Norkhame
ທີມສ້າງງານ ທີມສ້າງງານ
ຈຸດປະສົງ​ຂອງ​ພາກ​ນີ້​ເພື່ອ​ຊ່ວຍ​ໃຫ້​ທ່ານ​ສາມາດ​ເຂົ້າ​ໃຈ​ໂຄງ​ຮ່າງ​ໂດຍ​ລວມ ​ແລະ ການ​ບໍລິຫານ​ທຸລະ​ກິດ. ການສ້າງໂຄງຮ່າງບໍລິຫານງານບໍ່ແມ່ນແຕ່ແຕ້ມຕາມໃຈ. ກັບກາຍເປັນສ້າງລະບົບອຳນາດການສັ່ງງານ ຕາມໜ້າທີ່ ແລະ ຄວາມຮັບຜິດຊອບ. ໂຄງຮ່າງການບໍລິຫານງານກຳນົດລັກສະນະລວມຂອງຄົນໃນທີມທີ່ຢາກໃຫ້ເປັນ. ໃນ​ເມື່ອ​ທ່ານ​ສຶກສາ​ພາກ​ນີ້​ແລ້ວ ທ່ານ​ຈະ​ສາມາດ​ເຂົ້າ​ໃຈ​ບັນຫາ​ດັ່ງນີ້: 1) ການ​ບໍລິຫານ​ແມ່ນ​ຫຍັງ? 2) ຈະ​ມີ​ບາດກ້າວ​ໃດ​ສ້າງ​ທີ​ມງານ​ບໍລິຫານ​ງານ​ທີ່​ມີ​ປະສິດທິ​ຜົນ? 3) ສິ່ງ​ທີ່​ຄວນ​ໃສ່​ໃຈ​ໃນ​ການ​ສ້າງ​ໂຄງ​ຮ່າງ​ການ​ບໍລິຫານ​ງານ 4) ​ໂຄງ​ຮ່າງ​ການຈັດຕັ້ງຄະນະ​ບໍລິຫານ​ງານຈະ​ເປັນ​ແນວ​ໃດ 5) ​ແຕ່ລະໜ່ວຍງານ​ຈະ​ມີ​ຄວາມ​ຮັບຜິດຊອບແນວໃດ ການບໍລິຫານຮັບຜິດຊອບທຸກໆຄວາມສຳເລັດແລະລົ້ມເຫຼວຂອງບໍລິສັດ, ເນື່ອງຈາກເປັນໜ່ວຍງານທີ່ກຳນົດການເຮັດວຽກ​ກິດຈະກຳ​ໃນ​ບໍລິສັດ. ການ​ຮ່ວມ​ຕົວ​ຂອງ​ແຕ່​ລະບຸ​ກຄົນ... ທີມສ້າງງານ

ຈຸດປະສົງ​ຂອງ​ພາກ​ນີ້​ເພື່ອ​ຊ່ວຍ​ໃຫ້​ທ່ານ​ສາມາດ​ເຂົ້າ​ໃຈ​ໂຄງ​ຮ່າງ​ໂດຍ​ລວມ ​ແລະ ການ​ບໍລິຫານ​ທຸລະ​ກິດ. ການສ້າງໂຄງຮ່າງບໍລິຫານງານບໍ່ແມ່ນແຕ່ແຕ້ມຕາມໃຈ. ກັບກາຍເປັນສ້າງລະບົບອຳນາດການສັ່ງງານ ຕາມໜ້າທີ່ ແລະ ຄວາມຮັບຜິດຊອບ. ໂຄງຮ່າງການບໍລິຫານງານກຳນົດລັກສະນະລວມຂອງຄົນໃນທີມທີ່ຢາກໃຫ້ເປັນ.

ໃນ​ເມື່ອ​ທ່ານ​ສຶກສາ​ພາກ​ນີ້​ແລ້ວ ທ່ານ​ຈະ​ສາມາດ​ເຂົ້າ​ໃຈ​ບັນຫາ​ດັ່ງນີ້:

1) ການ​ບໍລິຫານ​ແມ່ນ​ຫຍັງ?

2) ຈະ​ມີ​ບາດກ້າວ​ໃດ​ສ້າງ​ທີ​ມງານ​ບໍລິຫານ​ງານ​ທີ່​ມີ​ປະສິດທິ​ຜົນ?

