Norkhame
ຍິ່ງໃຫຍ່ຍິ່ງເຈັບ ຍິ່ງໃຫຍ່ຍິ່ງເຈັບ
ເສດຖະກິດຂອງສະຫະລັດ, ທີ່ໃຫຍ່ເປັນອັນດັບ 1 ຂອງໂລກ ກໍາລັງກະທົບໜັກ. ຄົນຕົກງານ 20,5 ລ້ານຄົນ ໃນເດືອນເມສາ. ການປິດລ້ອມໂຣກ ໂຄວິດເຮັດໃຫ້ອັດຕາການຫວ່າງງານຂອງສະຫະລັດເພີ່ມຂື້ນຢ່າງໄວວາທີ່ບໍ່ເຄີຍມີມາ ນັບແຕ່ ປີ 1930. ຄົນອາເມລິກາ ເກີດຫຼັງ ປີ 1930 ກ່າວວາ ພວກເຂົາບໍ່ເຄີຍເຫັນສິ່ງດັ່ງກ່າວມາກ່ອນ. ຄວາມເສຍຫາຍທີ່ເກີດຂື້ນໃນເສດຖະກິດຂອງສະຫະລັດອາເມລິກາໂດຍມາດຕະການປິດລ້ອມໂຣກ ໂຄວິດ ໄດ້ກາຍມາເປັນ ສິ່ງເຈັບປວດໃນວັນສຸກທີ່ຜ່ານມາ.... ຍິ່ງໃຫຍ່ຍິ່ງເຈັບ

ເສດຖະກິດຂອງສະຫະລັດ, ທີ່ໃຫຍ່ເປັນອັນດັບ 1 ຂອງໂລກ ກໍາລັງກະທົບໜັກ. ຄົນຕົກງານ 20,5 ລ້ານຄົນ ໃນເດືອນເມສາ. ການປິດລ້ອມໂຣກ ໂຄວິດເຮັດໃຫ້ອັດຕາການຫວ່າງງານຂອງສະຫະລັດເພີ່ມຂື້ນຢ່າງໄວວາທີ່ບໍ່ເຄີຍມີມາ ນັບແຕ່ ປີ 1930.

ຄົນອາເມລິກາ ເກີດຫຼັງ ປີ 1930 ກ່າວວາ ພວກເຂົາບໍ່ເຄີຍເຫັນສິ່ງດັ່ງກ່າວມາກ່ອນ. ຄວາມເສຍຫາຍທີ່ເກີດຂື້ນໃນເສດຖະກິດຂອງສະຫະລັດອາເມລິກາໂດຍມາດຕະການປິດລ້ອມໂຣກ ໂຄວິດ ໄດ້ກາຍມາເປັນ ສິ່ງເຈັບປວດໃນວັນສຸກທີ່ຜ່ານມາ. ພຽງເດືອນ 4 ເດືອນດຽວ, ຄົນຕົກງານ 20 ລ້ານຄົນ.

ຂໍ້ມູນຈາກຫ້ອງການສະຖິຕິແຮງງານຂອງສະຫະລັດອາເມລິກາ ຍັງໄດ້ສະແດງໃຫ້ເຫັນວ່າອັດຕາການຫວ່າງງານສູງຂື້ນເຖິງ 14,7 ສ່ວນຮ້ອຍໃນເດືອນແລ້ວນີ້ – ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ເກີດສະພາວະເສດຖະກິດຊຸດໂຊມ ໃນປີ 1930.​ ຢູ່ເບື້ອງຫລັງຂອງຕົວເລກທັງໝົດເຫລົ່ານີ້ ແມ່ນປະຊາຊົນທີ່ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບຄວາມເດືອດຮ້ອນ ແລະ ເສົ້າສະຫລົດໃຈຈາກໂຣກລະບາດ.

ຂໍ້ມູນດັ່ງກ່າວໄດ້ຢືນຢັນຄວາມເຫັນດີເຫັນພ້ອມ ວ່າເສດຖະກິດຂອງສະຫະລັດ ກຳລັງຕົກຢູ່ໃນສະພາບເສດຖະກິດ ຖົດຖອຍ. ເຖິງແມ່ນວ່າອັດຕາການຫວ່າງງານພຽງແຕ່ໄດ້ເພີ່ມຂື້ນເຖິງ 14,7 ເປີເຊັນ, ເຊິ່ງຕໍ່າກວ່າຄວາມຄາດຫວັງ, ຕົວເລກນີ້ ບໍ່ໄດ້ນັບການເຮັດວຽກນອກລະບົບ ທີ່ບໍ່ໄດ້ບັນທຶກເປັນທາງການ. ຖ້າລວມເອົາຕົວເລກບໍ່ເປັນທາງການ, ອັດຕາການຫວ່າງງານຈະຢູ່ໃກ້ 20 ເປີເຊັນໃນເດືອນແລ້ວນີ້.

ເຖິງແມ່ນວ່າຈະເປັນປະຫວັດສາດໜ້າໃໝ່, ຂໍ້ມູນນີ້ກໍ່ບໍ່ມີຄວາມແປກໃຈເລີຍ. ປະຊາຊົນອາເມລິກາຈຳນວນ 33,5 ລ້ານຄົນໄດ້ຍື່ນຄຳຮ້ອງຂໍເອົາເງິນຊ່ວຍເຫຼືອ ຈາກການຫວ່າງງານໃນ 7 ອາທິດທີ່ສິ້ນສຸດລົງໃນວັນທີ 2 ພຶດສະພາ.

