Norkhame
ກິນຜ່ານຈໍ ກິນຜ່ານຈໍ
ໂຄວິດ ສັ່ງໃຫ້ຢູ່ເຮືອນ. ໃຜໆກະຕື່ນຂື້ນມາແລ້ວກະຮີບໄປເຮັດວຽກທີ່ຕົນເອງມັກ ເພື່ອປະກອບສ່ວນໃນການສ້າງສາ, ພັດທະນາ, ລາຍໄດ້ ແລະ ພັດທະນາທັກສະໃໝ່. ສະພາບການໂຄວິດ, ເຮັດໃຫ້ຄົນທີ່ຮີບຮ້ອນໃນແຕ່ລະວັນ ຕ້ອງຢູ່ເຮືອນ ເພື່ອຫຼກລ່ຽງ ຄວາມສ່ຽງໃນການຕິດໂລກ ແລະ ສະກັດກັ້ນການແຜ່ລະບາດ. ເມື່ອໃຫຍ່ໆ, ເຊັ່ນ ນິວເດລີ (ອິນເດຍ), ໂຕກຽວ (ຍີ່ປຸ່ນ), ອີດສຕັນບູ (ເຕີກີ້) ແລະ... ກິນຜ່ານຈໍ

ໂຄວິດ ສັ່ງໃຫ້ຢູ່ເຮືອນ. ໃຜໆກະຕື່ນຂື້ນມາແລ້ວກະຮີບໄປເຮັດວຽກທີ່ຕົນເອງມັກ ເພື່ອປະກອບສ່ວນໃນການສ້າງສາ, ພັດທະນາ, ລາຍໄດ້ ແລະ ພັດທະນາທັກສະໃໝ່. ສະພາບການໂຄວິດ, ເຮັດໃຫ້ຄົນທີ່ຮີບຮ້ອນໃນແຕ່ລະວັນ ຕ້ອງຢູ່ເຮືອນ ເພື່ອຫຼກລ່ຽງ ຄວາມສ່ຽງໃນການຕິດໂລກ ແລະ ສະກັດກັ້ນການແຜ່ລະບາດ. ເມື່ອໃຫຍ່ໆ, ເຊັ່ນ ນິວເດລີ (ອິນເດຍ), ໂຕກຽວ (ຍີ່ປຸ່ນ), ອີດສຕັນບູ (ເຕີກີ້) ແລະ ອື່ນໆ.

ໂຄໂຣນາ ຕັດແຍກສາຍພົວພັນຄົນກັບຄົນໃນສັງຄົມ. ເຮັດໃຫ້ຄົນໂດດດ່ຽວ ແລະ ຕ້ອງລະວັງການຢູ່ໃກ້ກັນແລະກັນ. ມີຂ່າວຜົວເມຍຕິດ ແລະ ຕ້ອງແຍກທີ່ພັກ. ຫຼື ຜົວທີ່ໄປຕ່າງປະເທດ, ຍອມບໍ່ເຂົ້າເຮືອນ ເປັນເວລາ 14 ວັນ. ເພາະຢ້ານພະຍາດ ທຳຮ້າຍຄົນຮັກຕົນເອງ. ຜູ້ສູງອາຍຸແລະຜູ້ທີ່ມີຄວາມສ່ຽງຫຼາຍ. ການບໍ່ລະວັງຕົວ ເປັນການຈົງໃຈ ທຳຮ້າຍຊີວິດຄົນອື່ນແບບບໍ່ຮູ້ຕົວ. ລັດຖະບານໃນທົ່ວໂລກ ກຳລັງຮຽກຮ້ອງໃຫ້ພົນລະເມືອງໃຫ້ຢູ່ຫ່າງໃກກັນ ແລະກັນ, ເພື່ອຢຸດການແຜ່ກະຈາຍຂອງ ໂຄວິດ-19.

