Norkhame
…ຕອນຈາກລາ …ຕອນຈາກລາ
ບໍ່ມີຫຍັງເປັນຂອງເຮົາ, ຫຼື ເຮົາບໍ່ໄດ້ເປັນເຈົ້າຂອງຊີວິດໃຜ, ເຮົາມາພົບ ແລະ ກະຈາກ. ຄຳເວົ້າຂອງພະພຸດທະເຈົ້າ ປະເພດແນວນີ້ຄືແມ່ນຕົວຈິງຫຼາຍ. ການຈາກ​ລາ ມີຄຸນ​ຄ່າ​ທີ່ເຊື່ອງຊ້ອນ​ຢູ່​ໃນ​ຄວາມ​ສູນ​ເສຍ. ລອງເປີດໃຈເບິ່ງ. ພວກເຮົາຄວນຮຽນຮູ້​ຈັກ​ຮຽນ​ຮູ້​ຄຸ​ນ​ຄ່າ​ຂອງ​ການ​ຈາກ​ລາ,​ ​ທັງ​ໃນ​ຕອນ​​ຈາກ​ເປັນ ແລະ ​​ຈາກ​ຕາຍ​.​ ເພາະ​ຄວາມ​ສູນ​ເສຍ ​ຖື​ວ່າ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ໃສ່​ໃຈ​ທີ່​ຈະ​ເຮັດ​ຄວາມ​ເຂົ້າ​ໃຈ​ຢູ່​ສະ​ເຫມີ. ​ເພື່ອ​ວັນ​ຫ​ນຶ່ງ​ທຸກໆ​ຢ່າງ​ປ່ຽນ​ໄປ ​ແລະ ​ບໍ່​ໄດ້​ດັ່ງ​ຫວັງ​. ເຮົາ​ຍ່ອມ​ພ້ອມ​ທີ່​ຈະ​ຍອມ​ຮັບ​ດ້ວຍ​ໃຈ​ທີ່​ເປັນ​ກາງ ​ແລະ​ ພ້ອມ​ຈະ​ທຳ​ຄວາມ​ຮູ້​ຈັກ​ກັບ​ສິ່ງ​ໃຫ່​ມໆ​ທີ່​ຈະ​ເກີດ​ຕາມ​ມາ​ໄດ້ຢ່າງ​ລົງ​ຕົວ. ການ​ທີ່​ເຮົາ​ຈະ​ຮູ້​ຈັກ​ວ່າ​ສິ່ງ​ໃດ​ມີ​ຄ່າ... …ຕອນຈາກລາ

ບໍ່ມີຫຍັງເປັນຂອງເຮົາ, ຫຼື ເຮົາບໍ່ໄດ້ເປັນເຈົ້າຂອງຊີວິດໃຜ, ເຮົາມາພົບ ແລະ ກະຈາກ. ຄຳເວົ້າຂອງພະພຸດທະເຈົ້າ ປະເພດແນວນີ້ຄືແມ່ນຕົວຈິງຫຼາຍ. ການຈາກ​ລາ ມີຄຸນ​ຄ່າ​ທີ່ເຊື່ອງຊ້ອນ​ຢູ່​ໃນ​ຄວາມ​ສູນ​ເສຍ. ລອງເປີດໃຈເບິ່ງ.

ພວກເຮົາຄວນຮຽນຮູ້​ຈັກ​ຮຽນ​ຮູ້​ຄຸ​ນ​ຄ່າ​ຂອງ​ການ​ຈາກ​ລາ,​ ​ທັງ​ໃນ​ຕອນ​​ຈາກ​ເປັນ ແລະ ​​ຈາກ​ຕາຍ​.​ ເພາະ​ຄວາມ​ສູນ​ເສຍ ​ຖື​ວ່າ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ໃສ່​ໃຈ​ທີ່​ຈະ​ເຮັດ​ຄວາມ​ເຂົ້າ​ໃຈ​ຢູ່​ສະ​ເຫມີ. ​ເພື່ອ​ວັນ​ຫ​ນຶ່ງ​ທຸກໆ​ຢ່າງ​ປ່ຽນ​ໄປ ​ແລະ ​ບໍ່​ໄດ້​ດັ່ງ​ຫວັງ​. ເຮົາ​ຍ່ອມ​ພ້ອມ​ທີ່​ຈະ​ຍອມ​ຮັບ​ດ້ວຍ​ໃຈ​ທີ່​ເປັນ​ກາງ ​ແລະ​ ພ້ອມ​ຈະ​ທຳ​ຄວາມ​ຮູ້​ຈັກ​ກັບ​ສິ່ງ​ໃຫ່​ມໆ​ທີ່​ຈະ​ເກີດ​ຕາມ​ມາ​ໄດ້ຢ່າງ​ລົງ​ຕົວ.

