Norkhame
ຈາກເພື່ອນສູ່ເພື່ອນ ຈາກເພື່ອນສູ່ເພື່ອນ
ມັກໄດ້ຍິນຫຼາຍຄົນວ່າ “ເງິນຊື້ຄວາມສຸກບໍ່ໄດ້ ຫຼື ເງິນບໍ່ໄດ້ເຮັດໃຫ້ເປັນສຸກ”. ແຕ່ກໍ່ປະກົດເຫັນຄົນທຸກຍາກທີ່ຫາຂໍທານກິນວັນໆເພື່ອລ້ຽງຊີບ ແລະ ຄົນອີກຫຼາຍໆຄົນຕ້ອງຕິດໜີ້ເພື່ອຊື້ວັດຖຸ. ຄົນຂໍທານເຫຼົ່ານັ້ນ ຈະເປັນສຸກໄດ້ແນວໃດຖ້າບໍ່ມີວັດຖຸຮັບໃຊ້ ແລະ ອາຫານພໍລ້ຽງຊີບຕົນເອງ. ໃນຂະນະທີ່ພົບຄົນຮັ່ງມີລົ້ນຟ້າ ແຕ່ຄອບຄົວບໍ່ເປັນສຸກ ເພາະມີຝ່າຍໃດໜຶ່ງນອກໃຈ ຫຼື ລູກບໍ່ຝັງຄວາມ. ລະຫວ່າງການມີ ຫຼື ບໍ່ມີວັດຖຸ, ເງື່ອນໄຂໃດທີ່ຈະເຮັດໃຫ້ຄົນເປັນສຸກ? ເຫັນເຈົ້ານາຍຫຼາຍຄົນໄດ້ຂື້ນຕຳແໜ່ງທີ່ເພີ່ນຕ້ອງການ. ແຕ່ກໍ່ຕ້ອງໄດ້ແບກຫ້າມພາລະທີ່ໜັກໜ່ວງ. ຍິ່ງສູງເທົ່າໃດຍິງຕ້ອງມີຄວາມເອົາໃຈໃສ່ ແລະ... ຈາກເພື່ອນສູ່ເພື່ອນ

ມັກໄດ້ຍິນຫຼາຍຄົນວ່າ “ເງິນຊື້ຄວາມສຸກບໍ່ໄດ້ ຫຼື ເງິນບໍ່ໄດ້ເຮັດໃຫ້ເປັນສຸກ”. ແຕ່ກໍ່ປະກົດເຫັນຄົນທຸກຍາກທີ່ຫາຂໍທານກິນວັນໆເພື່ອລ້ຽງຊີບ ແລະ ຄົນອີກຫຼາຍໆຄົນຕ້ອງຕິດໜີ້ເພື່ອຊື້ວັດຖຸ. ຄົນຂໍທານເຫຼົ່ານັ້ນ ຈະເປັນສຸກໄດ້ແນວໃດຖ້າບໍ່ມີວັດຖຸຮັບໃຊ້ ແລະ ອາຫານພໍລ້ຽງຊີບຕົນເອງ. ໃນຂະນະທີ່ພົບຄົນຮັ່ງມີລົ້ນຟ້າ ແຕ່ຄອບຄົວບໍ່ເປັນສຸກ ເພາະມີຝ່າຍໃດໜຶ່ງນອກໃຈ ຫຼື ລູກບໍ່ຝັງຄວາມ. ລະຫວ່າງການມີ ຫຼື ບໍ່ມີວັດຖຸ, ເງື່ອນໄຂໃດທີ່ຈະເຮັດໃຫ້ຄົນເປັນສຸກ?

ເຫັນເຈົ້ານາຍຫຼາຍຄົນໄດ້ຂື້ນຕຳແໜ່ງທີ່ເພີ່ນຕ້ອງການ. ແຕ່ກໍ່ຕ້ອງໄດ້ແບກຫ້າມພາລະທີ່ໜັກໜ່ວງ. ຍິ່ງສູງເທົ່າໃດຍິງຕ້ອງມີຄວາມເອົາໃຈໃສ່ ແລະ ຮັບຜິດຊອບຫຼາຍຂື້ນ. ທຸກໆການຕັດສິນໃຈມີຜົນກະທົບຕໍ່ສັງຄົມ. ຄວາມມີໜ້າມີຕາ ເປັນສິ່ງທີ່ຫຼາຍໆຄົນຕ້ອງການ. ຄວາມກົດດັນ ຈາກຂັ້ນເທິງ ແລະ ລູກນ້ອງ ອາດສ້າງໃຫຄົນຜູ້ນັ້ນບໍ່ມີຄວາມສະຫງົບ.

