Norkhame
ສຸກ…ເພາະວາງໃຈ ສຸກ…ເພາະວາງໃຈ
ຫາກ​ປ່ອຍ​ໄປ​ໃນ​ຈັງ​ຫວະ​ທີ່​ຄວນ​ປ່ອຍ, ກະເປັນການ​ຈາກ​ລາ​ຂອງ​ສິ່ງ​ນັ້ນໆ​. ຈະ​ບໍ່​ນຳ​ພາ​ໃຫ້​ໃຈ​ຮູ້​ສຶກວ່າ​ເສຍ​ດາຍ​ ເພາະ​ມັນ​ເປັນ​ເຫດ​ຜົນ​ຂອງ​ປັນ​ຍາ​ທີ່ບອກວ່າ​ຄວນ​ປ່ອຍ​ມັນ​ໄປ. ​ແຕ່​ຫາກ​ບໍ່​ຮູ້​ວ່າ​ຢັບ​ຢັ້ງ​ໄວ້​ເພື່ອ​ຫ​ຍັງ ​ການ​ຄອບ​ຄອງ​ສິ່ງ​ທີ່​ບໍ່​ຮູ້​ຈັກ​ປ່ອຍ​ໃຫ້​ມັນ​ຜ່ານ​​ໄປຈາກຊີວິດ ​ກໍ​ຈະ​ເປັນ​ສິ່ງ​ທີ່​ກັບ​ມາ​​ທຳຮ້າຍ​ຕົວ​ເຮົາ​ໃຫ້​ເຈັບ​ຊ້ຳ​ໄດ້​ໃນ​ພາຍ​ຫລັງ. ການ​ປ່ອຍ​ວາງ ແລະ ການ​ເກັບ​ໄວ້, ໃນ​ຄວາມ​ເຂົ້າ​ໃຈ​ຂອງ​​ຫລາຍ​ຄົນ ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ອອກ​ໄປ. ​ຫລາຍ​ຄົນ​ຈະ​ມີ​ຄວາມຄິດ​ແຕກ​ຕ່າງ​ກັນ​ອອກ​ໄປ​. ເມື່ອ​ມາພິຈາລະນາ​ລາຍ​ລະ​ອຽດ​ຂອງ ຄວາມ​ຮູ້​ສຶກເຂົ້າ​ມາ​ກ່ຽວ​ຂ້ອງ​ ແລະ​ ຈ້ອງ​ຈັບ​ ​ດ້ວຍ​ຄວາມ​ຄິດ​ທີ່​ມີ​ການ​ພິ​ຈາ​ລະ​ນາ ເຮົາຈະເຫັນວ່າ, ການເກັບກັກຄວາມຮູ້ສຶກ ເປັນການຈອງຈຳ. ເພາະ​ບາງ​ຄັ້ງ​ມຸມມອງ​ທີ່​ບໍ່​ແມ່ນ​ການ​ເຫັນ​ດ້ວຍຄວາມ​ເຂົ້າ​ໃຈ ແຕ່​ເຫັນ​ແລ້ວ​ຕັດ​ໃຈ​ຈາກ, ຄວາມ​ຄິດຂອງ​ຕົນ​ແຫ່ງ​ການ​ເບິ່ງ​ເຫັນ​ໃຫ້​ເປັນ​ມຸມມອງງ​ຂອງ​ການ​ເຈັບ​ປວດ​ແທນ.... ສຸກ…ເພາະວາງໃຈ

ຫາກ​ປ່ອຍ​ໄປ​ໃນ​ຈັງ​ຫວະ​ທີ່​ຄວນ​ປ່ອຍ, ກະເປັນການ​ຈາກ​ລາ​ຂອງ​ສິ່ງ​ນັ້ນໆ​. ຈະ​ບໍ່​ນຳ​ພາ​ໃຫ້​ໃຈ​ຮູ້​ສຶກວ່າ​ເສຍ​ດາຍ​ ເພາະ​ມັນ​ເປັນ​ເຫດ​ຜົນ​ຂອງ​ປັນ​ຍາ​ທີ່ບອກວ່າ​ຄວນ​ປ່ອຍ​ມັນ​ໄປ. ​ແຕ່​ຫາກ​ບໍ່​ຮູ້​ວ່າ​ຢັບ​ຢັ້ງ​ໄວ້​ເພື່ອ​ຫ​ຍັງ ​ການ​ຄອບ​ຄອງ​ສິ່ງ​ທີ່​ບໍ່​ຮູ້​ຈັກ​ປ່ອຍ​ໃຫ້​ມັນ​ຜ່ານ​​ໄປຈາກຊີວິດ ​ກໍ​ຈະ​ເປັນ​ສິ່ງ​ທີ່​ກັບ​ມາ​​ທຳຮ້າຍ​ຕົວ​ເຮົາ​ໃຫ້​ເຈັບ​ຊ້ຳ​ໄດ້​ໃນ​ພາຍ​ຫລັງ.