3) ສິ່ງ​ທີ່​ຄວນ​ໃສ່​ໃຈ​ໃນ​ການ​ສ້າງ​ໂຄງ​ຮ່າງ​ການ​ບໍລິຫານ​ງານ

4) ​ໂຄງ​ຮ່າງ​ການຈັດຕັ້ງຄະນະ​ບໍລິຫານ​ງານຈະ​ເປັນ​ແນວ​ໃດ

5) ​ແຕ່ລະໜ່ວຍງານ​ຈະ​ມີ​ຄວາມ​ຮັບຜິດຊອບແນວໃດ

ການບໍລິຫານຮັບຜິດຊອບທຸກໆຄວາມສຳເລັດແລະລົ້ມເຫຼວຂອງບໍລິສັດ, ເນື່ອງຈາກເປັນໜ່ວຍງານທີ່ກຳນົດການເຮັດວຽກ​ກິດຈະກຳ​ໃນ​ບໍລິສັດ. ການ​ຮ່ວມ​ຕົວ​ຂອງ​ແຕ່​ລະບຸ​ກຄົນ ​ເພື່ອ​ສູ້​ຊົນ​ໃຫ້​ໄດ້​ມາ​ເປົ້າໝາຍທີ່​ວາງ​ໄວ້​ຮ່ວມ​ກັນ ຈະ​ເປັນ​ການ​ສ້າງ​ບາດກ້າວ​ສູ່​ຄວາມ​ສຳ​ເລັດ ​ແລະ ທັງ​ຍັງ​ກະ​ຕຸ້ນ​ໃຫ້​ບັນດາ​ຄົນ​ທີ່ຢູ່​ໃຕ້​ບັງຄັບ​ບັນຊາ​ມີ​ຄວາມ​ຕັ້ງ​ໃຈ​ເຮັດ​ວຽກ​ເ່ອ​ໃຫ້​ໄດ້​ຕາມ​ເປົ້າໝາຍຂອງ​ບໍລິສັດ​ວາງ​ໄວ້.

ການ​ບໍລິຫານ​​ຄື​ການໃຫ້ການ​ຊີ້ນຳ​-ນຳພາ​ແກ່​ກຸ່ມ.

ທ່ານ​ຈະ​ຕ້ອງ​ລວມ​ເອົາ​ທຸກໆລາຍ​ລະອຽດຂອງ​ຕຳ​ແໜ່ງບໍລິຫານ​ພ້ອມ​ທັງ​ປະ​ຫັວດຫຍໍ້​ຂອງ​ເຂົາ​ເຈົ້າກ່ຽວກັບ​ປະສົບ​ການ ​ແລະ ຄວາມ​ສາມາດ ​ຫຼື ອະທິບາ​ຍຄວາມ​ສາມາດ​ທີ່​ກ່ຽວຂ້ອງ​ກັບ​ວຽກງານ​ທີ່​ກຳລັງ​ດຳ​ລົງ​ຕຳ​ແໜ່ງດັ່ງກ່າວ.

ສຳລັບ​ແຕ່ລະຄົນ​ທີ່​ດຳລົງ​ຕຳ​ແໜ່ງ ຈຳ​ເປັນ​ຕ້ອ​ງ​ໄດ້​​ໃຫ້​ລາຍ​ລະອຽດ, ກ່ຽວກັບ​ປະສົບ​ການ​ທີ່​ດຳ​ເນີນ​ງານງານ​ມາ​ກ່ອນໜ້ານີ້, ຄວາມ​ເປັນ​ມື​ອາຊີບ​ໃນ​ແຕ່ລະຂົງ​ເຂດ​ວຽກງານ ​ແລະ ຂະ​ແໜງການ. ລວມທັງໝາກຜົນທີ່ໄດ້ຮັບ ເປັນຕົ້ນແມ່ນລາງວັນຕ່າງໆໃນຂະບວນການເຮັດວຽກຜ່ານມາ.