ການ​ທີ່​ເຮົາ​ຈະ​ຮູ້​ຈັກ​ວ່າ​ສິ່ງ​ໃດ​ມີ​ຄ່າ ​ບາງ​ຄັ້ງ​ຕ້ອງ​ອາ​ໃສ​ການ​ຮຽນ​ຮູ້​ທີ່​ຂ້ອນ​ຂ້າງ​ຍາວ​ນານ​. ມັນເປັນ​ສິ່ງ​ທີ່​ຕ້ອງ​ຕິດ​ເກາະ​ບໍ່​ໃຫ້​ຫ່າງ. ​ຈຶ່ງ​ຈະ​ເຂົ້າ​ເຖິງ​ຄຸນ​ຄ່າ​ຂອງ​ສິ່ງ​ນັ້ນໆ​ໄດ້. ການ​ເຮັດ​ຄວາມ​ເຂົ້າ​ໃຈ​ໃນ​ຊີ​ວິດ​ກໍ​ເຊັ່ນ​ດຽວ​ກັນ​ ເຮົາ​ເອງ​ກໍ​ຕ້ອງ​ອາ​ໃສ​ອົງ​ປະກອບຫລາຍໆ​ຢ່າງ​ ເຂົ້າ​ມາ​ເປັນ​ບົນ​ທົດ​ສອບ​ ເພື່ອ​ໃຫ້​ເຮົ​າ​ຖືກ​ກະ​ຕຸ້ນ​ທີ່​ຈະ​ຕື່ນ​ຂຶ້ນ​ມາ​ເບິ່ງວ່າ​ມີ​ຫ​ຍັງ​ທີ່​ຂາດ​ຫາຍ​ໄປ​ຈາກ​ຊີ​ວິດ​ຂອງ​ເຮົາ.

ການຈາກລາ ເປັນ​ຄູ​ສອນ​ຊີ​ວິດທີ່ດີຄົນໜຶ່ງ. ມັນເຮັດ​ໃຫ້​ສະ​ຫລາດ​ຂຶ້ນ​ທຸກ​ຄັ້ງ ​ຫລື​ ໃຫ້​ເຂົ້າ​ໃຈ​ແຈ່ມ​ແຈ້ງ ​ໃນ​ສັດ​ຈະ​ທຳ​ຫລາຍກວ່າ​ເກົ່າ ​ເຊິ່ງ​ເປັນ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ ​ແລ້ວ​ສາ​ມາດ​ກະ​ຕຸກ​ຕົວ​ເຮົາ​ໃຫ້​ຮູ້​ຈັກຄິດ​ໄດ້ ມັນ​ກໍ​ຄືການ​ຈາກ​ລາ​ຫລື​ຄວາມ​ພັດ​ພາກ.

​ຫາກ​ເບິ່ງ​ຮອບ​ຕົວ​ ຈະມີການໜູນວຽນເວລາ ແລະ ສິ່ງຂອງຕ່າງ​ໆຫມຸນ​ວຽນ​ປ່ຽນ​ໄປ​ຢູ່​ຕະ​ຫລອດ​ເວ​ລາ. ຊີ້ໃຫ້​ເຫັນ​ວ່າ ​ຫາກ​ມີ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ຈາກ​ການ​ຈາກ​ລາ ​ຫລື​ ຄວາມ​ພັດ​ພາກ​ມາ​ຖາມສະບາຍດີເຮົາ​, ຄົນມັກ​ຈະ​ໄດ້​ຍອມເສຍ​ຢົດ​ນ້ຳ​ຕາ ​ຄືກັບເປັນການບອກ​ໃຫ້​ຮູ້​ວ່າ ສິ່ງ​ນັ້​ນ​ມີ​ຄວາມ​ຫມາຍ​ຕໍ່​ຊີ​ວິດ​ພຽງ​ໃດ? ແຕ່​ຖ້າ​ຫາກ​ຮູ້​ຈັກ​ເບິ່ງ​ໃຫ້​ໄກ​ກວ່າ​ນີ້​ ການ​ເບິ່ງ​ເຫັນ​ຄຸນ​ຄ່າ​ຂອງກ​ານ​ຈາກ​ລາ​ ແລ້ວ​ຮູ້​ຈັກ​ຊີ​ວິດ​ຂອງ​ຕົວ​ເອງ​ ແລະ​ ຄົນ​ທີ່​ເຮົາ​ຮັກ​ຢ່າງ​ສະ​ຫ​ນິດ​ໃຈ​ຈະ​ເຫັນ​ໄດ້​ວ່າ​ການ​ເຂົ້າ​ເຖິງ​ທຳ​ມະ​ຊ​າດ​ຂອ​ງ​ຄວາມ​ປ່ຽນ​ແປງ ​ຄື​ສິ່ງ​ທີ່​ຊ່ວຍ​ເຕື​ອນສະ​ຕິຂອງ​ເຮົາ ​ແລະ ​ກະ​ຕຸ້ນ​ໃຫ້​ຊີ​ວິດ​ມີ​ພັດ​ທະ​ນາ​ການ​ທີ່​ເຕີບ​ໂຕ​ຢູ່​ຕະ​ຫລອດ​ເວ​ລາ.

