Norkhame
ປ່ຽນກັນຮັບ ປ່ຽນກັນຮັບ
ໃຜບໍ່ຮູ້ຈັກເບິ່ງຕົນເອງ, ຍາກທີ່ຈະຮູ້ຈຸດດີ ແລະ ອ່ອນຂອງຕົນເອງ. ຄູທີ່ສອນຕົນເອງໄດ້ດີທີ່ສຸດຄົນໜຶ່ງແມ່ນ ທັດສະນະການຮູ້ເບິ່ງຕົວເອງ. ລັກສະນະດັ່ງກ່າວ, ມັນໝາຍວ່າ ເຮົາເປີດໃຈທີ່ຈະຮັບຮູ້ຄວາມດີ ແລະ ອ່ອນ ເຊິ່ງຈະກ້າວໄປຫາການເສີມທັກສະ ແລະ ການປັບປຸງຕົນເອງ. ຄວາມຮັບຜິດຊອບຢ່າງໜຶ່ງຂອງຜູ້ຈັດການແມ່ນ ມີຄວາມສາມາດສອນວິທີການເຮັດວຽກໃຫ້ກັບພະນັກງານ ແລະ ໃຊ້ການມອບໝາຍວຽກເປັນເຄື່ອງມືໃນການສອນ. ທຸກໆຕໍາແໜ່ງບໍລິຫານ, ເປັນຕົ້ນ ຕໍາແໜ່ງເປັນຜູ້ຈັດການ ໝາຍວ່າ ຕ້ອງເປັນຄົນມີທັກສະໃດໜຶ່ງທີ່ເຄີຍປະຕິບັດ ຕອນຍັງເປັນພະນັກງານທີ່ເຮັດວຽກມາດີຕະຫຼອດ.... ປ່ຽນກັນຮັບ

ໃຜບໍ່ຮູ້ຈັກເບິ່ງຕົນເອງ, ຍາກທີ່ຈະຮູ້ຈຸດດີ ແລະ ອ່ອນຂອງຕົນເອງ. ຄູທີ່ສອນຕົນເອງໄດ້ດີທີ່ສຸດຄົນໜຶ່ງແມ່ນ ທັດສະນະການຮູ້ເບິ່ງຕົວເອງ. ລັກສະນະດັ່ງກ່າວ, ມັນໝາຍວ່າ ເຮົາເປີດໃຈທີ່ຈະຮັບຮູ້ຄວາມດີ ແລະ ອ່ອນ ເຊິ່ງຈະກ້າວໄປຫາການເສີມທັກສະ ແລະ ການປັບປຸງຕົນເອງ.

ຄວາມຮັບຜິດຊອບຢ່າງໜຶ່ງຂອງຜູ້ຈັດການແມ່ນ ມີຄວາມສາມາດສອນວິທີການເຮັດວຽກໃຫ້ກັບພະນັກງານ ແລະ ໃຊ້ການມອບໝາຍວຽກເປັນເຄື່ອງມືໃນການສອນ. ທຸກໆຕໍາແໜ່ງບໍລິຫານ, ເປັນຕົ້ນ ຕໍາແໜ່ງເປັນຜູ້ຈັດການ ໝາຍວ່າ ຕ້ອງເປັນຄົນມີທັກສະໃດໜຶ່ງທີ່ເຄີຍປະຕິບັດ ຕອນຍັງເປັນພະນັກງານທີ່ເຮັດວຽກມາດີຕະຫຼອດ. ເຂົາເຈົ້າຕ້ອງຮັບມືກັບຄົນທີ່ຖາມບັນຫາຢູ່ຕະຫຼອດເວລາວ່າຈະເຮັດວຽກແບບໃດ? ບາງເທື່ອ ຄົນເຫຼົ່ານີ້ຈົບຈາກມະຫາວິທະຍາໄລ ບາງທີ ຄົນພວກນີ້ເປັນນັກທຸລະກິດທີ່ມີປະສົບການ ແຕ່ວ່າພໍມອບໝາຍວຽກໜຶ່ງໃຫ້ພວກເຂົາ ອາດເກີດມີຄຳຖາມ ແລະ ຄວາມເຂົ້າໃຈໄປອີກແບບ. ຈົນເຮັດໃຫ້ມີການປະຕິບັດການ ນອກເໜືອສິ່ງທີ່ຄາດຫວັງ.

