ຄົບ​ກັນ​ມາ​ຫຼາຍປີ​ແລ້ວ​ກໍ່ຄົງ​ຈະ​ບໍ່ຢາກ​ປະ​ໃຫ້​ອອກ​ພັນ​ສາ​ສົກ​ປີ 2017-2018 ກາຍ​ເປັນ​ປີ​ຮ້າງ​ດອງ​ອີກ​ຕໍ່​ໄປ. ​​ເບິ່ງ​ຢ່າງໜຶ່ງ, ຊີວິດ​ຮັກ​ເປັນ​ເລື່ອງ​ສ່ວນ​ຕົວ. ​ແຕ່​ມັນ​ກໍ່ບໍ່​ແມ່ນ​ແນວ​ນັ້ນ. ​ເວລາ​ຜົວ​ເມຍ​ຜິດ​ກັນ, ຫຼື ຜົວ​ຕີ​ເມຍ, ​ແມ່​ຕີ​ລູກ​ ​ແລ້ວ​ມັກ​ຈະ​ອ້າງ​ສິດ​ຕໍ່ກັບ​ຄົນ​ໃນ​ຄອບຄົວ​ໃນ​ການ​ແກ້​ໄຂພຽງຜູ້ດຽວ. ຕົວ​ຈິງ, ຊີວິດ​ຄູ່ ກໍ່ມີ​ສ່ວນ​ທີ່​ສັງຄົມ​ກ່ຽວຂ້ອງ​ຄື​ກັນ. ນັບ​ແຕ່​ການ​ແຕ່ງດອງ, ກໍ່ຕ້ອງ​ມີ​ໃບ​ທະບຽນຄັກແນ່. ທາງກົດໝາຍໄດ້ລະບຸຫຼາຍລາຍລະອຽດ ຈົນເປັນກົດໝາຍຄອບຄົວ. ທັງນີ້, ບໍ່ໄດ້ໝາຍວ່າ ລັດຖະບານຢາກມາຫຸຍ້ງກ່ຽວເລື່ອງສ່ວນຕົວຂອງທ່ານ,... ຜົວແກ້ວ ເມຍທິບ

ວັນ​ອອກ​ພັນ​ສາ, ​ເປັນ​ນິມິດໝາຍ​ໃຫ້ຫຼາຍໆກິດຈະກຳ​ທາງ​ບຸນ​ກຸສົນ. ​ເຫດການ​ສຳຄັນ​ທີ່​ຫຼາຍໆຄົນ​ຢາກ​ໃຫ້​ເກີດ​ກໍ່ຄື​ງານ​ແຕ່ງດອງ. ​ໃຜໆທີ່​ຄົບ​ກັນ​ມາ​ຫຼາຍປີ​ແລ້ວ​ກໍ່ຄົງ​ຈະ​ບໍ່ຢາກ​ປະ​ໃຫ້​ອອກ​ພັນ​ສາ​ສົກ​ປີ 2017-2018 ກາຍ​ເປັນ​ປີ​ຮ້າງ​ດອງ​ອີກ​ຕໍ່​ໄປ.