ການປ່ອຍວາງ ແລະ ການເກັບໄວ້, ໃນ​ຄວາມ​ເຂົ້າ​ໃຈ​ຂອງ​​ຫລາຍ​ຄົນ ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ອອກ​ໄປ. ​ຫລາຍ​ຄົນ​ຈະ​ມີ​ຄວາມຄິດ​ແຕກ​ຕ່າງ​ກັນ​ອອກ​ໄປ​. ເມື່ອ​ມາພິຈາລະນາ​ລາຍ​ລະ​ອຽດ​ຂອງ ຄວາມ​ຮູ້​ສຶກເຂົ້າ​ມາ​ກ່ຽວ​ຂ້ອງ​ ແລະ​ ຈ້ອງ​ຈັບ​ ​ດ້ວຍ​ຄວາມ​ຄິດ​ທີ່​ມີ​ການ​ພິ​ຈາ​ລະ​ນາ ເຮົາຈະເຫັນວ່າ, ການເກັບກັກຄວາມຮູ້ສຶກ ເປັນການຈອງຈຳ. ເພາະ​ບາງ​ຄັ້ງ​ມຸມມອງ​ທີ່​ບໍ່​ແມ່ນ​ການ​ເຫັນ​ດ້ວຍຄວາມ​ເຂົ້າ​ໃຈ ແຕ່​ເຫັນ​ແລ້ວ​ຕັດ​ໃຈ​ຈາກ, ຄວາມ​ຄິດຂອງ​ຕົນ​ແຫ່ງ​ການ​ເບິ່ງ​ເຫັນ​ໃຫ້​ເປັນ​ມຸມມອງງ​ຂອງ​ການ​ເຈັບ​ປວດ​ແທນ.

​ຫລາຍ​ຄັ້ງ​ທີ່​ເຮົາ​ເປັນ​ທຸກ​ ແລະ​ ປ່ອຍ​ສິ່ງ​ຕ່າງ​ໄປ​ໃຫ້​ຫລຸດ​ລອຍ​ໄປ​ຢ່າງ​ບໍ່​ມີ​ເຍື້ອ​ໃຍ​ຄວາມ​ສຸກ​ທີ່​ຄວນ​ຈະ​ເຂົ້າ​ມາ​ຊິດ​ໃກ້ ​ຈຶ່ງ​ລ່ອງ​ລອຍ​ອອກ​ໄປ. ຫາກ​ປ່ອຍ​ໄປ​ໃນ​ຈັງ​ຫວະ​ທີ່​ຄວນ​ປ່ອຍ​ການ​ຈາກ​ລາ​ຂອງ​ສິ່ງ​ນັ້ນໆ​ ຈະ​ບໍ່​ນຳ​ພາ​ໃຫ້​ໃຈ​ຮູ້​ສຶກວ່າ​ເສຍ​ດາຍ​ເພາະ​ມັນ​ເປັນ​ເຫດ​ຜົນ​ຂອງ​ປັນ​ຍາ​ທີ່ບອກວ່າ ການ​ປ່ອຍ​ມັນ​ໄປ. ແຕ່​ຫາກ​ຍັງຝືນ​ໂດຍ​ບໍ່​ຮູ້​ວ່າ ຢັບ​ຢັ້ງ​ໄວ້​ເພື່ອ​ຫ​ຍັງ​, ການ​ຄອບ​ຄອງ​ສິ່ງ​ທີ່​ບໍ່​ຮູ້​ຈັກ​ປ່ອຍ​ໃຫ້​ມັນ​ຜ່ານ​ເລີຍ​ໄປ ​ກໍ່​ຈະ​ເປັນ​ສິ່ງ​ທີ່​ກັບ​ມາ​ທຳຮ້າຍ​ຕົວ​ເຮົາ​ໃຫ້​ເຈັບ​ຊ້ຳ​ໃນ​ພາຍ​ຫລັງ.