ຄວາມເຂົ້າໃຈຜິດໃນເລື່ອງການບໍລິຫານ. ທ່ານຄົງບໍ່ມີເວລາຫຼາຍພໍທີ່ຈະເຮັດວຽກທຸກໆຢ່າງຄົນດຽວ. ການເຮັດວຽກຄົນດຽວອາດກໍ່ໃຫ້ເກີດໂຣກຕືງຄຼຽດ ແລະ ບໍ່ເປັນການຝຶກຝົນ ຄົນອື່ນໆ ໃນສິ່ງທີ່ທ່ານມີປະສົບການ ໂດຍສະເພາະເລື່ອງງ່າຍໆ. ການເຮັດວຽກກັບຄົນອື່ນ ເປັນການເປີດໂລກທັດສະນະຂອງທ່ານຢ່າງແທ້ຈິງ. ທັງຍັງເປັນການສະແດງຄວາມເປັນຊ່ຽວຊານໃນວຽກທີ່ຫຼາກຫຼາຍ, ບໍ່ວ່າຈະເປັນວຽກນ້ອຍ ແລະ ວຽກໃຫຍ່. ເຫດຜົນທີ່ຄົນອື່ນທີ່ຢູ່ໃຕ້ບັງຄັບບັນຊາຂອງທ່ານ ກໍ່ເພາະພວກເຂົາຍັງບໍ່ໄດ້ຮຽນຮູ້ ຫຼື ຊ່ຽວຊານແບບດຽວກັນກັບທີ່ຂ້ອຍຊ່ຽວຊານ.

ວຽກຂອງການນຳຄືການເປັນຄູສອນ. ໃນຈຸດນີ້ ທ່ານຄວນໃຊ້ຮູບແບບການສິດສອນປະສົບການ ຜ່ານການມອບໝາຍໜ້າທີ່. ທ່ານຈະຮູ້ໄດ້ວ່າ ຄວາມຮັບຜິດຊອບຫຼັກຂອງທ່ານຢ່າງໜຶ່ງແມ່ນ ສອນພະນັກງານ ແລະ ຄົນທີ່ມີສັກກະຍະພາບທີ່ຈະເປັນຜູ້ຈັດການຮູ່ນຕໍ່ໄປ. ຜູ້ທີ່ຊຶ່ງເປັນລູກນ້ອງຂອງທ່ານໃນປະຈຸບັນ. ເຮົາຈໍາເປັນຕ້ອງສອນວິທີການເຮັດວຽກ ລວມທັງສອນຂະບວນການ ແລະ ຂັ້ນຕອນການເຮັດວຽກໃຫ້ກັບພະນັກງານສ່ວນໃຫຍ່. ໂດຍສະເພາະຢ່າງຍິ່ງ ພະນັກ ງານຮຸ່ນນ້ອງ. ທ່ານບໍ່ຄວນລັງເລໃຈທີ່ຈະສິດສອນ, ຫຼື ຖືວ່າເປັນການລົບກວນການເຮັດວຽກ ຫຼື ເປັນສິ່ງທີ່ບໍ່ສໍາຄັນ. ການສອນເປັນສ່ວນໜຶ່ງທີ່ສໍາຄັນຫຼາຍ ແລະ ຈໍາເປັນເພື່ອໃຫ້ທ່ານມີເວລາໃນການບໍລິຫານວຽກທັງໝົດໃນແຕ່ລະວັນ. ທ່ານຈະມີເວລາຫຼາຍຂຶ້ນໃນການວາງແຜນ, ສ້າງຍຸດທະສາດ, ຈັດສັນຄົນ ແລະ ຕັດສິນໃຈບັນຫາອື່ນໆ ຫຼື ເຮັດວຽກທີ່ສໍາຄັນ ແລະ ມີຄຸນຄ່າຫຼາຍກວ່າ. ທ່ານບໍ່ຕ້ອງຢ້ານວ່າພະນັກງານຈະເກັ່ງກວ່າ ຖ້າຕ້ອງສອນທຸກໆຢ່າງ ເພາະວຽກພວກນັ້ນ ເປັນວຽກທີ່ທ່ານຊ່ຽວຊານຢູ່ແລ້ວ.