ເພາະ​ຄວາມ​ຈິງ​ຂອງ​ການ​ປ່ຽນ​ແປງ​ ບໍ່​ວ່າ​ຈະ​ເປັນ​ອາ​ຍຸ​ໄຂ​ທີ່​ປ່ຽນ​ໄປ ​ຄວາມ​ເຈັບ​ໄຂ້​ທີ່​ມີມາ ຫລື​ ຄວາມ​ຕາຍ, ມັນສະ​ແດງວ່າ​ ທຸກ​ຢ່າງ​ໄດ້​ຍຸດ​ຕິ​ບົດ​ບາດ​ລົງ. ສິ່ງ​ເຫລົ່າ​ນີ້​ຄື​ການ​ຈາກ​ລາ​ທີ່​ເກີດ​ຂຶ້ນ​ຢູ່​ທຸກ​ເມື່ອ. ຫາກ​ຮູ້​ຈັກ​ເບິ່ງວ່າ​ນີ້​ຄື​ຄູ​ ການ​ເວ​ລ​າ​ທີ່​ຄອຍ​ສອນ​ເຮົາ​ຢູ່​ທຸກ​ຄະ​ນະ ຄົນ​ເຮົາ​ຜູ້​ຊື່​ວ່າເປັນ​ນັກ​ຮຽນ​ຊີ​ວິດ ກໍ​ຄວນ​ທີ່​ຈະ​ເຝົ້າ​ຖາມ​ຕົວ​ເອງ​ໃຫ້​ຫລາຍ​ຂຶ້ນ.​ເພື່ອ​ໃຫ້​ຄູ​ຊ່ວຍ​ຕອບ​ຄຳ​ຖາມ​ຄາ​ໃຈ ​ໃຫ້​ກະ​ຈ່າງ​ແຈ້ງ. ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ພ້ອມ ​ທີ່​ຈະ​ສຶກ​ສາ​ບົດ​ຮ​ຽນ​ທີ່​ຍາກ​ຂຶ້ນ​ຕໍ່​ໄປ.

ແຕ່​ຄົນ​ເຮົາ​ມັກ​ຈະ​ໄດ້​ຮັບ​ຄຳ​ຕອບ ​ກໍ​ຕໍ່​ເມື່ອ​ການ​ຈາກ​ລາ​ມາ​ຍູ້ໃຫ້​ເກີດ​ການ​ປ່ຽນ​ແປງ​ທີ່​ຫ​ນັກ​ຫ​ນ່ວງ ​ເຊິ່ງ​ເປັນ​ການ​ປ່ຽນ​ຖ່າຍ​ຈາກ​ສິ່ງເກົ່າໆ ​ເພື່​ອ​ໄປ​ຫາ​ສິ່ງ​ໃຫ່​ມ​ດ້ວຍ​ວິ​ທີ​ທີ່​ຮຸນ​ແຮງ​. ຈົນ​ບາງ​ຄັ້ງ​ຍາກ​ເກີນ​ຈະ​ຮັບ​ມື​ໃຫວ ແລະ​ ຄວາມ​ຈິງ​ກໍ່​ມັກ​ສອນ​ໄວ້​ສະ​ເຫມີ​ວ່າ ​ຕາບ​ໃດ​ທີ່​ເຮົາ​ຍັງ​ຈົມ​ຢູ່​ກັບ​ຄວາມ​ບໍ່​ຮູ້​ອີກ ​ທັ້ງ​ບໍ່​ຮູ້​ຈັກ​ກະ​ຕຸ້ນ​ເຕື​ອນ​ຕົວ​ເອງ​ໃຫ້​ເປັນ​ນັກ​ສຶກ​ສາ​ຊີ​ວິດ​ທີ່​ດີ​ ຕາບ​ນັ້ນ​ເຮົາ​ກໍ​ຕ້ອງ​ນ້ຳ​ຕາ​ຕົກ​ສະ​ເຫມີ​ທີ່​ເຫັນ​ການ​ຈາກ​ລາ.

