Norkhame
ສິ່ງທີ່ທ່ານຈະໄດ້ ສິ່ງທີ່ທ່ານຈະໄດ້
ຄົນຈະມີຄວາມສຸກຫຼາຍ ໃນເວລາບັນລຸໜ້າທີ່ວຽກງານ ແລະ ໄດ້ສິ່ງຂອງທີ່ຕ້ອງການ. ໃນງານແຕ່ງດອງ ໜ້າຈະເປັນວັນທີ່ມີຄວາມສຸກທີ່ສຸດຂອງຄູ່ບ່າວສາວ. ໃນວັນຮັບໃບປະກາດສະນີຍາບັດ ເປັນວັນທີ່ພໍ່ແມ່ ແລະ ນັກຮຽນທຸກໆຄົນຕ່າງດີໃຈ. ໃນວັນແຫ່ງຄວາມຮັກ ຄົນຮັກມັກຈະໃຫ້ຂອງຂັວນ ແລະ ການປະຕິບັດເພື່ອເອົາໃຈຄົນຮັກ. ເຮົາຕ່າງຄາດຫວັງໃຫ້ມີສິ່ງນັ້ນ ສິ່ງນີ້ເກີດຂື້ນເພື່ອວ່າຕົນຈະໄດ້ມີຄວາມສຸກ. ແຕ່ກ່ອນຈະມີວັນແຕ່ງງານ, ກ່ອນຈະໄດ້ຈົບການສຶກສາ, ກ່ອນຈະໄດ້ໜ້າທີ່ຕຳແໜ່ງ, ກ່ອນຈະໄດ້ພົບຄູ່ຊີວິດ ຄົນເຮົາຈະເຮັດແນວໃດຈິ່ງຈະໃຊ້ຊີວິດປະຈຳວັນໃຫ້ເປັນສຸກ, ມີແຮງບັນດານໃຈ ແລະ ບັນລຸເປົ້າໝາຍໃນທີ່ສຸດ.... ສິ່ງທີ່ທ່ານຈະໄດ້

ຄົນຈະມີຄວາມສຸກຫຼາຍ ໃນເວລາບັນລຸໜ້າທີ່ວຽກງານ ແລະ ໄດ້ສິ່ງຂອງທີ່ຕ້ອງການ. ໃນງານແຕ່ງດອງ ໜ້າຈະເປັນວັນທີ່ມີຄວາມສຸກທີ່ສຸດຂອງຄູ່ບ່າວສາວ. ໃນວັນຮັບໃບປະກາດສະນີຍາບັດ ເປັນວັນທີ່ພໍ່ແມ່ ແລະ ນັກຮຽນທຸກໆຄົນຕ່າງດີໃຈ. ໃນວັນແຫ່ງຄວາມຮັກ ຄົນຮັກມັກຈະໃຫ້ຂອງຂັວນ ແລະ ການປະຕິບັດເພື່ອເອົາໃຈຄົນຮັກ. ເຮົາຕ່າງຄາດຫວັງໃຫ້ມີສິ່ງນັ້ນ ສິ່ງນີ້ເກີດຂື້ນເພື່ອວ່າຕົນຈະໄດ້ມີຄວາມສຸກ. ແຕ່ກ່ອນຈະມີວັນແຕ່ງງານ, ກ່ອນຈະໄດ້ຈົບການສຶກສາ, ກ່ອນຈະໄດ້ໜ້າທີ່ຕຳແໜ່ງ, ກ່ອນຈະໄດ້ພົບຄູ່ຊີວິດ ຄົນເຮົາຈະເຮັດແນວໃດຈິ່ງຈະໃຊ້ຊີວິດປະຈຳວັນໃຫ້ເປັນສຸກ, ມີແຮງບັນດານໃຈ ແລະ ບັນລຸເປົ້າໝາຍໃນທີ່ສຸດ. ສິ່ງທີ່ທ່ານກຳລັງຈະສຶກສາຕໍ່ໄປນີ້ ເປັນອີກວິທີໜຶ່ງທີ່ຂ້າພະເຈົ້າໄດ້ນຳມາໃຊ້ ໃນວຽກງານໜ້າທີ່ປະຈຳວັນ ເພື່ອສ້າງໃຫ້ຕົນເອງມີການຄົ້ນຄິດ ແລະ ສ້າງຄວາມກ້າວໜ້າແບບບໍ່ຂາດສາຍ. ຫວັງວ່າໜ້າຈະເປັນປະໂຫຍດສຳລັບຫຼາຍໆທ່ານ.

7 ສິ່ງທີ່ທ່ານໄດ້ຈາກການສຶກສາໃນທີ່ນີ້ມີຄື:
1. ຄວາມຄິດ ຄືຈຸດສ້າງຄວາມສຸກ ແລະ ຄວາມທຸກ
2. ພົບຄວາມສຸກແບບບໍ່ຈຳກັດຈາກພາຍໃນຕົວຕົນທ່ານເອງ
3. ມີແຮງບັນດານໃຈໃນການເຮັດວຽກທີ່ທ່ານຮັກ
4. ເອົາຊະນະຄວາມຢ້ານ ໃນການດຳເນີນຊີວິດ ແລະ ເລີ່ມງານໃໝ່ໆ
5. ມີກຳລັງໃຈໃນການສຶກສາ ແລະ ປະຕິບັດໜ້າທີ່ດ້ວຍຄວາມສຸກ
6. ຄົ້ນພົບ ເຫັນວ່າຄວາມສຸກ ເກີດຂື້ນໄດ້ທຸກໆວິນາທີ ເຖິງວ່າຈະບໍ່ໄດ້ໃນສິ່ງທີ່ຕ້ອງການ
7. ວິທີການດຳລົງຊີວິດແບບໃໝ່ທີ່ຈະເຮັດໃຫ້ທ່ານເປັນສຸກໄດ້ທຸກໆວິນາທີ

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.