ຖ້າ​ໃຈ​ທີ່​ບໍ່​ຮູ້​ຈັກ​ປ່ອຍ​ວາງ​ເພື່ອເປັນການຖ່າຍ​ເທ​ ແລ້ວໃຫ້​ສິ່ງ​ໃຫ່​ມ​ທີ່​ດີກວ່າ​ເຂົ້າ​ມາ​ແທນ​ສິ່ງ​ເກົ່າ​ ທີ່ບໍ່​ມີ​ຄ່າ​ພໍອີກຕໍ່ໄປ. ການ​ປ່ອຍ​ວາງ​ດ້ວຍ​ປັນ​ຍ​າ ​ຈຶ່ງ​ບໍ່​ໄດ້​ເປັນ​ການ​ບໍ່ໃສ່ໃຈ. ກັບເປັນ​ການ​ຮູ້​ຈັກ​ຜ່ອນ​ຫ​ນັກ ໃຫ້​ກາຍ​ເປັນ​ເບົາ​ອີກ​ຫລາຍ​ເທົ່າ​ຕົວ ແລະ​ ເຮັດ​ໃຫ້​ສິ່ງ​ດີ​ທີ່​ຄວນ​ເກີດ​ຂຶ້ນ​ມາ ໄດ້​ມີ​ໂອ​ກາດ​ເຕີບ​ໂຕ​ຫລາຍກວ່າ​ທີ່​ຈະ​ເປັນ​ການ​ຊ້ຳ​ເຕີມ.  ຄູບາຫຼາຍອົງ, ​ ​ໄດ້​ປະ​ຕິ​ບັດ​ທຳ​ມາ​ນານ​ພໍ​ສົມ​ຄວນ, ເມື່ອ​ເຖິງ​ຈຸດ​ຫ​ນຶ່ງ​ທີ່​ຕ້ອງ​ການ​ພິ​ສູດ​ຄວາມ​ກ້າ​ຂອງ​ຕົວ​ເອງ ຈຶ່ງ​ກ້າ​ທີ່​ຈະ​ປຸກ​ຄວາມ​ຢ້ານ​ທີ່​ເຊື່ອ​ງ​ຢູ່​ໃນ​ໃຈ​ໃຫ້​ປາ​ກົດ​ຕົວ ແລະ ຫາ​ທາງ​ສະ​ລາຍ​ຄວາມ​ຮູ້​ສຶກ​ນັ້ນ​ໃຫ້​ຫມົດ​ໄປ​ໃຫ້​ໄດ້ ດ້ວຍການໄປກຳມະຖານ ເປັນຕົ້ນ. ເຖິງ​ໃຫ່​ມໆ​ໃຈ​ຈະ​ບອກວ່າ ບໍ່​ຢ້ານ ແຕ່​ໃນ​ໃຈ​ເລິກໆ​ກໍ່​ບອກວ່າ ບໍ່​ແນ່ທີ່​ຈະ​ແກ້​ໄຂ​ໃຫ້​ມັນ​ຫາຍ​ໄປ​ໄດ້​ຫມົດ. ແຕ່​ພະ​ຫຼາຍອົງ​ຜູ້​ຕ້ອງ​ການກວດ​ສອບ​ທຳ​ມະ​ທີ່​ໄດ້​ສຶກ​ສາ​ມາ ກໍ​ໃຫ້​ສັນ​ຍາ​ກັບ​ຕົ​ວ​ເອງວ່າ ເຮົາ​ຕ້ອງ​ຜ່ານ​ຄວາມ​ຮູ້​ສຶກ​ຢ້ານ​ນີ້​ໄປ​ໃນ​ໄວ​ໆ​ນີ້.