ເປັນ​ສະ​ເຫມືອນ​ການ​ຕອກ​ຢ້ຳ​ວ່າ​ ຫາກ​ບໍ່​ຮູ້​ຈັກ​ໃສ່​ໃຈ​ທີ່​ຈະ​ເບິ່ງ​ແຍງ​ຊີ​ວິດ​ດ້ວຍ​ຄວາມ​ຮັກ ​ເຮົາ​ກໍ​ຄົງ​ຕ້ອງ​ຕົກ​ເປັນ​ເຍື່ອ​ຂອງ​ຊີ​ວິດ ​ໂດຍ​ມີ​ຄວາມ​ພັດ​ພາກ​ຄອຍ​ຫລອກ​ຫລອນ​ຈົນ​ວັນ​ຕາຍ​ສະ​ເຫມີ. ເພາະ​ຊີ​ວິດ​ບໍ່​ແມ່​ນ​ສິ່ງ​ທົດ​ລອງ​ ທີ່​ຕ້ອງ​ລອງ​ແລ້ວ​ລອງ​ອີກ​ ແລ້ວ​ຄອຍ​ສະ​ຫລາດ​ຂຶ້ນ. ​ແຕ່​ຊີ​ວິດ​ທີ່​ເບາະ​ບາງ​ເກີນກວ່າ​ທີ່​ຈະ​ນຳ​ໄປ​ກະ​ທົບ​ກັບ​ ບັນ​ຫາ​ຕ່າງໆ​ໂດຍ​ທີ່​ບໍ່​ມີ​ບັນ​ຫາ​ຄອຍ​ຊີ້​ນຳ​ທາງ​ແຕ່​ຢ່າງ​ໃດ. ແຕ່​ຊີ​ວິດ​ເປັນ​ສິ່ງ​ທີ່​ຕ້​ອງ​ເຝົ້າ​ຖະ​ຫນອມ​ຮັກ​ສາ​ໃຫ້​ເກີດ​ຄຸນ​ຄ່າ​ໃນ​ທຸກ​ໂມງ​ຍາມ ​ຂອງກ​ານ​ເວ​ລາ​ ໃຫ້​ພົບ​ກັບ​ພາ​ວະ​ທີ່​ສ່ຽງ​ຕໍ່​ບັນ​ຫາ ​ທີ່​ຈະ​ເຂົ້າ​ມາ​ກ່ຽວ​ພັນ ​ແລ້ວ​ເຮັ​ດ​ໃຫ້​ຊີ​ວິດ​ຊັກນຳ​​ໄປ​ສູ່​ຫລຸມ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ.

