Norkhame
ເພີ່ມອີກກົດ ເພີ່ມອີກກົດ
ຫຼັກການ ການຕະຫຼາດ 4ພີ, ທີ່ໄດ້ກ່າວມາກ່ອນໜ້ານີ້ ກະໄດ້ມີການເສີມແນວຄິດອີກ ເພື່ອໃຫ້ທັນກັບສະພາບ ການຕະ ຫຼາດ. ຕົວຈິງແລ້ວອາດມີຫຼາຍກວ່າ ຫຼັກການ 7ພີ ເພື່ແເຮັດໃຫ້ແຜນການຕະຫຼາດມີຄວາມອຸດົມສົມບູນຍິ່ງຂື້ນ. 7Ps ກໍ່ແມ່ນມາດຕະຖານເຊັ່ນດຽວກັນກັບ  ຂອງ 4Ps  (ຜະລິດຕະພັນ, ການວາງລາຄາ, ສະ ຖານທີ່, ແລະ ການໂຄສະນາ). ດັ່ງທີ່ໄດ້ກ່າວມາແລ້ວຂ້າງເທິ່ງ, ບາງຄັ້ງຍັງມີ... ເພີ່ມອີກກົດ

ຫຼັກການ ການຕະຫຼາດ 4ພີ, ທີ່ໄດ້ກ່າວມາກ່ອນໜ້ານີ້ ກະໄດ້ມີການເສີມແນວຄິດອີກ ເພື່ອໃຫ້ທັນກັບສະພາບ ການຕະ ຫຼາດ. ຕົວຈິງແລ້ວອາດມີຫຼາຍກວ່າ ຫຼັກການ 7ພີ ເພື່ແເຮັດໃຫ້ແຜນການຕະຫຼາດມີຄວາມອຸດົມສົມບູນຍິ່ງຂື້ນ.

7Ps ກໍ່ແມ່ນມາດຕະຖານເຊັ່ນດຽວກັນກັບ  ຂອງ 4Ps  (ຜະລິດຕະພັນ, ການວາງລາຄາ, ສະ ຖານທີ່, ແລະ ການໂຄສະນາ). ດັ່ງທີ່ໄດ້ກ່າວມາແລ້ວຂ້າງເທິ່ງ, ບາງຄັ້ງຍັງມີ 3Ps ເສີມຕື່ມອີກ, ເຊິ່ງ ລວມເປັນ 7 ແລະ ເປັນທີ່ຮັບຮູ້ກັນວ່າ: ເປັນການຂະຫຍາຍຕົວຂອງ ການຕະຫຼາດປະສົມ. ປະກອບມີດັ່ງນີ້ີ:

1. ຄົນ (People) : ທຸກໆຄົນທີ່ເຂົ້າມາຕິດຕໍ່ ເຮັດການຄ້າຈະຖຶກ ນຳເຂົ້າໄປຕີລາຄາ ເປັນຄວາມ ພຶງພໍໃຈຕໍ່ການບໍລິການທັງໝົດ. ບໍ່ວ່າຈະເປັນພາກສ່ວນໃດຂອງບໍລິສັດທ່ີ ໃຫ້ການສະ ໜັບສະໜູນການບໍລິການ ຂອງຜະລິດຕະພັນໃດໜຶ່ງ ຫຼື ລວມເອົາການບໍລິການທັງ ໝົດຂອງບໍລິສັດ. ຕາມທຳມະດາແລ້ວຄົນທຸກໆຄົນມີຄວາມສຳຄັນ ເພາະວ່າໃນທັດສະ ນະຂອງລູກຄ້າ ພະນັກງານໃຫ້ບໍລິການບໍ່ສາມາດຕັດແຍກອອກຈາກ ການບໍລິການທັງ ໝົດໄດ້. ຜົນສືບເນື່ອງຕໍ່ມາຄື ເຂົາເຈົ້າຕ້ອງໄດ້ຮັບການເຝິກອົບຮົມ ທີ່ເໜາະສົມ, ມີແຮງບັນດານໃຈທີ່ດີ ແລະ ເປັນບຸກຄົນທີ່ເໝາະສົມໃນການເຮັດວຽກບໍລິການ.

