Norkhame
ທຸລະກິດຍິງ ທຸລະກິດຍິງ
ໃນວັນແມ່ຍິງສາກົນ ປີ 2020 ບໍ່ໄດ້ສ້າງຫຍັງພິເສດ ຄືກັບຫຼາຍໆປີ. ເປັນຕົ້ນ ວີດີໂອ້ຕັດຕໍ່, ແລະ ຫຼາຍໆຮູບແບບ ການສົ່ງເສີມ ບົດບາດຍິງໃນການພັດທະນາ. ແນວໃດກໍ່ຕາມ, ທີ່ເວັບໄຊ໊ແຫ່ງນີ້, ທ່ານຈະໄດ້ເຫັນ ຫົວຂໍ້ຕິດພັນ ກັບແມ່ຍິງສະເໜີ. ອັນພົ້ນເດັ່ນແມ່ນການສ້າງອາຊີບ ແລະ ລາຍຮັບແກ່ແມ່ຍິງ. ຈະໃຫ້ແມ່ຍິງມີສິດໄດ້ແນວໃດ, ຫາກຍັງແບມືຂໍເງິນນຳຜູ້ຊາຍ. ເງິນເປັນປັດໃຈອຳນາດທາງສັງຄົມ. ບໍ່ຢາກວ່າມີ ເງິນແລ້ວມີທຸກໆຢ່າງ... ທຸລະກິດຍິງ

ໃນວັນແມ່ຍິງສາກົນ ປີ 2020 ບໍ່ໄດ້ສ້າງຫຍັງພິເສດ ຄືກັບຫຼາຍໆປີ. ເປັນຕົ້ນ ວີດີໂອ້ຕັດຕໍ່, ແລະ ຫຼາຍໆຮູບແບບ ການສົ່ງເສີມ ບົດບາດຍິງໃນການພັດທະນາ. ແນວໃດກໍ່ຕາມ, ທີ່ເວັບໄຊ໊ແຫ່ງນີ້, ທ່ານຈະໄດ້ເຫັນ ຫົວຂໍ້ຕິດພັນ ກັບແມ່ຍິງສະເໜີ. ອັນພົ້ນເດັ່ນແມ່ນການສ້າງອາຊີບ ແລະ ລາຍຮັບແກ່ແມ່ຍິງ.

ຈະໃຫ້ແມ່ຍິງມີສິດໄດ້ແນວໃດ, ຫາກຍັງແບມືຂໍເງິນນຳຜູ້ຊາຍ. ເງິນເປັນປັດໃຈອຳນາດທາງສັງຄົມ. ບໍ່ຢາກວ່າມີ ເງິນແລ້ວມີທຸກໆຢ່າງ ຫຼື ເງິນຄືທຸກໆສິ່ງຢ່າງດ ແຕ່ງເງິນສາມາດໃຫ້ຄວາມສະດວກໃນການດຳເນີນຊີວິດ. ບໍ່ມີໃຜ ຢ່າງແຕ່ງແລ້ວຢ່າຮ້າງ. ທຸກໆຄົນຕ່າງຢາກໃຫ້ຊີວິດຄູ່ຢູ່ກັນໄດ້ດົນໆ. ມີຫຼາຍກໍລະນີທີ່ບໍ່ສາມາດເລືອກ ຢ່າຮ້າງໄດ້ ເພາະຕ້ອງແບກຫາບພາລະການລ້ຽງລູກທີ່ໜັກຫຼາຍ; ເນື່ອງຈາກຜົວເປັນຝ່າຍຫາຢ່າງດຽວ. ວຽກງານເບິ່ງແຍງ ຄອບຄົວ ພັດບໍ່ແມ່ນແນວສ້າງອາຊີບ ແລະ ລາຍຮັບແກ່ແມ່ຍິງ. ສະນັ້ນ, ການເກີດມີບັນຫາຈົນອາດພາໃຫ້ແມ່ ຍິງຄິດຢ່າຮ້າງນັ້ນ, ກາຍເປັນໂມຄະ.

ທີ່ຍົກບັນຫາຢ່າຮ້າງຂື້ນມາ, ບໍ່ໄດ້ສົ່ງເສີມໃຫ້ຄົນບໍ່ຈັກອົດອອມ ຫຼື ປານີປານອມ ໃນຊີວິດຄອບຄົວ ເຊິ່ງມັນມັກ ຈະມີຫຼາຍປັດໃຈເຂົ້າມາແຊກຊ້ອນສາຍສຳພັນຜົວເມຍໃຫ້ແຕກຫັກ. ອາດມາຈາກພາຍໃນ ແລະ ພາຍນອກ. ສິ່ງທີ່ເນັ້ນຢາກເວົ້າໃນຫົວຂໍ້ນີ້ ຄືການເປັນຕົວຂອງຕົນເອງດ້ານການເງິນຂອງແມ່ຍິງນັ້ນ ເປັນສິ່ງທີ່ສ້າງໃຫ້ແມ່ຍິງກະ ມີບົດບາດໃນການຕັດສິນໃຈໃນຄອບຄົວຫຼາຍຂື້ນ. ໃນສັງຄົມລາວ ໂດຍສະເພາະແມ່ຍິງທີ່ມີ ເສດຖະກິດດີ, ເຂົາຈະມີທາງເລືອກໃນຊີວິດຫຼາຍກວ່າແມ່ຍິງບ້ານນອກ. ເປັນໄປໄດ້, ພໍ່ແມ່ອາດມີບົດບາດທາງສັງຄົມ ແລະ ການມີເຂີຍເຂົ້າມາໃນເຮືອນ ກໍ່ຈະເປັນການສ້າງຄວາມເກງໃຈ ໃນການສະແດງພຶດຕິກຳບໍ່ດີ. ຫຼື ຫາກມີແນວ ບໍ່ເປັນຕາ ຈົນຕ້ອງແຍກທາງ, ແມ່ຍິງທີ່ມີຖານະການເງິນດີ ກໍ່ມັກຈະເລືອກຊີວິດຕົນເອງ ແລະລູກໆສະເໜີ.