ຈັດສັນເວລາອະທິບາຍວຽກທີ່ທ່ານຕ້ອງການມອບໝາຍ, ຕົວຢ່າງເຊັ່ນ: ຖ້າທ່ານມີກໍາລັງຈະຂໍໃຫ້ໃຜຄົນໜຶ່ງເຮັດວຽກນີ້ ທ່ານອາດເວົ້າວ່າ “ຈາກປະສົບການຂອງຂ້ອຍ ນີ້ເປັນວິທີດີທີ່ສຸດທີ່ຈະເຮັດວຽກນີ້ ຂະບວນການນີ້ ເຈົ້າຕ້ອງເລີ່ມບ່ອນນີ້ ເຮັດນີ້ ແລະ ນີ້ ແລະ ລະວັງວ່າອາດເກີດສິ່ງຫຍັງຂຶ້ນ” ນີ້ເປັນວິທີທີ່ເຮົາສອນ ແລະ ເຮັດໃຫ້ພວກເຂົາເກັ່ງຂຶ້ນໃນອະນາຄົດ. ບໍ່ຄວນຈຳກັດຮູບແບບການເຮັດວຽກແບບໃໝ່ ເພື່ອໃຫ້ບັນລຸກໜ້າທີ່ນັ້ນໆ.

ຢ່າຄິດເອົາເອງວ່າເຂົາຮູ້ຢູ່ແລ້ວ. ພະນັກງານບາງຄົນເກັ່ງຫຼາຍ. ແຕ່ຢ່າຄິດເອົາເອງວ່າ ຜູ້ໃຕ້ບັງຄັບບັນຊາຂອງເຮົາຮູ້ໃນສິ່ງທີ່ເຮົາຮູ້. ບໍ່ໝາຍວ່າຈົບປະລິນຍາສູງກວ່າທ່ານແລ້ວຈະຮູ້ໃນສິ່ງທີ່ທ່ານເຮັດ. ທັງນີ້ບໍ່ໄດ້ໝາຍວ່າການສຶກສາສາມັນບໍ່ສຳຄັນ, ການປະຕິບັດໜ້າທີ່ຕົວຈິງມັນຫຼາຍກວ່າໃບປະກາດ. ຕ້ອງປະສົມປະສານທັກສະອື່ນໆສ່ວນບຸກຄົນ. ເປັນຕົ້ນ: ຄົນທີ່ໝັ່ນ, ມຸ້ງໜັ້ນ, ແລະ ຄວາມທຸ່ນທ່ຽງ. ເປັນຕົ້ນ, ສຳລັບວຽກງານທາງລັດຖະການ, ການຮ່າງເອກສານ ແລະ ຂະບວນການປະສານງານ ເປັນສິ່ງທີ່ນັກສຶກສາຈົບໃໝ່ໆ ຕ້ອງໄດ້ຮຽນຮູ້. ບໍ່ວ່າຈະແມ່ນລະດັບໃດ. ທ່ານບໍ່ຄວນປ່ອຍໃຫ້ເຂົາເຮັດຕາມໃຈ. ເຖິງຈະບໍ່ມີຄຳຖາມກະຊ່າງ. ເພື່ອບໍ່ເປັນການຊັກຊ້າເວລາ ຫຼື ວິທີການຫາຂໍ້ມູນທີ່ຈໍາເປັນຈາກເອກະສານ ແລະ ແຫຼ່ງຂໍ້ມູນຄວາມໝາຍຂອງຄໍາສັບສະເພາະຈາກອິນເທີເນັດ.

