ເຮົາຮູ້ສຶກດີສະເໜີເວລາມີຄົນມາເອົາໃຈໃສ່, ໃຫ້ກຳລັງໃຈໃນເວລາເຮົາຜິດຫວັງ, ຍິນຄຳເວົ້າດີໆຈາກຄົນທີ່ເຮົາຮັກ ແລະ ນັບຖື ຫຼື ການເອົາໃຈໃສ່ຂອງຄົນອ້ອມຂ້າງ.

ສິ່ງດີໆທີ່ຄົນອື່ນມອບໃຫ້ນັ້ນ ອາດມີລັກສະນະສັ້ນໆໃນເວລາໃດໜຶ່ງ. ເຫັນຄູ່ຮັກຫຼາຍໆຄູ່ມີການປ່ຽນແປງ. ຄຳເວົ້າທີ່ແສນຫວານ ເລີ່ມຈາງຫາຍໄປ. ໜູ່ຄູ່ທີ່ເຄີຍຜ່ານຜ່າສຸກທຸກນຳກັນ ກໍ່ອາດຍ້າຍໜ້າທີ່ ຫຼື ບໍ່ຄ່ອຍມີເວລາໃນການສັງສັນຄືແຕ່ເກົ່າ. ລູກນ້ອງທີ່ເອີ້ນໃຊ້ຍາມໃດກໍ່ໄດ້ອາດບໍ່ມາສະເໜີໜ້າ ຖ້າໝົດສິ່ງຕ້ອງການ. ລູກຫຼານທີ່ມີອາດຕ້ອງພັດພາກ ຫຼື ແຍກບ່ອນຢູ່. ສິ່ງທີ່ເຄີຍໄດ້ຈາກຄົນອື່ນ ອາດຈະບໍ່ໄດ້ໃນວັນນີ້ ລວມທັງວັດຖຸ ແລະ ສິ່ງຂອງ. ຄວາມຕ້ອງການເອົາໃຈໃສ່ ມີມາແຕ່ນ້ອຍ ຈົນເຮັດໃຫ້ຄົນສ່ວນໃຫຍ່ລື່ມໄປວ່າ: ຕົນເອງມີບົດບາດສຳຄັນທີ່ສຸດໃນການສ້າງຄວາມສຸກ ແລະ ການຢູ່ເປັນສຸກໄດ້ບໍ່ວ່າຈະສະຖານະການໃດໆກໍ່ຕາມ.

ໃນທີ່ນີ້, ໄດ້ສະແດງວີທີໃນການສ້າງທັດສະນະຄະຕິທີ່ດີ ໃນການດຳລົງຊີວິດ ແບບມີແຮງບັນດານໃຈ ແລະ ການຄິດໃນທາງທີ່ດີ. ຫາກນຳໄປປະຕິບັດເປັນປະຈຳແລ້ວ, ທ່ານຈະໄດ້ຄົ້ນພົບ ຫົນທາງທີ່ຈະຊ່ວຍໃຫ້ທ່ານສາມາດມີຄວາມສຸກໄດ້ທຸກໆເວລາ. ເພື່ອເຮັດໃຫ້ທ່ານສືບຕໍ່ໜ້າທີ່ວຽກງານທີ່ຕົນຮັກ ແລະ ສ້າງສັນຜົນງານທີ່ດີໃນສັງຄົມ ຢ່າງບໍ່ຂາດສາຍ.

Published by Viengsombath Bangonesengdet

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

116 replies on “ມີສິ່ງດີຢາກບອກ”

Copy Protected by Chetan's WP-Copyprotect.