Norkhame
ຈາກຟ້າສູ່ໜ້າດິນ ຈາກຟ້າສູ່ໜ້າດິນ
ຈົບຍ້ອນໂຄວິດ. ຜູ້ໃຫ້ບໍລິການສາຍການບິນ Avianca ຂອງບໍລິສັດການບິນ Colombian, ສາຍການບິນທີ່ມີອາຍຸຍືນທີ່ສຸດອັນດັບສອງຂອງໂລກ ຫາກໍ່ລົ້ມລະລາຍຍ້ອນໂຣກລະບາດໂຄວິດ19, ຫລັງຈາກບໍ່ໄດ້ຮັບປະກັນການຊ່ວຍເຫລືອຈາກລັດຖະບານໃນການຈ່າຍໜີ້. ຕາມຂ່າວແຈ້ງວ່າ, Avianca ຈ້າງແຮງງານໂດຍກົງ 21.000 ຄົນໃນທົ່ວອາເມລິກາລາຕິນ. ເກືອບ 90% ຂອງບັນດາປະເທດທີ່ ສາຍການບິນ Avianca ດຳເນີນງານແມ່ນ ຖືກຈຳກັດການເດີນທາງທັງໝົດ ຫຼື ໃຫ້ບິນບາງສ່ວນ, ອີງຕາມຂໍ້ມູນເພີ່ມເຕີມໃນເວັບໄຊທ໌ Avianca. ຫົວໜ້າບໍລິຫານໃຫຍ່ ຂອງບໍລິສັດຂອງບໍລິສັດ... ຈາກຟ້າສູ່ໜ້າດິນ

ຈົບຍ້ອນໂຄວິດ. ຜູ້ໃຫ້ບໍລິການສາຍການບິນ Avianca ຂອງບໍລິສັດການບິນ Colombian, ສາຍການບິນທີ່ມີອາຍຸຍືນທີ່ສຸດອັນດັບສອງຂອງໂລກ ຫາກໍ່ລົ້ມລະລາຍຍ້ອນໂຣກລະບາດໂຄວິດ19, ຫລັງຈາກບໍ່ໄດ້ຮັບປະກັນການຊ່ວຍເຫລືອຈາກລັດຖະບານໃນການຈ່າຍໜີ້.

ຕາມຂ່າວແຈ້ງວ່າ, Avianca ຈ້າງແຮງງານໂດຍກົງ 21.000 ຄົນໃນທົ່ວອາເມລິກາລາຕິນ. ເກືອບ 90% ຂອງບັນດາປະເທດທີ່ ສາຍການບິນ Avianca ດຳເນີນງານແມ່ນ ຖືກຈຳກັດການເດີນທາງທັງໝົດ ຫຼື ໃຫ້ບິນບາງສ່ວນ, ອີງຕາມຂໍ້ມູນເພີ່ມເຕີມໃນເວັບໄຊທ໌ Avianca. ຫົວໜ້າບໍລິຫານໃຫຍ່ ຂອງບໍລິສັດຂອງບໍລິສັດ ກ່າວວ່າ “Avianca ກຳລັງປະເຊີນກັບວິກິດການທີ່ທ້າທາຍທີ່ສຸດໃນປະຫວັດສາດ ໃນຮອບ 100 ປີ ຂອງພວກເຮົາ. ໃນຂະນະທີ່ພວກເຮົາ ປະເຊີນໜ້າກັບຜົນກະທົບຂອງພະຍາດລະບາດທົ່ວໂລກ.

Avianca ທີ່ຕັ້ງຢູ່ ນະຄອນຫຼວງ ໂບໂກຕ່າ ຈະເປັນໜຶ່ງ ໃນບັນດາບໍລິສັດຂົນສົ່ງຂະໜາດ ໃຫຍ່ແຫ່ງທຳອິດໃນທົ່ວໂລກທີ່ໄດ້ຮັບຜົນກະທົບຈາກໂລກລະບາດ, ເຊິ່ງໄດ້ເຮັດໃຫ້ການທ່ອງທ່ຽວຂອງໂລກຊຸດໂຊມ. ບໍລິສັດ Avianca ບໍ່ໄດ້ບິນຖ້ຽວບິນໂດຍສານທີ່ໄດ້ກຳນົດເປັນປົກກະຕິຕັ້ງແຕ່ທ້າຍເດືອນມີນາ ແລະ ພະນັກງານເກືອບ 20.000 ຄົນຂອງພວກເຂົາທັງໝົດ ບໍ່ໄດ້ຮັບຄ່າຈ້າງໃນໄລຍະວິກິດ.

