Norkhame
ແຫຼ່ງແນວຄິດ ແຫຼ່ງແນວຄິດ
ທ່ານເຄີຍຖາມຕົວເອງບໍ່ວ່າ: ຄວາມຕ້ອງການເກີດຂຶ້ນຈາກສ່ວນໃດຂອງສະໝອງ? ຄວາມຕ້ອງການມີວິວັດທະນາການມາຈາກ “ການຢາກມີຊີວິດຢູ່ລອດ” ມາສູ່ “ຄວາມເປັນຢູ່ທີ່ດີຂຶ້ນ” ໃນສະໝອງຂອງເຮົາມີຄວາມຕ້ອງການພື້ນຖານທີ່ລະອຽດຊັບຊ້ອນຢູ່ຄູ່ກັນມາດົນແສນດົນ. ຫາກຈະໃຫ້ອະທິບາຍ ກ່ຽວກັບເລື່ອງນີ້ ຕ້ອງຊີ້ໃຫ້ເຫັນຊັດເຈນ ແລະ ສ້າງຄວາມເຂົ້າໃຈງ່າຍໆມາອະທິບາຍປະກອບວ່າ: ຄວາມຕ້ອງການແບບໃດເກີດຂຶ້ນຈາກສະໝອງສ່ວນໃດ? ສະໝອງຄູ່ຊ້າຍ-ຂວາບໍລິເວນເຄິ່ງກາງສະໝອງ ເຮັດໜ້າທີ່ຄວບຄຸມອາລົມຄວາມຮູ້ສຶກຕ່າງໆ, ຄວາມຕ້ອງການ, ໂກດຮ້າຍ ເມື່ອຮູ້ສຶກຫງຸດຫງິດ. ຄວາມຕ້ອງ ການຢາກຮ້ອງໄຫ້ເມື່ອຮູ້ສຶກເສົ້າ ລ້ວນເກີດຂຶ້ນມາຈາກສ່ວນນີ້ ນອກຈາກນີ້ ສະໝອງຍັງເປັນຈຸດຕັດສິນ “ມັກຫຼືຊັງ”... ແຫຼ່ງແນວຄິດ

ທ່ານເຄີຍຖາມຕົວເອງບໍ່ວ່າ: ຄວາມຕ້ອງການເກີດຂຶ້ນຈາກສ່ວນໃດຂອງສະໝອງ? ຄວາມຕ້ອງການມີວິວັດທະນາການມາຈາກ “ການຢາກມີຊີວິດຢູ່ລອດ” ມາສູ່ “ຄວາມເປັນຢູ່ທີ່ດີຂຶ້ນ” ໃນສະໝອງຂອງເຮົາມີຄວາມຕ້ອງການພື້ນຖານທີ່ລະອຽດຊັບຊ້ອນຢູ່ຄູ່ກັນມາດົນແສນດົນ. ຫາກຈະໃຫ້ອະທິບາຍ ກ່ຽວກັບເລື່ອງນີ້ ຕ້ອງຊີ້ໃຫ້ເຫັນຊັດເຈນ ແລະ ສ້າງຄວາມເຂົ້າໃຈງ່າຍໆມາອະທິບາຍປະກອບວ່າ: ຄວາມຕ້ອງການແບບໃດເກີດຂຶ້ນຈາກສະໝອງສ່ວນໃດ? ສະໝອງຄູ່ຊ້າຍ-ຂວາບໍລິເວນເຄິ່ງກາງສະໝອງ ເຮັດໜ້າທີ່ຄວບຄຸມອາລົມຄວາມຮູ້ສຶກຕ່າງໆ, ຄວາມຕ້ອງການ, ໂກດຮ້າຍ ເມື່ອຮູ້ສຶກຫງຸດຫງິດ. ຄວາມຕ້ອງ ການຢາກຮ້ອງໄຫ້ເມື່ອຮູ້ສຶກເສົ້າ ລ້ວນເກີດຂຶ້ນມາຈາກສ່ວນນີ້ ນອກຈາກນີ້ ສະໝອງຍັງເປັນຈຸດຕັດສິນ “ມັກຫຼືຊັງ” ຊຶ່ງກ່ຽວພັນເຖິງຄວາມຕ້ອງການ. (ຢາກເຮັດຫຼືບໍ່ຢາກເຮັດ) ເຊັ່ນ

