Norkhame
ຢາກແລະບໍ່ຢາກເຮັດ ຢາກແລະບໍ່ຢາກເຮັດ
ຄວາມຕ້ອງການຢາກເຮັດ ຄວາມຕ້ອງການບໍ່ຢາກເຮັດ ມັກເກີດຂື້ນກັບທຸກໆຄົນ. ຄົນສ່ວນຫຼາຍມັກຄິດວ່າ ຄວາມຕ້ອງການຈະຕ້ອງເປັນສິ່ງທີ່ກໍ່ໃຫ້ເກີດຄວາມກະຕືລືລົ້ນ. ຄວາມຮູ້ສຶກຢາກລົງມືເຮັດເພື່ອກ້າວໄປຂ້າງໜ້າ ເຊັ່ນ “ຢາກເຮັດ…” ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງສະເໝີໄປວ່າຈະຕ້ອງເປັນເຊັ່ນນີ້. ໃນຕົວເຮົາທຸກຄົນມີຄວາມເສີຍຊາ ບໍ່ຕ້ອງການລົງມີເຮັດ “ບໍ່ຢາກເຮັດ…” ຢູ່ໃນຕົວທຸກຄົນ. ທ່ານໜ້າຈະເຄີຍຮູ້ສຶກ “ບໍ່ຢາກຮຽນ” “ບໍ່ຢາກດເຮັດວຽກ” “ບໍ່ຢາກເຮັດວຽກບ້ານ” ຢູ່ຫຼາຍເທື່ອແມ່ນບໍສິ່ງນີ້? ແລະ ທີ່ເປັນຄວາມຕ້ອງການໃນທິດທາງກົງກັນຂ້າມ ຫຼື “ຢາກເຮັດໃນສິ່ງທີ່ບໍ່ຢາກເຮັດ” ແຕ່ວ່າ “ຄວາມບໍ່ຢາກເຮັດ”... ຢາກແລະບໍ່ຢາກເຮັດ

ຄວາມຕ້ອງການຢາກເຮັດ ຄວາມຕ້ອງການບໍ່ຢາກເຮັດ ມັກເກີດຂື້ນກັບທຸກໆຄົນ. ຄົນສ່ວນຫຼາຍມັກຄິດວ່າ ຄວາມຕ້ອງການຈະຕ້ອງເປັນສິ່ງທີ່ກໍ່ໃຫ້ເກີດຄວາມກະຕືລືລົ້ນ. ຄວາມຮູ້ສຶກຢາກລົງມືເຮັດເພື່ອກ້າວໄປຂ້າງໜ້າ ເຊັ່ນ “ຢາກເຮັດ…” ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງສະເໝີໄປວ່າຈະຕ້ອງເປັນເຊັ່ນນີ້. ໃນຕົວເຮົາທຸກຄົນມີຄວາມເສີຍຊາ ບໍ່ຕ້ອງການລົງມີເຮັດ “ບໍ່ຢາກເຮັດ…” ຢູ່ໃນຕົວທຸກຄົນ. ທ່ານໜ້າຈະເຄີຍຮູ້ສຶກ “ບໍ່ຢາກຮຽນ” “ບໍ່ຢາກດເຮັດວຽກ” “ບໍ່ຢາກເຮັດວຽກບ້ານ” ຢູ່ຫຼາຍເທື່ອແມ່ນບໍສິ່ງນີ້? ແລະ ທີ່ເປັນຄວາມຕ້ອງການໃນທິດທາງກົງກັນຂ້າມ ຫຼື “ຢາກເຮັດໃນສິ່ງທີ່ບໍ່ຢາກເຮັດ” ແຕ່ວ່າ “ຄວາມບໍ່ຢາກເຮັດ” ນີ້ຈະເກີດຂຶ້ນໄດ້ແນວໃດ?