ໃນຂະນະທີ່ Avianca ມີຄວາມອ່ອນແອຢູ່ແລ້ວກ່ອນການລະບາດຂອງໂຣກ, ການຍື່ນຫາການລົ້ມລະລາຍຂອງມັນໄດ້ຊີ້ໃຫ້ເຫັນເຖິງບັນດາສິ່ງທ້າທາຍ ສຳລັບສາຍການບິນທີ່ບໍ່ສາມາດນັບໄດ້ກ່ຽວກັບການຊ່ວຍເຫຼືອຂອງລັດ ຫລືກ່ຽວກັບການກູ້ໄພແບບນີ້ມາໄວພໍສົມຄວນ. Avianca ຍັງມີຄວາມຫວັງກ່ຽວກັບເງິນຊ່ວຍເຫຼືອລ້າຂອງລັດຖະບານ.

ຫົວໜ້ານັກເສດຖະສາດ ຂອງບໍລິສັດທີ່ປຶກສາການບິນແຫ່ງໜຶ່ງ ກ່າວວ່າ “ນີ້ບໍ່ແມ່ນເລື່ອງແປກຫຍັງເລີຍ!” “ບໍລິສັດໄດ້ຕິດ ໜີ້ຢ່າງໜັກ. ເຖິງວ່າຈະມີຄວາມພະຍາຍາມທີ່ຈະປັບໂຄງສ້າງໜີ້ສິນຂອງຕົນໃນປີກາຍນີ້.” Avianca, ເຊິ່ງເປັນບໍລິສັດການບິນເກົ່າແກ່ທີ່ສຸດ ທີ່ສືບຕໍ່ດຳເນີນການຕໍ່ເນື່ອງໃນໂລກຫຼັງຈາກ KLM ມີ ໜີ້ ສິນ 7,3 ຕື້ໂດລາໃນປີ 2019.

ສະມາຄົມນັກບິນພົນລະເຮືອນ ແຫ່ງປະເທດໂຄລົມເບຍ ແລະ ສະຫະພັນທີ່ເປັນຕົວແທນໃຫ້ແກ່ພະນັກງານ Avianca ຫຼາຍຄົນ, ກ່າວການສະໜັບສະໜູນການເຄື່ອນໄຫວດັ່ງກ່າວ. Avianca ໄດ້ ລອດພົ້ນການລົ້ມລະລາຍແລ້ວໃນຕົ້ນຊຸມປີ 2000. ການຕັດຄ່າໃຊ້ຈ່າຍບໍ່ໄດ້ຊ່ວຍຫຍັງ. ຄະນະກຳມະການບໍລິຫານທີ່ໄດ້ເຂົ້າຮັບຕຳແໜ່ງກ່ອນໜ້ານີ້ ໄດ້ພະຍາຍາມຕັດຄ່າໃຊ້ຈ່າຍສາຍການບິນໃນປີ 2021​ ກ່ອນວິກິດ ແຕ່ໍ່ຊ່ວຍຫຍັງບໍ່ໄດ້.

ໃນສະພາບສາຍການບິນທີ່ມີໜີ້ສິນ ແລະ ການປິດສາຍການບິດເປັນເວລາຫຼາຍເດືອນ ຍິ່ງຊໍ້າເຕີມ ເຮັດໃຫ້ການລົ້ມ ເປັນສິ່ງທີ່ຫຼີກລຽງບໍ່ໄດ້. ໃນປະຈຸບັນ, ມີຫຼາຍສາຍການບິນຖືກກະທົບ, ລວມທັງ Virgin Ariline ທີ່ເປັນສາຍການບິນແນວໜ້າ ກໍ່ຕ້ອງປະກາດລົ້ມລະລາຍ. ຍັງບໍ່ເປັນທີ່ແນ່ຊັດວ່າ ກ່ອນ ແລະ ຫຼັງໂຄວິດຈົບໄປ, ຈະມີສາຍການບິນໃດແດ່ຄົງເຫຼືອ. ນັ້ນໝາຍເຖິງການສູນເສຍພະນັກງານ ແລະ ການຈ້າງງານສາຍການບິນ ທີ່ກຽມຕົກຟ້າມາເຮັດວຽກໃນໜ້າດິນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.