ເຊັ່ນດຽວກັນກັບແມ່ຍິງໃນປະເທດພັດທະນາແລ້ວ, ທີ່ມີອາຊີບແນ່ນອນ, ລາຍຮັບກຸ້ມຕົວ. ການຕັດສິນໃຈກໍ່ຈະ ມີສູງຂື້ນ. ປັດໃຈແນວນີ້ກະບໍ່ສະເໜີໄປ, ເປັນຕົ້ນ ໃນແຖບປະເທດອາຣັບ, ທີ່ມີຮີດຄອງປະເພນີປົກຄຸມ ຈົນເຮັດ ໃຫ້ແມ່ຍິງຮັ່ງມີ ກະບໍ່ໄດ້ເຮັດຄືກັນກັບແມ່ຍິງ ຮັ່ງມີໃນບັນດາປະເທດຕາເວັນຕົກ. ຄວາມເຊື່ອທາງວັດຖະນະທຳ ແລະ ສັງຄົມ ກະເປັນສ່ວນສຳຄັນ ໃນບົດບາດຍິງຊາຍຂອງປະເທດນັ້ນໆ.

ກະບໍ່ຢາກສະຫຼຸບວ່າ ມີເງິນແລ້ວມີສິດຫຼາຍຂື້ນ. ຄືດັງຍົກມາຂ້າງເທິງ. ແຕ່ການມີອາຊີບ, ມີລາຍຮັບ ເປັນຮູບແບບ ການສະແດງແນວຄິດ ສະຕິປັນຍາ ແລະ ຄວາມເປັນແມ່ຍິງລົງໃນວຽກງານພັດທະນາ ເສດຖະກິດ ແລະ ສັງຄົມ ນອກຈາກການລ້ຽງດູແລຄອບຄົວ ແລະ ຜົວ ໂດຍຫວັງວ່າເຂົາເຈົ້າຈະເປັນສ່ວນປະກອບສ້າງສັງຄົມ. ການເອົາແມ່ ຍິງມາມີສ່ວນຮ່ວມໃນການຜະລິດ ແລະ ການບໍລິການ ເປັນການເປີດເອົາແນວຄິດທີ່ຜູ້ຊາຍບໍ່ມີ ມາເປັນສ່ວນ ຮ່ວມໃນການເບິ່ງບັນຫາ ແລະ ຊອກທາງແກ້ຮ່ວມກັນ.

ໃນຄວາມເປັນຈິງ. ການເບິ່ງແຍງລູກນ້ອຍ ແລະ ການຊີວິດການເປັນຢູ່ທັງໝົດພາຍໃນເຮືອນ ເປັນວຽກເຕັມເວລາ. ນີ້ເປັນສາເຫດໃຫ້ ແມ່ຍິງບໍ່ສາມາດເຂົ້າໄປສູ່ຂະບວນການຜະລິດ ແລະ ໃຫ້ບໍລິການໃນສັງຄົມ. ແນ່ນອນ, ບົດບາດ ຂອງແມ່ຍິງ ເມື່ອຖືກຈຳກັດແຕ່ໃນຮົ້ວສວນຕົນເອງ ກໍ່ເປັນການຍາກທີ່ຈະເຮັດໃຫ້ສັງຄົມຍອມຮັບຜົນ ງານທີ່ປະ ກອບສ່ວນໃນສັງຄົມ, ນອກຈາກການລ້ຽງລູກຜູ້ທີ່ອາດສ້າງຜົນງານດີໆໃນສັງຄົມ ຫຼື ເປັນເມຍຜູ້ຊົງອຳນາດທາງ ທຸລະກິດ ຫຼື ໃນວົງການໃດໜຶ່ງ. ແລ້ວແມ່ນໃຫລະ ຈະຍອມຮັບວ່າບັນດາເມຍເຫຼົ່ານັ້ນໃນວົງການ.

ມາເບິ່ງ ໃນທາງອ້ອມ, ມີຄຳເວົ້າໜຶ່ງວ່າ “ຜູ້ຊາຍເກັງ ແມ່ນຍ້ອນຢູ່ຂ້າງໆແມ່ຍິງເກັ່ງ” ຄຳເວົ້ານີ້ເບິ່ງຄືເປັນຄວາມຈິງ. ການໃຫ້ຄຳປຶກສາ, ການອົບອຸ່ນບ້ານເຮືອນ ແລະ ໃຫ້ກຳລັງໃຈສາມີ ໃນການເຮັດວຽກ ອາດເປັນເຫດຜົນເຮັດໃຫ້ ຜູ້ຊາຍມີຫົວຄິດປະດິດສ້າງ ໃນງານສິນລະປະ, ທຸລະກິດ, ການເມື່ອງ ແລະ ອື່ນໆ. ສິ່ງນີ້ເອງທີ່ເບິ່ງຄືວ່າ ແມ່ຍິງບໍ່ໄດ້ ສ້າງລາຍຮັບ ແຕ່ສ້າງໃຫ້ຄົນໄປສ້າງລາຍຮັບ ເປັນຕົ້ນ ລູກ ແລະ ຜົວ. ແລະ ນີ້ຈິ່ງເປັນເຫດຜົນວ່າ: ທຸກໆລາຍຮັບທີ່ ຜົວຫາມາໄດ້, ຕ້ອງຄໍ້າຈຸນຄອບຄົວ. ສຸກສັນວັນແມ່ຍິງ 2020.​

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.