​​ເບິ່ງ​ຢ່າງໜຶ່ງ, ຊີວິດ​ຮັກ​ເປັນ​ເລື່ອງ​ສ່ວນ​ຕົວ. ​ແຕ່​ມັນ​ກໍ່ບໍ່​ແມ່ນ​ແນວ​ນັ້ນ. ​ເວລາ​ຜົວ​ເມຍ​ຜິດ​ກັນ, ຫຼື ຜົວ​ຕີ​ເມຍ, ​ແມ່​ຕີ​ລູກ​ ​ແລ້ວ​ມັກ​ຈະ​ອ້າງ​ສິດ​ຕໍ່ກັບ​ຄົນ​ໃນ​ຄອບຄົວ​ໃນ​ການ​ແກ້​ໄຂພຽງຜູ້ດຽວ. ຕົວ​ຈິງ, ຊີວິດ​ຄູ່ ກໍ່ມີ​ສ່ວນ​ທີ່​ສັງຄົມ​ກ່ຽວຂ້ອງ​ຄື​ກັນ. ນັບ​ແຕ່​ການ​ແຕ່ງດອງ, ກໍ່ຕ້ອງ​ມີ​ໃບ​ທະບຽນຄັກແນ່. ທາງກົດໝາຍໄດ້ລະບຸຫຼາຍລາຍລະອຽດ ຈົນເປັນກົດໝາຍຄອບຄົວ. ທັງນີ້, ບໍ່ໄດ້ໝາຍວ່າ ລັດຖະບານຢາກມາຫຸຍ້ງກ່ຽວເລື່ອງສ່ວນຕົວຂອງທ່ານ, ຫາກລອງຄິດເບິ່ງວ່າ: ຖ້າໃຜໆກໍ່ແຕ່ງງານກັນໄດ້ ແລ້ວເກີດລູກອອກມາແບບບໍ່ມີຄົນຮັບຜິດຊອບຈະເຮັດແນວໃດ? ແນ່ນອນກໍ່ຈະເປັນໄພສັງຄົມ. ນອກນັ້ນ, ບັນຫາສັບສິນ ມັກຈະເປັນບັນຫາທີ່ບໍ່ຕົກແຕກ, ຫາກສອງຄົນແຕ່ງງານ. ສັບສິນຂອງຄອບຄົວ ແລະ ສິນສົມສ້າງ ອາດມີສ່ວນກ່ຽວພັນ ຈົນອາດເກີດບັນຫາໃນການຈັດສັນ.

ໃນດ້ານໜື່ງ, ຄູ່ຮັກມີສ່ວນສ້າງສັງຄົມຫຼາຍ. ການຜະລິດສັບພະຍາກອນດີໆແມ່ນການໃສ່ໃຈຂອງພໍ່ແມ່. ເຂົາເຈົ້າເອງຊ່ວຍສ້າງແຮງງານໃຫ້ແກ່ປະເທດ. ພໍ່ແມ່ຕ້ອງໄດ້ເຮັດວຽກໜັກໃນການຊອກຫາປັດໃຈທາງກາຍມາລ້ຽງລູກ. ຈົນເຮັດໃຫ້ພໍ່ແມ່ບາງຄົນ ບໍ່ສາມາດໃກ້ຊິດທາງຈິດໃຈ ແລະ ຂາດຄວາມອົບອຸ່ນໃນທີ່ສຸດ. ສຳລັບປະເທດພັດທະນາ, ໄດ້ມີນະໂຍບາຍທາງດ້ານການເງິນ ແລະ ສະຫວັດດີການຊ່ວຍຄອບຄົວທີ່ມີລູກ ແລະ ບາງປະເທດຄັນມີລູກຫຼາຍແຮງຈະໄດ້ຮັບສະຫວັດດີການຫຼາຍ. ກົງກັນ ຂ້າມ, ນະໂຍບາຍການກຳນົດປະລິມານເດັກກໍ່ເກີດມີຂື້ນມາ. ເຊັ່ນ ທີ່ ປະເທດຈີນ. ເຄີຍກຳນົດໃຫ້ມີລູກໄດ້ແຕ່ໜຶ່ງຄົນ. ຫາກມີຫຼາຍຕ້ອງຮັບຜິດຊອບທັງໝົດ. ຈົນເຮັດໃຫ້ຫຼາຍຄອບຄົວຍອມປະຕິບັດນະໂຍ ບາຍເພາະເປັນຫວງວ່າລູກເກີດມາແລ້ວ ຈະມີຄວາມຈຳກັດທາງດ້ານສັບພະຍາກອນ, ການເຂົ້າໂຮງຮຽນ ແລະ ສະຫວັດດີການອື່ນໆກໍ່ຈະຖືກຈຳກັດລົງ.