ການ​ບັນຍາຍດັ່ງກ່າວຈະເປັນການເພີ່ມຄວາມໜ້າເຊື່ອຖືໃຫ້ແກ່ນັກລົງທຶນ ຫຼື ທະນາຄານທີ່ທ່ານຕ້ອງການເຂົ້າຫາເງິນກູ້ ແລະ ໃຮເວລາດຽວກັນກໍ່ຈະເປັນການສະແດງໃຫ້ເຫັນທ່າແຮງ ແລະ ຈຸດອ່ອນຂອງທີມບໍລິຫານງານ. ເພື່ອໃຫ້ສາມາດສືບຕໍ່ພັດທະນາໄດ້ໃນຕໍ່ໜ໊າ, ຈຳເປັນຕ້ອງໄດ້ໃຫ້ລາຍລະອຽດກ່ຽວກັບໜ້າທີ່ຮັບຜິດຊອບ ແລະ ສິດໃນການເຮັດວຽກຂອງສະມາຊິກບໍລິຫານງານແຕ່ລະຄົນໃນອົງການຈັດຕັ້ງ ຜູ້ທີ່ຈະເຮັດວຽກງານບໍລິຫານ ແລະ​ ​ເປັນ​ເງື່ອນ​​ໄຂ​ໃນ​ການ​ກຳນົດ​ເງີ​ນຈ້າງ​ງານ​ໃນ​ແຕ່​ລະ​ຕຳ​ແໜ່ງ.

ທ່ານ​ຕ້ອງ​ໄດ້​ກຳນົດ:

  • ກຸ່ມໜ້າວຽກທີ່​ຈະ​ຖືກ​ສ້າງ​ຂື້ນ​ໃນ​ບໍລິສັດ​ຂອງ​ທ່ານ
  • ໜ້າທີ່​ຂອງ​ແຕ່​ລະ​ກຸ່ມໜ້າວຽກທີ່​ຈະ​ຕ້ອງ​ໄດ້​ເຮັດ​ໃຫ້​ສາ​ເລັດ
  • ການ​ເຫັນ​ດີ​ຂອງ​ແຕ່​ລະ​ຕຳ​ແໜ່ງ​ໃນໜ້າທີ່​ວຽກງານ
  • ວິທີ​ການ​ຈ້າງ​ງານ
  • ປະລິມານ​ຄົນ​ທີ່​ຈະ​ເຮັດ​ວຽກ​ໃນ​ແຕ່​ລະ​ຕຳ​ແໜ່ງ
  • ຊົວ​ໂມງ​ເຮັດ​ວຽກທີ່​ຈະ​ຮັບປະກັນ​ການ​ເຮັດ​ວຽກຂອງ​ການ​ຜະລິດ

​ເພື່ອ​ເຮັດ​ໃຫ້ອົງການ​ສາມາດ​ດຳ​ເນີນ​ໄປ​ໄດ້​ຢ່າງ​ສະດວກ, ຄວນ​ບັນຈຸ​ເອົາ​ທີ​ມງານ​ສະໜັບສະໜູນດ້ານ​ວິຊາ​ການ​ທີ່​ຈຳ​ເປັນ​ເພື່ອ​ແກ້​ໄຂ​ບັນຫາ​ສະ​ເພາະໜ້າ. ​ເປັນຕົ້ນ, ພະນັກງານ​ໄອ​ທີ, ຫາກ​ບໍລິສັດ​ຂອງ​ທ່ານ​ຕ້ອງ​ໄດ້​ນຳ​ໃຊ້​​ເຕັກນິກ​ທັນ​ສະ​​ໄໝ​ໃນ​ຂົງ​ເຂດ​ສະ​ເພາະ​ດ້ານ.

ທ່ານຄວນແຕ້ມແຜ່ນພາບໂຄງຮ່າງການຈັດຕັ້ງບໍລິສັດຂອງທ່ານ ແລະ ລະບຸຂົງເຂທດທີ່ທ່ານຕ້ອງການໃ້ເຂົາເຈົ້າຮັບຜິດຊອບ, ພ້ອມທັງຊື່ (ຫາກຮູ້ແນ່ນອນ) ໃນຕຳແໜ່ງບໍລິຫານ. ລຸ່ມນີ້, ເປັນຕົວຢ່າງການແຕ້ມແຜນພາບອະທິບາຍໂຄງຮ່າງການຈັດຕັ້ງ ພ້ອມທັງຄຳອະທິບາຍແຕ່ລະຕຳແໜ່ງ

​ໂຄງ​ຮ່າງ​ການຈັດຕັ້ງ (ຕົວຢ່າງ)

ໜ້າທີ່​ວິຊາ​ສະ​ເພາະ

ການ​ສ້າງຕັ້ງບໍລິສັດຈຳ​ເປັນ​ຕ້ອງ​ໄດ້​ເພິ​ງພາຫຼາກຫຼາຍຄວາມ​ສາມາດ, ​ເປັນຕົ້ນ:

  • ການ​ນຳພາ
  • ການ​ບໍລິຫານ​ທຸລະ​ກິດ
  • ການ​ຕັດສິນ​ໃຈ
  • ການ​ບໍລິຫານ​ບຸກຄົນ
  • ການ​ສື່ສານ​ພາສາ​ຂຽນ ​ແລະ ພາສາ​ກາຍ
  • ຄວາມ​ສາມາດ​ໃນ​ການ​ສ້າງ​ທີ​ມງານ ​ແລະ ການ​ສ້າງສາ​ຍສຳພັນ​ກັບ​ພະນັກງານ

ຄວາມ​ສາມາດ​ອື່ນໆທີ່​ຈຳ​ເປັນ​ຕ້ອງ​ມີ​ຄື:

  • ຫ້າວຫັນ
  • ຄວາມ​ຮັບຜິດຊອບ
  • ຄ່ອງ​ແຄ້ວ
  • ການ​ຄວບ​ຄຸມ​ອາລົມ​ຈິດ
  • ຄວາມ​ສາມາດ​ໃນ​ການ​ອອກ​ແບບ, ຈັດຕັ້ງປະຕິບັດ ​ແລະ ກວດ​ສອບ​ໂຄງການ

​ເຈົ້າຂອງ​ທຸລະ​ກິດຄວນ​ມີ​ຄວາມ​ສາມາດ​ດ້ານ​ຜູ້​ປະກອບ​ການ, ຈິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າສາມາດ​ສານ​ຕໍ່ຄວາມ​ສາມາດ​ດັ່ງກ່າວ​ໃນ​ການ​ເຮັດ​ວຽກງານ​ພາຍ​ໃຕ້ທຸລະ​ກິດ​ຕົວ​ຈິງ. ສິ່ງດັ່ງກ່າວ​ມາ​ຂ້າງ​ເທິງ​ນັ້ນ ເປັນ​ການລະບຸໜ້າທີ່​ໃນ​ອົງການ​ຈັດຕັ້ງພາຍ​ໃຕ້​ແຜນ​ພາບ​ບໍລິຫານ​ງານຂ້າງເທິງ:

ຄະນະ​ຊີ້ນຳ​ບໍລິສັດ

​ແມ່ນ​ບຸກຄົນ​ທີ່​ເປັນ​ຕົວ​ແທນ​ຂອງ​ບໍລິສັດ, ຜູ້​ທີ່​ໃຫ້​ທິດ​ທາງ​ລວມ​ໃນ​ການ​ເຮັດ​ວຽກຊີ້ນຳ ​ແລະ​ຮັບຜິດຊອບ​ຜົນ​ໄດ້​ເສຍ.

ຄະນະ​ບໍລິຫານ​ງານ

ໜ້າທີ່​ ​ແລະ ຄວາມ​ຮັບຜິດຊອບ ຂອງ​ຄະນະ​ບໍລິຫານ​ງານ​ມີຫຼາກຫຼາຍ ​ເຊິ່ງກວມ​ເອົາ​ການ​ບໍລິຫານ​ງານ​ທັງໝົດ​ໃນ​ແຕ່​ລະ​ວັນ. ຕຳ​ແໜ່ງດັ່ງກ່າວ​ຈະ​ຕ້ອງ​ໄດ້​ຈັດຕັ້ງ, ອອກ​ຄຳ​ສັ່ງ ​ແລະ ປະສານ​ງານ​ກັບ​ກິດຈະກຳ​ຂອງ​ບໍລິສັດ, ຊອກ​ຫາ​ຫົນທາງ​ໃນ​ການ​ບັນລຸ​ເປົ້າໝາຍຂອງ​ບໍລິສັດ ​ແລະ ການ​ປັບປຸງ​ທຸລະ​ກິດ​ໃນ​ແຕ່​ລະ​ວັນ​ໃຫ້​ດີ​ຂື້ນ.

ອຳນວຍການຈະມີໜ້າທີ່ຮັບຜິດຊອບດັ່ງນີ້:

  • ສ້າງແຜນການ ແນວຄວາມຄິດປັດສະຍາຂອງທຸລະກິດສ້າງຂື້ນ ແລະ ແນວທາງຂອງທຸລະກິດ ເພື່ອນຳມາສ້າງເປັນເປົ້າໝາຍຂອງທຸລະກິດ
  • ການປະສານງານກັບຜູ້ຈັດການຝ່າຍຜະລິດ ເພື່ອສ້າງແຜນດຳເນີນທຸລະກິດ
  • ການວິເຄາະ ແລະ ກະຈາຍແນວຄວາມຄິດທຸລະກິດໃຫ້ແກ່ບັນດາຜູ້ບໍລິຫານອື່ນໆຮັບຊາບ ໃນທຸກໆຂອດການ

