Norkhame
ຜົນດີຈາກ ການສົ່ງອອກ ຜົນດີຈາກ ການສົ່ງອອກ
ທຸລະກິດ ກາຍເປັນສິ່ງເຊື່ອມຕໍ່ກັນໄດ້ງ່າຍຂື້ນ. ການສົ່ງອອກກາຍເປັນເລື່ອງງ່າຍດາຍຂື້ນກວ່າແຕ່ເກົ່າ ເນື່ອງຈາກການຂົນສົ່ງ, ການຈ່າຍເງິນ ແລະ ລະບົບເຕັກນິກຕ່າງໆເຮັດໃຫ້ ຊາວຄ້າຂາຍທົ່ວທຸກມູມ ໂລກສາມາດ ຕິດຕໍ່ຊືຂາຍກັນໄດ້ງ່າຍຂື້ນ. ຍຸກປະຈຸບັນ ກາງເວັນ ແລະ ຄືນ ທົ່ວທຸກມູມໂລກມີການຄ້າຂາຍ ຫຼາຍທີ່ສຸດກວ່າຍຸກໃດ ໆໃນປະ ຫວັດສາດ, ຄວາມຫ່າງໄກບໍ່ສາມາດກີດກັ້ນການຄ້າຂາຍ, ຄວາມຫຍູ້ງຍາກດ້ານເຕັກນິກມີໜ້ອຍລົງ ແລະ ການຜະລິດສິນຄ້າໜຶ່ງໆ ຜູ້ປະກອບການຕ່າງກໍ່ຊອກຫາສິນຄ້າ ແລະ... ຜົນດີຈາກ ການສົ່ງອອກ

ທຸລະກິດ ກາຍເປັນສິ່ງເຊື່ອມຕໍ່ກັນໄດ້ງ່າຍຂື້ນ. ການສົ່ງອອກກາຍເປັນເລື່ອງງ່າຍດາຍຂື້ນກວ່າແຕ່ເກົ່າ ເນື່ອງຈາກການຂົນສົ່ງ, ການຈ່າຍເງິນ ແລະ ລະບົບເຕັກນິກຕ່າງໆເຮັດໃຫ້ ຊາວຄ້າຂາຍທົ່ວທຸກມູມ ໂລກສາມາດ ຕິດຕໍ່ຊືຂາຍກັນໄດ້ງ່າຍຂື້ນ.

ຍຸກປະຈຸບັນ ກາງເວັນ ແລະ ຄືນ ທົ່ວທຸກມູມໂລກມີການຄ້າຂາຍ ຫຼາຍທີ່ສຸດກວ່າຍຸກໃດ ໆໃນປະ ຫວັດສາດ, ຄວາມຫ່າງໄກບໍ່ສາມາດກີດກັ້ນການຄ້າຂາຍ, ຄວາມຫຍູ້ງຍາກດ້ານເຕັກນິກມີໜ້ອຍລົງ ແລະ ການຜະລິດສິນຄ້າໜຶ່ງໆ ຜູ້ປະກອບການຕ່າງກໍ່ຊອກຫາສິນຄ້າ ແລະ ສ່ວນປະກອບທີ່ເໜາະ ສົມແກ່ສິນຄ້າຂອງຕົນເອງ. ແນ່ນອນເຖິງວ່າການເຊື່ອມຕໍ່ການຄ້າ ມີບັນຫາໜ້ອຍລົງ ແຕ່ການເຂົ້າສູ່ ຕະຫຼາດໄໝ່ ມີທັງໂອກາດ ແລະ ມີສິ່ງທ້າທາຍຫຼາຍ. ທີ່ແນ່ນອນຫຼາຍໆທ່ານອາດຈະຍັງບໍ່ທັນແນ່ໃຈ ວ່າການສົ່ງອອກຈະຊ່ວຍພັດທະນາບໍລິສັດຂອງທ່ານໄດ້ແນວໃດ ຫຼື ການສົ່ງອອກຈະເປັນຜົນເສຍແກ່ ທຸລະກິດຂອງທ່ານຫຼືບໍ່?

