Norkhame
ນໍ້າມັນສູນກີບ ນໍ້າມັນສູນກີບ
ເປັນປະຫັວດສາດ, ເມື່ອນໍ້າມັນລົງຮອດ ສູນກີບ ໃນມື້ວານນີ້ທີ່ຕະຫຼາດຊື້ຂາຍນໍ້າມັນ. ບໍ່ພໍທໍ່ໃດ, ໂຊກດີແກ່ພໍ່ຄ້ານໍ້າມັນ, ລາຄາໄດ້ເດັ້ງຂື້ນມາທີ່ 1,1 ດອນລ້າ. ນີ້ເປັນເຫດການຄັ້ງປະຫວັດສາດ. ທີ່ມີການຊື້ຂາຍຕໍ່າກວ່າ 0 ໂດລາເປັນຄັ້ງທຳອິດ. ເນື່ອງຈາກຄວາມກັງວົນທີ່ບໍ່ໄດ້ຮັບການແກ້ໄຂກ່ຽວກັບວິທີການ ທີ່ຕະຫຼາດສາມາດຮັບມືກັບການສະໜອງນໍ້າມັນດິບ ທີ່ເກີນກຳລັງຕ້ອງການ ຍ້ອນວ່າຄວາມຕ້ອງການຍັງສືບຕໍ່ຫຼຸດລົງຍ້ອນໂຣກລະບາດ. ສະຫະລັດອາເມລິກາ ກະກຽມ ການຈັດສົ່ງນໍ້າມັນອອກໃນ ເດືອນພຶດສະພາ. ຍ້ອນຄວາມວິຕົກກັງວົນ ບໍ່ມີໃຜຕ້ອງການເກັບຮັກສານໍ້າມັນໃນໝໍໆນີ້ ຈິ່ເຮັດໃຫ້ຄວາມຕ້ອງການນໍ້າມັນຫຼຸດລົງ.... ນໍ້າມັນສູນກີບ

ເປັນປະຫັວດສາດ, ເມື່ອນໍ້າມັນລົງຮອດ ສູນກີບ ໃນມື້ວານນີ້ທີ່ຕະຫຼາດຊື້ຂາຍນໍ້າມັນ. ບໍ່ພໍທໍ່ໃດ, ໂຊກດີແກ່ພໍ່ຄ້ານໍ້າມັນ, ລາຄາໄດ້ເດັ້ງຂື້ນມາທີ່ 1,1 ດອນລ້າ. ນີ້ເປັນເຫດການຄັ້ງປະຫວັດສາດ. ທີ່ມີການຊື້ຂາຍຕໍ່າກວ່າ 0 ໂດລາເປັນຄັ້ງທຳອິດ.

ເນື່ອງຈາກຄວາມກັງວົນທີ່ບໍ່ໄດ້ຮັບການແກ້ໄຂກ່ຽວກັບວິທີການ ທີ່ຕະຫຼາດສາມາດຮັບມືກັບການສະໜອງນໍ້າມັນດິບ ທີ່ເກີນກຳລັງຕ້ອງການ ຍ້ອນວ່າຄວາມຕ້ອງການຍັງສືບຕໍ່ຫຼຸດລົງຍ້ອນໂຣກລະບາດ. ສະຫະລັດອາເມລິກາ ກະກຽມ ການຈັດສົ່ງນໍ້າມັນອອກໃນ ເດືອນພຶດສະພາ. ຍ້ອນຄວາມວິຕົກກັງວົນ ບໍ່ມີໃຜຕ້ອງການເກັບຮັກສານໍ້າມັນໃນໝໍໆນີ້ ຈິ່ເຮັດໃຫ້ຄວາມຕ້ອງການນໍ້າມັນຫຼຸດລົງ. ຖ້າມັນສືບຕໍ່ໄປໃນຕາມນີ້, ໂດຍບໍ່ມີການປ່ຽນແປງໃດໆໃນນະໂຍບາຍຂອງກຸ່ມຜູ້ຜະລິດນໍ້າມັນ, ມັນຈະກໍ່ໃຫ້ເກີດບັນຫາຫຼາຍຢ່າງ ເປັນຕົ້ນ ຄວາມສ່ຽງດ້ານສິນເຊື່ອ, ຄວາມສ່ຽງດ້ານການທະນາຄານ, ຄວາມສ່ຽງດ້ານການຫວ່າງງານ.

ລາຄານໍ້າມັນດິບ ທົ່ວໂລກ ທີ່ຈະນຳໃຊ້ ໃນການສົ່ງສິນຄ້າໃນເດືອນມິຖຸນາແມ່ນເພີ່ມຂື້ນ 49 ເຊັນ, ຫຼື 1,9 ເປີເຊັນ, ຢູ່ທີ່ 26.06 ໂດລາຕໍ່ບາເຣວ. ນັກວິເຄາະຕະຫລາດອາວຸໂສຂອງບໍລິສັດນາຍໜ້າແຫ່ງໜຶ່ງ ໄດ້ກ່າວວ່າ “ຄວາມຕ້ອງການການຫຼຸດລົງ ມາຈາກ ໂຄວິດ19. ເຫັນວ່າເສດຖະກິດຂອງສະຫະລັດຈະຟື້ນຕົວຊ້າລົງ. ເປັນສັນຍາໃຫ້ນໍ້າມັນດິບ ໃນເດືອນມິຖຸນາ ສາມາດຮັກສາລະດັບ 20 ໂດລາຕໍ່ບາເຣວ ແລະ ກຳລັງເຫັນ ມີການເພີ່ມຂື້ນພໍສົມຄວນພາຍຫຼັງສັນຍານການອ່ອນຕົວໃນເດືອນ 5.