ບໍລິຫານບຸກຂະລາກອນເພື່ອສ້າງປະສິດທິພາບການເຮັດວຽກທີ່ເໜາະສົມ

  • 
ການບໍລິຫານຄວນແຈ້ງໃຫ້ແກ່ບັນດາຜູ້ຊີ້ນຳໃນແຕ່ລະຂະແໜງການໃນບັນຫາທີ່ມີຄວາມຈຳເປັນແລະຕິດພັນກັບຂົງເຂດທີ່ເຂົາເຈົາຮັບຜິດຊອບ.
  • ການວາງແຜນການໃນການອະນຸມັດງົບປະມານ, ບຸກຂະລາກອນ, ການຜະລິດ, ແລະ ປະເພດການບໍລິການທີ່ຈະມີຄວາມຕ້ອງການ.
  • ການສ້າງນະໂຍບາຍທີ່ແນ່ນອນ ເພື່ອເປັນຮາກຖານໃນການກ້າວສູ່ຄວາມສຳເລັດ ເຊິ່ງຕ້ອງເລີ່ມຈາກການຈັດຕັ້ງປະຕິບັດທຸກໆວຽກງານທີ່ທ່ານສາມາດຄຸ້ມຄອງໄດ້ເພື່ອຮັບປະກັນວ່າການດຳເນີນທຸລະກິດເປັນໄປຕາມຫຼັກການພື້ນຖານທີ່ກຳນົດໄວ້.
  • ຕິດພັນກັບການສ້າງດ້ານກົດລະບຽບຂັ້ນຕອນຕ່າງໆ, ທ່ານຕ້ອງເຮັດໃຫ້ແນ່ໃຈວ່າ ເຂົາເຈົ້າຈະເດີນຕາມທຸກໆພາກສ່ວນໜ້າທີ່ທີ່ໄດ້ຈັດສັນຄວາມຮັບຜິດຊອບໄວ້ລ່ວງໜ້ານີ້.
  • ການວິໄຈ ແລະ ຈັດຕັງປະຕິບັດ, ໂດຍການຮ່ວມມືຂອງບັນດານັກບໍລິຫານງານຂອງ ແຕ່ລະໜ່ວຍງານ, ດ້ວຍວິທີທາງທີ່ແນ່ນອນເພື່ອສ້າງການເຮັດວຽກໃຫ້ໄດ້ຕາມ ຈຸດປະ ສົງ, ໂດຍຕ້ອງໄດ້ຄຳນືງວ່າ ແນວທາງ ແລະ ນະໂຍບາຍຂອງບໍລິສັດ ຈະພັກດັນການ ປັບປຸງຜະລິດຕະພັນ.
  • ການຈັດນັດພົບກັບບັນດາຜູ້ຈັດການທີ່ຮັບຜິດຊອບວຽກງານໃນແຕ່ລະພາກສ່ວນ ເພື່ອແລກປ່ຽນຂໍ້ມູນໃນການເຮັດວຽກໃນແຕ່ລະໄລຍະວ່າເປັນໄປຕາມເປົ້າທີ່ວາງໄວ້ແລ້ວບໍ່, ປະສານງານຫຼາກຫຼາຍໜ້າທີ່ຮັບຜິດຊອບ, ແກ້ໄຂບັນຫາ ແລະ ສະເໜີແນວທາງແກ້ໄຂໃນແຕ່ລະສະຖານະການ.

ຜູ້ຈັດການຝ່າຍການຜະລິດ ຈະມີໜ້າທີ່ຮັບຜິດຊອບໂດຍກົງໃນການຜະລິດ, ທັງຍັງຮັບຜິດຊອບຕໍ່ໝາກຜົນຂອງຜົວຜະລິດຕະພັນທີ່ອອກມາ. ທຸກໆຂະບວນການຕ່າງໆເປັນຕົ້ນ: ການວາງແຜນ, ການຈັດຕັ້ງ ແລະ ການຄຸ້ມຄອງ ຂອດການຜະລິດໃນແຕ່ລະຈຸດ.