ໃນຫຼັກສູດນີ້ບໍ່ໄດ້ຖືວ່າການມີຂອງວັດຖຸນັ້ນ ເປັນຄວາມທຸກ ແຕ່ໄດ້ສະແດງໃຫ້ເຫັນວ່າຄວາມສຸກທີ່ແທ້ຈິງນັ້ນບໍ່ຄວນມີເງື່ອນໄຂໃດໆທັງສີ້ນ. ຈຸດຫຼັກໆຂອງຫຼັກສູດຄືການ ສ້າງທັດສະນະຄະຕິຂອງການເປັນສຸກ ດ້ວຍການຄົ້ນຄິດເບິ່ງສະພາບພາຍໃນຂອງຕົນເອງ. ແນ່ນອນ ບໍ່ໄດ້ໃຫ້ປະຕິເສດສິ່ງດີໆຈາກສັງຄົມ ແຕ່ໄດ້ເນັ້ນໃຫ້ເຫັນວ່າ: ຕົນເອງນັ້ນແຫຼ້ ຄືຈຸດເລີ່ມຕົ້ນຂອງສຸກ ຫຼື ທຸກ.

ທ່ານຈະຕ້ອງໄດ້ສຶກສາ ແລະ ອາດນຳມາດັດປັບ ຫຼື ອາດຈະລອງເຮັດຕາມຄຳແນະນຳ ທີ່ກ່າວໄວ້ໃນຫຼັກສູດນີ້ກ່ອນ. ທີ່ແນ່ນອນ, ກໍ່ຂື້ນກັບຄວາມສາມາດຂອງແຕ່ລະຄົນ. ຫຼາຍໆຄົນທີ່ອ່ານ ແລະ ສຳນຶກໄດ້ໄວກໍ່ ຈະພົບຄວາມສຸກ ແລະ ແຮງບັນດານໃຈຈາກຕົນເອງຫຼາຍຂື້ນ.

ທຳອິດຄິດວ່າຈະເອົາຫຼັກສູດ ກ່ຽວກັບການເຮັດທຸລະກິດ ຫຼື ສາຂາຕ່າງໆທີ່ໄດ້ຮຽນມາ. ແຕ່ໃນຊ່ວງໄລຍະການສ້າງຫຼັກສູດດັ່ງກ່າວ ຂ້າພະເຈົ້າກໍ່ມີຄວາມກົດດັນ ແລະ ຕ້ອງໄດ້ເຮັດວຽກຫຼາຍອັນ ຈົນບໍ່ເປັນສຸກໃນທີ່ສຸດ. ແນວໃດກໍ່ໄດ້ນຳໃຊ້ທັກສະເກົ່າທີ່ກຳລັງຈະບອກໃນຫຼັກສູດນີ້ໃຫ້ແກ່ທ່ານໄດ້ຮັບຊາບເພື່ອວ່າອາດຈະເປັນທິດໃຫ້ທ່ານໃນການຫາຄວາມສຸກໄດ້.

ບໍ່ວ່າວຽກງານຈະຫຍຸ້ງຍາກຊຳໃດ, ບໍ່ວ່າຈະໜັກໜາຊຳໃດ ແຕ່ເມື່ອຫັນມາເບິ່ງແລ້ວ, ຂ້າພະເຈົ້າໄດ້ພົບກັບແຮງບັນດານໃຈຫຼາຍໆຢ່າງ ທີ່ມາຈາກຂ້າງໃນຕົນເອງສະເໜີ ເພື່ອເອົາຊະນະບັນຫາ, ຄວາມຢ້ານ ແລະ ສືບຕໍ່ສ້າງວຽກງານທີ່ດີໆແກ່ສັງຄົມ.

ໃນຫຼັກສູດບໍ່ໄດ້ສອນໃຜ, ແຕ່ສະແດງແນວທາງໃຫ້ທ່ານໄດ້ຄົ້ນຄິດ ແລະ ພິຈາລະນາກ່ອນປະຕິບັດ. ທ່ານສາມາດຕິດຕາມຫົວຂໍ້ອື່ນໆອີກໄດ້ທີ່ www.NorKhame.com  ຫຼື ທາງ Facebook NorKhame ນໍຄຳ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.