  • ຢາກເບິ່ງ/ບໍ່ຢາກເບິ່ງ
  • ຢາກຟັງລບໍ່ຢາກຟັງ
  • ຢາກຈັບ/ບໍ່ຢາກຈັບ
  • ຢາກກິນ/ບໍ່ຢາກກິນ

ສະໝອງສ່ວນນີ້ ຈະເຮັດວຽກເມື່ອເຮົາຕ້ອງການດຶງຄວາມຊົງຈໍາກ່ຽວກັບເຫດການທີ່ເຄີຍປະສົບໃນອະດີດ ຫຼື ພະຍາຍາມຈົດຈໍາສິ່ງໃໝ່ໆທີ່ຫາໄດ້ຮຽນຮູ້. ຫາກຄວາມຕ້ອງການທີ່ເກີດຂຶ້ນຈາກ ສະໝອງຖົດຖອຍລົງ ຄວາມສົນໃຈກ່ຽວກັບເລື່ອງລາວໃນອະດີດກໍ່ຈະຫຼຸດໜ້ອຍລົງ ອີກທັງບໍ່ຄິດທ້າທາຍຕໍ່ສິ່ງໃໝ່ໆດ້ວຍ ນອກເໜືອຈາກທີ່ເວົ້າມາແລ້ວ. ສະໝອງຍັງມີບົດບາດສໍາຄັນຕໍ່ການໃສ່ໃຈເລື່ອງເວລາ ດ້ວຍເຫດຜົນນີ້ ເມື່ອກົນໄກການເຮັດວຽກຂອງ ສະໝອງຫຼຸດລົງ ຜູ້ນັ້ນຈະກາຍເປັນຄົນບໍ່ຮັກສາເວລາ ໄປຕາມນັດຊ້າ ການງານທີ່ຮັບຜິດຊອບຫຼືເຮັດບໍ່ຄືບໜ້າ ຈຶ່ງເວົ້າໄດ້ວ່າ ຄົນທີ່ບໍ່ຫ້າວຫັນ ຄົນທີ່ຜິດເວລາເປັນຄົນທີ່ມີມັນສະໝອງອ່ອນແອ

ສະໝອງຊຶ່ງຢູ່ບໍລິເວນໃຈກາງສະໝອງ ເປັນສ່ວນທີ່ກ່ຽວຂ້ອງກັບການຫວັງຜົນຕອບແທນ, ຄວາມຫັນສາ, ຄວາມລື່ນເລີງ ການເສບຕິດ ເປັນຕົ້ນ ຄໍາວ່າ “ເສບຕິດ” ໃນທີ່ນີ້    ໝາຍເຖິງນິໄສແງ່ລົບຊຶ່ງຕິດຕົວມາດົນ (ເຊັ່ນ: ຕິດຢາສູບ, ການພະນັນ, ເຄື່ອງດື່ມມືນເມົາ) ເຖິງວ່າຕ້ອງການເຊົາ ຫຼື ຢຸດກໍ່ເຮັດບໍ່ໄດ້ ເຊັ່ນ:

“ຢາກສູບຢາ!”

“ຢາກຫຼິ້ນເກມ!”

“ຢາກຖືກລາງວັນທີ່ໜຶ່ງ!”

ຊຶ່ງຄວາມຕ້ອງການທັງໝົດເບື້ອງເທິງເກີດຂຶ້ນຈາກສະໝອງສ່ວນກາງ. ຊຶ່ງຄວາມຕ້ອງການເຫຼົ່ານີ້ກ່ຽວພັນກັບຕ່ອມໃຕ້ສະໝອງ ນອກຈາກນີ້ ຕ່ອມໃຕ້ສະໝອງຍັງເປັນຈຸດທີ່ຮໍໂມນຕ່າງໆຊຶ່ງເຮັດໜ້າທີ່ຄວບຄຸມກົນໄກໃນຮ່າງກາຍມມະນຸດ ຖືກສົ່ງອອກມາອີກດ້ວຍ ແລະ ແນ່ນອນວ່າຊະນິດກັບປະລິມານຂອງຮໍໂມນເຫຼົ່ານັ້ນຕ່າງກໍ່ສົ່ງຜົນຕໍ່ຄວາມຕ້ອງການບໍ່ໜ້ອຍ