ສາເຫດທໍາອິດມາຈາກປະຕິກິລິຍາຕໍ່ຕ້ານທີ່ເກີດຂຶ້ນເພາະ ຄວາມຊົງຈໍາຈາກເຫດການຊຶ່ງເຮັດໃຫ້ຕົນເອງເຮັດສິ່ງນັ້ນໆ ແລ້ວບໍ່ພົບກັບຄວາມອີ່ມ ພຶງພໍໃຈໃນອະດີດ ຖືກດຶງກັບຂຶ້ນມາ ສ່ວນຂອງສະໝອງທີ່ກ່ຽວພັນກັບການເກີດຄວາມຮູ້ສຶກ ຫຼື ຄວາມຄິດລັກສະນະດັ່ງກ່າວຄື ກັບເກັນແນວຄິດໃນໂປແກມບັນຊາແນວຄິດ ໃນມັນສະໜອງດ້ານໜ້າປະມານ 3 ຊັງຕິແມັດ ຫຼື ຊ່ວງປາຍຫາງຕາ ເຄິ່ງກາງລະຫວ່າງສະໝອງສ່ວນຊ້າຍ ແລະ ສະໝອງທາງຂວາພໍດີບພໍດີ ໂດຍເປັນສ່ວນທີ່ເຮັດໜ້າທີ່ຈັດລະບຽບຄວາມຊົງຈໍາ ສ່ວນສະໜອງອື່ນໆຈະຢູ່ຖັດໄປຈາກນັ້ນ ທີ່ເຮັດໜ້າທີ່ຕັດສິນຄວາມຮູ້ສຶກ “ພຶງພໍໃຈ-ບໍ່ພຶງພໍໃຈ” “ມັກ-ຊັງ” ຕາມຂໍ້ມູນຊຶ່ງໄດ້ຮັບຈາກປະສາດສໍາຜັດທັງຫ້າ.

ຄວາມຊົງຈໍາທີ່ເຈັບປວດ ຫຼື ບໍ່ພຶງພໍໃຈຊຶ່ງ ສະໜອງສ່ວນໜຶ່ງຈະສົ່ງສັນຍານວ່າ “ບໍ່!” ຈະຖືກດຶງອອກມາຜ່ານທາງການກະທຳ ເຮັດໃຫ້ເກີດຄວາມຮູ້ສຶກ “ບໍ່ຢາກເຮັດ” ເຫດຜົນທີ່ສອງຊຶ່ງກໍ່ໃຫ້ເກີດ “ຄວາມຮູ້ສຶກບໍ່ຢາກເຮັດ” ມາຈາກການຕ້ອງໃຊ້ສ່ວນທີ່ຍັງອ່ອນດ້ອຍປະສົບການ ຫຼື ສ່ວນທີ່ຂາດການພັດທະນາທາງສະໝອງ. ຍົກຕົວຢ່າງເຊັ່ນ ການທີ່ເຈົ້າຮູ້ສຶກວ່າ “ບໍ່ຍາກເຮັດເລີຍ” ເວລາຖືກໄຫວ້ວານໃຫ້ເປັນຜູ້ຂຶ້ນກ່າວອວຍພອນບ່າວສາວໃນພິທີແຕ່ງງານ. ສາເຫດອາດມາຈາກສະໝອງຫຼາຍສ່ວນສັ່ງການໃຊ້ຄໍາເວົ້າ ແລະ ການສະແດງຄວາມຮູ້ສຶກຍັງຂາດການພັດທະນາ ສະໝອງຂອງທ່ານ ຈຶ່ງຄິດວ່າ “ຖ້າຂຶ້ນໄປເວົ້າສຸນທອນພົດອວຍພອນ ກໍ່ຕ້ອງໃຊ້ສະໝອງສ່ວນທີ່ປົກກະຕິບໍ່ໄດ້ ຊ່າງໜ້າລໍາຄານເຫຼືອເກີນ”

ດັ່ງນັ້ນ, ການວິເຄາະເບິ່ງວ່າສາເຫດໃດທີ່ເຮັດໃຫ້” ຄວາມຮູ້ສຶກບໍ່ຢາກເຮັດ” ກໍ່ຕົວຂະຫຍາຍໃຫຍ່ຂຶ້ນ. ໜ້າຈະຊ່ວຍໃຫ້ທ່ານກ້າປະເຊີນໜ້າກັບສິ່ງທີ່ຕົນເອງ “ບໍ່ຢາກເຮັດ” ຫຼາຍຂຶ້ນ. ຄວາມກ້າຫານ ຫຼື ຢາກເຮັດ ມັນກໍ່ຂື້ນກັບຫຼາຍປັດໃຈ. ໃນສະຖານະການຮີບຮ້ອນ ແລະ ຈຳເປັນ, ທ່ານອາດບໍ່ເຄີຍເຮັດສິ່ງທີ່ທ່ານເຄີຍປະຕິເສດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.