ທຸກໆຂົງເຂດທີ່ສຳຄັນຂອງເສດຖະກິດ ໄດ້ຢຸດຕິວຽກເຮັດງານທຳໃນເດືອນແລ້ວນີ້, ເຮັດໃຫ້ມີການສູນເສຍທີ່ເກີດຂື້ນໂດຍສະເພາະໃນການກັກຕົວ. ເກືອບສາມສ່ວນສີ່ຂອງການມາດຕະການນີ້ ປະມານ 5,5 ລ້ານຄົນທີ່ສູນເສຍວຽກເຮັດງານທຳ ແມ່ນເກີດມາຈາກການ ຂະແໜງບໍລິການອາຫານ ແລະ ສະຖານທີ່ດື່ມ. ການບໍລິການດ້ານການສຶກສາ ແລະ ສາທາລະນະສຸກໄດ້ສູນເສຍວຽກເຮັດງານທຳ 2,5 ລ້ານຄົນໃນເດືອນເມສາ.

ການຈ້າງງານໃນການບໍລິການດ້ານວິຊາຊີບແລະທຸລະກິດ, ແລະການຄ້າຂາຍຍ່ອຍຫຼຸດລົງ 2,1 ລ້ານຄົນ. ຜູ້ອອກ ແຮງງານໃນການຜະລິດປະມານ 1,3 ລ້ານຄົນໄດ້ສູນເສຍວຽກໃນເດືອນເມສາ, ເກືອບສອງສ່ວນສາມຂອງຈຳນວນທັງໝົດນັ້ນແມ່ນມາຈາກການບໍລິການສ່ວນບຸກຄົນ ແລະ ການຊັກລີດ.

ຕະຫຼາດແຮງງານຈະຟື້ນຕົວເມື່ອໃດ? ເປັນຄຳຖາມທີ່ຄົນອາເມລິກາພາກັນສົງໃສ. ບໍ່ມີໃຜຮູ້ຈັກການຄວບຄຸມການແຜ່ລະບາດຂອງໂລກໂຄວິດ ບໍ່ມີຄວາມແນ່ນອນ. ແຕ່ນັກເສດຖະສາດກຳລັງເຮັດສຸດຄວາມສາມາດດ້ວຍຂໍ້ມູນທີ່ພວກເຂົາຕ້ອງມອບໃຫ້. ທ່ານ ດ່າໂຄ໋, ຫົວໜ້ານັກເສດຖະສາດຂອງສະຫະລັດທີ່ ມະຫາວິທະຍາໄລ ຊື່ດັງ ໄດ້ກ່າວເຖິງຈຸດນີ້ໃນບົດບັນທຶກ, ທ່ານກ່າວວ່າ “ພວກເຮົາຄາດວ່າການສູນເສຍລາຍທີ່ຮ້າຍແຮງ ແມ່ນເກີດຈາກການເພີ່ມຂື້ນຂອງການປະຫຍັດຂອງຜູ້ບໍລິໂພກ ແລະ ຄວາມຢ້ານກົວຂອງເຊື້ອໄວຣັດຈະເຮັດໃຫ້ຄວາມຕ້ອງການຂອງຜູ້ບໍລິໂພກຫຼຸດລົງໃນໄລຍະທີ່ຜ່ານມາ. ເຮັດໃຫ້ການຂາຍຍ່ອຍຊົບເຊົາ ຫຼື ອາດເພີ່ມຂື້ນ 10 ເປີເຊັນຫຼັງໂຄວິດ.

ໃນລະຫວ່າງການຖົດຖອຍຄັ້ງໃຫຍ່ ແລະ ຫລັງຈາກສະຖານະການ, ຈຳນວນຜູ້ຊອກວຽກໄດ້ລົ້ນຈຳນວນຕຳແໜ່ງ ເປີດໃນຮອບຫລາຍປີ. ໃນວັນຈັນ, ຫົວໜ້າ ນັກເສດຖະສາດຂອງ ບໍລິສັດ ໂກເດັນແຊກ ໄດ້ກ່າວວ່າ: “ເຖິງແມ່ນວ່າພາຍໃຕ້ການຄາດຄະເນການເຕີບໂຕທີ່ດີທີ່ສຸດ, ມັນຈະໃຊ້ເວລາຫຼາຍປີທີ່ຈະເຮັດໃຫ້ຄົນກັບໄປເຮັດວຽກ ແລະ ຕື່ມເຕັມຫ້ອງການ ແລະ ຄົນຈະເຊົາຊື້ເຄື່ອງທີ່ບໍ່ຈຳເປັນ” ພວກເຮົາຄາດວ່າບາງວຽກຈະໄດ້ຮັບການຟື້ນຟູໃນໄລຍະເດືອນຂ້າງໜ້າ, ພວກເຮົາຄາດວ່າອັດຕາການຫວ່າງງານຈະສູງກວ່າ 10 ເປີເຊັນໃນທ້າຍປີນີ້.

ສະພາບເສດຖະກິດ, ເປັນໜຶ່ງສະພາບທ້າທາຍຂອງທຸກໆປະເທດທົ່ວໂລກ. ເມື່ອສເດຖະກິດໃຫຍ່ກະທົບໜັກ, ກໍ່ຈະກະທົບປະເທດອື່ນໆໃນໂລກເຊັ່ນດຽວກັນ. ການຫຼຸດລົງຄວາມຕ້ອງການພາຍໃນ ເປັນຕົ້ນທີ່ອາເມລິກາ, ຈິນ, ແລະ ແຖບ ປະເທດອີຢູ ຈະເປັນສາເຫດໃຫ້ຄວາມຕ້ອງການນຳເຂົ້າສິນຄ້າຈາກປະເທດອື່ນຫຼຸດລົງໄປຕາມໆກັນ. ໂດຍລວມ, ສະພາບການສົ່ງອອກຈະໄດ້ຮັບຜົນກະທົບເຊັ່ນດຽວກັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.