ຊີວິດຄູ່ໜ້າຈະ​ເຕັມ​ໄປ​ດ້ວຍ​ຄວາມສຸກ​ແບບ​ໃໝ່ໆ​ແລະ​ເພີ່ມ​ຄວາມທຸກ​ທີ່​ທ່ານ​ອາດ​ຍັງ​ບໍ່​ເຄີຍ​ພົບພໍ້ມາ​ໃນ​ຊີວິດ​ໂສດ. ຄວາມ​ວ່າ​ເປັນ​ອິດສະຫຼະ ຈະ​ຕ້ອງ​ຫັນ​ມາ​ຄິດ​ຫາ​ຄອບຄົວ​ຫຼາຍຂື້ນ. ​ແທ່ນ​ທີ່​ຈະ​ຄິດ​ຫາ​ຕົນ​ເອງ ກັບ​ຕ້ອງ​ໄດ້​ຄິດ​ຫາ​ຄຳ​ວ່າ “ພວກ​ເຮົາ​” ຫຼາຍຂື້ນ. ຫົວໜ້າຄອບຄົວ ​ແລະ ​ເມຍໜ້າຈະ​ສາມາດ​ຜ່ານ​ຜ່າ​ທຸກໆອຸປະສັກ ​ທີ່​ຜ່ານ​ເຂົ້າມາ​ຊີວິດ​ຄູ່, ຫາກ​ທັງ​ສອງ​ພ້ອມ​ທີ່​ຈະ​ສະຫຼະຄວາມ​ເປັນຕົນ​ເອງ ​ແລະ ຫັນ​ມາ​ໃສ່​ໃຈ​ຄອບຄົວ. ຄວາມ​ຮັກ​ຕໍ່ລູ​ກ​ເຕົ້າອາດ​ເຮັດ​ໃຫ້​ຄົນ​ທີ່​ກາຍ​ເປັນ​ພໍ່​​ເປັນ​​ແມ່​ກັງວົນ​ກັບ​ການ​ຊອກ​ຫາ​ສັບ​ສິນລ້ຽງດູ​ບຸດ​ຕົນ​ເອງ​ໃຫ້​ດີ​ທີ່​ສຸດ, ຈົນ​ອາດ​ກາ​ຍ​ເປັນ​ຄົນ​ເຫັນ​ແກ່​ຕົວ. ​ແນ່ນອນ​ທຸກໆຄົນ​ບໍ່ຢາກ​ໃຫ້​ລູກ​ອົດ​ຫິວ, ຢາກ​ໃຫ້​ມີ​ອານາ​ຄົດ​ທີ່​ດີ, ມີ​ການ​ງານ ​ແລະ ​ໄດ້​ພົບ​ຄົນ​ດີໆ​ແຕ່ງງານ. ສິ່ງ​ດັ່ງກ່າວ​ນັ້ນ, ພໍ່​ແມ່​ຄົນ​ອື່ນໆກໍ່​ເປັນ​ຄື​ກັນ. ​

ການ​ມີ​ບຸດ​ແມ່ນ​ສອນ​ໃຫ້​ຄົນຮູ້​ຈັກ​ຄວາມ​ຕ້ອງການ​ຂອງ​ພໍ່​ແມ່​ຄົນ​ອື່ນ​ທີ່​ພະຍາຍາມ​ສ້າງ​ລູກ​ຕົນ​ເອງ​ໃຫ້​ມີ​ຄຸນ​ນະພາ​ບຄື​ກັນ. ສະນັ້ນ, ຢ່າ​ລືມ​ການ​ເພື່ອ​ແຜ່. ຫາກ​ທ່ານ​ເຮັດ​ໄດ້​ແນວ​ນັ້ນ, ຄູ່​ຜົວ​ເມຍ​ຂອງ​ທ່ານ ນອກຈາກ​ຈະ​ສ້າງ​ລູກ​ຜູ້​ມີ​ຄຸນ​ນະພາ​ບ​ແລ້ວ, ທ່ານ​ຍັງ​ຈະ​ສ້າງ​ໃຫ້​ສັງຄົມ​ໄດ້​ດີ​ຂື້ນອີກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.