ຜູ້ຈັດການຝ່າຍຜະລິດ ຕ້ອງຮູ້ຈັກການຜະລິດຕົວຈິງຢ່າງມືອາຊີບ ຈະເປັນການດີຫາກຜ່ານການເຝິກອົບຮົມຈາກສະຖາບັນການສຶກສາຊັ້ນສູງ ແລະ ຕ້ອງມີຄວາມສາມາດໃນການຖ່າຍທອດບົດຮຽນໃຫ້ແກ່ພະນັກງານຄົນອື່ນໆ. ໜ້າທີ່ອື່ນໆທີ່ຈຳເປັນມີຄື:

  • ກະກຽມການລາຍງານແຜນການ ແລະ ກິດຈະກຳການຜະລິດ ໃຫ້ແກ່ຫົວໜ້າຮັບຊາບເປັນປະຈຳ
  • ສະເໜີແຜນວຽກໃນການປັບປຸງຜະລິດຕະພັນແບບໃໝ່ໆ ແລະ ຮັກສາຈຸດປະສົງ-ແນວທາງຂອງບໍລິສັດໃຫ້ດຳເນີນໄປເປັນປົກກະຕິ
  • ແນະນຳການຈັດຕັ້ງປະຕິບັດແຜນການຜະລິດ, ການເຮັດວຽກຮ່ວມກັນກັບບັນດາຜູ້ປະສານງານການຜະລິດທຸກໆພາກສ່ວນ.
  • ແນະນຳການຈັດຕັ້ງປະຕິບັດໂຄງການ ແລະ ແຜນການຮ່ວມກັບຫຼາຍໆພາກສ່ວນພາຍໃນບໍລິສັດ.
  • ເຂົ້າຮ່ວມຂະບວນການຄຸ້ມຄອງ, ປະເມີນຜົນ ແລະ ການຂື້ນແຜນງົບປະມານໂຄງການ ແລະ ການວາງແຜນການການຜະລິດຕໍ່ໆໄປ.
  • ການປະສານງານ ແລະ ຮ່ວມກັນກັບພະນັກງານໃນທຸກໆຂົງເຂດ ເພື່ອສ້າງຂະບວນການຜະລິດປະຈຳປີ ໃຫ້ແກ່ຄະນະອຳນວຍການຮັບຮອງ
  • ຮັບຜິດຊອບໃນທຸກໆວຽກງານທີ່ໄດ້ຮັບການອະນຸມັດຈາກອຳນວຍການ ໃນການຈັດຕັ້ງປະຕິບັດ, ດຳເນີນງານ ແລະ ປະເມີນຜົນຂອງການຜະລິດປະຈຳປີ
  • ປະສານງານກັບກິດຈະກຳການຜະລິດເພື່ອວ່າເຮັດໃຫ້ຮັບຮອງປະສິດທິພາບການຜະລິດສູງ
  • ໃຫ້ຄຳແນະນຳແກ່ຜູ້ຈັດການໃນແຕ່ລະຂະແໜງການທີ່ຕິດພັນກັບການຈັດສັນປັດໃຈການຜະລິດ ແລະ ສິ່ງທີ່ມີຄວາມຕ້ອງອື່ນໆນຳໃຊ້ໃນຂະບວນການຜະລິດ
  • ແຜນການເຮັດວຽກປະຈຳປີ ແລະ ເອກະສານ ແລະ ວັດຖຸດິບອື່ນໆທີ່ຈຳເປັນໃນຂະບວນການການຜະລິດ
  • ກະກຽມແຜນກິດຈະກຳປະຈຳປີໃນແຕ່ລະຂົງເຂດການຜະລິດ ໄວ້ລ່ວງໜ້າ ເພື່ອໃຫ້ສາມາດດຳເນີນງານໄດ້ທັນທີໃນຍາມຮີບດ່ວນ.
  • ປະສານງານກັບບັນດາກິດຈະກຳຂອງຂະແໜງການດ້ານເຕັກນິກຕ່າງໆ ໃນຄວາມຮັບຜິດຊອບຕົນເອງ

ສິ່ງທີ່ກ່າວມານັ້ນເປັນພຽງຕົວຢ່າງ. ບໍ່ວ່າບໍລິສັດທີ່ມີຄວາມແຕກຕ່າງການຜະລິດ ແລະ ບໍລິການ ຫຼາຍປານໃດກໍ່ຕາມ, ຕ້ອງໄດ້ກຳນົດໜ້າທີ່ແຕ່ລະຕຳແໜງຢ່າງລະອຽດ. ເພື່ອໃຫ້ທ່ານສາມາດ ປະເມີນຄວາມສາມາດ, ສ້າງການເຝິກອົບຮົມ ແລະ ຄາດຫວັງກັບຜົນງານຕ່າງໆ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.