Norkhame
ອີກດົນປານໃດ? ອີກດົນປານໃດ?
ທ່ານກໍ່ມີຄຳຖາມໃນໃຈຄືກັນກັບຂ້າພະເຈົ້າບໍ່? ວ່າສະຖານະການການລະບາດໂຄວິດ19 ຈະສີ້ນສຸດລົງວັນໃດ? ໃຜໆກະຢາກຈົບລົງໄວໆ ເພື່ອທີ່ຈະໄດ້ກັບມາສູ່ຊີວິດທຳມະດາ, ສ້າງເສດຖະກິດ ແລະ ພັດທະນາສັງຄົມ. ເບິ່ງສະຖານະການຕອນນີ້, ຄົງຈະບໍ່ຈົບງ່າຍໆ. ຈາກປະເທດທີ່ກຳລັງລະບາດໜັກ, ວັນນີ້ ສະຫະລັດອາເມລິການ ມີບັນທຶກການເສຍຊີວິດຂອງໂຣກ ໂຄວິດສູງເກິດ 1,783 ຄົນ  ພາຍໃນ 24 ຊົ່ວໂມງ. ຈໍານວນຄົນຕິດເຊື້ອເພີ່ມອີກ 16,600. ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນທີ່ ນະຄອນນີວຍອກ.... ອີກດົນປານໃດ?

ທ່ານກໍ່ມີຄຳຖາມໃນໃຈຄືກັນກັບຂ້າພະເຈົ້າບໍ່? ວ່າສະຖານະການການລະບາດໂຄວິດ19 ຈະສີ້ນສຸດລົງວັນໃດ? ໃຜໆກະຢາກຈົບລົງໄວໆ ເພື່ອທີ່ຈະໄດ້ກັບມາສູ່ຊີວິດທຳມະດາ, ສ້າງເສດຖະກິດ ແລະ ພັດທະນາສັງຄົມ. ເບິ່ງສະຖານະການຕອນນີ້, ຄົງຈະບໍ່ຈົບງ່າຍໆ.

ຈາກປະເທດທີ່ກຳລັງລະບາດໜັກ, ວັນນີ້ ສະຫະລັດອາເມລິການ ມີບັນທຶກການເສຍຊີວິດຂອງໂຣກ ໂຄວິດສູງເກິດ 1,783 ຄົນ  ພາຍໃນ 24 ຊົ່ວໂມງ. ຈໍານວນຄົນຕິດເຊື້ອເພີ່ມອີກ 16,600. ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນທີ່ ນະຄອນນີວຍອກ. ເຖິງວ່າຈະມີສັນຍານຂອງຄວາມຄືບໜ້າໃນຫລາຍໆປະເທດ, ໂຣກລະບາດນີ້ຍັງສືບຕໍ່ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການດຳລົງຊີວິດຂອງມະນຸດທົ່ວໂລກ. ໃນສະຫະລັດອາເມລິກາ, ການຫວ່າງງານຄາດວ່າຈະສູງເຖິງ 15 ເປີເຊັນໃນເດືອນນີ້. ເປັນຕົວເລກທີ່ບໍ່ ມີມາກ່ອນນັບຕັ້ງແຕ່ເກີດພາວະວິກິດເສດຖະກິດຊຸດໂຊມຄັ້ງຫລ້າສຸດ.

ທີ່ປະເທດໝີຂາວ, ຣັດເຊຍ ໄດ້ລາຍງານກໍລະນີຕິດເຊື້ອ ຕື່ມອີກ 1,786 ກໍລະນີ, ເຊິ່ງເປັນການເພີ່ມຂື້ນປະຈຳວັນຫຼາຍທີ່ສຸດມາຮອດປັດຈຸບັນ. ຈຳ ນວນຜູ້ຕິດເຊື້ອທັງໝົດໃນທົ່ວປະເທດເພີ່ມຂື້ນເປັນ 11,917 ຄົນ. ເພື່ອນ ບ້ານຣັດເຊຍ ເຊັ່ນປະເທດໂປໂລຍ, ກຽມຮັບເສິກໜັກ. ໂຄສົກລັດຖະບານ ປະເທດໂປແລນ ໄດ້ກ່າວວ່າປະເທດໂປແລນອາດຈະ ກ້າວສູ່ຈຸດສູງສຸດຂອງການຕິດເຊື້ອຈາກໂຣກ ໂຄວິດໃນວັນຂ້າງໜ້າໃກ້ໆນີ້.  ຖ້າບໍ່ຮັກສາລະບຽບວິໄນ, ມີໂອກາດຕິດເຊື້ອນີ້ ຈະສູງເຖິງລະດັບສູງສຸດຂື້ນທີ່ສຸດໃນພິບຕາ. ນາຍົກລັດຖະມົນຕີ ກ່າວວ່າໂປໂລຍອາດຈະເຫັນການຕິດເຊື້ອສູງສຸດໃນເດືອນພຶດສະພາ ຫລື ເດືອນມິຖຸນາ. ປະຈຸບັນ, ປະເທດໂປແລນລາຍງານວ່າມີ 5,575 ກໍລະນີທີ່ໄດ້ຮັບການຢືນຢັນແລ້ວວ່າເປັນໂຣກ ແລະ 174 ຄົນເສຍຊີວິດໃນວັນພະຫັດ.