ເມື່ອ​ເຖິງ​ເວ​ລາ​ທີ່​ພໍ​ເຫມາະ ພະຫຼາຍອົງຈຶ່ງ​ໄດ້​ກາບ​ລາ​ເຈົ້າ​ອາ​ວາດ​ເພື່ອ​ເດີນ​ທຸ​ດົງ​ ແລະ ​ພັກ​ແຮມ​ໃນ​ທີ່​ຕ່າງໆ ​ແລະ ​ເພື່ອ​ທົດ​ສອບ​ໃຈ​ຂອງ​ຕົວ​ເອງ​ເບິ່ງວ່າ ການປ່ອຍວາງຄວາມຢ້ານທີ່ມີ ຈະເກີດຜົນເປັນເຊັ່ນໃດ. ຢູ່ການເຂົ້າ​ປ່າ​, ໃກ້​ສະ​ນ້ຳ​, ​ຢູ່ກັບ​​​ຊາວ​ບ້ານ ​ແລະ ​ເດັກໆ​ຊົນນະບົດ, ພະ​ຜູ້​ຕ້​ອງ​ການ​ລະ​ຄວາມ​ຢ້ານ​ ຕ້ອງໄດ້​ຕັດ​ສິນ​ໃຈ​ປັ​ບ​ຕົວໃຫ້ເຂົ້າກັບຫຼາຍໆສະຖານທີ່ ເປັນຕົ້ນ ​ຢູ່​ໃກ້​ສານ​ເຈົ້າ​ຮ້າງ​ທີ່​ເຮັດ​ດ້ວຍ​ໄມ້, ເພື່​ອ​ທົດ​ສອບ​ໃຈ​ຂອງ​ຕົວ​ເອງວ່າ ປ່ອຍ​ວາງ​ໄດ້​ຫລື​ຍັງ, ຢູ່ຖໍ້າ, ປາຊ້າ, ຄັ້ນ​ ຄວາມ​ຮູ້​ສຶກ​ກ້າ​ທີ່​ເຄີຍ​ມີ​ເມື່ອ​ຕອນ​ກາງ​ເວັນ ກໍ​ເລີ່ມ​ຖືກ​ຄວາມ​ຮູ້​ສຶກ​ຢ້ານ​ເຂົ້າ​ມາ​ແທນ​ທີ່ ໃຈ​ທີ່​ເຄີຍ​ຫ​ນັກ​ແຫ​ນ້ນ​ແລະ​ຄິດ​ວ່າ​ຕົວ​ເອງ​ບໍ່​ຢ້ານ​ຫ​ຍັງ ກໍ​ກາຍ​ເປັນ​ໃຈ​ທີ່​ຄື​ລູກ​ນ້ອຍ​ທີ່​ຄອຍ​ເອີ້ນ​ຫາ​ພໍ່​ແມ່​ຕະ​ຫລອດ.  ການລະລຶກ​ກົດສິນທຳ​ເພື່ອ​ລົດຄວາມ​ຢ້ານ​ທີ່​ເກີດ​ຂຶ້ນ​ມາ​ແລ້ວ ​ເຮັດ​ທຳ​ທ່າ​ວ່າ​ຈະ​ພາ​ໃຈ​ໄປ​ໄກ ​ແລະ​ ພະ​ຍາ​ຍາມ​ທີ່​ຈະ​ຮຽນ​ຮູ້​ວ່າ​ຄວາມ​ຢ້ານ​ນັ້ນ​ເກີດ​ມາ​ໄດ້​ແນວ​ໃດ? ດ້ວຍ​ການ​ປະ​ຄອງ​ສະ​ຕິ​ໃຫ້​ຄອຍ​ກຳ​ນົດ​ຮູ້​ຕາມ.

ພະ​ຜູ້​ຕ້ອງ​ການ​ຫລຸດ​ພົ້ນ​ອອກ​ຈາ​ກ​ຄວາມ​ຮູ້​ສຶກ​ຢ້ານ ຕ້ອງໄດ້ເຝິກໃຈຕົນເອງໃຫ້ທ່ຽງ ໃນຂະນະເຂົ້າປ່າກຳມະຖານ. ພ້ອມ​ກັບ​ປ່ອຍ​ໃຫ້​ຄວາມ​ຢ້ານ​ທີ່​ເຄີຍ​ມີ​ລ່ອງ​ລອຍ​ອອກ​ໄປ​ຈາກ​ໃຈ​ໃນ​ທັນ​ທີ. ເຮັດ​ໃຫ້​ໃຈ​ທີ່​ເຄີຍ​ຢ້ານ​ປ່ຽນ​ແນວ​ຄິດ​ເປັນ​ໃຈ​ທີ່​ມີ​ສຸກ​ແທນ. ​ເພາະ​ວາງ​ຄວາມ​ທຸກ​ຄື​ຄວາມ​ຢ້ານ​ລົງ​ໄດ້ ແລະ ນ້ອມ​ຮັບ​ຄວາມ​ຮູ້​ສຶກ​ທີ່​ເຄີຍ​ຄອບ​ງຳ​ໃຈ​ຕົນ ໃຫ້​ກັບ​ມາ​ເປັນ​ຄູ​ສອນ​ໃຈ​ຕົວ​ເອງ​ໃຫ້​ຮູ້​ວ່າ ພຽງຮູ້ຈັກປ່ອຍວາງ ທຸກກໍຫ​ວ່າງເອງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.