ອົງການອານາໄມໂລກ ໃຫ້ເຫດຜົນຢ່າງຈະແຈ້ງວ່າເປັນຫຍັງພວກເຮົາຈຳເປັນຕ້ອງຢູ່ຫ່າງໄກຈາກກັນແລະກັນ. ການໂດດດ່ຽວແມ່ນ ວິທີກັນບໍ່ໃຫ້ສັງຄົມມີຄວາມສ່ຽງຕໍ່ການລະບາດ ແລະ ກະເພື່ອຊີວິດຂອງທ່ານເອງ. ການຢູ່ເຮືອນ ບໍ່ແມ່ນເລື່ອງເຫງົາ ແລະ ໂດດດ່ຽວ. ທ່ານສາມາດສ້າງກິດຈະກຳໃນຊ່ວງນີ້ ທີ່ທ່ານອາດບໍ່ມີເວລາມາກ່ອນ. ກິດຈະກຳແກ້ເຫງົາໃນຊ່ວງນີ້ປະກອບມີ:

ເບິ່ງຮູບເງົາທາງອອນໄລ – ບໍ່ຈຳເປັນໄປໂຮງໜັງ. ເຊື່ອວ່າ ຈໍທໍລະພາບຂອງທ່ານຄົງໃຫຍ່ພໍ. ບາງຄົນມີເຄື່ອງສຽງຄົບຊຸດ. ເຮັດໃຫ້ການເບິ່ງ ໜັງມີພາບຄົມຊັດບໍ່ນ້ອຍໜ້າໂຮງໜັງ. ເຕັກໂນໂລຢີໄດ້ເຮັດໃຫ້ທ່ານສາມາດເບິ່ງໜັງໄດ້ຈາກຫຼາຍໆເວັບໄຊ໊. ທັງໄດ້ລ້າ ແລະ ເສຍເງິນ. ພິເສດ, ໃນປະຈຸບັນ, ມີຫຼາຍເວັບໄຊ໊ ຫຼຸດລາຄາໃນການເຂົ້າເປັນສະມາຊິກ ເພື່ອຊຸກຍູ້ໃຫ້ຄົນຢູ່ເຮືອນເບິ່ງໜັງ, ຟັງເພງ. ທ່ານອາດບໍ່ເຄີຍມີເວລາແນວນັ້ນມາກ່ອນ. ໜ້າຈະໃຊ້ໂອກາດນີ້. ຈົນກວ່າສະຖານະການຈະດີຂື້ນ. ທ່ານສາມາດຫລີ້ນວີດີໂອເກມໃນເວລາດຽວກັນຮ່ວມກັບຄົນອື່ນໆທາງອອນໄລ ແລະ ແມ້ແຕ່ກິນອາຫານ ຫລື ດື່ມພ້ອມກັນໃນຂະນະທີ່ທ່ານເບິ່ງໂທລະພາບ, ໜັງ, ຟັງເພງ. ບໍລິສັດ Netflix ມີນະໂຍບາຍ ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມໂຍງກັບໝູ່ເພື່ອນ ແລະ ເບິ່ງຮູບເງົາຮ່ວມກັນໃນໄລຍະທາງໄກ.

ຮັກສາຕົນ – ພວກເຮົາຫຼາຍຄົນເຮັດໃນເຮືອນ ຫຼື ບໍ່ໄດ້ເຮັດວຽກເລີຍ. ທ່ານໜ້າຈະໃຊ້ເວລາໃນການເບິ່ງແຍງຕົວທ່ານເອງ. ເປັນຕົ້ນການກິນອາຫານເຊົ້າປະຈຳ, ແທນການຟ້າວໄປການ. ການກິນເຂົ້າເຊົ້າເຮັດໃຫ້ສຸກກະພາບແຂງແຮງ, ມີພູມຕ້ານທານ. ບາງຄົນບໍ່ມີເວລາແຕ່ງກິນເຂົ້າຄໍ່າ ຈົນເຮັດໃຫ້ກິນອາຫານສຳເລັດຮູບ ຫຼື ກິນເຂົ້າຄໍ່າຊ້າ, ນີ້ກໍ່ຈະເປັນຜົນເສຍຕໍ່ສຸກກະພາບ. ລອງໃຊ້ເວລານີ້, ທົບທວນການກິນຂອງທ່ານ. ໃຊ້ເວລາທົບທວນສິ່ງ ເລັກໆນ້ອຍໆແນວນີ້, ຈະເປັນຜົນດີແກ່ການດຳລົງຊີວິດ.