ເພາະ​ຊີ​ວິດ​ຂອງ​ເຮົາ​ກໍ​ ບໍ່​ຕ່າງ​ຈາກ​ການ​ຮຽນ​ວິ​ຊາ​ຫ​ນຶ່ງ ​ທີ່​ຕ້ອງ​ເຮັດ​ຄວາມ​ເຂົ້າ​ໃຈ​ ໃຫ້​ຄົບ​ຖ້ວນ​. ອາດ​ເປັນ​ວິ​ຊາ​ທີ່​ຍາກ​ແລະ ​ມີ​ຄວາມ​ຊັບ​ຊ້ອນ​ຫລາຍກວ່າ​ວິ​ຊາ​ອື່ນ. ​ແຕ່​ຂຶ້ນ​ຊື່​ວ່າ​ເປັນ​ນັກ​ສຶກ​ສາ​ແລ້ວ ​ເຮົາ​ກໍ​ຄວນ​ທີ່​ຈະ​ເຮັດ​ຄວາມ​ຮູ້​ຈັກ​ດ້ວຍ​ຄວາມ​ໃສ່​ໃຈ​ກັບ​ມັນ. ເພາະ​ເມືຶ່ອ​ເຮັດ​ຄວາມ​ຄຸ້​ນ​ເຄີຍ​ກັບ​ບົດ​ຮຽນ​ຊີ​ວິດ​ຢູ່​ຕະ​ຫລອດ ​ໂດຍ​ມີ​ສະ​ຕິ​ຄອຍ​ຊີ້​ນຳ​ແສງ​ສະ​ຫວ່າງ​ແຫ່ງ​ຄຳ​ຕອບ ​ມາ​ມອບ​ໃຫ້​ເຮົາ​ຍ່ອມມີ​ໂອ​ກາດ​ທີ່​ຈະ​ຮູ້​ຈັກ​ຊີ​ວິດ​ທັງ​ທີ່​ເປັນ​ພາຍນອກ ​ແລະ​ ຈິດ​ໃຈ​ພາຍ​ໃນ​ ດ້ວຍ​ຄວາມ​ເປັນ​ມິດ​ຫລາຍ​ຂຶ້ນ. ເປັນ​ການ​ວິ​ໃຈ​ທີ່​ໃຫ້​ເຮົາ​ໄດ້​ເບິ່ງ​ເຫັນ​ລາຍ​ລະ​ອຽດ ​ທີ່ເຊື່ອງ​ຊ້ອນ​ຢູ່​ໃນ​ນັ້ນ ແລະ​ເພື່ອ​ຕຽມ​ຄວາ​ມ​ພ້ອມ​ທີ່​ຈະ​ຍອມ​ຮັບ ​ໃນ​ສິ່ງ​ທີ່​ກຳ​ລັງ​ປ່ຽນ​ແປງ​ໄປ​ຢ່າງ​ຮູ້​ເທົ່າ​ທັນ​ ບໍ່​ວ່າ​ສິ່ງນັ້ນໆ​ ຈະ​ມີ​ຈຸດ​ຈົບ​ເປັນ​ແນວ​ໃດ.

ດັ່ງ​ນັ້ນ​, ການ​ຮູ້​ຈັກ​ຮຽນ​ຮູ້​ຄຸ​ນ​ຄ່າ​ຂອງກ​ານ​ຈາກ​ລາ​ ທັ້ງ​ໃນ​ແງ່​ຂອງ​ການ​ເປັນ​ເພາ​ະຕ້ອງ​ພັດ​ພາກ ​ແລະ ​ຈາກ​ຕາຍ ​ເພາະ​ຄວາມ​ສູນ​ເສຍ ​ຖື​ວ່າ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ໃສ່​ໃຈ​ທີ່​ຈະ​ເຂົ້າ​ໃຈ​ຢູ່​ຕະ​ຫລອດ. ຍິ່​ງ​ເຮົາ​ເຂົ້າ​ໃຈ​ ທັງ​ຈູດ​ເລີ່ມ​ຕົ້ນ​ຂອງ​ການ​ເກີດ​ຂຶ້ນ ​ແລະ ​ສິ້ນ​ສຸດ​ ຂອງ​ການ​ຈາກ​ລາ​ ຫລາຍ​ເທົ່າ​ໃດ, ​​ມື້​ຫ​ນຶ່ງມື້ນັ້ນ ​ທຸກ​ຢ່າງ​ປ່ຽນ​ແປງ​ ແລະ ​ບໍ່​ໄດ້​ດັ່ງ​ຫວັງ​, ຄົນເຮົາ​ຍອມ​ທີ່​ຈະ​ຮັບ​ຮູ້​ດ້ວຍ​ໃຈ​ທີ່​ເປັນ​ກາງ ​ແລະ ​ພ້ອມ​ທີ່​ຈະ​ເຮັດ​ຄວາມ​ຮູ້​ຈັກ​ກັບ​ສິ່ງ​ໃຫ່​ມໆ​ທີ່​ຈະ​ເກີດ​ຕາມ​ມາ​ແລ້​ວ,​ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ໃນ​ທຸກ​ມິ​ຕິ​ຂອງ​ການ​ປ່ຽນ​ແປງ​ ບໍ່​ວ່າ​ການ​ຈາກ​ລາ​ນັ້ນ​ຈະ​ວຽນ​ຜ່ານ​ເຂົ້າ​ມາ​ໃນ​ຊີ​ວິດ​ຈັກ​ຄັ້ງ​ກໍ​ຕາມ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.