ສະໝອງເປັນຄືດັ່ງສູນກະຈາຍຂໍ້ມູນ ແລະ ອາລົມຄວາມຮູ້ສຶກ ອີກທັງເຮັດໜ້າທີ່ຕິດຕໍ່ປະສານລະຫວ່າງສະໝອງໃຫຍ່ ແລະ ກັບລະບົບຄວາມຕ້ອງການ. ສະໝອງສ່ວນໃຫຍ່(cerebrum) ຄວາມຕ້ອງການທີ່ເກີດຂຶ້ນຈາກສ່ວນນີ້ຈະມີຄວາມລະອຽດຊັບຊ້ອນຫຼາຍຂຶ້ນ ເຊັ່ນ:

“ຢາກໄດ້ຮັບສຽງຍ້ອງຍໍຫຼາຍກວ່ານີ້!”

“ຢາກໃຫ້ມີຄົນຮັບຟັງຄໍາຄິດເຫັນຂອງຕົນເອງຫຼາຍກວ່ານີ້!”

“ຢາກເປັນປະໂຫຍດຕໍ່ສັງຄົມ!”

ທັງໝົດນີ້ຄືຄວາມຕ້ອງການເພື່ອ “ຄວາມເປັນຢູ່ທີ່ດີຂຶ້ນ” ຊຶ່ງເກີດຈາກສະໝອງໃຫຍ່.

ຄວາມຕ້ອງການທີ່ຮຸນແຮງມີສານໃນສະໝອງເປັນຕົວກະຕຸ້ນ. ບາດນີ້ລອງເບິ່ງຄວາມຕ້ອງການຈາກມຸມອງທີ່ແຕກຕ່າງອອກໄປເບິ່ງຄວາມຕ້ອງການທີ່ເຮັດໃຫ້ມະນຸດເບິ່ງໄປທາງໜ້າ ອີກທັງກະຕຸ້ນໃຫ້ເກີດການລົງມືປະຕິບັດ ໂດຍສານໃນສະໝອງ 3 ຊະນິດຊຶ່ງກ່ຽວຂ້ອງກັບປະກົດການດັ່ງກ່າວ ປະກອບດ້ວຍໂດພາມີນ (dopamine) ນໍຣອະດຣີນາລີນ (noradrenaline) ແລະ ເຊໂຣໂທນິນ(serotonin) ເຊິ່ງໂດພາມີນ ເຮັດໜ້າທີ່ກ່ຽວກັບກົນໄກຄວາມຕ້ອງການລົງມືເຮັດສິ່ງຕ່າງໆ ລວມເຖິງການຮຽນຮູ້.​ ເມື່ອສະໝອງຫຼັ່ງສານຊະນິດນີ້ອອກມາ ສະມາທິ ແລະ ຄວາມກະຕືລືລົ້ນພ້ອມລົງມືປະຕິບັດຈະມິເພີ່ມຫຼາຍຂຶ້ນ ເວົ້າງ່າຍໆກໍ່ຄື”ເກີດແຮງຮຶດ “ຂຶ້ນມານັ້ນເອງ ໃນທາງກົງກັນຂ້າມ ຫາກໂດພາມີນບໍ່ພຽງພໍກໍ່ຈະເກີດອາການຢ່າງເຊັ່ນ ຄວາມປິຕິຍິນດີຫຼຸດລົງ ແລະ ເມື່ອຍງ່າຍ.