ອ່ານປື້ມທາງອອນໄລ – ຄົນມີເວລາຫຼາຍຂື້ນ. ເພື່ອແກ້ເຫງົາ, ທ່ານອາດຊອກແນວອ່ານທີ່ທ່ານມັກທາງເວັບໄຊ໊. ເຊິ່ງສາມາດເຮັດໄດ້ງ່າຍ. ທ່ານອາດບໍ່ມີເວລາອ່ານແນວທ່ານມັກ. ເພາະຕ້ອງເຮັດວຽກຢ່າງດຽວ. ມີບາງເວັບໄຊ໊, ທ່ານສາມາດຮຽນວິທີການ ໃໝ່ໆ ເພື່ອສ້າງທັກສະ ໃນການເຮັດວຽກດີຂື້ນ. ການສຶກສາຂໍ້ມູນເພີ່ມເຕີ່ມ, ຈະຊ່ວຍໃຫ້ທ່ານໄດ້ມີເວລາ ພັກສະໜອງ ຈາກການເຮັດວຽກ ສຸມໃສ່ການງານພຽງແຕ່ຢ່າງດຽວ.

ສຳພັດແສງແດດ ແລະ ອອກກຳລັງກາຍ – ໃນຂະນະທີ່ພວກເຮົາເກັບຕົວຢູ່ໃນເຮືອນ ແລະ ຫ່າງໄກຈາກສັງຄົມ, ການໄປຢູ່ຂ້າງນອກກັບທຳມະຊາດໃນ ສວນເຮືອນ ຈະເປັນຜົນດີແກ່ຮ່າງກາຍ, ເຖິງຈະເປັນເວລານ້ອຍໆກໍ່ຕາມ. ສຳລັບຄົນມີທີ່ດິນໃຫຍ່, ທ່ານສາມາດໄປຍ່າງຫຼິ້ນໃນສວນຂອງທ່ານເອງ, ແລະປ່ອຍໃຫ້ສິ່ງແວດລ້ອມທຳມະຊາດຜ່ອນຄາຍທ່ານ.

ພົບປະກັນທາງອອນໄລ – ອິນເຕີເນັດເຮັດໃຫ້ຄົນເຊື່ອມຕໍ່ສື່ສານໄດ້ງ່າຍຂື້ນ. ເຖິງວ່າຈະມີຢ່າງຈຳກັດກໍ່ຕາມ, ການປະຊຸມທາງວິດີໂອໄດ້ມີ ການນຳໃຊ້ຫຼາຍຂື້ນ, ແລະ ໄດ້ຮັບຄວາມນິຍົມກ່ອນການແຜ່ລະບາດ. ແນະນໍາວິທີການ ທີ່ຈະຕິດຕໍ່ພົວພັນກັບ ໝູ່ ເພື່ອນ ແລະ ຄອບຄົວ. ທ່ານສາມາດເຊື່ອມຕໍ່ກັບຄົນທີ່ສົນໃຈ ໃນການອອກກຳລັງກາຍ ເພື່ອສົນທະນາແລກປ່ຽນ ຮູບແບບການອອກກຳລັງກາຍ, ຫຼື ແມ່ບ້ານ ອາດສົນໃຈວິທີການແຕ່ງກິນ ກໍ່ສາມາດແລກປ່ຽນປະສົບການ ໂດຍບໍ່ຕ້ອງເດີນທາງໄປຫາກັນ.

ຮູບແບບການນຳໃຊ້ເຕັກໂນໂລຍີ່ສື່ສານທາງອອນໄລ ເຂົ້າໃນວຽກງານ, ການດຳລົງຊີວິດ, ຮຽນຮູ້ ແລະ ພົວພັນ ຈະຖືກນຳໃຊ້ຫູາຍຂື້ນໃນຍຸກດິຈິຕໍ. ໂຄວິດ ເປັນເຫດການໜຶ່ງ ພັກດັນໃຫ້ຄົນ ເລີ່ມນໍາໃຊ້ການສື່ສານທາງ ອອນໄລຫຼາຍຂື້ນແບບບໍ່ເຄີຍມີມາກ່ອນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.