ທ່ານຕ້ອງຊັດເຈນ ແລະ ສະເພາະເຈາະຈົງ. ຄວນບອກພະນັກງານຂອງເຮົາວ່າ ເຮົາຕ້ອງການໃຫ້ພວກເຂົາເຮັດຫຍັງ ແລະ ບອກດ້ວຍວ່າເປັນຫຍັງຈຶ່ງໃຫ້ເຮັດວຽກນີ້? ຂັ້ນຕອນນີ້ສໍາຄັນ ເນື່ອງຈາກ ຖ້າຄົນທີ່ເຮົາມອບໝາຍວຽກຮູ້ວ່າເຮົາຕ້ອງການຫຍັງ ແລະ ເປັນຫຍັງເຮົາຈຶ່ງຕ້ອງການໃຫ້ເຮັດ? ບໍ່ພຽງແຕ່ພວກເຂົາຈະເຮັດວຽກໄດ້ໄວຂຶ້ນ ແຕ່ຍັງສາມາດເຫັນຂໍ້ແຕກຕ່າງ ແລະ ຄິດອອກວ່າຈະປັບປຸງແກ້ໄຂແບບໃດ? ທ່ານຄວນເປັນຜູ້ບໍລິຫານ ທີ່ເຮັດໜ້າທີ່ໃນຖານະຄູ ແລະ ທັງຕ້ອງອົດທົນ ໃຫ້ການສະໜັບສະໜູນ ຫຼື ຊ່ວຍເຫຼືອ ແລະ ໃຫ້ກໍາລັງໃຈ. ຈື່ໄວ້ວ່າ ພວກເຂົາຕ້ອງໃຊ້ເວລາໃນການຮຽນຮູ້ ແລະ ເຊື່ອມຊືມຂໍ້ມູນໃໝ່ໆ.

ເພື່ອກວດສອບຄວາມເຂົ້າໃຈ, ທ່ານຄວນຕັ້ງຄໍາຖາມ ແລະ ສະແດງຄວາມຄິດເຫັນກັບໄປ. ຖ້າເຮົາກະຕຸ້ນຄົນອື່ນດ້ວຍການຖາມ ພວກເຂົາຈະພະຍາຍາມເຮັດວຽກເອງ. ເພື່ອເຮັດໃຫ້ເຮົາພໍໃຈ ໂດຍທີ່ພວກເຮົາບໍ່ຕ້ອງປ້ອນຂໍ້ມູນຫຍັງເຂົ້າໄປ ແລະ ກັນຄວາມເຂົ້າໃຈ, ກັນການເຮັດຜິດພາດ, ທັງການການເສຍເວລາ, ເງິນທອງຫຼາຍກວ່າ ຖ້າເຮົາບໍ່ໃຊ້ເວລາອະທິບາຍ. ທ່ານຕ້ອງໜັ່ນອະທິບາຍວຽກຢ່າງລະອຽດເສຍກ່ອນ ໃນຂະບວນການສອນ, ພ້ອມທັງເຊີນຊວນໃຫ້ມີການຖາມ ແລະ ສະແດງຄວາມຄິດເຫັນກັບໄປ ບອກພະນັກງານເຮົາວ່າ “ຖ້າມີຄໍາຖາມຫຍັງ ມາພົບຂ້ອຍໄດ້ ຖ້າມີບັນຫາ ຂ້ອຍພ້ອມທີ່ຈະຊ່ວຍ”

ທ່ານຕ້ອງກະຕຸ້ນໃຫ້ພະນັກງານຂອງຕົນເອງ ກັບມາຂໍຄໍາແນະນໍາກັບເຮົາຢູ່ຕະຫຼອດ. ຖ້າເຮົາບໍ່ແນ່ໃຈວ່າ ພວກເຂົາຈະສາມາດເຮັດວຽກໄດ້ຫຼືບໍ? ໃຫ້ເຮົາເຮັດຕາຕາລາງເວລາຄວບຄຸມດູແລວຽກ ແລະ ລາຍງານ, ເປັນຊ່ວງເວລາທີ່ເຮົາຄວນນັ່ງທົບທວນຄວາມຄືບໜ້າຂອງວຽກອາທິດ ຫຼື ແມ້ແຕ່ທຸກມື້. ຖ້າວຽກນັ້ນເປັນວຽກທີ່ສໍາຄັນແທ້ໆ. ການສອນວິທີການເຮັດວຽກໃຫ້ກັບຄົນອື່ນ ເປັນວິທີທີ່ເຮັດໃຫ້ຜົນຜະລິດເພີ່ມຂື້ນເປັນທະວີຄູນທັນທີທີ່. ເຮົາຄວນໃຊ້ເວລາສອນວິທີການເຮັດວຽກໃໝ່ຢ່າງເໝາະສົມໃຫ້ກັນແລະກັນ ເພື່ອວ່າເຮົາຈະສາມາດມອບໝາຍວຽກນັ້ນ ແລະ ຊອກວິທີການເຮັດເກົ່າໃນແບບໃໝ່, ຄົນໃໝ່ ທີ່ມີປະສິດທິຜົນ ແລະ ປະສິດທິພາບດີຂື້ນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.