ສານຊະນິດທີ່ 2 ຄື ນໍຣອະດຣີນາລີນ ຫາກສານຊະນິດນີ້ບໍ່ພຽງພໍຄວາມຕ້ອງການລົງມືເຮັດ ສິ່ງຕ່າງໆຈະຫຼຸດລົງ ຄວາມຫວາດຫວັ່ນ ຄວາມກັງວົນກໍ່ຕົວຂຶ້ນງ່າຍກວ່າປົກກະຕິ. ທາດ ນໍຣອະດຣີນາລີນຖືເປັນສານໃນສະໝອງທີ່ມີຄວາມສໍາຄັນອີກຊະນິດໜຶ່ງ ເພາະເມື່ອສານຊະນິດນີ້ຫຼັ່ງອອກມາ ຄວາມຕ້ອງການລົງມືເຮັດສິ່ງຕ່າງໆ ແລະຄວາມກະຕືລືລົ້ນກໍ່ຈະເອີ່ລົ້ນຂຶ້ນ ກາຍເປັນບໍ່ເກີດຂອງຄວງາມຮູ້ສຶກຮຶດສູ້. ແຕ່ວ່າໃນຂະນະດຽວກັນນໍຣອະດຣີນາລີນກັບມີຊື່ເອີ້ນອີກຢ່າງໜຶ່ງວ່າ”ຮໍໂມນຈອມໂທໂສ”ເພາະເປັນຕົວການຕໍ່ຕ້ານການໂຈມຕີຕາກພາຍນອກ ແລະ ຄວາມຄຽດ.

ສຸດທ້າຍຄືເຊໂຣໂທນີນ ສານຊຶ່ງເຮັດໜ້າທີ່ຄວບຄຸມອາລົມຄວາມຮູ້ສຶກ ແລະຮັກສາສົມດຸນຂອງຈິດໃຈ. ເຊໂຣໂທນີນມີອີກຊື່ເອີ້ນຄື “ຮໍໂມນຄວາມສຸກ” ເພາະມີບົດບາດໃນການເຮັດໃຫ້ຈິດໃຈສະຫງົບ ຮູ້ສຶກໝັ້ນຄົງປອດໄພ ເຖິງວ່າບໍ່ໄດ້ມີສ່ວນກ່ຽວຂ້ອງໃນການເພີ່ມຄວາມຮູ້ສຶກຮຶດສູ້ໂດຍກົງຄືຢ່າງສານອີກ 2 ຊະນິດ ແຕ່ຖ້າເຊໂຣໂທນນີນຫຼັ່ງອອກມາບໍ່ພຽງພໍກໍ່ອາດຈະເຮັດໃຫ້ຂາດຄວາມລະແວດລະວັງ ຫຼື ເຮັດສິ່ງໃດໂດຍການຂາດການໄຕ່ຕອງທີ່ຮອບຄອບ ຫຼື ບໍ່ກໍ່ອາດຈະເຮັດໃຫ້ເກີດຄວາມຊຶມເສົ້າ ຂາດແຮງໃຈໃນການລົງມືເຮັດສິ່ງຕ່າງໆຄວາມຕ້ອງການຫຼຸດລົງເຖິງຂີດສຸດ

ສະຫຼຸບກໍ່ຄື ຫາກສານທັງໝົດທີ່ເວົ້າເຖິງເບື້ອງຕົ້ນຖືກຂັບອອກມາພຽງພໍ ກໍ່ຈະບໍ່ໃຫ້ເກີດບັນຫາໃດໆ ແຕ່ເມື່ອຂາດໄປ ຄວາມຢາກລົງມືເຮັດໃນສິ່ງຕ່າງໆອາດຈະບໍ່ເກີດຂຶ້ນຫຼືເຮັດໃຫ້ຈິດໃຈຫໍ່ຫ່ຽວຊືມເສົ້າຢ່າງໜັກ ແລະຍິ່ງຖ້າປະໄວ້ດົນ ນີ້ອາດຈະສົ່ງຜົນກະທົບຕໍ່ຊີວິດປະຈໍາວັນດ້ວຍກໍ່ເປັນໄດ້ ເພາະສະນັ້ນຄວນຄໍານຶງໄວ້ສະເໝີວ່າ “ຄວາມຕ້ອງການທີ່ບໍລິບູນມາຈາກສານໃນສະໝອງທີ່ພຽງພໍ”.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

ບໍ່ມີຄຳເຫັນຫຍັງເທື່ອ.

ເປັນຄົນທຳອິດທີ່ອອກຄຳເຫັນຂ້າງລຸ່ມນີ້.

Your email address will not be published. Required fields are marked *

Copy Protected by Chetan's WP-Copyprotect.