2. ຂະບວນການ (Process) : ໄດ້ລວມເອົາການສະໜອງການບໍລິການ ແລະ ພຶດຕິກຳຂອງຄົນ, ເຊິງເປັນສິ່ງສຳຄັນ ສຳລັບການສ້າງຄວາມເພິ່ງພໍໃຈແກ່ລູກຄ້າ. ສິ່ງນີ້ເປັນສິ່ງທີ່ສ້າງຄວາມແຕກຕ່າງໃຫ້ແກ່ສິນຄ້າ ແລະ ການບໍລິການ. ຍົກຕົວຢ່າງ: ຮ້ານອັດສີດລົດ. ແຕ່ລະບ່ອນເຖິງຈະມີລາຄາຊຳກັນ ແຕ່ຮູບແບບການບໍລິການ, ຄວາມໃສ່ໃຈ ເປັນຫົນທາງໃນການ ຊັກຊວນລູກຄ້າໃໝ່ໆ ຫຼື ເອົາລູກຄ້າຄົນເກົ່າມາໃຊ້ບໍລິການອີກ.

3. ວັດຖຸຮັບໃຊ້ແກ່ການບໍລິການ (Physical service): ການບໍລິການ ບໍ່ຄືກັນກັບຜະລິດຕະພັນ, ການບໍລິການ ບໍ່ສາມາດນັບເປັນປະສົບການໄດ້. ກ່ອນຈະມີການໃຫ້ບໍລິການ, ເຊິ່ງມັນເປັນລັກສະນະສະເພາະພາຍໃນ ບໍ່ສາມາດອະທິບາຍໄດ້ເມື່ອລູກຄ້າຜູ້ໃດໜຶ່ງ ຮູ້ສຶກວ່າມີຄວາມສ່ຽງຈາກການ ໄດ້ຮັບການບໍລິການແລ້ວ ເຂົາເຈົ້າຈະຕັດສິນໃຈວ່າຈະໃຊ້ການບໍລິການ ຫຼື ບໍ່. ການຫຼຸດຜ່ອນຄວາມຮູ້ສຶກດ້ານຄວາມສ່ຽງລົງ, ຈິ່ງເປັນການປັບປຸງໃຫ້ມີຄວາມສຳເລັດ, ມັນເປັນສິ່ງທີ່ສຳຄັນທີ່ຕ້ອງໄດ້ເຮັດກັບລູກຄ້າທ່າແຮງ ເພື່ອສະໜອງໂອກາດການບໍລິການທີ່ດີແທ້ ທີ່ຄວນຈະເປັນ. ເຊິ່ງສາມາດສະແດງອອກ ດ້ວຍວັດຖຸທີ່ຮັບໃຊ້ໃຫ້ແກ່ການບໍລິການ  ເຊັ່ນ: ໃບຮັບຮອງເພື່ອສ້າງຄວາມໜັ້ນໃຈ ຫຼັງລູກຄ້າມາໃຊ້ບໍລິການ. ຫາກເກີດຫຍັງຂື້ນໃນຊ່ວງຮັບຮອງ, ລູກຄ້າສາມາດມາຮ້ອງຂໍການໃຊ້ບໍລິການແບບບໍ່ເສຍຄ່າ.

ການນຳໃຊ້ຫຼັກການທີ່ກ່າວມາຂ້າງເທິງ, ບໍ່ຕິດພັນກັບການຄ້າທາງອອນໄລປານໃດ. ແນວໃດກໍ່ຕາມ, ການນຳສະເໜີຂໍ້ ມູນກ່ຽວກັບຄົນໃນບໍລິສັດ, ຂະບວນການການເຮັດວຽກຂອງບໍລິສັດ ແລະ ຮູບແບບການສ້າງຄວາມເຊື່ອໜັ້ນຫຼັງ ການຂາຍ ຜ່ານທາງອອນໄລ ຈະເຮັດໃຫ້ທຸລະກິດຂອງທ່ານມີຄວາມໄດ້ປຽບຂື້ນ ແລະ ສ້າງແຮງຈູງໃຈ ໃຫ້ຄົນເຫັນ ຄວາມແຕກຕ່າງ ແລະ ຕັດສິນໃຈໃຊ້ບໍລິການ.

ກົດເກນການຕະຫຼາດແບບເກົ່າ ກະມີຫຼາຍອັນບໍ່ຫຼ້າສະໃໝ່. ພຽງແຕ່ປ່ຽນຮູບແບບການຈັດຕັ້ງປະຕິບັດ. ທີ່ເວັບໄຊ໊ນີ້ ຈະໄດ້ນຳສະເໜີ ບັນດາເຕັກນິກເຫຼົ່ານັ້ນ ມາໃຫ້ທ່ານໄດ້ຄົ້ນຄິດນຳໃຊ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.