ຕາມປະສົບການແລກປ່ຽນກັບບັນດາບໍລິສັດເຮັດການສົ່ງອອກມາເປັນເວລານັບສິບປີ, ຂ້າພະເຈົ້າເຫັນວ່າ ບໍລິສັດໄດ້ຫຼາຍໆຢ່າງຈາກການສົ່ງອອກເຊັ່ນ:

  • ເພີ່ມຍອດຂາຍ: ຄວາມຕ້ອງການສິນຄ້າພາຍໃນ ອາດຈະຍັງບໍ່ທັນພຽງພໍ. ການສົ່ງອອກເປັນການເປີດຕະຫຼາດໃຫ້ກ້ວາງຂື້ນ. ທ່ານອາດຈະພົບຕະຫຼາດທີ່ຕ້ອງການການຜະລິດສິນຄ້າຈາກບໍລິສັດຂອງທ່ານ ເຊິ່ງອາດຈະເປັນບ່ອນທີ່ມີຄວາມຕ້ອງການແຕ່ບໍ່ມີການຜະລິດເປັນຕົ້ນແມ່ນ ກາເຟ. ເຊິ່ງບັນດາປະເທດຊົມໃຊ້ເກືອບ 80% ນຳເຂົ້າ. ຖ້າຫາກສິນຄ້າຂອງທ່ານ ມີລັກສະນະສະເພາະຕົວແລ້ວ ຈະຍິງເປັນທີ່ຕ້ອງການຂອງຕະຫຼາດ.
  • ຜົນກຳໄລທີ່ສູງຂື້ນ: ເນື່ອງຈາກຕະຫຼາດ ສາກົນມີຂະໜາດໃຫຍ່ ດັ່ງນັ້ນ ການຜະລິດ ແລະ ສົ່ງອອກ ຈະເປັນການເປີດໂອກາດຫາ ຄົນຊົມໃຊ້ທີ່ຫຼາຍກວ່າພາຍໃນປະເທດ. ເມື່ອມີລູກຄ້າຫຼາຍຂື້ນ, ຜົນກຳໄລກໍ່ຈະມີຫຼາຍຂື້ນ.
  • ສ້າງຄວາມໜັ້ນຄົງ: ຕະຫຼາດສາກົນນັ້ນມີຫຼາກຫຼາຍປະເພດຜູ້ບໍລິໂພກ, ດັ່ງນັ້ນ ການສົ່ງອອກຈິ່ງເປຜນໂອກາດໃຫ້ແກ່ທ່ານໄດ້ ເລັ່ງເຂົ້າຫາຫຼາຍໆຂົງເຂດ ເຊິ່ງຈະເປັນການຫຼຸດຄວາມສ່ຽງ ເມື່ອທຽບໃສ່ການຂາຍໃນແຕ່ຕະຫຼາດພາຍໃນຢ່າງດຽວ. ຖ້າຫາກຄວາມຕ້ອງການພາຍໃນຫຼຸດ ກໍ່ອາດເຮັດໃຫ້ຍອດຂາຍຫຼດລົງ. ແຕ່ຖ້າຫາກທ່ານ ມີລູກຄ້າຕ່າງປະເທດແລ້ວ, ທ່ານກໍ່ຈະຍັງສາມາດມີການສັ່ງຊື້ປະຈຳ.
  • ໄດ້ປະສົບການ ແລະ ບົດຮຽນໄໝ່ໆ: ການເຂົ້າສູ່ຕະຫຼາດສາກົນ ທ່ານຈະໄດ້ຮັບປະສົບການໄໝ່ໆ ເຊັ່ນ: ທ່ານອາດຈະຕ້ອງໄດ້ຍິນພາສາທີ່ແຕກຕ່າງ ຈົນເຮັດໃຫ້ທ່ານຕ້ອງໄດ້ຮຽນພາສາເພີ່ມ ຫຼື ໄດ້ຮູ້ຈັກຄົນທີ່ຕ່າງວັດຖະນະທຳ. ແນ່ນອນ ທ່າຈະເຫັນເຕັກນິກການຜະລິດທີ່ແຕກຕ່າງ ແລະ ຮູບແບບການຕະຫຼາດທີ່ສາມາດນຳມາດັດປັບກັບທຸລະກິດຂອງທ່ານເອງ.
  • ເພີ່ມຄວາມສາມາດໃນການແຂ່ງຂັນ: ຖ້າຫາກທ່ານສາມາດຕີຕະຫຼາດຕ່າງປະເທດໄດ້, ນັ້ນກໍ່ໜາຍວ່າທ່ານ ສາມາດແຂ່ງຂັນກັບບັນດາປະເທດຜູ້ຜະລິດອື່ນໆ ໃນຂະແໜງດຽວກັນໄດ້. ຖ້າຫາກສິນຄ້າຫຼາຍປະເພດ ຂອງປະເທດລາວ ສາມາດແຂ່ງຂັນໃນຕະຫູາດສາກົນ ນັ້ນກໍ່ໜາຍວ່າ ສ ປ ປ ລາວ ມີຄວາມສາມາດໃນການແຂ່ງຂັນການຜະລິດທີ່ສູງຂື້ນໃນຕະຫຼາດສາກົນ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.