ສາເຫດລາຄານໍ້າມັນຫຼຸດລົງ ເກີດມາຈາກຂໍ້ຈຳກັດໃນການເດີນທາງ ແລະ ການປິດລ້ອມເພື່ອບັນຈຸການແຜ່ລະບາດຂອງພະຍາດ ໄດ້ກີດຂວາງການ ນຳໃຊ້ນໍາມັນເຊື້ອໄຟໃນທົ່ວໂລກ, ເຊິ່ງຄວາມຕ້ອງການຫຼຸດລົງ 30 ເປີເຊັນທົ່ວໂລກ. ສິ່ງດັ່ງກ່າວໄດ້ສົ່ງຜົນໃຫ້ການເກັບມ້ຽນສິນຄ້ານໍ້າມັນດິບທີ່ມີພື້ນທີ່ເກັບມ້ຽນໄດ້ຍາກຂື້ນ. ທີ່ອາເມລິກາ, ບໍ່ມີສູນກັກນໍ້າມັນພຽງພໍ ພາຍໃນບໍ່ເທົ່າໃດອາທິດຂ້າງໜ້າ.

ນັກຍຸດທະສາດດ້ານການຕະຫລາດ, ກ່າວວ່າ “ມື້ນີ້ມັນເປັນທີ່ຈະແຈ້ງແລ້ວວ່າບັນຫາໃຫຍ່ໃນຕະຫລາດແມ່ນຄວາມບໍ່ຊັດເຈນດ້ານຄວາມຕ້ອງການຢູ່ໃນສະຫະລັດ ແລະ ຂາດຄວາມສາມາດໃນການເກັບຮັກສາ. ການປະເຊີນ ​ໜ້າ ກັບສະພາບການດັ່ງກ່າວ, ອົງການຂອງປະເທດສົ່ງອອກນໍ້າມັນ ແລະ ບັນດາປະເທດພັນທະມິດລວມທັງຣັດເຊຍ, ເຊິ່ງເປັນກຸ່ມທີ່ເອີ້ນວ່າ ໂອເປັກ (OPEC), ໄດ້ຕົກລົງທີ່ຈະຕັດຜົນຜະລິດໃຫ້ໄດ້ 9,7 ລ້ານບາເຣວຕໍ່ມື້. ແຕ່ສິ່ງນັ້ນຈະບໍ່ເກີດຂື້ນກ່ອນເດືອນພຶດສະພາ, ແລະ ຂະໜາດຂອງການຕັດປະລິມານລົງ ບໍ່ຖືວ່າຈະສາມາດສ້າງຄວາມສົມດຸນຂອງຕະຫຼາດ.

ອົງການ OPEC ຈະພິຈາລະນາການຕັດຜົນຜະລິດ ໃຫ້ຫຼາຍກວ່າເກົ່າ ແລະ ສະຫະລັດຈະມີແນວໂນ້ມທີ່ຈະພິຈາລະນາຫຼຸດການສະໜອງ. ມັນມີຄວາມສ່ຽງຫລາຍເກີນໄປ, ໂດຍບໍ່ໄດ້ເນັ້ນເຖິງນັກລົງທືນທີ່ກ່ຽວຂ້ອງກັບຕະຫລາດການເງິນສຳລັບນໍ້າມັນດິບ, ແຕ່ຍັງມີຫລາຍລ້ານຄົນທີ່ເຮັດວຽກໃນອຸດສາຫະກຳນໍ້າມັນ ແລະ ອາຍແກັສ ນຳອີກ.

ໃນຂະນະດຽວກັນ, ສາງນໍ້າມັນດິບຂອງສະຫະລັດອາເມລິກາຄາດວ່າຈະເພີ່ມຂື້ນປະມານ 16,1 ລ້ານບາເຣວໃນອາທິດຂ້າງໜ້າ ຫຼັງຈາກທີ່ໄດ້ລົງມືຜະລິດ ຄັ້ງໃຫຍ່ທີ່ສຸດໃນອາທິດໜຶ່ງຜ່ານມາ. ຄາດວ່າສາງນໍ້າມັນເຊື້ອໄຟຈະເພີ່ມຂື້ນ 3.7 ລ້ານບາເຣວໃນອາທິດກ່ອນໜ້ານີ້.

ລາຄາໃນລົງ, ຈຳເປັນຕ້ອງຕັດການຜະລິດທີ່ຖືກກຳນົດຢູ່ໃນສະຫະລັດ ແລະ ທົ່ວໂລກ. ເບິ່ງຄືວ່າເປັນຊ່ວງເວາທອງ ໃຫ້ແກ່ ຜູ້ໃຊ້ນໍ້າມັນ. ພວກເຮົາທີ່ເຄີຍຈົ່ມວ່ານໍ້າມັນແພງ, ໃນຊ່ວງນີ້ເປັນໂອກາດ ໄດ້ຊົມໃຊ້ລາຄາຖືກ. ໜ້າເສຍ ດາຍ, ບໍ່ມີໃຜຢາກກັກຕຸນນໍ້າມັນໄວ້ທີ່ເຮືອນຊານໃນຊ່ວງລາຄາຖືກ. ຊໍ້າບໍ່ໜໍາ, ການເດີນທາງຂອງພວກເຮົາພັດ ຖືກຈຳກັດ. ລາຄານໍ້າມັນລົງ ເປັນສັນຍານບໍ່ດີທາງດ້ານເສດຖະກິດໂລກ, ໝາຍວ່າບໍ່ມີຄວາມຕ້ອງການນໍ້າໃຊ້ ໃນການຜະລິດ ແລະ ການບໍລິການ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.