ເມື່ອທົ່ວໂລກກະທົບ, ເຖິງຈີນຈະແກ້ບັນຫາກັບໂຄວິດໄດ້, ມັນກໍ່ຍັງສົ່ງຜົນກະທົບຕໍ່ເສດຖະກິດ. ການຄ້າຕ່າງປະເທດຂອງຈີນປະເຊີນ ​​ໜ້າ ກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຍ້ອນການລະບາດຂອງພະຍາດ ທີ່ແຜ່ລະບາດໄປສູ່ຫຼາຍກວ່າ 200 ປະເທດ. ລັດຖະມົນຕີຊ່ວຍວ່າການກະຊວງການຄ້າຂອງຈີນກ່າວໃນວັນສຸກນີ້, ທ່າມກາງຄວາມຢ້ານກົວ ກັບສະພາບເສດຖະກິດໂລກທີ່ຈະເສຍຫາຍຍ້ອນພະຍາດນີ້ ຖ້າຈະແກ່ຍາວຫຼາຍ. ເຫັນວ່າບໍລິສັດການຄ້າທົ່ວໂລກ ປະສົບກັບຄວາມຫຍຸ້ງຍາກຈາກການຍົກເລີກການສັ່ງຊື້ ຫຼື ການລ່າຊ້າ.

ສຳລັບປະເທດດ້ອຍພັດທະນາ, ອົງການສາກົນກໍ່ບໍ່ໄດ້ນີ້ງນອນໃຈ. ຫລ້າສຸດ, ອົງການ IMF ອະນຸມັດເງີນ 147 ລ້ານໂດລາ ສຳ ລັບ ປະເທດອາບອນ ເພື່ອໃຊ້ເປັນເງິນ ແກ້ໃຂຜົນກະທົບຈາກ ການລະບາດຂອງພະຍາດໂຄວິດ. ສ່ວນ ສ ປ ປ ລາວ ກໍ່ໄດ້ຮັບການຊ່ວຍເຫຼືອທາງການແພດ ຈາກ ຈີນ, ຫວຽດນາມ ແລະ ອົງການພັດທະນາ ເປັນຕົ້ນ ສະຫະພັນອີຢູ ກໍ່ໄດດ້ຮ່ວມກັນສ້າງແຜນງານຕ້ານ ແລະ ຮັບມືກັບຜົນກະທົບຈາກໂຄວິດ.

ໃນຂົງເຂດກນພັດທະນາສາກົນ, ຫົວໜ້າອົງການສະຫະປະຊາຊາດກ່າວເຕືອນວ່າ COVID-19 ເປັນການຂົ່ມຂູ່ສັນຕິພາບແລະຄວາມໝັ້ນຄົງທົ່ວໂລກ. ການລະບາດຂອງພະຍາດໂຄວິດ, ອາດຈະເຮັດໃຫ້ເກີດຄວາມບໍ່ສະຫງົບໃນສັງຄົມ ແລະ ມັນມີຄວາມຮຸນແຮງພໍທີ່ຈະທຳລາຍຊີວິດ ແລະ ສັບສິນມະນຸດ ຖ້າພວກເຮົາຂາດຄວາມສາມາດໃນການຕໍ່ສູ້ກັບພະຍາດ. ເມື່ອເບິ່ງສະພາບການລະບາດຂອງໂລກໂຄວິດໃນວັນນ, ເບິ່ງຈາກຄວາມເປັນຈິງ, ພະຍາດໂຄວິດຄົງບໍ່ຫາຍໄປຈາກໂລກໃນໄວໆນີ້. ບໍ່ແມ່ນຄິດໃນແງ່ຮ້າຍ. ທົ່ວໂລກໂລກປະເຊີນກັບຄວາມສ່ຽງທີ່ສູງຂື້ນ ໃນການຕໍ່ສູ້ກັບການແຜ່ລະບາດ.

ເຖິງເມື່ອງ Wuhan ຂອງຈີນໄດ້ປະກາດໄຊສະນະຫວ່າງບໍ່ດົນມານີ້, ແລະ ສະແດງຄວາມເຄົາລົບຕໍ່ພະນັກງານສາທາລະນະສຸກທີ່ໄດ້ຊ່ວຍເມືອງ 11 ລ້ານຄົນ ເພື່ອສະກັດກັ້ນການລະບາດຂອງພະຍາດ.  ເລີ່ມແຕ່ວັນທີ 23 ມັງກອນ, ໄດ້ມີການກັກຂັງຄົນໃນບ້ານເຮືອນ ຈຳນວນຫຼາຍລ້ານຄົນ ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ໃນເວລານັ້ນ, ຫຼາຍຄົນເຫັນວ່າການກັກກັນເປັນມາດຕະການທີ່ຮຸນແຮງແລະ ໜັກໜ່ວງ. ໃນທີ່ສຸດ, ທົ່ວໂລກ ກໍ່ປະຕິບັດຕາມ ການບັງຄັບໃຊ້ມາດຕະການກັກຕົວໃນເຮືອນ ຢ່າງເຄັ່ງຄັດ ແລະ ຢຸດການພົວພັນທາງສັງຄົມ ເພື່ອກັນການຕິດຕໍ່ທາງສັງຄົມ.

ໃນຂະນະທີ່ມີສັນຍານການລະບາດໜັກ ໃນປະເທດ ເອີຣົບ, ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກາ, ແລະ ຍັງອາເມລິກາລາຕິນທີ່ກຳລັງເລີ່ມຕົ້ນ, ບັນດາປະເທດຕ່າງໆທົ່ວໂລກຄວນຈະໃຊ້ຄວາມລະມັດລະວັງ ກວດສອບຄົນເຂົ້າປະເທດ ແລະ ສະກັດກັ້ນກນລະບາດພາຍໃນຊາດ. ດັ່ງນັ້ນ, ຢ່າຄາດຫວັງການເດີນທາງໄປຕ່າງປະເທດໃນອີກສອງສາມເດືອນຂ້າງໜ້າ ຫລື ດົນກວ່ານັ້ນ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.